ຕະຫຼາດບ້ານນາໃນຍາມບຸນເຕັດ

ໝາກກ້ວຍ, ໝາກ​ສົ້ມ​ໂອ, ໃບ​ຕອງ​ຈິງ, ໝາກ​ໄມ້…ກໍ​ແມ່ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ທີ່​ຂາດບໍ່​ໄດ້​ໃນ​ຕະຫຼາດ​ນັດ​ເຂດ​ບ້ານ​ນາ​ໃນ​ຍາມ​ບຸນ​ເຕັດ. ເຖິງວ່າຕ້ອນ​ຮັບ ບຸນ​ເຕັດ​ຢູ່​ແຫ່ງ​ຫົນ​ໃດ​ໃນ​ທົ່ວ​ປະ​ເທດ​ກໍ​ຕາມ, ແຕ່​ຊາວ​ຫວຽດ​ນາມ​ກໍ​ສາ​ມາດ​ຮູ້​ສຶກ​ໄດ້​ເຖິງ​ສີ​ສັນ​ເຂດ​ບ້ານ​ນາໃນ​ຕະຫຼາດ​ນັດ​ຍາມ​ບຸນ​ເຕັດ​. 

ຕະຫຼາດບ້ານນາໃນຍາມບຸນເຕັດ - ảnh 1
ຕະຫຼາດບ້ານນາໃນຍາມບຸນເຕັດ

     ເມື່ອບຸນ​ເຕັດ​ວຽນ​ມາ​ໃນ​ແຕ່​ປີ, ນັບ​ແຕ່​ວັນ​ທີ 23 ເດືອນ 12, ບັນ​ຍາ​ກາດ​ກະ​ກຽມ​ ບຸນ​ເຕັດພັດ​ຟົດ​ຟື້ນຫຼາຍ​ຂຶ້ນ, ຜູ້​ຊື້​ຄົນ​ຂາຍ​ຢ່າງ​ຄຶກ​ຄື້ນ​ມ່ວນ​ຊື່ນ. ຖ້າ​ຫາກ​ຕະຫຼາດ​ບຸນ​ເຕັດ​ຢູ່​ຕາມ​ຖະ​ໜົນ​ຍາມ​ໃດ​ກໍ​ເຕັມ​ໄປ​ດ້ວຍ​ສີ​ສັນຫຼາກຫຼາຍ​ຂອງດອກ​ໄມ້, ເຄື່ອງ​ປະ​ດັບ​ທີ່​ສວຍ​ງາມ​ໃນ​ຍາມ​ບຸນ​ເຕັດ​ນັ້ນ, ຕະຫຼາດ​ບຸນ​ເຕັດ​ຢູ່​ເຂດ​ບ້ານ​ນາ​ພັດ​ມີ​ຄວາມ​ລຽບ​ງ່າຍ ແລະ ໃກ້​ຊິດ​ຕິດ​ພັນ​ດ້ວຍໝາກກ້ວຍ, ​ໝາກ, ໝາ​ກກ້ຽງ, ໝາກ​ສົມ​ໂອ….ຫຼື​ຜັກ 2-3 ມັດ ແລະ ຂອງ​ຂວັນ​ເຂດ​ບ້ານ​ນາທີ່​ພວກ​ແມ່​ປ້າ​ຫາບ​ໄປ​ຂາຍ​ຢູ່​ຕະຫຼາດ. ທັງ​ໝົດ​ເຫຼົ່າ​ນັ້ນ ກໍ​ລ້ວນ​ແຕ່​ແມ່ນ​ວັດ​ຖຸ​ສິ່ງ​ຂອງ​ທີ່​ຊາວ​ທ້ອງ​ຖິ່ນ​ສາ​ມາດ​ເຮັດ​ໄດ້​ເອງ, ອັນ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ໄປ​ຕະຫຼາດ​ບຸນ​ເຕັດ​ຮູ້​ສຶກ​ໄດ້​ເຖິງ​ຄວາມ​ໃກ້​ຊິດ​ສະ​ໜິດ​ສະ​ໜົ​ມ ແລະ ລຽບ​ງ່າຍ​ຂອງ​ເຂດ​ບ້ານ​ນາ. ປ້າ ຫງວຽນ​ແທງ​ເວີນ ຜູ້​ຂາຍ​ເຄື່ອງ​ຢູ່​ຕະຫຼາດ​ນັດ​ບ້ານ​ນາ​ທີ່​ເມືອງ​ແທງອ​ວາຍ, ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ :

    “  ຂ້າ​ພະ​ເຈົ​້າ​ຂາຍ​ຂອງກິນຫຼາຍ​ຊະ​ນິດ​ເຊັ່ນ: ສາ​ລີ​ຕົ້ມ, ມັນ​ຕົ້ມ, ເຂົ້າ​ຕົ້ມ, ປັນ​ກວນ…ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕະຫຼາດ​ນັດ​ມ່ວນຫຼາຍ, ມີ​ຄົນ​ມາ​ຊື້​ຂາຍ​ຢ່າງ​ໜາແໜ້ນ ແລະ ທຸກໆ​ຄົນ​ມີ​ຄວາມ​ນິ​ຍົມ​ບໍ​ລິ​ໂພກ​ອາ​ຫານຫຼາຍ​ຊະ​ນິດ​ຢູ່​ເຂດ​ບ້ານ​ນານີ້ ”

    ບັນ​ຍາ​ກາດ​ຢູ່​ຕະຫຼາດ​ບ້ານ​ນາ​ໃນ​ຊຸມ​ວັນ​ໃກ້​ຈະ​ຮອດ​ບຸນ​ເຕັດ ຍິ່ງ​ຄຶກ​ຄື້ນ​ມ່ວນ​ຊື່ນຫຼາຍ​ຂຶ້ນ, ຊາວ​ທ້ອງ​ຖິ່ນ​ໄດ້​ພາ​ກັນ​ມາ​ເຕົ້າ​ໂຮມ​ຢູ່​ຕະຫຼາດ​ຢ່າງ​ຄັບ​ຄາ​ໜາ​ແໜ້ນ. ໂດຍ​ທົ່ວ​ໄປ​ແລ້ວ, ບັນ​ດາ​ຕະຫຼາດ​ນັດ​ເຂດ​ບ້ານ​ນາ​ເຄີຍ​ມີ​ຂຶ້ນ​ໃນ​ຍາມ​ເຊົ້າ. ແຕ່​ຮອດ​ຍາມ ບຸນ​ເຕັດ, ປະ​ຊາ​ຊົນ​ໄປ​ຕະຫຼາດ​ກໍ​ມີຫຼາຍກວ່າ​ທົບຫຼາຍ​ເທົ່າ​ຍ້ອນ​ຄວາມ​ຕ້ອງ​ການ​ຊື້​ເຄື່ອງ​ຂອງ​ເຂົາ​ເຈົ້າ, ດັ່ງ​ນັ້ນ​ຕະຫຼາດ​ນັດ​ແກ່​ຍາວ​ໝົດ​ມື້. ພວກ​ແມ່​ປ້າ​ໄປ​ຊື້​ໃບ​ຕອງ​ກ້ວຍ, ໃບ​ຕອງ​ຈິງ, ຫົວ​ຜັກ​ບົວ​ດອງ, ໝາກ​ໄມ້​ເພື່ອ​ກະ​ກຽມ​ພາ​ເຂົ້າ ແລະ ພາ​ໝາກ​ໄມ້ 5 ຊະ​ນິດ​ເພື່ອ​ບູ​ຊາບັນ​ພະ​ບູລຸດ​ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່ . ນາງ ຫວຽນ​ກິມ​ຕ້ຽນ ຂາຍ​ເຄື່ອງ​ຢູ່​ຕະຫຼາດ​ບ້ານ​ນາ​ເມືອງ​ແທງອ​ວາຍ, ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ : 

    “ ຂ້າ​ພະ​ເຈົ້າ​ຂາຍ​ມິດ, ມິດ​ຕັດ​ທຸກ​ຊະ​ນິດຫຼື​ເຄື່ອງ​ຈັກ​ສານຫຼາຍ​ຊະ​ນິດ…ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ ບັນ​ຍາ​ກາດ​ຍາມ​ບຸນ​ເຕັດ​ຢູ່​ຕະຫຼາດ​ບ້ານ​ນາ​ແມ່ນ​ຟົດ​ຟື້ນ​ທີ່​ສຸດ, ມີຫຼາຍ​ຄົນ​ມາ​ຊື້​ເຄື່ອງ ”

    ຢູ່​ຕະຫຼາດ​ບ້ານ​ນາ, ພວກ​ບາວ​ສາວ​ພາ​ກັນ​ມາ​ຊື້​ເຄື່ອງ​ປະ​ດັບ​ປະ​ດາ​ເຮືອນ​ຊານ ແລະ ຊອກຊື້ເຄື່ອງ​ນຸ່ງເພື່ອ​ໄປ​ທ່ຽວຫຼິ້ນ​ຍາມ ບຸນ​ເຕັດ. ສ່ວນ​ພວກ​ຫຼານ​ນ້ອຍ​ກໍ​ດີ​ໃຈ​ເມື່ອ​ພໍ່​ແມ່​ພາ​ໄປ​ຊື້​ເຄື່ອງຫຼິ້ນ​ຕ່າງໆ. ປ້າ​ຫງວຽນ​ທິ​ເຕືອງ ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງຫຼິ້ນ​ເດັກ​ນ້ອຍ​ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ຂາຍ​ເຄື່ອງປັ້ນໃຫ້​ເດັກ​ຢູ່​ຕະຫຼາດ​ບ້ານ​ນາ. ຂ້າ​ພະ​ເຈົ້າ​ເຄີຍ​ປັ້ນ​ເອົາ​ຮູບດອກ​ໄມ້, ຮູບ​ໄກ່, ມັງ​ກອນ…ຮູບ​ປັ້ນ​ແບບ​ໃດ, ເດັກ​ກໍ​ມັກ​ໝົດ ”

     ໃນ​ທຸກວັນ​ນີ້, ຊີ​ວິດ​ການ​ເປັນ​ຢູ່ໃນ​ເຂດ​ບ້ານ​ນາ​ໄດ້​ມີ​ການ​ພັດ​ທະ​ນາກວ່າເກົ່າ, ແຕ່​ຄວາມ​ລຽບ​ງ່າຍ​ໃນ​ຕະຫຼາດ​ນັດ​ເຂດບ້ານ​ນາ​ໃນ​ຍາມ​ບຸນ​ເຕັດນັ້ນ, ຖ້າ​ຫາກ​ຜູ້​ໃດ​ເຄີຍ​ໄດ້​ເຫັນ​ປະ​ຈັກ​ຕາ​ຢູ່ບໍ່​ວ່າ​ເຂດ​ບ້ານ​ນາ​ແຫ່ງ​ໃດ​ໃນ​ຫວຽດ​ນາມ, ແນ່ນອນ​ວ່າຈະມີ​ຄວາມ​ປະ​ທັບ​ໃຈ​ອີຫຼີ. ສຳ​ລັບ​ບັນ​ດາ​ຜູ້​ໄປ​ເຮັດ​ວຽກ​ຢູ່​ແດນ​ໄກ, ເມື່ອ​ກັບ​ມາ​ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ບ້າ​ນ​ເກີດ​ເມືອງນອນນັ້ນ, ຕ່າງ​ກໍ​ພະ​ຍາ​ຍາມ​ເພື່ອ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ຂະ​ບວນ​ຄົນ​ໄປ​ຕະຫຼາດ​ບຸນ​ເຕັດ​ຊຶ່ງ​ມີ​ພຽງ​ປີ​ລະ​ຄັ້ງ, ເພື່ອ​ຄົ້ນ​ຫາ​ວິນ​ຍານ​ເຂດ​ບ້ານ​ນາ ແລະ ກໍ​ແມ່ນ​ໂອ​ກາດ​ຫວນ​ຄືນ​ອະ​ນຸ​ສອນ​ໃນ​ຄາວ​ເຍ​ົ​າໄວ. ເພື່ອ​ຫງວຽນ​ທິ​ຕີ້ ຜູ້​ໄປ​ຊື້​ເຄື່ອງ​ຢູ່​ຕະຫຼາ​ດ​ບ້ານ​ນາ ແບ່ງ​ປັນ​ວ່າ

   “ ຂ້າ​ພະ​ເຈົ້າ​ເຫັນ​ວ່າ ຕະຫຼາດ​ນັດ​ບ້ານ​ນາ​ໃນ​ຍາມ​ບຸນ​ເຕັດ​ແມ່ນ​ມີ​ຄວາມ​ລຽບ​ງ່າຍ, ຂາຍ​ເຄື່ອງ​ຂອງ​ທຸກ​ຢ່າງ​ເພື່ອ​ກະ​ກຽມ​ໃຫ້​ແກ່​ບຸນ​ເຕັດ​ຄື: ໃບ​ຕອງ​ຈິງເພື່ອ​ຫໍ່​ເຂົ້າ​ຕົ້ມ, ເຂົ້າ​ປຸ່ນ, ເຂົ້າ​ໜົມ… ”

       ໃນ​ຊຸມມື້​ທ້າຍ​ປີ, ໄປ​ຕະຫຼາດ​ບ້ານ​ນາ​ຈຶ່ງ​ຈະ​ຮູ້​ສຶກ​ໄດ້​ເຖິງ​ບັນ​ຍາ​ກາດ​ຍາມ​ບຸນ​ເຕັດ. ທຸກໆ​ຄົນ​ໃບ​ໜ້າຍິ້ມ​ແຍ້ມ​ແຈ່ມ​ໃສ່ ໄປ​ຊື້​ເຄື່ອງ​ຂອງ ກະ​ກຽມ​ຕ້ອນ​ຮັບ​ປີ​ໃໝ່. ຕະຫຼາດ​ນັດ​ຍາມ​ບຸນ​ເຕັດ ກໍ​ແມ່ນ​ໂອ​ກາດ​ເພື່ອ​ຕັກ​ເຕືອນ​ລຸ່ນ​ຫນຸ່ມອ​ວາຍ​ໜ້າ​ສູ່​ກົກ​ເຄົ້າ​ເຫງົ້າ​ກໍ​ດ້ວຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ