ງານບຸນສາລາຈາໂກທີ່ນະຄອນ ໝອງກ໋າຍ, ແຂວງ ກວາງນິງ

(VOVWORLD) -ສາລາຈາໂກ ຂຶ້ນກັບຕາແສງ ຈາໂກ, ນະຄອນ ໝອງກ໋າຍ, ແຂວງ ກວາງນິງ, ແຕ່ດົນນານມາແລ້ວໄດ້ຮັບຖືວ່າເປັນຫຼັກໝາຍ ຢັ້ງຢືນອຳນາດອະທິປະໄຕ ວັດທະນະທຳຢູ່ເຂດທະເລຊາຍແດນ ຂອງປະເທດຊາດ. ແຕ່ລະປີຮອດວັນທີ 1 ເດືອນ 6 ໂດຍໄລ່ຕາມຈັນທະປະຕິທິນ, ປະຊາຊົນຢູ່ເຂດແຄມທະເລຊາຍແດນຂອງປະເທດຊາດ ໄດ້ພາກັນຫຼັ່ງໄຫຼມາເຂົ້າຮ່ວມງານບຸນ ສາລາຈາໂກ
ງານບຸນສາລາຈາໂກທີ່ນະຄອນ ໝອງກ໋າຍ, ແຂວງ ກວາງນິງ - ảnh 1ສາລາຈາໂກ ໃນແຂວງ ກວາງນິງ 

ສາລາແຫ່ງນີ້ຖືກອອກແບບດ້ວຍ ສະຖາປັດຕະຍາກຳທີ່ມີສີສັນຫວຽດນາມ ແລະ ໄດ້ມີມາກ່ອນນີ້ເກືອບ 600 ປີ. ນີ້ແມ່ນແຫຼ່ງບັນດານໃຈເພື່ອໃຫ້ນັກດົນຕີ ຫວຽນເກື່ອງ ໄດ້ປະພັນບົດເພງທີ່ມີຊື່ສຽງ “ສາລາໝູ່ບ້ານແຄມທະເລ”. ສາລາແຫ່ງນີ້ ໄດ້ຮັບການກໍ່ສ້າງໃນໄລຍະສຸດທ້າຍຂອງສະໄໝ ລາດຊະວົງເລ, ຢູ່ແຫ່ງນີ້ບູຊາພະອໍລະຫັນ 6 ອົງທີ່ມີຄຸ່ນງາມຄວາມດີ ໃນການສ້າງສາ ຕາແສງຈາໂກ ເມື່ອ ກ່ອນນີ້. ສາລາແຫ່ງນີ້ຖືກມຸງດ້ວຍດິນຂໍ ໂດຍມຸ່ງໜ້າສູ່ທະເລຕາເວັນອອກ. ພ້ອມກັບບັນດາຄຸນຄ່າທີ່ເປັນເອກະລັກ ທາງດ້ານສິລະປະ, ວິຫານຈາໂກໃນປັດຈຸບັນຍັງເກັບຮັກສາບັນດາວັດຖຸພັນທີ່ມີຄ່າ ແລະ ພະລາຊະດຳລັດ 12 ແຜ່ນຂອງບັນດາເຈົ້າຊີວິດໃນສະໄໝ ລາດຊະວົງຫວຽນ ທີ່ມອບໃຫ້ບັນດາເຈົ້າເສນາອາມາດ ຖືກໄຫ້ວບູຊາຢູ່ສາລາແຫ່ງນີ້. ແມ່ຕູ້ ດ່ວນທິກຶ ອາຍຸ 87 ປີ ໄດ້ເລົ່າສູ່ຟັງວ່າ:

     “ແຕ່ບາງກ່ອນມີ 12 ຄົນຂີ່ເຮືອ ແຕ່ຖືກຫຼົ້ມ, ໄດ້ແວ່ເຂົ້າດິນແດນແຫ່ງນີ້. ໃນຈຳນວນນັ້ນກໍ່ມີ 6 ຄົນ ໄດ້ຍ້າຍໄປຢູ່ໂດເຊີນ ເພາະຖືວ່າຢູ່ທີ່ນີ້ບໍ່ມີຫຍັງເພື່ອທຳມາຫາກິນ. ສ່ວນ 6 ຄົນທີ່ຍັງເຫຼືອກໍ່ໄດ້ລະດົມໃຈໃຫ້ແກ່ກັນ ແລະ ເຂົາເຈົ້າຖືວ່າຢູ່ແຫ່ງນີ້ມີພູຜາທະເລທີ່ງົດງາມ ແລະ ເຂົາເຈົ້າໄດ້ອາໄສການປະມົງເພື່ອລຽງຊີບ”.

     ຊາວຈາໂກໃນປັດຈຸບັນ ຍັງຄົງຮັກສາຄຳວ່າ: “ຊາວຈາໂກບ້ານເກີດໂດເຊີນ” ເພື່ອຫວນຄືນກົກເຄົ້າເຫົ້ງາກໍຂອງຕົນ. ເຖິງແມ່ນວ່າຕາບໍ່ເຫັນຮຸ່ງ, ຂາຢືນບໍ່ໜັກແໜ້ນກໍ່ຕາມ, ແຕ່ເມື່ອໄດ້ຍິນສຽງກອງ, ສຽງຄ້ອງດັງກ້ອງກັງວານຂຶ້ນໃນງານບຸນສາລາຈາໂກ, ບັນດາຜູ້ອາຍຸສູງໃນໝູ່ບ້ານຕ່າງກໍພ້ອມກັບລູກຫຼານ ໄດ້ພາກັນມາເຕົ້າໂຮມຢູ່ສາລາ ເພື່ອຈູດທູບໄຕ້ທຽນສະແດງຄວາມຮູ້ບຸນຄຸນ ຕໍ່ບັນພະບູລຸດ.

        ງານບຸນສາລາຈາໂກ ໄດ້ຖືກຈັດຂຶ້ນແຕ່ວັນທີ 29 ເດືອນ 5 ຫາວັນທີ 3 ເດືອນ 6  ໂດຍໄລ່ ຕາມຈັນທະປະຕິທິນ. ວັນທີ 30 ພຶດສະພາ ຢູ່ສາລາຈາໂກ ແມ່ນຟົດຟືີ້ນມ່ວນຊື່ນດ້ວຍບຸນແຂ່ງຂັນອົງວອຍ. ນັ້ນແມ່ນການງານປະກວດໝູງາມ 12 ໂຕ ຊຶ່ງໄດ້ຮັບການລ້ຽງດູຈາກເຈົ້າຂອງ 12 ຄົນ. ຜູ້ລ້ຽງໝູກໍ່ລ້ວນແຕ່ແມ່ນຜູ້ຢູ່ໃນອາຍຸໄວກາງ, ມີສຸຂະພາບແຂງແຮງ, ມີວຽກເຮັດງານທຳ, ມີຄຸນສົມບັດ ແລະ ສະພາບຄອບຄົວມີຄວາມສຸກ. ຄະນະຈັດຕັ້ງງານບຸນຈະໃຫ້ຄະແນນແກ່ໝູໂຕໃດທີ່ມີຄວາມງາມກວ່າໝູ່ ຈະຮັບລາງວັນ, ແລ້ວກໍຖືກຂ້າເພື່ອໃຊ້ເປັນຂອງບູຊາບັນພະບູລຸດ. ລຸງ ຫວຽນຕ໋ວນຕ່າຍ ຜູ້ໄດ້ຮັບລາງວັນທີໜຶ່ງໃນງານປະກວດ ອົງວອຍປີ 2018 ດ້ວຍໝູຂອງຕົນມີນ້ຳໜັກ 188 ກິໂລກຣາມ ໃຫ້ຮູ້ວ່າ: 

     “ສຳລັບລະບອບການກິນຂອງໝູ ແມ່ນໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ, ອາຫານຕ້ອງແມ່ນອາຫານສະອາດ, ບໍ່ກິນຂອງເຫຼືອ, ບໍ່ກິນຂອງເໜົ່າເໝັນ. ມາຮອດຈຸດເວລານິີ້ ເຮົາກໍ່ໄດ້ປະສົບຜົນສຳເລັດ ແລະ ຮູ້ສຶກວ່າມີຄວາມເປັນກຽດຢ່າງຍິ່ງ. ເຖິງວ່າມີຄວາມລຳບາກກໍ່ຕາມ, ແຕ່ກໍ່ຍອມຮັບ ເພາະວ່ານີ້ແມ່ນ ເຮັດເພື່ອບ້ານເພື່ອເມືອງ”

     ບັນດາພິທີໄຫວບູຊາເທວະດາຟ້າແຖນ, ເຈົ້າຖິ່ນເຈົ້າຖານ, ບັນພະບູລຸດ ກໍ່ຈະຖືກດຳເນີນໃນຊຸມວັນບຸນທີ່ຍັງເຫຼືອ. ໃນຊຸມມື້ວັນບຸນກໍ່ຍັງຈັດໃຫ້ມີການລະຫຼິ້ນບາງຢ່າງຄື: ການແຂ່ງຂັນດຶງເຊືອກ:, ງານປະກວດປຸງແຕ່ງອາຫານ, ການແຂ່ງຂັນຊີງທຸງ,…ລຸງ ຫວຽນດິງກື  ຊາວນະຄອນ ໝອງກ໋າຍ ຜູ້ໄດ້ເຂົ້າຮ່ວມງານບຸນສາລາຈາໂກ ໃຫ້ຮູ້ວ່າ: 

      “ນີ້ແມ່ນມູນເຊື້ອທີ່ມີມາແຕ່ດົນນານ, ດັ່ງນັ້ນພວກເຮົາກໍ່ຕ້ອງສືບຕໍ່ຮັກສາໄວ້ໄດ້ ແລະ ທຸກໆຄົນຕ່າງກໍ່ຕ້ອງມີຈິດໃຈ ຈຶ່ງສາມາດຮັກສາ ແລະ ຂະຫຍາຍມໍລະດົກວັດທະນະທຳນີ້ໃຫ້ຍືນຍົງຄົງຕົວ”.

        ທ່ານ ຫວຽນວັນເຟືອກ ປະທານຄະນະກຳມະການປະຊາຊົນ ຕາແສງຈາໂກ, ນະຄອນ ໝອງກ໋າຍ ໃຫ້ຮູ້ວ່າ ພ້ອມກັບແຫຼມຊາວີ້, ຫາດຊາຍທະເລຈາໂກ, ວັດນາມເທາະ…ສາລາຈາໂກ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວນັບພັນໆຄົນທັງຢູ່ໃກ້ ແລະ ໄກ. ທ່ານກ່າວວ່າ:

     “ອຳນາດການປົກຄອງພ້ອມກັບນະຄອນຈະອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງມໍລະດົກ ພ້ອມທັງບູລະນະປະຕິສັງຂອນແຫ່ງນີ້ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທະເລຊາຍແດນຂອງປະເທດຊາດ”

    ມາຮ່ວມງານບຸນສາລາຈາໂກ, ແຂກທ່ອງທ່ຽວແຕ່ລະຄົນ ຈະມີໂອກາດເຊື່ອມຕົວເຂົ້າກັບບັນຍາກາດງານບຸນພື້ນເມືອງ ດ້ວຍຮີດຄອງປະເພນີທີ່ເປັນເອກະລັກສະເພາະ ຂອງພື້ນຖານອາລິຍະທຳເຂົ້ານາທາມ ແມ່ນ້ຳແດງ. ການບືນຕົວຂຶ້ນຢ່າງແຂງແຮງຢູ່ດິນແດນແຫ່ງນີ້ ແລະ ຊາວຈາໂກ ພ້ອມກັບຄຸນຄ່າວັດທະນະທຳທີ່ບໍ່ອາດປະຕິເສດໄດ້ນັ້ນ, ກໍ່ເປັນຫຼັກຖານຢັ້ງຢຶນຄວາມຍືນຍົງຄົງຕົວ ແລະ ເຕີບໃຫ່ຍເຂັ້ມແຂງຂອງປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ