ຈຸດວັດທະນະທຳທີ່ມີຊີວິດຊີວາຢູ່ ສາລາດົງຫຼາກ

(VOVWORLD) -ນັບຕັ້ງແຕ່ຕົ້ນປີ 2017, ປູຊະນີຍະສະຖານ ສາລາດົງຫຼາກໃນຄຸ້ມຖະໜົນເກົ່າໂຫ້ຍອານໄດ້ກາຍເປັນສະຖານທີ່ເກັບຮັກສາ ແລະ ແນະນຳບັນດາຄວາມງາມທີ່ເປັນມູນເຊື້ອທີ່ໄດ້ຖືກຫຼົງລືມ ແລະ ຄວາມງາມໃໝ່ໃນການປະດິດຄິດສ້າງສິລະປະ.

ສາລາດົງຫຼາກ ຍັງເປັນແຫ່ງຈັດຕັ້ງບັນດາການພົບປະແລກປ່ຽນລະຫວ່າງບັນດານັກປັນຍາຊົນ, ນັກສິລະປີນກັບມວນຊົນທີ່ມີຄວາມສົນໃຈເຖິງວັດທະນະທຳສິລະປະ ແລະ ບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຫວຽດນາມ.

ຈຸດວັດທະນະທຳທີ່ມີຊີວິດຊີວາຢູ່ ສາລາດົງຫຼາກ - ảnh 1ສາລາດົງຫຼາກ 

    ໃນຕອນບ່າຍຂອງມື້ໜຶ່ງຍາມເດືອນຕຸລາ, ໃນສາລາດົງຫຼາກຕັ້ງຢູ່ເຮືອນເລກທີ 38 ຖະໜົນຮ່າງດາວ, ເມືອງຮ່ວານກ້ຽມ, ຮ່າໂນ້ຍ, ໃນທ່າມກາງບັນຍາກາດທີ່ບາງຄັ້ງກໍສະຫງົບງຽບ, ບາງຄັ້ງກໍດັງກ້ອງກັງວານໄປດ້ວຍສຽງເຄື່ອງດົນຕີເປັຍໂນ, ນັກສິລະປີນ ກ໋ວກຈຸງ ພວມໂອ້ລົມກັບກຸ່ມຄົນລວມມີ 20 ຄົນປະກອບດ້ວຍທຸກເພດທຸກໄວ ກ່ຽວກັບເລື່ອງດົນຕີ ແລະ ສິລະປະ. 

    “ ຄືດັ່ງຂ້າພະເຈົ້າໄດ້ເວົ້າວ່າ ການສຽງມີຜົນກະທົບຢ່າງໃຫຍ່ຫຼວງ. ສຽງເປັຍໂນແມ່ນສຽງດົນຕີເຮັດໃຫ້ຄົນເຮົາຮູ້ສຶກສະຫວາດສະເຫວີຍ. ເມື່ອຄົນເຮົາຮັບຟັງບົດດົນຕີປະສານສຽງໃນຕອນເຊົ້າ ກໍຈະຊ່ວຍເພີ່ມພະລັງຊີວິດຫຼາຍຂຶ້ນ ”

       “ດົນຕີຊຶ່ງແມ່ນເພື່ອນສຸດທ້າຍ” ພຽງແຕ່ແມ່ນໜຶ່ງໃນບັນດາຫົວຂໍ້ທີ່ບໍລິສັດສາກົນຕາມເຊີນຈຳກັດ ຈັດຂຶ້ນໃນອາທິດທີ 2 ໃນທຸກໆເດືອນ, ນັບຕັ້ງແຕ່ເມື່ອເຂົາເຈົ້າສ້າງບັນຍາກາດວັດທະນະທຳ Hanoia ຢູ່ສາລາດົງຫຼາກ. ບັນຍາກາດວັດທະນະທຳທີ່ມີລັກສະນະກະທົບນີ້ ໄດ້ເຮັດໃຫ້ສາລາດົງຫຼາກກາຍເປັນມໍລະດົກທີ່ມີຊີວິດຊີວາຍິ່ງກ່ວາເວລາໃດໝົດ. ອ້າຍ ຫງວຽນແທງບີງ ຜູ້ຮັບຜິດຊອບເຄື່ອງໝາຍ Hanoia ໃຫ້ຮູ້ວ່າ : 

    “ ບັນດາຫົວຂໍ້ມີລັກສະນະລົງເລິກ, ມັນໄດ້ສົ່ງຜົນສະທ້ອນເຖິງຊີວິດປະຈຳວັນໂດຍກົງ. ຕົວຢ່າງຄືໃນໂອກາດບຸນເຕັດ, ພວກຂ້າພະເຈົ້າໄດ້ແລກປ່ຽນນຳກັນກ່ຽວກັບການປະດັບປະດາແທ່ນບູຊາໃນບຸນເຕັດ. ມີບາງເທື່ອ, ພວກຂ້າພະເຈົ້າກໍໄດ້ຈັດຕັ້ງການໂອ້ລົມດ້ວຍຫົວຂໍ້ວິຖີຊີວິດສ່ວນບຸກຄົນ ເພື່ອແລກປ່ຽນຢ່າງຈິງໃຈ. ສຳລັບການໂອ້ລົມຄັ້ງນີ້, ພວກຂ້າພະເຈົ້າເວົ້າເຖິງດົນຕີ. ໃນເດືອນພະຈິກ, ພວກຂ້າພະເຈົ້າເວົ້າເຖິງເລື່ອງມໍລະດົກ ບັນດາສາລາທີ່ເກົ່າແກ່ໃນບໍລິເວນຄຸ້ມຖະໜົນເກົ່າຮ່າໂນ້ຍ  ”

    ພ້ອມກັບການແລກປ່ຽນກ່ຽວກັບບັນດາຫົວຂໍ້ດ້ານວັດທະນະທຳ, ໃນບັນຍາກາດວັດທະນະທຳ Hanoia ຢູ່ສາລາດົງຫຼາກ ຍັງວາງສະແດງ, ແນະນຳບັນດາຜະລິດຕະພັນຫັດຖະກຳຄຸນນະພາບສູງທີ່ຖືກເຮັດມາຈາກສີມືອັນຄ່ອງແຄ້ວຂອງບັນດານັກສິລະປະການທີ່ດີເດັ່ນຂອງຫວຽດນາມຄືພາບສີນ້ຳມັນ, ແພໄໝ, ເຄຶ່ອງຫຍິບປັກຖັກແສ່ວ…ເມື່ອແຂກທ່ອງທ່ຽວມາຢ້ຽມຊົມ ກໍລ້ວນແຕ່ໄດ້ຮັບຟັງຄຳແນະນຳເພື່ອສາມາດເຂົ້າໃຈກ່ຽວກັບຜະລິດຕະພັນເຫຼົ່ານີ້. 

     “ ນີ້ແມ່ນບັນດາຜະລິດຕະພັນຂອງພວກຂ້າພະເຈົ້າ ຖືກຜະລິດແບບຫັດຖະກຳ ແລະ ແມ່ນ ຜະລິດຕະພັນທີ່ເປັນມູນເຊື້ອຂອງຫວຽດນາມ. ຜະລິດຕະພັນທັງໝົດເຫຼົ່ານີ້ ລ້ວນແຕ່ໂດຍແມ່ນພວກຂ້າພະເຈົ້າອອກແບບ ແລະ ຜະລິດ. ຫວັງວ່າ ບັນດາເພື່ອນຈະນິຍົມຊົມໃຊ້ບັນດາຜະລິດຕະພັນນີ້ ”

     ໂດຍແມ່ນ “ເຮືອນເກົ່າແກ່ມໍລະດົກ” ຂອງຮ່າໂນ້ຍ, ສາລາດົງຫຼາກແມ່ນສະຖານທີ່ບູຊາ ພະອໍລະຫັນ ກາວເຊີນ, ດິງລາງ ແລະ ພະມ້າຂາວ, ທີ່ນີ້ຍັງແມ່ນບ່ອນຂາຍເສື້ອອ້ຽມເຮັດດ້ວຍແພໄໝໃນສະໄໝລາດຊະວົງເລ ຄືໃນສະຕະວັດທີ 17. ຜ່ານການຜັນແປຂອງປະຫວັດສາດ, ການບູລະນະປະຕິສັງຂອນຖືກດຳເນີນໃນປີ 2000, ອັນໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ ສາລາດົງຫຼາກ, ດ້ວຍແຜ່ນສີລາຖືກຕັ້ງເມື່ອປີ 1856. ນາງ ຫງວຽນກິມຍຸງ ຜູ້ອຳນວຍການ ຮັບຜິດຊອບການແນະນຳສິນຄ້າຂອງ Hanoia ໃຫ້ຮູ້ວ່າ : 

    “  ຄະນະກຳມະການປະຊາຊົນເມືອງ ຮ່ວານກ້ຽມ ແລະ ຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ໄດ້ປະສານສົມທົບກັບ Hanoia ເພື່ອບູລະນະປະຕິສັງຂອນໃຫ້ສາລາແຫ່ງນີ້ ເພີ່ມຄວາມງາມເກົ່າແກ່ດັ້ງເດີມ. ພວກຂ້າພະເຈົ້າຍັງຄົງຮັກສາບ່ອນບູຊາຢູ່ຊັ້ນ 2 ແລະ ສະຫງວນເຂດວາງສະແດງ, ແນະນຳປະຫວັດຄວາມເປັນມາຂອງສາລາຢູ່ຊັ້ນ 1, ພ້ອມທັງເຊີດຊູອາຊີບຫັດຖະກຳ, ສິລະປະກຳທີ່ເປັນເອກະລັກສະເພາະດ້ວຍຜະລິດຕະພັນເຄື່ອງຂັດມັນ, ເຄື່ອງຈັກສານ, ເຄື່ອງເອ້ຢ້ອງເຮັດດ້ວຍຫີນປະເສີດ”

     ສາລາດົງຫຼາກໄດ້ສ້າງຈຸດວັດທະນະທຳໃໝ່, ແຕ່ຍັງຄົງສາມາດຮັກສາສະຖາປັດຕະຍະກຳທັງໝົດຂອງສາລາ, ຈາກບານປະຕູຕະຫຼອດຮອດບັນດາແຜ່ນຄຳຜະຫຍາຖືກແຂວນຢູ່ຫຼາຍບ່ອນ. ເດີນຢູ່ທາງຫຼັງຍັງປູກດອກໄມ້ປະດັບ ຖືກສ້າງຕາມສະຖາປັດຕະຍະກຳລວມຂອງເຮືອນຕ່າງໆຢູ່ຖະໜົນຮ່າງດາວ. ສ່ວນຫຼັງຄາມີເສົາໄມ້ຄ້ຳຢັນ ຖືກແກະຄວັດສະຫຼັກຮູບຫົວມັງກອນ ແລະ ເກົ່າແກ່ໄປຕາມການເວລາ. ດ້ວຍການຈັດວາງຢ່າງລະອຽດອ່ອນຂອງ Hanoia ນັ້ນ, ສິ່ງທີ່ຍອດຍິ່ງທາງດ້ານສິລະປະກຳຂອງເຄື່ອງຂັດມັນໄດ້ປະກົດອອກຜ່ານຊຸດໂຕະຕັ່ງ, ເຄື່ອງສິລປະຫັດຖະກຳຊະນິດຕ່າງໆ ແລະ  ຊຸດອາພອນແມ່ຍິງທີ່ເປັນເອກະລັກສະເພາະ, ອັນໄດ້ເຮັດໃຫ້ສາລາດົງຫຼາກເພີ່ມຄວາມສວຍງາມເກົ່າແກ່ແບບດັ້ງເດີມ.

ຕອບກັບ

ຂ່າວ/ບົດ​ອື່ນ