ທ່າອາກາດສະຍານສາກົນ ລອງແທັ່ງ, ກຳລັງໜູນແກ່ການພັດທະນາເສດຖະກິດ

(VOVWORLD) -ທ່າອາກາດສະຍານສາກົນ ລອງແທັ່ງ ຊຶ່ງແມ່ນໂຄງການໃຫ່ຍ ຂອງລັດຖະບານ ຫວຽດນາມ ພວມມານະພະຍາຍາມຍູ້ໄວ ຄວາມຄືບໜ້າຜັນຂະຫຍາຍປະຕິບັດ. ໂຄງການຄາດວ່າຈະສຳເລັດ ແລະ ນຳເຂົ້າໃຊ້ການໃນປີ 2025 ດ້ວຍຄວາມຫວັງຈະກາຍເປັນໜຶ່ງໃນບັນດາສູນຂົນສົ່ງທາງອາກາດ ທີ່ທັນສະໄໝແຖວໜ້າ ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
ທ່າອາກາດສະຍານສາກົນ ລອງແທັ່ງ, ກຳລັງໜູນແກ່ການພັດທະນາເສດຖະກິດ - ảnh 1ຮູບແຕ້ມສະໜາມບິນລອງແທ່ັງໃນການອອກແບບ 

ສະໜາມບິນ ລອງແທັ່ງ ໄດ້ຮັບການວາງແຜນຜັງດ້ວຍຈຸດທີ່ຕັ້ງນອນຢູ່ໃນບໍລິເວນ 6 ຕາແສງ ລອ່ງອານ, ບິ່ງເຊີນ, ເກິ່ມເດື່ອງ, ສວຍເຈົ່າ, ເບົ່າກ້ານ, ລອງເຟືອກ ຂອງເມືອງ ລອງແທັ່ງ ແຂວງ ດົງນາຍ ຫ່າງຈາກນະຄອນ ໂຮ້ຈີມິນ ປະມານ 40 ກິໂລແມັດ ໄປທາງທິດຕາເວັນອອກ. ເມື່ອສັງເກດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ປັດຈຸບັນ ບັນດາປະເທດກໍ່ລ້ວນແຕ່ວາງແຜນຜັງ ແລະ ນຳບັນດາທ່າອາກາດສະຍານສາກົນໃຫ່ຍ ມີລັກສະນະແກ່ງແຍ້ງແຂ່ງຂັນເຂົ້າໃຊ້ການ ເພື່ອສວມບົດບາດເປັນທາງຜ່ານໃນພາກພື້ນ, ດຶງດູດບັນດາບໍລິສັດການບິນ ແລະ ແຂກຜູ້ໂດຍສານເພື່ອສ້າງທ່ວງທ່າ ພັດທະນາເສດຖະກິດໃຫ້ແກ່ປະເທດຊາດ. ອາດຈະເວົ້າເຖິງສະໜາມບິນຂອງປະເທດຕ່າງໆຄື ສຸວັນນະພູມມີ ຂອງໄທ, ກົວລາລຳເປີ ຂອງມາເລເຊຍ ຫຼື ຈານຈີ ຂອງສິງກາໂປ. ຍ້ອນພື້ນຖານໂຄງລ່າງທາງດ້ານການບິນ ຍັງບໍ່ທັນຕອບສະໜອງຄວາມຮຽກຮ້ອງຕ້ອງການ, ຫວຽດນາມໃນປັດຈຸບັນ ພຽງແຕ່ແມ່ນສະຖານທີ່ແກ່ຍາວຂອງສາຍການບິນ ຈາກບັນດາສູນການບິນໃນພາກພື້ນ ຂອງບັນດາບໍລິສັດການບິນໃຫ່ຍຂອງເອີລົບ, ອາເມລິກາເໜືອ. ເພາະສະນັ້ນ ໂຄງການກໍ່ສ້າງທ່າອາກາດສະຍານສາກົນຢູ່ເຂດພາກໃຕ້, ເພື່ອຫຼຸດຜ່ອນສະພາບຮັບເອົາຜູ້ໂດຍສານເກີນຂອບເຂດ ທີ່ສະໜາມບິນເຕິນເຊີນເຢິດນັ້ນ ແມ່ນຈຳເປັນທີ່ສຸດ. ທ່ານ ຫງວຽນງວຽນຮຸ່ງ ປະທານສະພາສະມາຊິກທ່າອາກາດສະຍານ ຫວຽດນາມ ຖືວ່າ:

      “ດ້ວຍລະດັບການເຕີບໂຕຄືໃນປັດຈຸບັນ, ເຖິງປີ 2025 ບໍລິເວນນະຄອນໂຮ່ຈີມິນ ຈະມີຜູ້ໂດຍສານປະມານ 40 ລ້ານຄົນ ໄປຜ່ານສະໜາມບິນ, ເຖິງປີ 2030 ແມ່ນປະມານ 50 ລ້ານເທື່ອຄົນ . ໂຄງການສະໜາມບິນ ລອງແທັ່ງ ໄດ້ຮັບການຄົ້ນຄວ້າ, ຜັນຂະຫຍາຍແນໃສ່ຈຸດປະສົງແກ້ໄຂບັນຫາ ຕ້ອນຮັບຜູ້ໂດຍສານເກີນຂອບເຂດ ແລະ ກໍ່ເພື່ອປະຕິບັດຍຸດທະສາດພັດທະນາ ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ ໃນຂົງເຂດຄົມມະນາຄົມຂົນສົ່ງ”

     ຕາມການຄິດໄລ່ແລ້ວ ສະໜາມບິນ ລອງແທັ່ງ ຖືກອອກແບບບັນລຸມາດຕະຖານ ຂອງອົງການການບິນພົນລະເຮືອນສາກົນ (ICAO) ຄາດວ່າຫຼັງປີ 2035  ສາມາດຮັບເອົາແຂກຜູ້ໂດຍສານ 100 ລ້ານເທື່ອຄົນຕໍ່ປີ ແລະ ຮັບເອົາສິນຄ້າ 5 ລ້ານໂຕນຕໍ່ປີ. ລອງແທັ່ງ ຈະກາຍເປັນທ່າອາກາດສະຍານສາກົນ ທີ່ມີລະດັບຂອບຂະໜາດເປັນທາງຜ່ານລະດັບພາກພື້ນ ຮັບໃຊ້ຍຸດທະສາດພັດທະນາຂົນສົ່ງທາງອາກາດຢູ່ຫວຽດນາມ ກໍ່ຄ່ອຍໆສ້າງເປັນນະຄອນ ສະໜາມບິນເປັນຮູບປະທຳ, ສ້າງກຳລັງໜູນພັດທະນາໃຫ້ແກ່ຂົງເຂດພາກໃຕ້ ແລະ ທົ່ວປະເທດເວົ້າລວມ. ທ່ານ ຫຼ້າຍຊວນແທັງ ປະທານ, ຜູ້ອຳນວຍການໃຫ່ຍ ບໍລິສັດການບິນ ຫວຽດນາມ ຖືວ່າ:

     “ດ້ວຍການຕ້ອນຮັບຜູ້ໂດຍສານ 100 ລ້ານເທື່ອຄົນຕໍ່ປີ, ສິນຄ້າ 5 ລ້ານໂຕນຕໍ່ປີ. ນີ້ແມ່ນທ່າອາກາດສະຍານທີ່ສຳຄັນທີ່ສຸດ ຂອງປະເທດຊາດ. ໂດຍທີ່ຕັ້ງບົດບາດເຊັ່ນນັ້ນ, ກໍຕ້ອງຮັບປະກັນການນຳໃຊ້ເຕັກນິກ ວິທະຍາສາດທີ່ທັນສະໄໝທີ່ສຸດ ທຽບທັນກັບບັນດາທ່າອາກາດສະຍານໃຫ່ຍ ຂອງພາກພື້ນກໍ່ຄືຂອງໂລກ”.

      ຕາມການຕີລາຄາຂອງບັນດາຜູ້ຊ່ຽວຊານແລ້ວ ທ່າອາກາດສະຍານສາກົນ ລອງແທັ່ງ ຖືກຕັ້ງຢູ່ໃຈກາງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ດ້ວຍບັນດາສາຍການບິນຕາເວັນອອກ-ຕາເວັນຕົກ, ເໜືອ-ໃຕ້, ອັນໄດ້ສ້າງຄວາມສະດວກ ໃຫ້ແກ່ການໄປມາຂອງຜູ້ໂດຍສານ ທີ່ໄປຍັງເອີລົບ, ຕາເວັນອອກກາງ, ອາຊີໃຕ້, ອາຊີຕາເວັນອອກສ່ຽງເໜືອ, ອາເມລິກາເໜືອ… ທີ່ຕັ້ງຖືກເລືອກເອົາຢູ່ ລອງແທັ່ງ  ໃນປັດຈຸບັນກໍ່ມີເນື້ອທີ່ດິນຢ່າງພຽງພໍ ສຳລັບໄລຍະປັດຈຸບັນກໍ່ຄືໃນອະນາຄົດ ເພື່ອພັດທະນາເປັນທ່າອາກາດສະຍານທີ່ທັນສະໄໝ, ຂະຫຍາຍການບໍລິການປອດການບິນ ທີ່ມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ພິເສດແມ່ນສາມາດພັດທະນາເປັນຮູບແບບນະຄອນສະໜາມບິນ. ທ່ານ ຫງວຽນຫງວຽນຮຸ່ງ ໃຫ້ຮູ້ຕື່ມອີກວ່າ:

    “ໂຄງການນີ້ຈະນຳມາຊຶ່ງປະສິດທິຜົນສູງທາງດ້ານເສດຖະກິດສັງຄົມໃຫ້ແກ່ປະເທດຊາດ. ເມື່ອປະຕິບັດໂຄງການນີ້ ຈະສາມາດຊຸກຍູ້ຂະບວນວິວັດ ຫັນເປັນອຸສະຫະກຳ ແລະ ທັນສະໄໝໃຫ້ແກ່ບໍ່ພຽງແຕ່ແຂວງ ດົງນາຍເທົ່ານັ້ນ ຫາກຍັງເຂດເສດຖະກິດຈຸດສຸມ ທາງພາກໃຕ້ອີກດ້ວຍ. ໂຄງການຍັງສ້າງວຽກເຮັດງານທຳ ໃຫ້ແກ່ຄົນງານກວ່າ 200.000 ຄົນຊຶ່ງຈະເຂົ້າເຮັດວຽກໃນບັນດາໂຄງການນີ້, ພ້ອມກັນນັ້ນກໍ່ຮັບປະກັນແຫຼ່ງລາຍຮັບ ແລະ ຮັບປະກັນຄວາມສາມາດເກັບທຶນຄືນ ໃນພາຍພາກໜ້າ”.

     ໂດຍໄດ້ຮັບການວາງແຜນຜັງ ຫ່າງຈາກນະຄອນ ໂຮ່ຈີມິນ 40 ກິໂລແມັດ, ຫ່າງຈາກ ບຽນຮວາ 30 ກິໂລແມັດ, ຫ່າງຈາກ ຫວຸງເຕົ່າ 70 ກິໂລແມັດ, ຕັ້ງຢູ່ໃຈກາງເຂດເສດຖະກິດຈຸດສຸມ ທາງທິດຕາເວັນອອກພາກໃຕ້,  ທ່າອາກາດສະຍານສາກົນ ລອງແທັ່ງ ເມື່ອກໍ່ສ້າງສຳເລັດຈະເປັນກຳລັງໜູນ ແກ່ການພັດທະນາເສດຖະກິດສັງຄົມຂອງແຂວງ ດົງນາຍ ແລະ ເຂດໃກ້ຄຽງອີກດ້ວຍ. ສະໜາມບິນ ລອງແທັ່ງ ຍັງຈະຊ່ວຍກະຕຸ້ນການພັດທະນາ ຂອງຂະແໜງຂົນສົ່ງທາງອາກາດ ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມກັບໂລກ ແລະ ສ້າງທ່ວງທ່າ ພັດທະນາການທ່ອງທ່ຽວຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ