ນາຂັ້ນໄດທີ່ເມືອງມູ່ກັງຈ້າຍ, ແຂວງອຽນບ້າຍ - ຄວາມງາມ ທີ່ມະຫັດສະຈັນ

ໂດຍ​ຖືກ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ສາຍ​ພູ​ຮ​ວ່າງ​ລຽນ​ເຊີນ, ມີ​ຄວາມ​ສູງ​ສະ​ເລ່ຍກວ່​າ 1000 ແມັດເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ຂອງ​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ທີ່​ເມືອງ​ມູ່​ກັງ​ຈ້າຍ, ແຂວງ​ອຽນ​ບ້າຍ ນອນ​ຄົດ​ງໍ​ໄປ​ທົ່ວ​ຂ້າງ​ພູ ແລະ ບັນ​ດາ​ຮອມ​ພູ. ດ້ວຍ​ຈຳ​ນວນກວ່າ 3.500 ແຮັກ​ຕາ, ບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ທີ່​ເມືອງ​ມູ່​ກັງ​ຈ້າຍແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ, ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາຢ້ຽມ​ຊົມ, ​ທັດ​ສະ​ນະ​ສຶກ​ສາຢ່າງຫຼວງຫຼາຍ.

 

ນາຂັ້ນໄດທີ່ເມືອງມູ່ກັງຈ້າຍ, ແຂວງອຽນບ້າຍ - ຄວາມງາມ ທີ່ມະຫັດສະຈັນ - ảnh 1
ນາ​ຂັ້ນ​ໄດ​ທີ່​ເມືອງ​ມູ່​ກັງ​ຈ້າຍ, ແຂວງ​ອຽນ​ບ້າຍ - ຄວາມ​ງາມ​ທີ່​ມະ​ຫັດ​ສະ​ຈັນ​ຂອງ​ເຂດ​ພູ​ສູງ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ

      ມູ່​ກັງ​ຈ້າຍແມ່ນ​ເມືອງ​ໜຶ່ງ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ອຽນ​ບ້າຍ, ຫ່າງ​ຈາກ​ຮ່າ​ໂນ້ຍ​ປະ​ມານ 300 ກມ​ໄປ​ທາງ​ທິດ​​ຕາ​ເວັນ​ຕົກ​ສ່ຽງ​ເໜືອ. ຈາກ​ຮ່າ​ໂນ້ຍ​ຫາມູ່​ກັງ​ຈ້າຍ ແມ່ນ​ໄປ​ຕາມ​ທາງຫຼວງ 32, ຜ່ານ​ກີ່ວ​ເຂົາ​ຟ້າ, ໃນ​ຊຸມ​ວັນ​ເດືອນ​ກັນ​ຍາ ແລະ ຕຸ​ລາ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຈະ​ປະຫຼາດ​ໃຈ​ເມື່ອ​ເຫັນ​ປະ​ຈັກ​ຕາ​ເນື້ອ​ທີ່​ນາ​ສຸກເຫຼືອງ​ອາ​ຮາມ​ຍາວ​ຢຽດ​ຕາມ​ຂ້າງ​ພູ.

     ຊຸມ​ວັນ​ຕົ້ນ​ລະ​ດູ​ບານ​ໃໝ່, ​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ທີ່​ເມືອງ​ມູ່​ກັງ​ຈ້າຍກໍ​ເລີ່ມ​ເຮັດ​ນາ​ຂັ້ນ​ໄດ. ຍ້ອນ​ສະ​ພາບ​ພູ​ມິ​ສັນ​ຖານ​ເຮັດ​ນາ​ຢູ່​ຕາມ​ຂ້າງ​ໂນນພູທີ່​ມີ​ລະ​ດັບ​ຄ້ອຍ​ສູງ, ນາ​ຂັ້ນ​ໄດມີ​ລວງ​ກ້​ວາງ​ແຄບ ພຽງ​ປະ​ມານ 2-3 ແມັດ​ເທົ່າ​ນັ້ນ. ອ້າຍ​ຢາງ​ອາ​ຈິງ, ຊາວ​ເຜົ່າ​ມົ້ງ​ຢູ່​ຕາ​ແສງ​ ລາປານ​ຕັນ ໃຫ້​ຮູ້​ວ່າ: 

     “ ວິ​ທີ​ເຮັດ ນາ​ຂັ້ນ​ໄດ​ຖືກ​ຖ່າຍ​ທອດ​ຈາກ​ຄົນ​ລຸ່ນນີ້​ຫາ​ຄົນ​ລຸ່ນ​ອື່ນ. ນັບ​ແຕ່​ຄາວ​ຍັງ​ນ້ອຍ, ຂ້າ​ພະ​ເຈົ້າ​ໄດ້​ຖ​ືກ​ພໍ່​ແມ່, ປູ່​ຍ່າ​ຕາ​ຍາຍ​ສອນ​ວິ​ທີ​ເຮັດ​ ນາ​ຂັ້ນ​ໄດ. ເຮັດ ນາ​ຂັ້ນ​ໄດ​ບໍ່​ຍາກ​ປານ​ໃດ, ແຕ່​ລຳ​ບາກຫຼາຍ​ເພາະ​ຕ້ອງ​ຈົກ​ດິນບົນ​ໂນນ​ພູ​ທີ່​ແຂງ ແລະ ມີ​ຫີນຫຼາຍ. ຂ້າ​ພະ​ເຈົ້າ​ໄດ້​ຮັບ​ເນື້ອ​ທີ່ ນາ​ຂັ້ນ​ໄດ​ບາງ​ຕອນ​ຈາກ​ພໍ່​ແມ່​ປະ​ໄວ້​ໃຫ້ ແລະ ທາງຄອບ​ຄົວໄດ້​ບຸກ​ເບີກ​ເນື້ອ​ທີ່ນາຕື່ມ​ອີກ 2 ຕອນ ”

    ຢູ່​ຕາມ​ຂ້າງ​ໂນນ​ພູ ທີ່​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ທີ່​ເມືອງ​ມູ່​ກັງ​ຈ້າຍເລືອກ​ເອົາ​ເພື່ອ​ເຮັດນາ​ຂັ້ນ​ໄດນັ້ນ, ເຄີຍມີກະ​ແສນ້ຳທຳ​ມະ​ຊາດໄຫຼມາຈາກ​ຫ້ວຍ​ຮ່ອງ ແລະ ລົ້ນ​ຈາກ​ນາ​ທີ່​ສູງ​ລົງ​ຕ່ຳ. ແຫຼ່ງ​ນ້ຳ​ຈາກ​ນາ​ທີ່​ສູງສຸດ​ໄຫຼ​ລົງ​ມາ​ຖືກ​ແບ່ງ​ໃຫ້​ບັນ​ດາ​ເນືອ​ທີ່​ນາ​ທາງ​ລຸ່ມ, ອັນ​ໄດ້​ສ້າງ​ເປັນ​ລະ​ບົບ​ສະ​ໜອງ​ນ້ຳ​ຊົນ​ລະ​ປະ​ທານທີ່​ງາມຕາ ແລະ ມີ​ປະ​ສິດ​ທິ​ຜົນ. ອ້າຍ​ວູ້​ດຶກ, ນັກ​ຖ່າຍ​ຮູບ​ໄດ້​ໄປ ມູ່​ກັງ​ຈ້າຍ ຫຼາຍ​ເທື່ອ​ແລ້ວ ໃຫ້​ຮູ້​ວ່າ :

    “ ຕາມ​ຂ້າ​ພ​ະເຈົ້າແລ້ວ,  ບັນ​ດາ​ເນື້ອ​ທີ່ນາ​ຂັ້ນ​ໄດໄດ້​ມີມາແຕ່​ດົນ​ນານ​ແລ້ວ. ບໍ່​ມີ​ປື້ມ​ຕຳ​ລາ​ໃດ ແນະ​ນ​ຳ​ໃຫ້​ເຂົາ​ເຈົ້າ, ແຕ່ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້ ກໍ​ມີ​ວິ​ທີ​ເຮັດ​ນາ​ເປັນ​ເອ​ກະ​ລັກ​ສະ​ເພາະ​ທີ່​ສຸດ. ບັນ​ດາ​ເນືອ​ທີ່​ນາ​ນອນ​ຢູ່​ຕາມ​ຂ້າງ​ພູທີ່​ມີ​ລະ​ດັບ​ຄ້ອຍ​ສູງ, ແຕ່​ເຂົາ​ເຈົ້າ​ສາ​ມາດ​ສ້າງ​ເປັນ​ບັນ​ດາ​ເນື້ອ​ທີ່​ນາ​ຮາບ​ພຽງ. ເມື່ອ​ມາ​ຊອກ​ຮູ້, ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັ​ນ​ໄດ້​ເຖິງ​ຄວາມ​ເກັ່ງ​ກ້າ​, ເຫື່ອ​ແຮງ​ຂອງ​ເຂົາ​ເຈົ້າ​ເມື່ອ​ເຮັດ​ເນື້ອ​ທີ່​ນາເຫຼົ່າ​ນີ້ ”

      ມູ່​ກັງ​ຈ້າຍງາມ​ທີ່​ສຸດ​ແມ່ນ​ໃນ​ລະ​ດູ​ເຂົາ​ສຸກ​ເຫຼືອງ, ມີ​ແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​ໄດ້​ເລືອກ​ເອົາ​ຊ່​ວງ​ເວ​ລາ​ເດືອນ 5, ເດືອນ 6, ຂະ​ນະ​ທີ່​ພໍ່​ແມ່​ພີ​ນ້ອງໄດ້​ເລີ່ມ​ປ່ອຍ​ນ້ຳ​ເຂົ້າ​ນາ. ຊວ່ງ​ເວ​ລານັ້ນ, ທັງ​ທົງ​ນາ​ຂັ້ນ​ໄດ​ກໍ​ເຕັມ​ໄປ​ດ້​ວຍ​ນ້ຳ. ນັບ​ຕັ້ງແຕ່​ປີ 2007, ​ຂະ​ນະ​ທີ່ນາ​ຂັ້ນ​ໄດມູ່​ກັງ​ຈ້າຍໄດ້​ຮັບ​ການຢັ້ງ​ຢືນ​ແມ່ນ​ທັດ​ສະ​ນີ​ຍະ​ພາບ​ລະ​ດັບ​ຊາດນັ້ນ, ບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ຂອງ​ພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ທີ່​ເມືອງ​ມູ່​ກັງ​ຈ້າຍ ໄດ້​ກາຍ​ເປັນ​ຈຸດ​ນັດ​ພົບ​ທີ່​ດູ​ດ​ດື່ມ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ບໍ່​ພຽງ​ແຕ່​ຜະ​ລິດ​ເຂົ້າ​ເທົ່າ​ນັ້ນ, ນາ​ຂັ້ນ​ໄດຍັງ​ຊ່ວຍພໍ່​ແມ່​ພີ​ນ້ອງມີ​ລາຍ​ຮັບ​ຕື່ມ​ອີກ​ຈາກ​ການ​​ພັດ​ທະ​ນາທ່ອງ​ທ່ຽວ. ນາງ ຢ່າງ​ທິ​ຊວນ ຊາວ​ເຜົ່າ​ມົ້ງ​ຢູ່​ຕາ​ແສງ ເຢ​ຊູ​ຟີ່ງ ໃຫ້​ຮູ້​ວ່າ: 

“ ຊຸມ​ປີ​ທີ່​ຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຂົ້​າ​ໃນ​ການ​ເຮັດນາ​ຂັ້ນ​ໄດ, ດັ່ງ​ນັ້ນ​ກໍ​ໃຫ້​ສະ​ມັດ​ຕະ​ພາບ​ການ​ຜະ​ລິດ​ເຂົ້າສູງ, ຄິດ​ສະ​ເລ່ຍ​ບັນ​ລຸກວ່າ 0,5 ໂຕນ/ແຮັກ​ຕາ. ຄ​ວາມ​ງາມຂອງ ນາ​ຂັ້ນ​ໄດ​ກໍຍັງ​ຊ່ວຍພໍ່​ແມ່​ພີ​ນ້ອງມີ​ລາຍ​ຮັບ​ຕື່ມ​ອີກ​ຈາກ​ການ​​ພັດ​ທະ​ນາທ່ອງ​ທ່ຽວ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ພວມ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ໂດຍ​ພັກ​ເຊົາ​ຢູ່​ກັບ​ຄອ​ບ​ຄົວ​ຕົນ ແລະ ພາ​ແຂກ​ທ່ອງ​ທ່ຽວ​ໄປ​ຊອກ​ຮູ້​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ຢູ່​ບັນ​ດາ​ໝູ່​ບ້ານ​ອ້ອມ​ຂ້າງ. ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອກ​າດພັກ​ເຊົາ​ຢູ່​ກັບ​ຄອ​ບ​ຄົວຊາວ​ເຜົ່າ​ມົ້ງ, ຜູ້​ໄທ, ຊອກ​ຮູ້​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ການ​ດຳ​ເນີນ​ຊີ​ວິດ, ອອກ​ແຮງ​ງານ, ໄດ້​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທ້ອງ​ຖິ່ນ ”

      ແຕ່​ລະ​ປີ, ສັບ​ປະ​ດາ​ວັດ​ທະ​ນະ​ທຳ-ທ່ອ​ງ​ທ່ຽວ ທັດ​ສະ​ນີ​ຍະ​ພາບນາ​ຂັ້ນ​ໄດມູ່​ກັງ​ຈ້າຍ ຖືກ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ​ຕຸ​ລາ, ອັນ​ໄດ້​ດຶງ​ດູດ​ແຂກ​ທ່ອງທ່ຽວທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢ່າງຫຼວງຫຼາຍ. ບໍ່​ພຽງ​ແມ່​ມາ​ຄົ້ນ​ຫາ​ຄວາມ​ງາມ​ຂອງບັນ​ດາ​ເນື້ອ​ທີ່​ນາ​ຂັ້ນ​ໄດ​ພວມ​ສຸກ​ເຫຼືອ​ອາ​ຮາມ ​ເອ້​ຄວາມ​ງາມ ເທົ່າ​ນັ້ນ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ​ຍັງ​ມີ​ໂອ​ກາດ​ໄດ້​ຄົ້ນ​ຫາ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງພໍ່​ແມ່​ພີ​ນ້ອງ​ບັນ​ດາ​ເຜົ່າ​ຢູ່​ແຫ່ງນີ້​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ