ຊາປາ-ສະຖານທີ່ທ່ອງທ່ຽວອັນດູດດື່ມ


(vovworld)- ເທດ​ສະ​ບານ ຊາ​ປາ ຂຶ້ນ​ກັບ​ເມືອງ ຊາ​ປາ ແຂວງ ລາວ​ກາຍ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ. ໂດຍ​ຕັ້ງ​ຢູ່​ຄວາມ​ສູງ 1600 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ຊາ​ປາ ແມ່ນ​ແຫ່​ງ​ທີ່ສ້າງ​ຄວາມດູດ​ດື່ມ​ທັງ 4 ລະ​ດູ. ​ລະ​ດູ​ໃບ​ໄມ້​ຫລົ່ນ, ຊາ​ປາ ​ຖືກ​ປົກ​ຄຸມ​​ໄປດ້ວຍ​ນາ​ຂັ້ນ​ໄດ​ສຸກ​ເຫລືອງທີ່​ງາມ​ຕາ. ລະ​ດູ​ຮ້ອນ, ອາ​ກາດ​ເຢັນ​ສະ​ບາຍ ແລະ ສົດ​ໃສ, ບໍ່​ຮ້ອນ​ເອົ້າ​ຄື​ຢູ່​ບັນ​ດາ​ຕົວ​ເມືອງ. ລະ​ດູ​ບານ​ໃຫມ່, ດອກ​ໄມ້​ເບັ່ງ​ບານອວດ​ອ້າງ​ສີສັນຄື​ດັ່ງ​ຮູບ​ແຕ້ມ​ທີ່​ສວຍ​ງາມ. ແລະ ລະ​ດູ​ຫນາວ ຊາ​ປາ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ນ້ຳ​ໝອກ​.

 

ຊາປາ-ສະຖານທີ່ທ່ອງທ່ຽວອັນດູດດື່ມ - ảnh 1
ຊາ​ປາ ໃນ​ຍາມ​ຄ່ຳ​ຄືນ
ພາບ:sapaexpress.com

        ເມື່ອ​ລະ​ດູ​ຫນາວ​ວຽນ​ມາ ​ນ້ຳ​ໝອກ ​ປົກ​ຄຸມ​​ໄປທົ່ວ​ທຸກ​ຖະ​ຫນົນ​ຫົນ​ທາງ, ຕົ້ນ​ໄມ້​ໃບ​ຫຍ້າ ແລະ ເຮືອນ​ຊານ​ບ້ານ​ຊ່ອງ. ມາ​ຢ້ຽມ​ຢາມ ຊາ​ປາ ເທື່ອ​ຫນຶ່ງ, ນັກ​ທ່ອງ​ທ່ຽວບໍ່​ອາດ​ຫລົງ​ລືມ​ໄດ້​ຄວາມ​ຮູ້​ສຶກ​ເມື່ອ​ຢືນ​ຫ່າງ​ກັນ​ພຽງ​ສອງ​ສາມ​ແມັດ​ແຕ່ບໍ່​ເຫັນ​ຫນ້າເຫັນ​ຕາ​ກັນ. ອ້າຍ ຫງວຽນ​ກີ, ນັກ​ທ່ອງ​ທ່ຽວ ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຄວາມ​ປະ​ທັບ​ໃຈ​ ກ່ຽວ​ກັບຊາ​ປາ ສຳ​ລັບ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ ເມື່ອ​ພັກ​ອາ​ໄສ​ຢູ່​​ໃນຄວາມ​ສູງ​ເກືອບ 2000 ແມັດ ທຽບ​ໃສ່​ຫນ້າ​ນ້ຳ​ທະ​ເລ ​ແມ່ນໄດ້​ສູບ​ອາ​ກາດ​ທີ່ປອດ​ໂປ​່ງ. ລະ​ດູ​ຮ້ອນ ແມ່ນ ເຢັນ​ສະ​ບາຍ, ລະ​ດູ​ຫນາວ ຮູ້​ສຶກ​ຫນາວ​ຈັດ ຊ້ຳ​ບໍ່​ໜຳ​ມີ​ຫິ​ມະ. ສິ່ງ​ທີ່​ສ້າງ​ຄວາມປະ​ທັບ​ໃຈ​ຫນຶ່ງ​ອີກນັ້ນ​ແມ່ນ ຊາ​ປາ​ ຕັ້ງ​ຢູ່​ໃນ​ເຂດ​ດິນໃກ້​ກັບ​ຟ້າ ສູງ​ທີ່ສຸດ,. ກາງ​ເວັນ​ໄປ​ຫ່າງ​ກັນ​ປະ​ມານ 2-3 ແມັດ ກໍ່ບໍ່​ເຫັນ​ຫນ້າ​ເຫັນ​ຕາ​ກັນ​​ໄດ້. ສ່ວນ​ກາງ​ຄືນ ພາຍ​ໃຕ້​ໂຄມ​​ໄຟເຫັນ​ທຸກ​ຄົນ​ກໍ່ບໍ່​ແຈ້ງ. ນັ້ນ​ແມ່ນ​ບັນ​ດາ​ຮູບ​ພາບ​ທີ່ສວຍ​ງາມ​ຢູ່​ຊາ​ປາ.”

        ຍ່າງ​ເລາະ​ຫລິ້ນ​​​ໃນ​ຍາມ​ນ້ຳ​ໝອກປົກ​ຄຸມ​ ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຜູ້​ໃດ​ກໍ​ຮູ້​ສຶກ​ຫນາວ​ຈັດແຕ່​ພັດ​ມີ​ຄວາມ​ປະ​ທັບ​ໃຈ​ເມື່ອ​​ໄດ້​ສຳ​ພັດ​ກັບນ້ຳ​ໝອກ​​. ສຳ​ລັບ​ຜູ້​ມັກທິວ​ທັດທຳ​ມະ​ຊາດ, ທັດ​ສະ​ນີ​ຍະ​ພາບ​ແລ້ວ, ລະ​ດູ​ຫນາວ ແມ່ນ​ຈຸດ​ເວ​ລາ​ສວຍ​ງາມ​ທີ່​ສຸດ​ເພື່ອ​​ຮັກ​ສາ​ບັນ​ດາ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ ຊາ​ປາ​ໄວ້. ຢືນ​ຢູ່​ແຄມ​ຫນອງ ຊາ​ປາ ເພື່ອ​ຮັບ​ຮູ້ຄວາມ​ປະ​ທັບ​ໃຈ​ໂດຍ​ລະ​ດູ​ຫນາວ​ນຳ​ມາ​ໃຫ້ ແລະ ຊົມ​ນັກ​ທ່ອງ​ທ່ຽວ, ຊາວ​ທ້ອງ​ຖິ່ນ​ໄປ​ມາ​​ຕາມ​​ເສັ້ນທາງ​ທີ່​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ນຳ້ໝອກ​. ຫຼືຢືນ​ຢູ່​ຕໍ່​ຫນ້າ ໂບດ​ຫີນ ຊາ​ປາ, ທ່ານ​ຈະ​ເຫັນ​ຮູບ​ພາບເທດ​ສະ​ບານ​ຊາ​ປາ ທັງ​ໝົດທີ່​ສວຍ​ງາມ​ດັ່ງ​ໃນ​ຝັນ ດ້ວຍ​ນ້ຳ​ໝອກ​ປົກ​ຄຸມ, ຮູບ​ພາບ​ແມ່​ຍິງ​ຊາວ​ເຜົ່າ​ມົ້ງ​ເຈ່ຍ​ລູກ ​ເຂົາ​ເຈົ້າ​ທັງ​ໄປ​ທັງ​ຖັກ​ແສ່ວ​ແພ​ພື້ນ​ເມືອງດ້ວຍສີ​ສັນ​ຫລາກ​ຫລາຍ. ສິ່ງ​ດັ່ງກ່າວ​ໄດ້​ສ້າງ​ເປັນ​ຮູ​ບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາ​ປາ. ຫງວຽນ​ຢ້ຽວ​ລີງ, ເຮັດ​ວຽກ​ງນ​ໃນ​ຂົງ​ເຂດ​ການ​ເງິນ ຢູ່ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຊາ​ປາ ແມ່ນ​​ແຫ່ງ​ທີ່ຖືກປົກ​ຄຸມ​​ໄປດ້ວຍ​ນຳ້ໝອກໃນ​ຍາມຮຸ່ງ​ເຊົ້າ ແລະ ຕອ​ນ​ຄ່ຳ. ສະ​ນັ້ນ ເມື່ອ​ໄປ​ເລາະ​ຫລິ້ນ​ຢູ່​ຕະ​ຫລາດ​, ກໍ​ຄືລົງ​ຖະ​ຫນົນ​ສາຍ​ຕ່າງໆ ພວກ​ເຮົາ​ຈະ​​ເຫັນຮູບ​ພາບ​ແພ​ພື້ນ​ເມືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​ປະ​ກົດ​ອອກ​​ໃນ​ນ້ຳ​ໝອກ, ສ້າງ​ເປັນ​ຄວາມ​ງາມ​ຍາກ​ທີ່​ຫລົງ​ລືມ​ໄດ້.”

ຊາປາ-ສະຖານທີ່ທ່ອງທ່ຽວອັນດູດດື່ມ - ảnh 2
ນາ​ຂັ້ນ​ໄດ​ຢູ່ ຊາ​ປາ
ພາບ:vietpalm.com.vn

         ສິ່ງ​ທີ່​ສ້​າງ​ຄວາມ​ປະ​ທັບ​ໃຈ​ຫນຶ່ງ​ອີກ​ເມື່ອ​ມາ​ຢ້ຽມ​ຢາມ ຊາ​ປາ ໃນ​ລະ​ດູ​ຫນາວ, ນັ້ນ​ແມ່ນ ນອກ​ຈາກ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມທີ່ສ້າງ​ຄວາມ​ພໍ​ໃຈ​​ໃຫ້​ບັນ​ດາ​ນັກ​ຖ່າຍ​ຮູບ​ແລ້ວ, ອາ​ຫານ​ການ​ກິນ​ຂອງ ຊາ​ປາ ກໍ​ເປັນ​ສິ່ງ​ທີ່​ຂາດບໍ່​ໄດ້​ສຳ​ລັບ​ນັກ​ທ່ອງ​ທ່ຽວ. ຜູ້​ໃດ​ກໍ​ສາ​ມາດ​ຢຸດ​ເຊົາ​ຢູ່​ຄຽງ​ຂ້າງ​ໂບດ​ຫີນ ເພື່ອ​ຊີມ​ສ​າ​ລີ​ປີ້ງ. ຫລື​ນັ່ງ​ຢູ່​ໃນ​ຮ້ານ​ອາ​ຫານ​ນ້ອຍ, ດື່ມ​ກາ​ເຟ​ຮ້ອນ, ຊົມ​ຖະ​ຫນົນ​ສາຍ​ນ້ອຍ ແລະ ເຫັນ​ປະ​ຈັກ​ຕາຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່ ຊາ​ປາ. ນອກ​ນັ້ນບັນ​ດາ​ຮ້ານ​ອາ​ຫານ​ປີ້ງຄື: ເຕົາ​ຫູ້, ຕີນ​ໄກ່, ຕີ​ນ​ເປັດ, ຊີ້ນ​ໝູ, ປາ​ຫ້ວຍ, ເ​ຫັດ, ຜັກ… ຍາມ​ໃດ​ກໍ​ດຶງ​ດູດແຂກມາກິນ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເອື້ອຍ ຫງວຽນ​ທິ​ແທງ, ຜູ້​ຂາຍ​ຂອງ​ປີ້ງ ຢູ່ ຊາ​ປາ ໃຫ້​ຮູ້​ວ່າ:

        “ທຳ​ອິດ ຂ້າ​ພະ​ເຈົ້າ​ຂາຍ​ພຽງ​ແຕ່ສາ​ລີ​ປີ້ງ, ມັນ​ຕົ້ນ​, ໄຂ່​ປີ້ງ​ເທົ່າ​ນັ້ນ ຫລັງ​ຈາກນັ້ນ ມີ​ຊີ້ນ​ປີ້ງ, ເຫັດ​ປີ້ງ​ອີກ. ອາ​ຫານ​ປີ້ງ​ທຸກ​ເຍື່ອງ​ແມ່ນ​ປຸງ​ແຕ່ງ​ຕາມ​ຄວາມ​ນິ​ຍົມ​ຂອງ​ແຂກ.”

        ຍາ​ມ​ຄ່ຳ​ຄືນ ແມ່ນ​ຈຸດ​ເວ​ລາ​ສ້າງ​ຄວາມປະ​ທັບ​ໃຈ​ທີ່​ສຸດ​ເພື່ອ​ຊີມ​ອາ​ຫານ​ປີ້ງ​ຢູ່ ຊາ​ປາ. ບໍ່​ມີ​ສິ່ງ​ໃດ​ປະ​ເສີດ​ໄປກວ່າ ເມື່ອ​​ຍາ​ມ​ຄ່ຳ​ຄືນລົງ​ມາ ​ແລະ ນ້ຳ​ໝອກ​ປົກ​ຄຸມ​ໄປ​ທົ່ວ​ຖະ​ຫນົນ​ຫົນ​ທາງ ​ແມ່ນ​ໄດ້ນັ່ງ​ຢູ່​ອ້ອ​ມເຕົາ​ໄຟ ​ຮັບ​ປະ​ທານ​ເຍື່ອງ​ອ​າ​ຫານ​ປີ້ງສົດໆຮ້ອນ ໆແລະ ​ເຈືອ​ຈານ​ໃນບັນ​ຍາກາດ​ສັນຕິ​ສຸກ​ຂອງ​​ຖະ​ຫນົນ​ເຂດ​ພູດ​ອຍ​ໃນ​ຍາມ​ກາງຄືນ.

ຕອບກັບ

ຂ່າວ/ບົດ​ອື່ນ