ນາມດິ້ງ, ເຂດບ້ານນາທີ່ສາມາດຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ

ໂດຍ​ຖືກ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳແດງ, ແຂວງ​ນາມດິ້ງ​ພວມ​ອະ​ນຸ​ລັກ ແລະ ຮັກ​ສາ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໃນ​ນັ້ນ ມີ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ການ​ເຫຼືອມ​ໃສ, ງານ​ບຸນ, ໝູ່​ບ້ານ​ອາ​ຊີບ, ປູຊະ​ນີ​ຍະ​ສະ​ຖານປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ… ນອກ​ຈາກ​ບັນ​ດາ​ຄູນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ແລ້ວ, ນາມດິ້ງ​ຍັງ​ມີ​ເງື່ອນ​ໄຂ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ທຳ​ມະ​ຊາດ, ພິ​ເສດ​ແມ່ນ​ການ​ທ່ອງ​ທ່ຽວ​ທະ​ເລ. ດິນ​ແດນ​ແຫ່ງນີ້, ຍາມ​ໃດ​ກໍ​ຍິນ​ດີ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ໃກ້ຫຼື​ໄກ​ມາ​ຄົ້ນ​ຫາ ແລະ ທ່ຽວ​ຊົມ.  

 

ນາມດິ້ງ, ເຂດບ້ານນາທີ່ສາມາດຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ - ảnh 1
ວັດ​ໂກ​ເລ້​ໃນ​ແຂວງ​ນາມດີ້ງ

        ນາມດິ້ງ​ຖືກ​ຕັ້ງ​ຢູ່​ຫ່າງ​ຈາກ​ຮ່າ​ໂນ້ຍ​ປະ​ມານ 100 ກມ. ເສັ້ນ​ທາງ​ຈາກ​ຮ່າ​ໂນ້ຍ​ໄປ​ນາມດິ້ງ ແມ່ນ​ທ​າງ​ດີ, ມີ​ຄວາມ​ສະ​ດວກ ແລະ ທັນ​ສະ​ໄໝ, ດັ່ງ​ນັ້ນ​ແຂກ​ທ່ອງ​ທ່ຽວ​ສາ​ມາດ​ໄປ​ດ້ວຍ​ລົດ​ໄຟ, ລົດ​ໂອ​ໂຕຫຼື​ລົດ​ຈັກ. ນາມດິ້ງແມ່ນ​ດິນ​ແດນ​ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ດ້ວຍຫຼາຍ​ງານ​ບຸນ​ປະ​ເພ​ນີ. ນາມດິ້ງໃນ​ປະ​ຈຸ​ບັນ, ມ​ີ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ເກືອບ 4000 ແຫ່ງ​ຊຶ່ງ​ພົ້ນ​ເດັ່ນ​ແມ່ນ​ວັດ​ໂກ​ເລ້, ວັດ​ແກວ​ແຮ່ງ​ຖ້ຽນ, ເສົາ​ທຸງ ນາມດິ້ງ…ນອກ​ຈາກນັ້ນ, ກໍ​ຍັງ​ມີ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ທີ່​ຕິດ​ພັນ​ກັບ​ບັນ​ດາ​ບຸ​ລຸ​ດ​ຜູ້​ທີ່​ມີ​ຊື່​ສຽງຄື ປະ​ລິນ​ຍາ​ເອກ ຫງວຽນ​ຮ່ຽນ, ນັກ​ກະ​ວີ​ຕູ້​ເຊືອງ, ເຂດ​ອະ​ນຸ​ສອນ​ສະ​ຖານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເຈື່ອງ​ຈິງ… ພ້ອມ​ກັບ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ນັ້ນ, ນາມດິ້ງ​ຍັງ​ມີກວ່າ 70 ຫມູ່​ບ້ານອາ​ຊີບ​ຄື​ຫມູ່​ບ້ານຄວັດ​ສະຫຼັກ​ໄມ້, ຫຼໍ່​ທອງ, ຫມູ່ບ້ານ​ຜະ​ລິດ​ເຄື່ອງ​ຈັກ​ສານ, ໝູ່​ບ້ານ​ປູກ​ຕົ້ນ​ໄມ້​ປະ​ດັບ. ທ່ານ ໂດ້​ວູ້​ເລີ້ຍ ສັງ​ກັດ​ສະ​ຖາ​ບັນ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແຫ່ງ​ຊາດ ໃຫ້​ຮູ້​ວ່າ : 

     “ ກ່ຽວ​ກັບ​ມໍ​ລະ​ດົກ​ຢູ່​ນາມດິ້ງ, ຈຸດ​ພິ​ເສດ​ສະ​ເພາະ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ທ່າ​ແຮງ​ແມ່ນ​ການ​ທ່ອງ​ທ່ຽວ​ຢູ່​ຕາມ​ວັດ​ວາ​ອາ​ຮາມ. ຜ່ານ​ໄລ​ຍະ​ປະ​ຫວັດ​ສາດ​ນັບ​ພັນ​ປີ, ນາມດິ້ງໄດ້​ກາຍ​ເປັນ​ແຫ່ງ​ເຕົ້າ​ໂຮມບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳທີ່​ມີ​ຄຸນ​ຄ່າ​ພິ​ເສດ, ນັ້ນ​ແມ່ນ​ບັນ​ດາ​ປູ​ຊະ​ນີ​ຍະ​ສະ​ຖານ​ໃນ​ສະ​ໄໝ​ລາດ​ຊະ​ວົງຫຼີ, ເຈີນ, ເລ. ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ຖ້າ​ຫາກ​ປູ​ຊະ​ນີ​ຍະ​ສະ​ຖານ​ເຫຼົ່າ​ນີ້​ໄດ້​ຮັບ​ດານ​ຂຸດ​ຄົ້ນ​ນັ້ນ, ຈະ​ສ​ົ່ງ​ຜົນ​ກະ​ທົບ​ຢ່າງ​ໃຫຍ່ຫຼວງ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ສັງ​ຄົມ​ຂອງ​ແຂວງ ”

      ສິ່ງ​ທີ່​ພົ້ນ​ເດັ່ນ​ໃນ​ແຂວງນາມດິ້ງ​ແມ່ນ​ບັນ​ດາ​ຄຸນ​ຄ່າ​ທາງ​ດ້ານ​ປະ​ຫວັດ​ສາດ, ວັດ​ທະ​ນ​ະ​ທຳ​ພື້ນ​ເມືອງ​ໃນ​ສະ​ໄໝ​ລາດ​ຊະ​ວົງ​ເຈີນ, ອັນ​ໄດ້​ສ້າງ​ຮູບ​ແບບ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຢູ່​ຕາມ​ວັດ​ວາ​ອາ​ຮາມ​ທີ່​ອຸ​ດົມ​ສົມ​ບູນ. ໂດຍ​ຕິດ​ພັນ​ກັບ​ເຂດ​ດິນ​ແທ່ງ​ນາມນັ້ນ, ກໍ​ຕ້ອງ​ເຕື້ອງ​ເຖິງ​ບັນ​ດາ​ງານ​ບຸນ ແລະ ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ທ່ານ ຫງວຽນ​ກົງ​ເຄືອງ ຫົວ​ໜ້າ​ຂະ​ແໜງວິ​ຊາ​ການ​ທ່ອງ​ທ່ຽວ, ພະ​ແນກວັດ​ທະ​ນະ​ທຳ​, ກິ​ລາ ແລະ ທ່ອງ​ທ່ຽວແຂວງ ນາມດິ້ງ ໃຫ້​ຮູ້​ວ່າ : 

    “ ນາມດີ້ງ​ແມ່ນ​ບ້ານ​ເກີດ​ຂອງ​ລ​າດ​ຊະ​ວົງ​ເຈີນ. 750 ປີ​ຄືນຫຼັງ, ລາດ​ຊະ​ວົງ​ເຈີນ​ໄດ້​ສ້າງ​ພາ​ລະ​ກິດ​ຢູ່​ເຂດ​ດິນ​ແທ່ງ​ນາມ. ໃນ​ເຂດ​ດິ​ນ​ທີ່​ເກົ່າ​ແກ່​ຂອງ​ນາມດີ້ງ​ທີ່​ມີ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທ່ອງທ່ຽວ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ, ຫຼາຍ​ຮູບຫຼາຍ​ສີ. ໃນ​ບໍ​ລິ​ເວນ​ແຂວງ ກໍ​ຍັງ​ມີຫຼາຍ​ງານ​ບຸນ​ຕິດ​ພັນ​ກັບ​ປູ​ຊະ​ນີ​ຍະ​ສະ​ຖານ, ງານ​ບຸນ​ຍາມ​ຕົ້ນ​ລະ​ດູ​ບານ​ໃໝ່, ງານ​ບຸນ​ໝູ່​ບ້ານ​ອາ​ຊີບ. ເຂົ້າ​ຮ່ວມ​ງານ​ບຸນ​ຢູ່​ນາມດີ້ງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຫັນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ຄື ການ​ສະ​ແດງ​ລະ​ຄອນ​ຕຸກ​ກະ​ຕານ້ຳ, ບຸນ​ຈັບ​ເປັດ…ມາ​ທ່ອງທ່ຽວຢູ່​ນາມດີ້ງ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່​ບັນ​ດາ​ໝູ່​ບ້ານ​ອາ​ຊີບ​ຫັດ​ຖະ​ກຳ​ອີກ​ດ້ວຍ ”

     ນາມດີ້ງ​ມີ​ຝັ່ງ​ທະ​ເລຍາວ 72 ກມ​ດ້ວ​ຍ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ໄດ້​ຮັບ​ການ​ຂຸດ​ຄົ້ນ, ກໍ່​ສ້າງ​ເປັນ​ບັນ​ດາ​ເຂດ​ທ່ອງ​ທ່ຽວ​ທະ​ເລ​ທີ່​ດູດ​ດື່ມ​ຄື ທີ້ງ​ລອງ, ເມືອງ​ຫາຍ​ເຫົ້າ, ກ໋ວດ​ເລີ​ມ, ເມືອງ​ຢາວ​ຖີ. ພິ​ເສດ​, ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ ຊວນ​ຖີ ດ້ວຍ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ ປ່າ​ຊາຍ​ເລນ ຊຶ່ງ​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຝູງ​ນົກ​ອົບ​ພະ​ຍົບ. ນີ້​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູ​ດດື່ມສຳ​ລັບ​ແຂກ​ທ່ອງ​ທ່ຽວ​. ທ່ານ ຫງວຽນ​ຟຸກ​ໂຫ້ຍ ຮອງ​ຜູ້​ອຳ​ນວຍ​ການ​ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ ຊວນ​ຖີ ໃຫ້​ຮູ້​ວ່າ :

    “ເຂດ​ປ່າ​ສະ​ຫງວ​ນແຫ່ງ​ຊາດ ຊວນ​ຖີມີ​ຈຸດ​ພິ​ເສດ​ແມ່ນ ປ່າ​ນ້ຳ​ຖ້ວມ, ນອນ​ຢູ່ປາກແມ່​ນ້ຳ ແຄມ​ທະ​ເລ. ລະ​ບົບ​ນິ​ເວດ​ວິ​ທະ​ຍາ​ມີ​ຈຸດ​ພິ​ເສດ​ສະ​ເພາະ​ແມ່ນ​ລະ​ບົບ​ວິ​ເວດ​ນ້ຳ​ຖ້ວມ​ທີ່​ເປັນ​ຕົວ​ແບບ​ຂອງ​ເຂດ​ພາກ​ເໜືອ​ຫວຽດ​ນາມ​ ແຄມ​ທະ​ເລ ຊຶ່ງ​ລວມ​ທັງ​ບັນ​ດາ​ເຂດ​ປ່າ​ຊາຍ​ເລນ, ໜອງ​ບຶງ, ເກາະ​ດອນ…”

     ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່​ນາມດີ້ງ, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ທ່ຽວ​ຊົມ​ຢູ່​ເຂດ​ວັດ​ທະ​ນະ​ທຳ​ອາ​ຫານ​ການ​ກິນ​ພິ​ເສດ​ສະ​ເພາະ ດ້ວຍ​ອາ​ຫານຫຼາຍ​ເຍື່ອງ, ສິນ​ພິ​ເສດ​ທີ່​ມີ​ຊື່​ສຽງ, ອັນ​ໄດ້​ສ້າງ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ໃຫ້​ແກ່​ເຂດ​ດິນ​ແທ່ງ​ນາມ​ຄື ເຝີ​ນາມດີ້ງ, ປັນ​ກວນ ບ້ານ​ເກັງ, ເຂົ້າ​ໜົມ​ຖົ່ວ​ດິນ ຊີ່ວ​ເຈົາ….ນອກ​ຈາກນັ້ນ, ນາມດີ້ງ​ຍັງ​ມີຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ເປັນ​ໜ້າ​ຈັບ​ໃຈ ​ພວມ​ຄ່ອຍ​ຖ້າ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຊົມ, ທັດ​ສະ​ນະ​ສຶກ​ສາ.

ຕອບກັບ

ຂ່າວ/ບົດ​ອື່ນ