ດາຫຼາດ, ນະຄອນ Festival ດອກໄມ້

ນະ​ຄອນ​ດາຫຼາດ ຂຶ້ນ​ກັບ​ແຂ​ວງ ເລີມ​ດົງ, ຍັງ​ຖືກ​ເອີ້ນ​ດ້ວຍ​ຊື່​ອື່ນ​ໆວ່າ : ນະ​ຄອນ​ຢູ່​ເຂດ​ພູ​ພຽງ, ນະ​ຄອນ​ແຫ່ງ​ປ່າ​ແປກ, ນະ​ຄອນ​ແຫ່ງ​ຄວາມ​ຮັກ, ນະ​ຄອນ​ນ້ຳ​ໝອກ,  ນະ​ຄອນ​ລະ​ດູ​ບານ​ໃໝ່… ແລະ ນະ​ຄອນ Festival ດອກ​ໄມ້.

 

ດາຫຼາດ, ນະຄອນ Festival ດອກໄມ້ - ảnh 1
ດາຫຼາດ, ນະຄອນ Festival ດອກໄມ້

    ຊຸມ​ປີມໍ່ໆ​ມານີ້, ນະ​ຄອນໄດ້​ຮັບ​ການ​ໂຄ​ສະ​ນາ​ຢ່າງ​ແຂງ​ແຮງ ດ້ວຍ​ເຄື່ອງ​ໝາຍ​ການ​ຄ້ານະ​ຄອນ Festival ດອກ​ໄມ້. ປີ 2005, ເປັນຄັ້ງ​ທຳ​ອິດ​ທີ່ນະ​ຄອນ ດາຫຼາດ​ໄດ້​ຈັດ​ງານ Festival ດອກ​ໄມ້ຂຶ້ນ. ຜ່ານ​ການ​ຈັດ​ງານ​ບຸນ 6 ຄັ້ງ, ເຄື່ອງ​ໝາຍ​ການ​ຄ້ານະ​ຄອນ Festival ດອກ​ໄມ້ດາຫຼາດ ໄດ້​ຮັບ​ການຢັ້ງ​ຢືນ​ດ້ວຍ​ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງທ່ຽວ​ຢູ່​ແຫ່ງນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ. ໃນ​ງານ Festival ດອກ​ໄມ້ດາຫຼາດປີ 2015 ຊຶ່ງ​ຈັດ​ຂຶ້ນ​ໃນ​ພຽງ 5 ວັນ ຄືແຕ່​ວັນ​ທີ 29/12/2015 ຫາ​ວັນ​ທີ 2/1/2016, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງທ່ຽວ​ຢູ່​ດາຫຼາດ​ແມ່ນ​ປະ​ມານ 5 ແສນ​ເທື່ອ​ຄົນ. ທ່ານ ວໍ້​ຫງອກ​ຫຽບ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາຫຼາດ ໃຫ້​ຮູ້​ວ່າ : ງານ Festival ດອກ​ໄມ້ດາຫຼາດໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ດີ​ງາມ​ກ່ຽວ​ກັບນະ​ຄອນດາຫຼາດທີ່​ສະ​ຫງົບ​ສຸກ, ເປັນ​ໜ້າ​ຈັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ ວໍ້​ຫງອກ​ຫຽບ ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ດາຫຼາດ ກ່າວ​ວ່າ :

    “ ຈຸດ​ໝາຍຂອງງານ Festival ແມ່ນ​ເພື່ອ​ຍົກ​ສູງ​ຄຸນ​ຄ່າ​ຂອງ​ຜູ້​ຜະ​ລິດດອກ​ໄມ້. ຂອງ​ຊາວ​ກະ​ສີ​ກອນ​ຜູ້​ປູກດອກ​ໄມ້, ຂອງ​ຜູ້​ດຳ​ເນີນ​ທຸ​ລະ​ກິດ​ຄ້າ​ຂາຍດອກ​ໄມ້. ນີ້​ກໍແມ່ນໂອ​ກາດ​ເພື່ອ​ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ນະ​ຄອນ​ດາຫຼາດ​ເວົ້າ​ສະ​ເພາະ ແລະ ແຂວງ​ເລີມ​ດົງ​ເວົ້າ​ລວມ​ກ່ຽວ​ກັບ​ດອກ​ໄມ້, ກ່ຽວ​ກັບ​ການ​ທ່ອງທ່ຽວ ການ​ບໍ​ລິ​ການ, ກ່ຽວ​ກັບ​ຊາ, ກາ​ເຟ​ເພື່ອກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ນະ​ຄອນ​ດາຫຼາດ, ຂອງ​ແຂວງ​ເລີມ​ດົງ”

    ດາຫຼາດ​ມີ​ທ່າ​ດີ​ເມື່ອ​ທຽບ​ໃສ່​ບັນ​ດາ​ນະ​ຄອນ​ທ່ອງ​ທ່ຽວ​ອື່ນໆ, ນັ້ນ​ແມ່ນ​ມີ​ອາ​ກາດ​ອົບ​ອຸ່ນ​ດ້ວຍ​ອຸນ​ຫະ​ພູມສະ​ເລ່ຍໃນ​ແຕ່​ລະວັນຢ່າງ​ຕ່ຳ​ສຸດ​ແມ່ນ 15 ອົງ​ສາ C ແລະ ສູງ​ສຸດ​ແມ່ນ 24 ອົງ​ສາ C , ພິ​ເສດ​ເມື່ອ​ມາ​ຮອດ​ດາຫຼາດ, ແຂກ​ທ່ອງ​ທ່ຽວ​ຈະ​ຮູ້​ສຶກ​ເຖິງອາ​ກາດ​ຂອງ 4 ລະ​ດູ​ໃນ​ມື້​ດຽ​ວ. ຍາມ​ລະ​ດູ​ຮ້ອນ, ອາ​ກາດ​ຢູ່ ດາຫຼາດ​ເຢັນ​ສະ​ບາຍ. ຮອດ​ຍາມ​ໜາວ, ຂະ​ນະ​ທີ່​ຢູ່​ພາກ​ເໜືອ​ຫວຽດ​ນາມ​ມີ​ອາ​ກາດ​ໜາວ​ຈັດ​ນັ້ນ, ແຕ່​ຢູ່ດາຫຼາດ ອາ​ກາດ​ໜາວ​ເຢັນ​ຄື​ດັ່ງ​ຊຸມມື້​ເລີ່ມ​ກ້າວ​ເຂົ້າ​ສູ່​ລະ​ດູ​ໃບ​ໄມ້ຫຼົ່ນ​ຢູ່​ພາກ​ເໜືອ. ຍິ່ງກ​່​ວານັ້ນ, ດາຫຼາດ​ຍັງ​ມີ​ຈຸດ​ພິ​ເສດ​ສະ​ເພາະຫຼາຍ​ຢ່າງ​ກ່ຽວ​ກັບ​ທຳ​ມະ​ຊາດ, ມະ​ນຸດ, ວັດ​ທະ​ນະ​ທຳ​ຂອງ​ດິນ​ແດນ​ໄຕ​ງວຽນ​ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ. ເພາະ​ສະ​ນັ້ນ, ເມື່ອດາຫຼາດ​​ກາຍ​ເປັນນະ​ຄອນ Festival ດອກ​ໄມ້ນັ້ນ, ກໍ​ແມ່ນ​ຈຸດ​ເວ​ລາ​ທີ່​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ເງື່ອນ​ໄຂ​ທຳ​ມະ​ຊາດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​, ມະ​ນຸດຢູ່​ແຫ່ງນີ້ຖືກ​ທະ​ວີ​ຄູນຫຼາຍ​ຂຶ້ນ, ອັນ​ໄດ້​ດຶງ​ດູດແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ ແລະ ຕ່າງ​ປະ​ເທດເຂົ້າ​ມາ​ທ່ອງທ່ຽວ​ຢູ່​ແຫ່ງນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ. ທ່ານ ຫງວຽນ​ວັນ​ເຮືອງ ອະ​ດີດ​ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ​ແຂວງ​ເລີມ​ດົງ​ໃຫ້​ຮູ້​ວ່າ : 

     “ ເພື່ອ​ສ້າງ​ນະ​ຄອນດາຫຼາດເປັ​ນ​ນະ​ຄອນດອກ​ໄມ້, ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ນັ້ນ, ນອກຈາກ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື່​ຊື່​ຊຶ່ງ​ພວມ​ມີ​ຢູ່​ແລ້ວນັ້ນ, ດາຫຼາດ​ ກໍ​ສືບ​ຕໍ່​ປູກ​ຕົ້ນ​ໄມ້​ຕື່ມ​ອີກ. ແຕ່​ລ​ະ​ປີ, ດາຫຼາດ​ກ​ໍ​ປູກ​ຕົ້ນ​ໄມ້​ຢູ່​ລຽບ​ຕາມ​ຖະ​ໜົນ​ຫົນ​ທາງ. ທາງ​ອຳ​ນາດ​ການ​ປົກ​ຄອງ​ກໍ​ປຸກ​ລະ​ດົມ​ຂະ​ບວນ​ການ​​ປະ​ຊາ​ຊົນປູກ​ຕົ້ນ​ໄມ້ ແລະ ດອກ​ໄມ້​ຢູ່​ຕາມ​ເຮືອນ​ຂອງ​ຕົນ. ​ ”

    ໜຶ່ງ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ຂອງງານ Festival ດອກ​ໄມ້ດາຫຼາດຄັ້ງ​ຕ່າງໆ​ນັ້ນ ແມ່ນ​ການ​ປຸກ​ລະ​ດົມ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ທັງ​ວົງ​ຄະ​ນະ​ຍາດ​ໃນ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ ດາຫຼາດ​. ໃນ​ການ​ປະ​ກອບ​ສ່ວນ​ເຫຼົ່າ​ນັ້ນ, ບັນ​ດາ​ເຮືອນ​ສວນ, ບ້ານດອກ​ໄມ້​ໄດ້​ກາຍ​ເປັນ​ປັດ​ໄຈ​ຕົ້ນ​ຕໍ, ຊຶ່ງ​ໄດ້​ແນະ​ນ​ຳ​ໃຫ້​ແຂກ​ທ່ອງ​ທ່ຽວ​ຮັບ​ຊາບ​ກ່ຽວ​ກັບ​ຮູບ​ພາບ​ທີ່​ເຕັມ​ສ່ວນ​ຂອງ​ພື້ນ​ຖານ​ກະ​ສີ​ກຳ​ ປູກຜັກ, ດອກ​ໄມ້​ຂອງ ດາຫຼາດ​. ທ່ານ ດັ້ງ​ບາວ​ວິງ ຜູ້​ປູກດອກ​ໄມ້​ຢູ່​ບ້ານດອກ​ໄມ້ ທ້າຍ​ຟຽນ ໃຫ້​ຮູ້​ວ່າ :

   “ດາຫຼາດ​ມີ 3 ບ້ານດອກ​ໄມ້, ນັ້ນ​ແມ່ນ ບ້ານດອກ​ໄມ້ຮ່າ​ດົງ, ບ້ານດອກ​ໄມ້ຫວ້ານ​ແທ່ງ ແລະ ບ້ານດອກ​ໄມ້ ທ້າຍ​ຟຽນ, ແຕ່​ລະ​ໝູ່ບ້ານດອກ​ໄມ້ກໍ​ມີ​ຈຸດ​ພິ​ເສດ​ສ​ະ​ເພາະ​ຂອງ​ໃຜ​ຂອງ​ມັ​ນ. ບ້ານດອກ​ໄມ້ຫວ້ານ​ແທ່ງ ປູກ​ສະ​ເພາະ​ແຕ່ດອກ​ກຸຫຼາບ. ບ້ານດອກ​ໄມ້ທ້າຍ​ຟຽນ ປູກ​ສະ​ເພາະ​ແຕ່ດອກ​ເບັນ​ຈະ​ມາດ ”

    ຖ້າ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ບັນ​ດາ​ບໍ​ລິ​ສັດ, ເຂດ​ເຮືອນ​ສວນ, ຟາມດອກ​ໄມ້​ໃຫຍ່​ຢູ່ ດາຫຼາດ​, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຍັງ​ຈະ​ໄດ້​ຮັບ​ຊົມ​ຄວາມ​ງາມ​ຂອງດອກ​ໄມ້​ຊະ​ນິດ​ຕ່າງໆ​ທີ່​ຍັງ​ບໍ່​ທັນ​ໄດ້​ຮູ້​ໄດ້​ເຫັນ, ຍັງ​ບໍ່​ທັນ​ມີ​ຂາຍ​ໃນ​ທ້ອງ​ຕະຫຼາດ. ນອກ​ຈາກນັ້ນ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ທົດ​ລອງ​ປູກດອກ​ໄມ້​ຕົວ​ຈິງ ໂດຍ​​ບັນ​ດາ​ຊາວ​ສວນ, ຜູ້​ກຳ​ແໜ້ນ​ກ່ຽວ​ກັບ​ຈຸດ​ພິ​ເສດ​ຂອງ​ແນວ​ປູກ ອະ​ທິ​ບາຍ, ແນ​ະ​ນຳກ່ຽວ​ກັບ​ວິ​ທີ​ປູກ ແລະ ບົວ​ລະ​ບັດ​ດອກ​ໄມ້. ນີ້​ກໍ​ແມ່ນ​ການ​ເຮັດ​ທົດ​ລອງ​ທີ່​ນຳ​ມາ​ເຊິ່ງ​ບັນ​ດາ​ບົດ​ຮຽນ​ທີ່​ດີ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ນະ​ຄອນດາຫຼາດ​ໃນຊ່ວງ​ເວລາຈັດງານ Festival ດອກ​ໄມ້ແຕ່​ລະ​ຄັ້ງ. ເພາະ​ສ​ະ​ນັ້ນ, ຜ່ານ​ການ​ຈັດ​ງານ​ບຸນ 6 ຄັ້ງ, Festival ດອກ​ໄມ້ດາຫຼາດໄດ້ກາຍ​ເປັນເຄື່ອງ​ໝາຍ​ການ​ຄ້າທີ່​ດູ​ດດື່ມ ອັນ​ໄດ້ດຶ​ງດູດແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງທ່ຽວ​ຢູ່​ແຫ່ງນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ