ຕະຫຼາດນັດຢາວຊານເຕັມໄປດ້ວຍສີສັນລະດູບານໃໝ່

ໂດຍ​ປະ​ສານ​ເຂົ້າ​ກັບ​ສຽງ​ແຄນ, ສຽງ​ຂຸ່ຍ​ທີ່​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດ​ພູ​ຜາ​ປ່າ​ໄມ້ ກໍ​ແມ່ນ​ບັນ​ຍາ​ກາດ​ຕະຫຼາດ​ນັດ​ເຂດ​ພູ​ສູງ​ເຕັມ​ໄປ​ດ້ວຍ​ສີ​ສັນຫຼາກຫຼາຍ. ໃນ​ມື້​ທ້າຍ​ປີ, ຊາວ​ເຜົ່າ​ມົ້ງ, ເຜົ່າ​ຢ້າ​ວ, ຊາວ​ຮ່າ​ຍີ່​ຢູ່ຄຸ້ມ 8 ຕາ​ແສງ​ຢາວ​ຊານ​ເໜືອ, ເມືອງ​ຟອງ​ໂຖ, ແຂ​ວງ​ລາຍ​ເຈົາ ໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່ຕະຫຼາດ​ນັດ​ຢາວ​ຊານເທິ່ງ​ຈອມ​ພູ​ຈຸ່ງ​ຊົ່ວ​ຢັນ​ເພື່ອ​ພົບ​ປະ​ແລກ​ປ່ຽນ, ຄ້າ​ຂາຍ​ສິນ​ຄ້າ ເພື່ອ​ສ້າງ​ເປັນ ຕະຫຼາດ​ນັດ​​ເຕັມ​ໄປ​ດ້ວຍ​ສີ​ສັນ​ລະ​ດູ​ບານ​ໃໝ່​. 

 

ຕະຫຼາດນັດຢາວຊານເຕັມໄປດ້ວຍສີສັນລະດູບານໃໝ່    - ảnh 1
ຕະຫຼາດ​ນັດ​ຢາວ​ຊານເທິ່ງ​ຈອມ​ພູ​ຈຸ່ງ​ຊົ່ວ​ຢັນ​

        ບໍ່​ຮູ້​ຈັກ​ວ່າ ຕະຫຼາດ​ນັດ​ນີ້​ມີ​ມາ​ແຕ່​ເວ​ລາ​ໃດ, ສຳ​ລັບ​ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ແມ່ນບໍ່​ຈື, ສ່ວນ​ໄວ​ໜຸ່ມ​ກໍ​ບໍ່​ສົນ​ໃຈ​ເລີຍ. ພຽງ​ແຕ່​ຮູ້​ວ່າ ເມື່ອ​ກ່ອນນີ້, ຮອດ​ວັນ​ສັດ​ທີ່​ມີ​ເຂົາໂດຍ​ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ພໍ່​ແມ່​ປະ​ຊາ​ຊົນບັນ​ດາ​ເຜົ່າ​ໃນ​ເຂດ​ພັດພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່ຕະຫຼາດເພື່ອ​ພົບ​ປະ​ແລກ​ປ່ຽນ, ຄ້າ​ຂາຍ​ສິນ​ຄ້າ. ຊາວ​ທ້ອງ​ຖິ່ນ​ມີ​ຄວ​າມ​ສຳ​ນຶກ​ວ່າ : ສັດ​ມີ​ເຂົາ 2 ປະ​ເພດ​ຄື ຄວາຍ ແລະ ແບ້ ສາ​ມາດ​ນຳ​ມາ​ເຊິ່ງ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ອີ່ມ​ໜຳ​ສຳ​ລານ ແລະ ສົມ​ບູນ​ພຸນ​ສຸກ, ດັ່ງ​ນັ້ນ ຮອດ​ວັນ​ນັດ​ກັນ​ພາຍ​ໃນ​ຮອບ 6 ວັນ, ເຂົາ​ເຈົ້າ​ພັດ​ໄປ​ຕະຫຼາດ​ເທື່ອ​ໜຶ່ງ. 2-3 ປີມໍ່​ໆມານີ້, ເພື່ອ​ເອື້ອ​ອຳ​ນວຍ​ຄ​ວາມ​ສະ​ດວກແກ່​ການ​ພົວ​ພັນ​ແລກ​ປ່ຽນ, ຄ້າ​ຂາຍ​ສິນ​ຄ້າ​ ແລະ​ການ​ລະຫຼິ້ນ​ຂອງ​ຊາວ​ທ້ອງ​ຖິ່ນ​ໃນ​ເຂດ, ທາງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ໄດ້​ປ່ຽນ​ມື້​ດຳ​ເນີນຕະຫຼາດ​ນັດ​​ໃນ​ວັນ​ທິດ​ປະ​ຈຳ​ອາ​ທິດ.

     ຕະຫຼາດ​ນັດ​ລະ​ດູ​ບານ​ໃໝ່​ປີນີ້​ແມ່ນ​ມີ​ຂຶ້ນ​ໃນ​ວັນ​ທີ 25 ເດືອນ 12. ນັບ​ແຕ່​ຮຸ່ງ​ເຊົ້າ, ຂະ​ນະ​ທີ່​ໄກ່​ເລີ່ມ​ຂັນ, ດວງ​ຕາ​ເວັນ​ຄ່ອຍໆ​ເລີ່ມ​ເຄື່ອນ​ຂຶ້ນ​ຈາກ​ສາຍ​ພູ, ກໍ​ແມ່ນ​ຈຸດ​ເວ​ລາ​ທີ່ ຊາວ​ເຜົ່າ​ມົ້ງ, ເຜົ່າ​ຢ້າ​ວ ພາ​ກັນ​ໄປ​ຍັງຕະຫຼາດ​ນັດ​ຢາວ​ຊານເທິ່ງ​ຈອມ​ພູ​ຈຸ່ງ​ຊົ່ວ​ຢັນ, ຂະ​ບວນ​ຄົນ​ຍ່າງ​ໄປ​ຕະຫຼາດ​ຍາວ​ຢຽດປຽບ​ເໝືອນແຖບ​ຜ້າ​ໄໝ. ພໍ່​ແມ່​ພ​ີນ້ອງບັນ​ດາ​ເຜົ​່າ​ເວົ້າ​ນົວ​ຫົວ​ມ່ວນ, ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ. ຄົນ​ຢູ່​ແຫ່ງ​ອື່ນ​ມານີ້ ກໍ​ຮູ້​ສຶກ​ປະຫຼາດ​ໃຈ​ເພາະ​ຊາວ​ເຜົ່າ​ແຫ່ງນີ້​ຖື​ໝົດ​ທຸກ​ຄົນ​ເປັນ​ເພື່ອ​ນ, ແມ່ນ​ຄົນ​ໃນ​ຄອບ​ຄົວ​ດຽວ. ວັດ​ຖຸ​ເຄື່ອງ​ຂອງ​ທີ່​ເປ້​ຢູ່ຫຼັງ​ກໍ​ມີ​ລົດ​ຊາດ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້​ເຊັ່ນ: ນ້ຳ​ເຜີ້ງ, ເຂົ້າ​ໜຽວ, ໝາກ​ພີກ​ໄທ, ໜໍ່​ໄມ້ຫຼື​ງ່າ​ດອກ​ຄາຍ, ໃບ​ຕອງ​ຈິງ, ທູບ​ທຽນ​ຮັບ​ໃຊ້​ການ​ບູ​ຊາ​ໃນ​ວັນ​ບຸນ​ເຕັດ. ປ້າ ຟ່າງ​ທິ​ແກ ຜູ້​ມາ​ຈາກ​ຕາ​ແສງ ປາ​ໄວ​ສືໃຫ້​ຮູ້​ວ່າ : 

    “ ຕ້ອງ​ລໍ​ຖ້າ​ຮອດ​ວັນ​ມີ​ຕະຫຼາດ​ນັດເປັນ​ເວ​ລາ​ດົນ​ນານ, ດັ່ງ​ນັ້​ນ, ​ນັບ​ແຕ່​ກ່ອນມື້​ໄປ​ຕະຫຼາດ, ໃຜໆ​ກໍ​ຕື້ນ​ຕັນ​ໃຈ. ຮູບ​ພາບ​ພວກ​ຜູ້​ຊາຍ​ຂ້າ​ໝູ, ຕັດ​ໄປ​ຕອງ​ຈິງ ແລະ ງ່າ​ດອກ​ຄາຍ​ເພື່ອ​ຮອດ​ຕອນ​ເຊົ້າ​ມື້​ອື່ນ​ນຳ​ໄປຂາຍ​ຢູ່​ຕະຫຼາດ. ເອື້ອຍ​ນ້ອງ​ແມ່​ຍິງ​ໄດ້ເລືອກ​ເອົາ​ສິ້ນ​ງາມ​ເພື່ອ​ນຸ່ງໄປ​ຕະຫຼາດ. ພໍ່​ແມ່​ພີ​ນ້ອງ​ໃນ​ບ້ານ​ເຮົາ, ໃຜໆ​ກໍ​ມັກ​ໄປ​ຕະຫຼາດ​ເພາະ​ໄດ້​ໄປ​ຊື້​ເຄື່ອງ​ຂອງ, ໄດ້​ພົບ​ປະ​ກັບ​ໝູ່​ເພື່ອນ, ມ່ວນຫຼາຍ ”

     ຈຸດ​ທີ່​ເປັນ​ເອ​ກະ​ລັກ​ໃນ​ຕະຫຼາດ​ນັດ​ຍາມ​ທ້າຍ​ປີ, ນັ້ນ​ແມ່ນ​ສຳ​ລັບ​ຜູ້​ຂາຍ​ກໍ​ສະ​ບາຍ​ໃຈ, ຜູ້​ຊື້​ເຄື່ອງ​ກໍ​ມີ​ຈິດ​ໃຈ​ສະ​ປອດ, ເຂົາ​ເຈົ້າ​ເບິ່ງ​ກັນ​ຄື​ໄດ້​ມີ​ຄວາມ​ເຂົ້າ​ໃຈ​ວ່າ ໄດ້​ຄິດ​ຫຍັງ​ຕໍ່​ກັນ. ເມື່ອ​ຂາຍ​ເຄື່ອງ​ໝົດ​ແລ້ວ, ທຸກ​ຄົນ​ກໍ​ພາ​ກັນ​ໄປ​ຊື້​ເກືອ, ກິນ​ທັ້ງ​ໂກຫຼື​ດື່ມ​ເຫຼົ້າ​ສາ​ລີ​ພ້ອມ​ກັບ​ໝູ່​ເພື່ອນ. ບັນ​ດາ​ຜູ້​ເຖົ້າ​ຜູ້​ແກ່​ພັດ​ນັ່ງ​ລໍ​ຖ້າ​ໝູ່​ຢູ່​ແຈ​ຕະຫຼາດ​ເພື່ອ​ພ້ອມ​ກັນ​ຫວນ​ຄືນ​ຄາວ​ເຍົາ​ໄວ. ມີ​ຜູ້​ເຖົ້າ​ຜູ້​ແກ່, ຊາວ​ໜຸ່ມ​ອີກຈຳ​ນວນ​ໜຶ່ງ​ພັດ​ໄປ​ຊອກ​ບ່ອນ​ຂັບ​ກ້ຽວ​ໃນ​ທ່າມ​ກາງ​ສຽງແຄນ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ. ລຸງ ຢີ​ອາ​ເຢຍ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ : 

     “ ອາ​ທິດ​ໃດ​ກໍ​ເຊັ່ນ​ດຽວ​ກັນ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມານີ້​ຟ້ອນ​ແຄນ​ໃຫ້​ນັກ​ທ່ອງ​ທ່ຽວ ແລະ ໃຫ້​ພໍ່​ແມ່​ພີ​ນ້ອງ​ເບິ່ງ. ບັນ​ດາ​ຜູ້​ມີ​ປະ​ສົບ​ການ​ກໍ​ສອນ​ໃຫ້​ບັນ​ດາ​ຜູ້​ຍັງ​ບໍ່​ທັນ​ຮູ້​ຫຍັງ, ສີ​ສັນບັນ​ດາ​ເຜົ່າ​ຂອງ​ພວກ​ຂ້າ​ພະ​ເຈົ້າ ແມ່ນບໍ່​ມີ​ວັນ​ຈະ​ປະ​ລະ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ເປົ່າ​ແຄນ​ໃຫ້​ແຂກ​ທ່ອງ​ທ່ຽວ​ຟັງ ແລະ ອີກ​ອັນ​ໜຶ່ງ​ກໍ​ແມ່ນ​ເພື່ອ​ໃຫ້​ລູກຫຼານ​ໃນ​ອະ​ນາ​ຄົດ​ຮູ້ຈັກ​ແຄນ​ຂອງ​ເຜົ່າ​ຕົນ ”

        ເມື່ອດວງ​ຕາ​ເວັນ​ຄ່ອຍໆ​ຕົກ​ດິນ, ກໍ​ແມ່ນ​ຍາມ​ເລີກ​ຕະຫຼາດ​ນັດ, ພໍ່​ແມ່​ພີ​ນ້ອງ​ຊາວ​ບ້ານ​ກໍ​ເລີ່ມ​ກັບ​ເມືອ​ເຮືອນ. ຜູ້​ຊື້​ໄດ້​ຄັນ​ໄຖ, ຜູ້​ແລກ​ໄດ້​ເຂົ້າ​ສິບ​ໂລ ແລະ ກໍ​ຍັງ​ມີ​ບາງ​ຄົນ​ຊື້ບໍ່​ໄດ້​ຫຍັງ, ເມົາ​ເຫຼົ້າ ແລະ ນັ່ງ​ລໍ​ຖ້າ​ຮອດ​ຕອນ​ບ່າຍ​ກັບ​ບ້ານ. ເມື່ອ​ອອກ​ຈາກ​ຕະຫຼາດ​ນັດ, ກໍ​ແມ່ນ​ຍາມ​ທີ່​ພໍ່​ແມ່​ພີ​ນ້ອງ​ໄດ້​ສ້າງ​ຄວາມ​ເຊື່ອ​ໝັ້ນ​ແກ່​ຕົນ​ກ່ຽວ​ກັບ​ປີ​ໃໝ່​, ​ລະ​ດູ​ການ​ຜະ​ລິດ​ຈະ​ໄດ້​ຮັບ​ຜົນ​ດີ​ກ່​ວາ, ຊີ​ວິດ​ການ​ເປັນ​ຢູ່​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ ແລະ ສົມ​ບູນ​ພຸນ​ສຸກກວ່າ.

   ຕະຫຼາດ​ນັດ​ຢາວ​ຊານ​ຖືກ​ດຳ​ເນີນ​ຢູ່ເທິ່ງ​ຈອມ​ພູ​ຈຸ່ງ​ຊົ່ວ​ຢັນ​. ພໍ່​ແມ່​ພີ​ນ້ອງ​ຊາວ​ບ້ານ​ໄປ​ຕະຫຼາດບໍ່​ພຽງ​ແຕ່​ເພື່ອ​ຊື້​ຂາຍ​ເຄື່ອງ​ເທົາ​ນັ້ນ, ຫາກ​ຍັງ​ເພື່ອ​ຊອກ​ຫາ​ຄວາມ​ມ່ວນ​ຊື່ນ​ໃໝ່, ຊອ​ກ​ຫາ​ເພື່ອນ​ຄົນ​ໃໝ່. ເມື່ອ​ຮອດ​ຍາມ​ເລີກ​ຕະຫຼາດ, ທຸກໆ​ຄົນ​ຕ່າງ​ກໍ​ຄິດ​ຮອດ​ຄິດ​ເຖິງ​ຕະຫຼາດ​ນັດ ແລະ ພ້ອມ​ກັນ​ລໍ​ຖ້າຮອດ​ຕະຫຼາດ​ນັດ​ໃນ​ປີ​ໃໝ່​ປີ​ໜ້າ​ເພື່ອ​ຈະ​ມີ​ຄວາມ​ມ່ວນ​ຊື່ນຫຼາຍ​ກ່​ວາ​ເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ