ບັນຍາກາດຍາມເຊົ້າຢູ່ຕະຫຼາດຂາຍປາ ຢາວຫາຍໃນແຂວງນາມດີ້ງ

ຢາວ​ຫາຍ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຕາ​ແສງ​ທີ່​ຂຶ້ບ​ກັບ​ເຂດ​ເຊື່ອມ​ຕໍ່​ຂອງ​ເຂດ​ນິ​ເວດ​ທຳ​ມະ​ຊາດ ທາງ​ທິດ​ໃຕ້​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ, ຊຶ່ງ​ແມ່ນ​ປະ​ຕູ​ເຂົ້າ​ສູ່​ເຂດ​ປ່າສະ​ຫງວນ​ແຫ່ງ​ຊາດ​ຊວນ​ຖີມ ແຂວງ ນາມດິ້ງ. ຢາວ​ຫາຍ​ມີ​ເງື່ອນ​ໄຂ​ທຳ​ມະ​ຊາດຫຼາຍ​ຢ່າງ ແລະ ມີ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ຂອງ​ເຂດ​ປາກ​ແມ່​ນ້ຳ​-ແຄມ​ທະ​ເລ. ໃນ​ນັ້ນ, ຕະຫຼາດ​ຂາຍ​ປາ ຢາວ​ຫາຍ ບໍ່​ພຽງ​ແຕ່​ແມ່ນ​ຕະຫຼາດ​ແລກ​ປ່ຽນ​ຊື້​ຂາຍ​ສິນ​ທະ​ເລ​ເທົ່​ານັ້ນ, ຕະຫຼາດ​ຂາຍ​ປາ​ແຫ່ງນີ້ ຍັງ​ມີ​ທັດ​ສະ​ນີ​ຍະ​ພາບ​ທີ່​ຈັບ​ໃຈ ແລະ ເປັນ​ເອ​ກະ​ລັກ​ຂອງວັດ​ທະ​ນະ​ທຳ​ຕະຫຼາດ​ເຂດ​ທ​ະ​ເລ​ອີກ​ດ້ວຍ.

ບັນຍາກາດຍາມເຊົ້າຢູ່ຕະຫຼາດຂາຍປາ ຢາວຫາຍໃນແຂວງນາມດີ້ງ - ảnh 1
ບັນ​ຍາກ​າດ​ຊື້​ຂາຍ​ສິນ​ໃນ​ນ້ຳ​ຢູ່​ຕະຫຼາດ​ຢາວ​ຫາຍ

           ເວ​ລາ 5 ໂມງ​ເຊົ້າ​, ຢູ່​ໃນ​ເຮືອນຫຼັງ​ໜຶ່ງ​ທີ່​ມີ​ອາ​ຍຸ​ກ່​ວາ 50 ປີ ຂະ​ນະ​ທີ່​​ພວມເຫງົາ​ນອນ, ອ້າຍ​ຈີ້ງວັນ​ເຫົ້າ ຜູ້​ເຮັດ​ວຽກ​ງານ​ທ່ອງ​ທ່ຽວ​ເຂດ​ຊຸມ​ຊົນ​ໃນ​ທ້ອງ​ຖິ່ນ ໄດ້​ໄປ​ເຄາະ​ປະ​ຕູ ແລະ ແນະ​ນຳ​ກ່ຽວ​ກັບ​ການ​ກະ​ກຽມ​ເຄື່ອງ​ຂອງ​ຈຳ​ເປັນ​ເພື່ອ​ໄປ​ຢ້ຽມ​ຊົມຕະຫຼາດ​ຂາຍ​ປາ ຢາວ​ຫາຍ

      ນ້ຳ​ໝອກກີ້ວ​ປົກ​ຄຸມ​ໄປ​ທົ່ວ​ຂອບ​ຟ້າ, ລົມ​ໜາວ​ຄ່ອຍໆ​ພັດ​ມາ, ບົນ​ເສັ້ນ​ທາງ​ຈາກ​ເຮືອນ​ເກົ່າ​ແກ່ໄປ​ຍັງຕະຫຼາດ​ຂາຍ​ປາ ຢາວ​ຫາຍ, ຢູ່ 2 ຟາກ​ທາງແມ່ນ​ເນື້ອ​ທີ່​ຫຍ້າ​ອ່ອນ​ຂຽວ​ອຸ່ມ​ທຸ່ມ. ເບື້ອງ​ໜຶ່ງ​ແມ່ນ​ທາງ ແລະ ອີກ​ເບື້ອງ​ໜຶ່ງ​ແມ່ນ​ແມ່​ນ້ຳ, ເສັ້ນ​ທາງມີ​ບາງ​ຕອນ​ຊື່ຖັດ ແຕ່​ກໍ​ຍັງ​ມີ​ຕອນ​ຄົດ​ໂຄ້ງ. ບຶດ​ດຽວ​ກໍ​ຈະ​ຮອດ​ຄັນ​ຄູທະ​ເລ​ຢາວ​ຖີ ໃນ​ຕາ​ແສງ​ຢາວ​ຫາຍ. ອ້າຍ​ຈິ້ງວັນ​ເຫົ້າ ເປີດ​ເຜີຍ​ວ່າ :

     “ ເວ​ລາ 5 ໂມງ​ເຊົ້າ, ຊຶ່ງ​ແມ່ນ​ຍາມ​ຂ້ອນ​ແຈ້ງ, ເຮືອ, ກຳ​ປັ່ນ​ແລ່ນ​ໄປ​ມາ​​ເຂົ້າ​ອອກ​ທ່າ​ເຮືອຢ່າງ​ໜາ​ແໜ້ນ. ເວ​ລານີ້​ຖ້າ​ຫາກ​ແຂກ​ທ່ອງ​ທ່ຽວມາ​ຮອດ, ກໍ​ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ຍາ​ກາດ​ຊື້​ຂາຍ​ຢ່າງ​ຄຶກ​ຄື້ນ​ຢູ່​ທີ່ນີ້  ”

       ບົນ​ຄັນ​ຄູ​ຍາວ​ຢຽດ, ຖ້າ​ຫາກຫຼຽວ​ເບິ່ງ​ຈາກ​ໄກ ກໍ​ເຫັນ​ບັນ​ຍາ​ກາດ​ຊື້​ຂາຍ​ແລກ​ປ່ຽນ​ສິນ​ຄ້າ​ຂອງ​ພວກ​ພໍ່​ຄ້າ​ຊາວ​ຂາຍ​ຢູ່​ທ່າ​ເຮືອ​ຢ່າງ​ຟົດ​ຟື້ນ. ບັນ​ດາ​ເຮືອ​ຫາ​ປາ​ໄດ້​ທອດ​ສະ​ໝໍ ເພື່ອ​ຢຸດ​ເຄື່ອນ​ໄຫວ​ພາຍຫຼັງອອກ​ໄປ​ຫາ​ປາ​ໝົດ​ຄືນ. ພວກ​ຊາວ​ປະ​ມົງ​ທີ່​ອອກ​ແຮງ​ງານ​ດ້ວຍ​ຄວາມ​ອິດ​ເມື່ອຍ​ເພື່ອ​ຈັບ​ຫາ​ສິນ​ໃນ​ນ້ຳ​ໃນ​ຄືນ​ວານນີ້ ກໍ​ໄດ້​ພາ​ກັ​ນນອນ​ລັບ ພາຍຫຼັງ​ທີ່ໄດ້ມອບ​ສິນ​ທະ​ເລ​ໃຫ້​ຍາດ​ພີ​ນ້ອງ​ເອົາ​ໄປ​ຈຳ​ໜ່າຍ​ຢູ່​ທ້ອງ​ຕະຫຼາດ
       ບັນ​ຍາ​ກາດຜູ້​ຊື້​ຄົນ​ຂາຍ​ແມ່ນຄຶກ​ຄື້ນ​ແທ້. ຢູ່ນີ້​ສິນ​ທະ​ເລ​ຖືກ​ຂາຍ​ດ້ວຍລາ​ຄາປົກ​ກະ​ຕິມ ບໍ່​ເຄື່​ອນ​ເໜັງ​ຈັກ​ໜ້ອຍ ແລະ ລູກ​ຄ້າສ່ວນຫຼາຍ​ກໍ​ແມ່ນຂາ​ປະ​ຈຳ. ນາງ ຫງວຽນ​ທິ​ເມີ ເມຍ​ຂອງ​ເຈົ້າ​ຂອງ​ເຮືອ​ຫາ​ປາ​ລຳ​ໜຶ່ງ​ໃຫ້​ຮູ້​ວ່າ : ສິນ​ທະ​ເລ​ຢູ່ນີ້ ລ້ວນ​ແຕ່​ແມ່ນ​ສິ​ນ​ທະ​ເລ​ສົດ ແລະ ຮັບ​ປະ​ກັນ​ຄຸນ​ນະ​ພາບ​ສູງ. ​ ນາງ ຫງວຽນ​ທິ​ເມີ ເວົ້າ​ວ່າ : 

     “ ນັບ​ແຕ່​ເດືອນ​ກັນ​ຍາ​ຫາ​ເດືອນ 3 ແມ່ນ​ຍາມ​ຈັບ​ຫາ​ສິນ​ທະ​ເລ​ລະ​ດູ​ໜາວ ຊຶ່ງ​ຊ​່ວງເວ​ລາ​ທຳ​ມາ​ຫາ​ກິ​ນ​ຂອງ​ໝູ່​ບ້ານ​. ສິນ​ທະ​ເລ​ມີ​ຄົບ​ທຸກ​ປະ​ເພດ​ເຊັ່ນ: ກຸ້ງ, ​ກະປູ, ປາ​ມືກ…ສິນ​ທະ​ເລແມ່ນ​ຈັບ​ຫາ​ຈາກ​ທຳ​ມະ​ຊາດ, ດັ່ງ​ນັ້ນ​ຮັບ​ປະ​ກັນ​ຄຸນ​ນະ​ພາບ ”

      ເບິ່ງ​ຄື​ວ່າ ຜູ້​ຊຶ້, ຄົນ​ຂາຍ​ຢູ່ນີ້ ແມ່ນ​ບັນ​ດາ​ຜູ້​ລຶ້ງ​ກັນ,: ດັ່ງ​ນັ້ນ ສິນ​ທ​ະ​ເລ​ເມື່ອ​ເອົາ​ຂຶ້ນ​ຈາກ​ເຮືອ ກໍ​ຖືກ​ສົ່ງ​ໃຫ້​ພວກ​ພໍ່​ຄ້າ​ຊາວ​ຂາຍ. ຕາມ​ການປະ​ເມີນແລ້ວ, ຢູ່​ທ່າ​ເຮືອ​ຢາວ​ຫາຍ ມີ​ເຮືອ​ຫາ​ປາ​ນ້ອຍ​ໃຫຍ່​ປະ​ມານ 1000 ລຳ​ເຂົ້າ​ທຽບ​ທ່າ. ເຮືອ​ແຕ່​ລະ​ລຳເດີນ​ທະ​ເລ​ແຕ່​ລະ​ຖ້ຽວ​ປະ​ມານ 12 ຊົ່ວ​ໂມງ, ຄ່າ​ໃຊ້​ຈ່າຍ​ສຳ​ລັບ​ແຕ່​ລະ​ຖ້ຽວ​ແມ່ນ​ປະ​ມານ 2,5 ລ້ານ​ດົງ. ຍ້ອນ​ຈັບ​ຫາ​ສິນ​ທະ​ເລ​ຢູ່​ໃກ້​ຝັ່ງ, ໃຊ້​ເວ​ລາ​ສັ້ນໆ, ດັ່ງ​ນັ້ນ ປະ​ລິ​ມານ​ສິນ​ທະ​ເລທີ່​ຈັບ​ຫາ​ມານັ້ນ ຂາຍ​ໄດ້ພຽງ​ປະ​ມານ 5-6 ລ້ານ​ດົງ​ຕໍ່​ຖ້ຽວ, ເວັ້ນ​ເສຍ​ໃນ​ຍາມ​ລະ​ດູ​ປາ​ມືກ, ແມງ​ກະ​ພຸນ​​, ປະ​ລີ​ມານ​ການ​ຈັບ​ຫາ​ສິນ​ໃນ​ນ້ຳ​ກໍ​ໄດ້ຫຼາຍ​ກ່​ວາ. ການ​ຈັບ​ຫາ​ສິນ​ໃນ​ກໍ​ເຊັ່ນ​ດຽວ​ກັນ​ກັບ​ການ​ຕຶກ​ປາ ຊຶ່ງ​ຕ້ອງ​ຂຶ້ນ​ກັບ​ສະ​ພາບ​ດິນ​ຟ້າ​ອາ​ກາດ, ລະ​ດູ, ແຕ່​ຍາມ​ໃດ​ຊາວ​ປະ​ມົງ​ຢາວ​​ຊວນ ກໍ​ຍຶດ​ໝ້ັ້ນ​ຮັກ​ສາ​ອາ​ຊີບ​ການ​ປະ​ມົງ​ນີ້​ເຖິງວ່າ​ຈະ​ມີ​ຜົນ​ໄດ້​ ແລະ ຜົນ​ເສຍ. ນາງ ຫງວຽນ​ທິ​ເມີ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ :

     “ ການ​ເດີນ​ທະ​ເລ​ໄປ​ຈັບ​ຫາ​ສິນ​ໃນ​ນ້ຳ​ແຕ່​ລະ​ຖ້ຽວ, ພາຍຫຼັງ​ທີ່​ໄດ້​ຫັກ​ຄ່າ​ໃຊ້​ຈ່າຍ​ຕ່າງໆ​ອອກ​ແລ້ວ, ກໍ​ພໍຢູ່​ພໍ​ກິນ. ຖ້າ​ຫາ​ສິນ​ທະ​ເລ​ໄດ້ຫຼາຍ, ກໍ​ໄດ້​ເງິນຫຼາຍ, ຫາ​ໄດ້​ໜ້ອຍ​ກໍ​ໄດ້​ເງິນ​ໜ້ອຍ ”

      ຄຳ​ເວົ້າ​ອັນ​ລຽບ​ງ່າຍ​ຂອງຊາວ​ຢາວ​ຫາຍ ຍິ່ງ​ເຮັດ​ໃຫ້​ລູກ​ຄ້າ​ມາ​ຕະຫຼາດ​ຂາຍ​ປາ​ເພີ່ມຄວາມຊົມ​ຊອບ​ດິນ​ແດນ ແລະ ປະ​ຊາ​ຊົນ​ຢູ່​ແຫ່ງນີ້. ຮອດ​ເວ​ລາ 6 ໂມງ​ເຊົ້າ, ​ຜູ້​ຊື້​ຄົນ​ຂາຍ​ຢູ່ຕະຫຼາດ​ຂາຍ​ປາໄດ້​ຄ່ອຍກັບ​ເມືອ. ດວງ​ຕາ​ເວັນ​ໄດ້​ເລື່ອນ​ຂຶ້ນ​ສູງກວ່າ, ​ແສງ​ແດດສາດ​ສ່ອງ​ລົງ​ມາ​ຕະຫຼາດ. ຊາວ​ປະ​ມົງ, ເຮືອ ກຳ​ປັ່ນ​ກໍ​ຄ່ອຍ​ເດີນ​ທະ​ເລ, ບົ່ງ​ບອກເຖິງມື້​ໃໝ່​ໄດ້​ເລີ່​ມຂຶ້ນ. ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ ແລະ ສ​ະ​ຫງົບ​ສຸກ​ຢູ່​ເຂດ​ບ້ານ​ນາ​ໄດ້​ສືບ​ຕໍ່ມີ​ຂຶ້ນ​ໃນ​ທ່າມ​ກາງ​ແສງ​ອະ​ລຸນ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ