ທ່າກ່ຳປັ່ນຍ່າຣົ່ງ - ສະຖານທີ່ເກັບຮັກສາບັນດາວັດຖຸພັນຂອງປະທານ ໂຮ່ຈີມິນ ເມື່ອອອກໄປຊອກຫາເສັ້ນທາງກູ້ຊາດ

(VOVWORLD) -ທ່າກ່ຳປັ່ນຍ່າຣົ່ງ ແມ່ນສະຖານທີ່ຕິດພັນກັບເລື່ອງລາວ ເຊິ່ງກ່ອນນີ້ 108 ປີ, ທ່ານປະທານ ໂຮ່ຈີມິນ ໄດ້ລົງກ່ຳປັ່ນອອກໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ໃນວັນນີ້,  ທ່າກ່ຳປັ່ນຍ່າຣົ່ງ ກໍ່ແມ່ນປູຊະນີຍະສະຖານປະຫວັດສາດ ແລະ ເປັນແຫ່ງເພື່ອໃຫ້ຊາວ ຫວຽດນາມ ລຸ້ນຕ່າງໆພ້ອມກັບແຂກທ່ອງທ່ຽວສາກົນມາຢ້ຽມຊົມທັດສະນະສຶກສາ, ຊອກຮູ້ກ່ຽວກັບຊີວິດ, ພາລະກິດ, ນ້ຳໃຈຮັກຊາດ ແລະ ຂະບວນວິວັດທີ່ທ່ານປະທານ ໂຮ່ຈີມິນ ພຳນັກຢູ່ຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ.
ທ່າກ່ຳປັ່ນຍ່າຣົ່ງ - ສະຖານທີ່ເກັບຮັກສາບັນດາວັດຖຸພັນຂອງປະທານ ໂຮ່ຈີມິນ ເມື່ອອອກໄປຊອກຫາເສັ້ນທາງກູ້ຊາດ - ảnh 1 ທ່າກ່ຳປັ່ນຍ່າຣົ່ງ ແມ່ນສະຖານທີ່ປະຫວັດສາດຂອງດິນແດນ ໄຊງ່ອນ - ຢາດິ້ງ ເມື່ອກ່ອນນີ້

 ໂດຍຕັ້ງຢູ່ປາກແມ່ນ້ຳໄຊງ່ອນ ທີ່ຂຶ້ນກັບເມືອງ 4, ນະຄອນ ໂຮ່ຈີມິນ, ທ່າກ່ຳປັ່ນຍ່າຣົ່ງ ແມ່ນສະຖານທີ່ປະຫວັດສາດຂອງດິນແດນ ໄຊງ່ອນ - ຢາດິ້ງ ເມື່ອກ່ອນນີ້. ໃນຈຸດເວລາທີ່ຫາກໍ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອປີ 1863,  ຢູ່ແຫ່ງນີ້ແມ່ນຈຸດໄຂວກັນຂອງສາມສາຂາແມ່ນ້ຳ, ລະຫວ່າງແມ່ນ້ຳໄຊງ່ອນ ແລະ ແມ່ນ້ຳເບ໊ນແງ໊, ຝະລັ່ງໄດ້ກໍ່ສ້າງກິດຈະການນີ້ ເພື່ອເປັນສຳນັກບໍລິສັດກ່ຳປັ່ນທະເລ ນຳຊາວ. ທ່າກ່ຳປັ່ນຍ່າຣົ່ງ ຖືກກໍ່ສ້າງຕາມການອອກແບບຝ່າຍຕາເວັນຕົກ, ແຕ່ເທິງຫຼັງຄາຂອງອາຄານທ່າກ່ຳປັ່ນກໍ່ຖືກປະດັບປະດາ ດ້ວຍມັງກອນສອງໂຕ. ທາງໜ້າຂອງທ່າກ່ຳປັ່ນຍ່າຣົ່ງ ແມ່ນຮູບປັ້ນຂອງປະມານ ໂຮ່ຈີມິນ ຄາວຍັງໜຸ່ມມຸ່ງໜ້າສູ່ທິດແມ່ນ້ຳໄຊງ່ອນ, ຢູ່ແຫ່ງນີ້ກ່ອນນີ້ 108 ປີ, ອ້າຍບ່າວ ຫງວຽນເຕິດແທັ່ງ ໝາຍເຖິງປະທ່ານ ໂຮ່ຈີມິນ ໃນປັດຈຸບັນໄດ້ລົງກຳປັ່ນຂອງຝະລັ່ງ ເລີ່ມຕົ້ນການເດີນເຮືອໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ. ຄາວນັ້ນອ້າຍບ່າວ ຫງວຽນເຕິດແທັ່ງ ໄດ້ຫຼໍ່ຫຼອມເຈດຈຳນົງດ້ວຍຄວາມຕັດສິນໃຈອັນແຮງກ້ານັ້ນຄື: “ເສລີພາບ ເພື່ອພໍ່ແມ່ປະຊາຊົນຂ້າພະເຈົ້າ, ເອກະລາດ ເພື່ອປະເທດຊາດຂອງຂ້າພະເຈົ້າ. ນີ້ແມ່ນທຸກສິ່ງທີ່ຂ້າພະເຈົ້າຫວັງຢາກໄດ້, ນີ້ແມ່ນທຸກສິ່ງທີ່ຂ້າພະເຈົ້າເຂົ້າໃຈ”. ອ້າຍ ຫວໍຫິວເຫງຍ ຢູ່ນະຄອນໂຮ່ຈີມິນ ເວົ້າວ່າ:

        “ນ້ອງໄດ້ມານີ້ປະມານ 4 ຫາ 5 ເທື່ອແລ້ວ. ແຕ່ລະເທື່ອເມື່ອມາຢ້ຽມຢາມແຫ່ງນີ້ກໍ່ໄດ້ມີຄວາມຮູ້ສຶກແຕກຕ່າງກັນ. ພິເສດເມື່ອໄດ້ຢ້ຽມຊົມທັງໝົດ, ຊອກຮູ້ກ່ຽວກັບຂະບວນວິວັດແຫ່ງການອອກເດີນທາງ ໄປຊອກຫາເສັ້ນທາງກູ້ຊາດ, ນ້ອງຍິ່ງມີຄວາມເຄົາລົບນັບຖືຕໍ່ປະທານ ໂຮ່ຈີມິນ, ສິ່ງທີ່ໜ້າປະທັບໃຈທີ່ສຸດສຳຫລັບນ້ອງແມ່ນເມື່ອກ້າວເຂົ້າສູ່ທ່າກ່ຳປັ່ນຍ່າຣົ່ງ ກໍ່ເຫັນສັນຍາລັກດອກບົວ. ທີສອງອີກແມ່ນເມື່ອຢືນຢູ່ໃນຫໍພິພິທະພັນອາດເຫັນແມ່ນ້ຳໄຊງ່ອນ,   ເຊິ່ງເປັນ ສະຖານທີ່ ປະທານ ໂຮ່ຈີມິນ ໄດ້ອອກເດີນທາງໄປຊອກຫາເສັ້ນທາງກູ້ຊາດ”.

       ທ່າກ່ຳປັ່ນຍ່າຣົ່ງ ປັດຈຸບັນແມ່ນຫໍພິພິທະພັນ ໂຮ່ຈີມິນ ສາຂານະຄອນໂຮ່ຈີມິນ ເຊິ່ງແມ່ນສາຂານອນໃນລະບົບບັນດາຫໍພິພິທະພັນ ແລະ ອະນຸສອນສະຖານຂອງປະທານ ໂຮ່ຈີມິນ ໃນທົ່ວປະເທດ. ນັບແຕ່ຊຸມວັນທີ່ຫາກໍ່ໄດ້ຮັບການສ້າງຕັ້ງ, ຫໍພິພິທະພັນມີ 3 ຫ້ອງວາງສະແດງລວມເນື້ອທີ່ 250 ຕາແມັດ, ພາຍຫຼັງບູລະນະປະຕິສັງຂອນເປັນສອງຄັ້ງ, ຫໍພິພິທະພັນໄດ້ມີ 9 ຫ້ອງວາງສະແດງ ພ້ອມກັບສາງເກັບມ້ຽນວັດຖຸເອກະສານສອງແຫ່ງ. ນັບແຕ່ປີ 1995 ມາຮອດປັດຈຸບັນ ຫໍພິພິທະພັນໄດ້ຈັດການວາງສະແດງດ້ວຍຫົວເລື່ອງຕ່າງ. ຫໍພິພິທະພັນເຄີຍຈັດຕັ້ງການບັນດາການເຄື່ອນໄຫວໂຄສະນາສຶກສາຢ່າງກວ້າງຂວາງຄື ກອງປະຊຸມວິທະຍາສາດ, ບັນດາການໂອ້ລົມສົນທະນາລະຫວ່າງລຸ້ນຄົນຕ່າງໆ, ໂອລົມກ່ຽວກັບຫົວເລື່ອງປະທານ ໂຮ່ຈີມິນ, ແນະນຳ ແລະ ສາຍຮູບເງົາເອກະສານ, ແນະນຳສິ່ງພິມກ່ຽວກັບປະທານ ໂຮ່ຈີມິນ ແລະ ກ່ຽວກັບຫໍພິພິທະພັນ; ຈັດຕັ້ງການເສັງຊອກຮູ້ກ່ຽວກັບຊີວະປະຫວັດຫຍໍ້, ພາລະກິດການປະປະຕິວັດຂອງປະທານ ໂຮ່ຈີມິນ. ທ່ານ ເຈິ່ນວັນກວຽນ ແຂກທ່ອງທ່ຽວມາຈາກແຂວງ ນາມດິ້ງ ແບ່ງປັນວ່າ: ທ່ານມີຄວາມຕື້ນຕັນໃຈທີ່ສຸດ ເມື່ອໄດ້ເຫັນປະຈັກຕາບັນດາວັດຖຸພັນ ທີ່ຕິດພັນກັບຊີວິດຂອງປະທານ ໂຮ່ຈີມິນ ຄື ກ້ອນດິນຈີ່, ເຄື່ອງນຸ່ງ, ປຶ້ມຄູ່ມື, ແຖວຕົວໜັງສືຂອງປະທານ ໂຮ່ຈີມິນ… ທ່ານ ເຈິ່ນວັນກວຽນ ເວົ້າວ່າ:

     “ຂ້າພະເຈົ້າຮູ້ສຶກວ່າເມື່ອເຮົາໄດ້ໄປຮອດບ່ອນທີ່ທ່ານປະທານ ໂຮ່ຈີມິນ ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ, ເຮົາຮູ້ສຶກມີຄວາມເປັນກຽດ ແລະ ນິຍົມນັບຖືທີ່ສຸດ. ປະເທດຫວຽດນາມ ມີຄວາມສວຍສົດງົດງາມທີ່ສຸດ, ຂ້າພະເຈົ້າຫວັງວ່າ ບັນດາເພື່ອນໜຸ່ມຄວນພະຍາຍາມມີຈິດໃຈຮັກຊາດຄືດັ່ງ ປູ່ຍ່າຕາຍາຍເມື່ອກ່ອນນີ້ ເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດຂອງພວກເຮົາ, ມີທັງເຂດນ່ານຟ້າ, ນ່ານທະເລ ແລະ ໝູ່ເກາະຂອງພວກເຮົາ”.

       108 ປີນັບແຕ່ວັນທ່ານປະທານ ໂຮ່ຈີມິນ ອອກເດີນທາງໄປຕ່າງປະເທດ ເພື່ອຊອກຫາເສັ້ນທາງກູ້ຊາດ, ທ່າກ່ຳປັ່ນຍ່າຣົ່ງໃນວັນນີ້ ໄດ້ກາຍເປັນສັນຍາລັກຂອງນະຄອນ ໂຮ່ຈີມິນ, ນະຄອນທີ່ຂະຫຍັນຂັນເຄື່ອນ ແລະ ແມ່ນສູນກາງເສດຖະກິດຂອງປະເທດຊາດ. ແວ່ຢາມທ່າກ່ຳປັ່ນຍ່າຣົ່ງ ແຂກທ່ອງທ່ຽວຈະມີຄວາມເຂົ້າໃຈກວ່າເກົ່າ ກ່ຽວກັບພາລະກິດຂອງປະທານ ໂຮ່ຈີມິນ ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ ພ້ອມກັບການເດີນທາງອອກໄປຕ່າງປະເທດຂອງເພິ່ນ  ເພື່ອຊອກຫາເສັ້ນທາງແຫ່ງເອກະລາດ, ເສລີພາບມາໃຫ້ຊາດ ຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ