ນ້ຳຕົກຕາດ Dray Nur ຢູ່ເຂດໄຕງວຽນ


(vovworld)- ​ສຳ​ລັບນັກ​ທ່ອງ​ທ່ຽວ​ຜູ້​ທີ່​ມັກຄົ້ນ​ຫາ​​ທຳ​ມະ​ຊາດ, ນ້ຳ​ຕົກ​ຕາດ Dray Nur  ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ​່ຂາດບໍ່​ໄດ້​ໃນ​ລາຍ​ການທ່ອງ​ທ່ຽວ​ນະ​ຄອນ ບວນ​ມາ​ທວດ, ແຂວງ ດັກ​ລັກ. ນ້ຳ​ຕົກ​ຕາດ Dray Nur  ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ຄວາມ​ງາມ​ແບບທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ດ້ວຍ​ບັນ​ດາ​ເທບ​ນິ​ຍາຍ​ທີ່​ຕິດ​ພັນ​ກັບ​ຊື່​ຂອງ​ນ້ຳ​ຕົກ​ຕາດອີກ​ດ້ວຍ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ ພາກນີ້ ພວກ​ເຮົາ​ຂໍ​ແນະ​ນຳບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ນ້ຳ​ຕົກ​ຕາດ Dray Nur  ຢູ່​ເຂດ​ໄຕ​ງວຽນ

ນ້ຳຕົກຕາດ Dray Nur  ຢູ່ເຂດໄຕງວຽນ - ảnh 1
ນ້ຳ​ຕົກ​ຕາດ Dray Nur

        ນ້ຳ​ຕົກ​ຕາດ Dray Nur ຕັ້ງ​ຢ​ູ່​ບໍ​ລິ​ເວນ​ບ້ານ Kuop, ຫ່າງ​ຈາກ​ນະ​ຄອນ ບວນ​ມາ​ທວດໄປ​​ທາງ​ທິດ​ໃຕ້ ປະ​ມານ 25 ກິ​ໂລ​ແມັດ. ນ້ຳ​ຕົກ​ຕາດ Dray Nur ແມ່ນ​ນ້ຳ​ຕົກ​ຕາດ​​ທີ່​ສວຍ​ງາມ ແລະ ໃຫຍ່​ໂຕ​ມະ​ໂຫ​ຖານ ດ້ວຍ​ຄວາມ​ຍາວ​ປະ​ມານ 250 ແມັດ, ​ສູງກວ່າ 30 ແມັດ ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ງາມ​ແບບ​ຮົກ​ເຮື້ອເປົ່າ​ຫວ່າງ. ນ້ຳ​ຕົກ​ຕາດ Dray Nur ແມ່ນ​ນ້ຳ​ຕົກ​ຕາດ​ໃຫຍ່​ສຸດ, ນອນ​ໃນ​ລະ​ບົບນ້ຳ​ຕົກ​ຕາດ 3 ແຫ່ງ​ຄື: ຢາ​ລອງ, ນ້ຳ​ຕົກ​ຕາດ Dray Nur- Dray Sap ຂອງ​ແມ່​ນ້ຳ Serepok. ນ້ຳ​ຕົກ​ຕາດ Dray Nur ຕັ້ງ​ຢູ່​ຄຽງ​ຂ້າງ​ນ້ຳ​ຕົກ​ຕາດ Dray Sap ຫ່​າງ​ຈ​າກ​ຂົ​ວ​ອູ່​ຕັ້ງ​ຂ້າມ ແມ່​ນ້ຳ Serepok ດ້ວຍ​ໄລ​ຍະ​ທາງ​ອັນ​ສັ້ນໆ​. ​ເມື່ອສັງ​ເກດ​ຈາກ​ທາງ​ໄກ, ​ທ່ານ​ຈະ​ເຫັນນ້ຳ​ຕົກ​ຕາດ Dray Nur ຄື​ດັ່ງ​ສາຍ​ນ້ຳ​ໃຫຍ່ຈາກ​ຈອມ​ພູ​ສູງ​ຊັນ​ໄຫ​ລ​ລົງເປັ່ນ​ສຽງ​ດັ່ງ​​ກ້ອງກັງ​ວານ​ໄປ​ທົ່ວ​ພູ​ຜາ​ປ່າ​ໄມ້. ສຳ​ລັບນ້ຳ​ຕົກ​ຕາດ Dray Nur ຊາວ​ທ້ອງ​ຖິ່ນ​ເຄີຍ​ເອີ້ນ​ວ່າ ແມ່ນ​ນ້ຳ​ຕົກ​ຕາດ​ເມຍ. ຕາມ​ເລື່ອງ​​ເລົ່າຂານ​ ກ່ອນນີ້ ມີ​ສາວ​​ຊາວ​ເຜົ່າ ເອ​ເດ ຜູ້​ຫນຶ່ງທີ່​ສວຍ​ງາມ ພ້ອມ​ກັບ​ຄົນ​ຮັກ​ພາ​ກັນ​ໄປ​​ທ່ຽວຫລິ້ນ​ໃນ​ປ່າ ແລະ ​ເມື່ອນັ່ງ​ຢູ່​ເທິງ​ໂງ່ນ​ຫີນ​ໃຫຍ່, ບັງ​ເອີນ​ມີ​ຜີ​ຍັກ​ປະ​ກົດ​ຕົວ​ແລ້​ວ​ກໍ່​ປ່ຽນ​ຕົວ​ເປັນ​ເສົາ​ນ້ຳ, ອ້າຍ​ບ່າວ​ຖືກນ້ຳ​ມ້ວນ​ໄປ​ໄກ ແລະ ຖືກ​ສະ​ຫລົບ​ໄປ ເມື່ອ​​ຮູ້​ສຶກ​ຕົວ​ແລ້ວ​ຈຶ່ງ​ຮູ້​ວ່າ ຄົນ​ຮັກ​ຂອງ​ຕົນ​ຖືກ​ຜີ​ຍັກ​ຈັບ​ໄປແລ້ວ. ບ່ອນ​ທີ່​ອ້າຍ​ບ່າວນັ່ງ​ປະ​ຈຸ​ບັນ​ແມ່ນ​ຜາ​ຫີນ​ຂອງ​ກະ​ແສ​ນ້ຳ​ຕົກ​ຕາດ ສ່ວນ​ບ່ອນ​ຂອງ​ຜີ​ຍັກ​ອອກ​ມາ​ແມ່​ນ​ນ້ຳ​ຕົກ​ຕາດ.

ນ້ຳຕົກຕາດ Dray Nur  ຢູ່ເຂດໄຕງວຽນ - ảnh 2
ຄວາມ​​ສວຍງ​າມ​ຂອງ​ກະ​ແສ ນ້ຳ​ຕົກ​ຕາດ Dray Nur
ພາບ:vietnamplus.vn

        ສຽງ​ນ້ຳ​ຕົກຕາດໄຫລ​ຕະ​ຫລອດ​ປີ ​ບາງ​ເທື່ອ​ຄື​ສຽງ​ເວົ້າ​ຄ່ອຍໆ, ບາງ​ເທື່ອ​​ຄືສຽງລົມ​ກັນຂອງ​ຄູ່​ຮັກ.  ເລື່ອງ​ລາວ​ກ່ຽວ​ກັບ​ຄວາ​ມ​ຮັກ ຊື່ງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້​ເລົ່າ​ສູ່​ກັນ​ຟັງ​ເຮັດ​ໃຫ້​ຊື່​ຂອງ​ນ້ຳ​ຕົກ​ຕາດ​ມ່ວນກວ່າ. ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ຕົ້ນ​ກຳ​ເນີດ​ຂອງ​ນ້ຳ​ຕົກ​ຕາດ, ຄວາມ​ງາມ​ແບບ​ເລິກ​ລັບ​​ມະ​ຫັດ​ສະ​ຈັນ ລ້ວນ​ແຕ່​ເປັນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວຜູ້​​ທີ່ເຄີຍ​ມາ​ຢ້ຽມ​ຢາມ​ແຫ່ງນີ້ .  ທ່ານ ຫງວຽນ​ກວາງ​ເອີນ, ຊ່າງ​ພາບມາ​ຈາກ ນະ​ຄອນ ໂຮ່​ຈິ​ມີນ ແບ່ງ​ປັນ​ວ່າ:

        “ທິວ​ທັດ​ທຳ​ມະ​ຊາດ​ຢູ່​ເຂດ​ໄຕ​ງວຽນ ແມ່ນ​​ສວຍ​ສົດ​ງົດ​ງາມ ແລະ​ເປັນຫລາຍ​ຮູບ​ຫລາຍ​ແບບ ລວມ​ມີ​ນ້ຳ​ຕົກ​ຕາດ, ພູ​ຜາ​ປ່າ​ໄມ້​ໃຫຍ່​ໂຕ​ມະ​ໂຫ​ຖານ. ນອກນັ້ນ ເຂດ​ໄຕ​ງວຽນ ຍັງ​ມ​ີ​ເຮືອນ​ຣົງ ກໍ​ເປັນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ. ມາ​ແຫ່ງນີ້ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ຮັບ​ຊົມທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ຊີ​ວິດ​ການ​ເປັນ​ຢູ່, ຮີດ​ຄອງ​ປະ​ເພ​ນີ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ.”

        ຄວາມ​​ສວຍງ​າມ​ຂອງ​ກະ​ແສ ນ້ຳ​ຕົກ​ຕາດ Dray Nur ຍາມ​ໃດ​ກໍ​​ດຶງ​ດູດ​​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ແຫ່ງນີ້ເປັນ​ຈຳ​ນວນ​ຫລວງ​ຫລາຍ. ພິ​ເສດ​ແມ່ນ​ຜູ້​ນິ​ຍົມ​​ທ່ອງ​ທ່ຽວ​ພະ​ຈົນ​ໄພ. ເຂົາ​ເຈົ້າ​ມາ​ຢ້ຽມ​ຢາມ ນ້ຳ​ຕົກ​ຕາດ Dray Nur ບໍ່​ພຽງ​ແຕ່​ໄດ້​ຊົມ​ສາຍນ້ຳ​ ​ໄຫລ​ຈາກ​​ຜາ​ຊັນ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ໄປຢ້ຽມ​ຢາມ​ຖ້ຳ​ທະ​ລຸ​ກະ​ແສ​ນ້ຳ​ຕົກ​ຕາດ​ອີກ​ດ້ວຍ. ອ້າຍ ກວາງ​ກູຍ, ຜູ້​ນຳ​ທ່ຽວ​ຢູ່ ນ້ຳ​ຕົກ​ຕາດ Dray Nur ໃຫ້​ຮູ້​ວ່າ:

        “ກະ​ແສ​ນ້ຳ​ຕົກ​ຕາດ​ຢູ່​ທີ່ນີ້ ມີ 3 ຊ​ັ້ນ, ຫນອງ​ນ້ຳ​​ຊັ້ນ​ທີ​ 1 ດ້ວຍ​ລະ​ດັບ​ນ້ຳ​ຕ່ຳ, ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ສາ​ມາດ​ລອຍ​ນ້ຳ ຫລື​ອາບ​ນ້ຳ​ໄດ້. ຢູ່​ຫນອງ​ນ້ຳ​ຊັ້ນທີ 2 ລະ​ດັບ​ນ້ຳ​ສູງ​ສົມ​ຄວນ ສະ​ນັ້ນ ນັກ​ທ່ອງ​ທ່ຽວ​ມາ​ນີ້ ທຸກ​ຄົນ​ຕ້ອງ​ປະ​ຕິ​ບັດ​ຕາມ​ການ​ແນະ​ນຳ​ຂອງ​ພາ​ລະ​ກອນ​ກູ້​ໄພ​. ສ່ວນ​ເມື່ອ​ຢ້ຽມ​ຢາມ​ຫນອງ​ນ້ຳ​ຊັ້ນ​ທີ 3 ລະ​ດັບ​ນ້ຳ​ມີ​ຄວາມ​ເລິກ 8-10 ແມັດ. ແຕ່​ຖ້າ​ຮ​ູ້​ຈັກ​ວິ​ທີ​ຍ່າງ​ຕາມ​ຝາ​ຫີນ​ນັກ​ທ່ອງ​ທ່ຽວ​ກໍ​ສາ​ມາດ​ເຂົ້າ​ຖ້ຳ​ໄດ້. ຢູ່​ທີ່ນີ້ ທ່ານ​ສາ​ມາດ​ຊົມ​ທິວ​ທັດ​​ທັງ​ໝົດຂອງ ນ້ຳ​ຕົກ​ຕາດ Dray Nur .”

ນ້ຳຕົກຕາດ Dray Nur  ຢູ່ເຂດໄຕງວຽນ - ảnh 3

        ຢູ່​ໃຈ​ກາງ​ຖ້ຳ​ແມ່ນ​ບ່ອນ​ທັດ​ສະ​ນາ​ຈອນ​ຈັບ​ອົກ​ຈັບ​ໃຈກວ່າ​ໝູ່​ຢູ່ ນ້ຳ​ຕົກ​ຕາດ Dray Nur. ລະ​ບົບ​ຖ້ຳ​ຢູ່​ທີ່ນີ້ ກວ້າງກວ່າ 3000 ຕາ​ແມັດ, ຢູ່​ໃນ​ຖ້ຳ​ຍັງ​ມີ​ໂງ່ນ​ຫີນ​ຫລາຍ​ໂງ່ນ​ດ້ວຍ​ຮູບ​ຊົງ​ຫລາຍ​ຮູບ​ຫລາຍ​ແບບ ເຮັດ​ໃຫ້​ທິວ​ທັດ​ຍິ່ງ​ສວຍ​ງາມກວ່າ.

        ຈາກ​ນ້ຳ​ຕົກ​ຕາດ Dray Nur, ນັກ​ທ່ອງ​ທ່ຽວ​ຜູ້​ທີ່​ນິ​ຍົມ​ໄປ​ຄົ້ນ​ຫາ​ທຳ​ມະ​ຊາດ ສາ​ມາດ​ຍ່າງ​ໄປ​ຕາມ​ບັນ​ດ​າ​ທາງ​ຊອຍໃນ​ປ່າ​ດົງ​ດີບ, ຊົມ​ບັນ​ດາ​​ກົກໄມ້​ໃຫຍ່​ມີ​ອາ​ຍຸ​ນັບ​ພັນ​ປີ ຫລື​ລໍ​ຖ້າ​ຍາມ​ສາ​ຍັນ​ເພື່ອ​ຊົມ​ເຈຍ​ນັບ​ພັນ​ໂຕ​ບິນ​ເຂົ້າ​ຖ້ຳ​ຫລົບລີ້​.

        ໄປ​ທ່ອງ​ທ່ຽວ ນ້ຳ​ຕົກ​ຕາດ Dray Nur ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຊື່ອມ​ຕົວ​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ Kuop, Nui, Tua ​ຂຶ້ນ​ກັບຊາວ​ເຜົ່າ ເອ​ເດ ​ທີ່ດຳ​ລົງ​ຊີ​ວິດ​ມໍ່ກັບ​ ນ້ຳ​ຕົກ​ຕາດ Dray Nur. ມາ​ຢ້ຽ​ມ​ຢາມ ນ້ຳ​ຕົກ​ຕາດ Dray Nur, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ການ​ຕ່ຳ​ເຂົ້າ​ຕາມ​ປ​ະ​ເພ​ນີ​ຂອງ​ຊາວ​ທ້ອງ​ຖິ່ນ, ຕ່ຳ​ຫູກ​​ທໍ​ໄຫມ, ​ໄດ້​ເຫັນ​ປະ​ຈັກ​ຕາບັນ​ດາ​ອຸ​ປະ​ກອນ​ລ່າ​ເນື້ອ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ເອ​ເດ. ນອກນັ້ນ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ປະ​ທານ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ທ້ອງ​ຖິ່ນ, ດື່ມ​ເຫລົ້າ​ໄຫ. ມາ​ຢ້ຽມ​ຢາມ​ເຂດ​ໄຕ​ງວຽນ, ນ້ຳ​ຕົກ​ຕາດ Dray Nur ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ຮູ້​ໄດ້​ວ່າ​ເຂດໄຕ​ງວຽນ ​ມີ​ລົດ​ຊາດ​ກາ​ເຟ​ທີ່​ມີ​ຊື່​ສຽງເທົ່າ​ນັ້ນ ຫາກນອກ​ຈາກ​ຊື່​ເອີ້ນ​ຂອງ​ຖ້ຳ, ປ່າ​ໄມ້ ຍັງ​ມີ​ເທບ​ນິ​ຍາຍ​ກ່ຽວ​ກັບ​ຄວາມ​ຮັກ​, ກ່ຽວ​ກັບ​ເຂດ​ດິນ, ຊາວ​ໄຕ​ງວຽນ ທີ່​ຮັກ​ແພງ​ແຂກ​ຄົນ ແລະ ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ​ວັດ​ທະ​ນະ​ທຳ.

ຕອບກັບ

ຂ່າວ/ບົດ​ອື່ນ