ບັນດາປະຕູເມືອງຫຼວງຮ່າໂນ້ຍ


(vovworld) - ຊາວ​ຫວຽດນາມ​ທຸກ​ຄົນ​ຍັງ​ຄົງ​ຈື່​ຈຳ​ບົດ​ເພງ​ບຸກ​ເຂົ້າ​ຮ່າ​ໂນ້ຍຂອງ​ນັກ​ປະພັນ​ດົນຕີ ວັນ​ກາວ, ​ໃນ​ນັ້ນ​ມີ​ຕອນ​ທີ່​ວ່າ: “5 ປະຕູ​ ເມືອງຫຼວງ​ຕ້ອນຮັບກອງ​ທະຫານບຸກ​ເຂົ້າ, ຄື​ດອກ​ໄມ້ 5 ກີບຕ້ອນຮັບ ນຳ້ໝອກ​ຍາມ​ເຊົ້າ“. ສຳນວນ​ບົດ​ເພງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ທັງຫຼາຍ​ຫວນ​ຄືນ​ຮູບ​ພາບ​ປະຕູ​​​ເມືອງ​ຫຼວງ 5 ​ແຫ່ງ​ຕ້ອນຮັບ​ກອງ​ທະຫານ​ບຸກ​ເຂົ້າປົດ​ປ່ອຍ​ນະຄອນຫຼວງ​ກ່ອນ​ນີ້ 60 ປີ. ປະຕູ​​ເມືອງ​ຫຼວງ​ທັງ​ລອງ (ໝາຍ​ເຖິງ​ນະຄອນຫຼວງ​ຮ່າ​ໂນ້ຍ​ໃນ​ປະຈຸ​ບັນ) ບໍ່​ພຽງ​ແຕ່​ແມ່ນ​ກິດຈະກຳ​ທີ່​ມີ​ຄວາມ​ງາມ​ດ້ານ​ສະຖາປັດຕະຍະກຳ​ເທົ່າ​ນັ້ນ, ຫາກຍັງ​ເປັນ​ຮ່ອງຮອຍ​ປະຫວັດສາດ​ຂອງ​ຮ່າ​ໂນ້ຍ​ໃນ​ເມື່ອ​ກ່ອນ​ອີກ​ດ້ວຍ.

ບັນດາປະຕູເມືອງຫຼວງຮ່າໂນ້ຍ - ảnh 1

ປະຕູກວານເຈືອງ

        ຕາມ​ເອກະສານ​ເດີມ​ແລ້ວ, ປະຕູ​ເມືອງ​ຫຼວງ​ ​ແມ່ນ​ປະຕູ​ຜ່ານ​ກຳ​ແພງ​ເມືອງ​ອ້ອມ​ຮອບ​ເມືອງ​ຫຼວງ​ທັງ​ລອງ. ປະຕູ​ເມືອງ​ຫຼວງ​ແຕ່ລະ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ເປັນ​ຮູບ​ຈັດ​ຕຸ​ລັດ. ກ່ອນ​ນີ້​ປະຕູ​ເມືອງ​ຫຼວງ​ໄດ້​ຮັບ​ການ​ປ້ອງ​ກັນ​ຢ່າງ​ເຄັ່ງ​ຄັດ, ​ເປີດ​ໃນ​ກາງ​ເວັນ, ອັດ​ໃນ​ກາງຄືນ, ມີ​ຮົ້ວ ​ແລະ ມີທະຫານ​ລາດຕະ​ເວນ ​ເພື່ອ​ສະກັດ​ກັ້ນ​ການ​ລັດຖະປະຫານ, ການ​ຈະລາຈົນ… ຕາມ​ປື້​ມປະຫວັດສາດ​ແລ້ວ, ​ໃນ​ສະ​ໄໝ​ເຈົ້າ​ຊີວິດ ​ເລ​ຮ໋ຽນຕົງ (1740 – 1786), ​ເມືອງ​ຫຼວງ​ທັງ​ລອງ​ມີ​ເຖິງ 16 ປະຕູ​. ຮອດ​ຕົ້ນ​ສະຕະວັດ​ທີ 20 ຍັງ​ເຫຼືອ​ພຽງ 5 ປະຕູ​ເທົ່າ​ນັ້ນ​​ເຊັ່ນ: ປະຕູ​ເກົ່າ​ໄຢ໋, ປະຕູ​ເກົ່າ​ເຢັ່ນ, ປະຕູ​ເຈີ້​ເຢື່ອ, ປະຕູ​ດົງ​ມາກ, ປະຕູ​ກວານ​ເຈືອ​ງ. ຜ່ານ​ການ​ຜັນ​ແປ​ຂອງ​ປະຫວັດສາດ ​ແລະ ສົງຄາມ​ມາ​ຫຼາຍ​ປີ, ປະຕູ​ເມືອງ​ຫຼວງ​ທັງລອງ​ຫຼາຍ​ແຫ່ງ​ໄດ້​ຖືກ​ເສຍ​ຫາຍ​ໄປ. ​ແຕ່​ຊື່​ຂອງ​ປະຕູ​ເຫຼົ່າ​ນັ້ນ​ຍັງ​ຄົງ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ ​ແລະ ກາຍ​ເປັນ​ຊື່​​ເມືອງ, ຕາ​ແສງ​ຂອງ​ນະຄອນຫຼວງ​ຄື: ​ເມືອງ​ເກົ່າ​ໄຢ໋, ຕາ​ແສງ ​ໂອ​ດົງ​ມາກ, ຕາ​ແສງ​ໂອ​ເກົ່າ​ເຢັ່ນ ຕາ​ແສງ​ໂອ​ເຈີ້​ເ​ຢື່ອ… ຮ່າ​ໂນ້ຍ ​ໃນ​ປະຈຸ​ບັນ​ຍັງ​ເຫຼືອ​ປະຕູ​ເມືອງ​ຫຼວງ​ພຽງ​ແຫ່ງ​ດຽວ​ເທົ່າ​ນັ້ນ, ນັ້ນ​ແມ່ນ​ປະຕູ​ກ​ວານ​ເຈືອງ. ບັນດາ​ນັກ​ຄົ້ນ​ຄ້ວາ​ກຳນົດ​ວ່າ, ກິດຈະກຳ​ສະຖາປັດຕະຍະກຳ​ນີ້​ແມ່ນ​ປະຕູ​ຜ່ານ​ກຳ​ແພງ​ທາງ​ທິດຕາ​ເວັນ​ອອກ​ຂອງ​ເມືອງ​ຫຼວງ​ທັງ​ລອງ​ໃນ​ເມື່ອ​ກ່ອນ. ປະຕູ​ກ​ວານ​ເຈືອງ​ໃນ​ປະຈຸ​ບັນ​ນອນ​ບົນ​ຖະໜົນ​ຮ່າງ​ຈ໋ຽວ, ຕາ​ແສງ​ດົ່ງ​ຊວນ, ​ເມືອງ​ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ. ສັງ​ເກດ​ຈາກ​ທາງ​ໄກ​ກໍ່​ສາມາດ​ເຫັນ​ໄດ້​ກຳ​ແພງຕອນ​ໜຶ່ງ ​ແລະ ປະຕູ​ທີ່​ເກົ່າ​ແກ່. ​ເທິງ​ປະຕູ​ຍັງ​ມີ​ແຖວ​ໜັງສື “ປະຕູ​ທາງ​ທິດຕາ​ເວັນ​ອອກ​ຂອງ​ຮ່າ​ໂນ້ຍ“, ​ແຕ່​ປະຊາຊົນ​ເຄີຍ​ເອີ້ນ​ວ່າ​ໂອກ​ວານ​ເຈືອງ. ນັກ​ຄົ້ນ​ຄ້ວາ​ປະຫວັດສາດ ​ເຢືອງຈູງ​ກວົກ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ແຫ່ງ​ໜຶ່ງ​ດຽວ​ທີ່​ຍັງ​ຄົງ​ຮັກສາ​ສະຖາປັດຕະຍະກຳ​ເກົ່າ​ໄວ້, ຢູ່​ທີ່​ນີ້​ຍັງ​ມີ​ສີ​ລາ​ເລກ​ສະ​ໄໝ​ລາຊະວົງ​ຫງວຽນ, ສະຕະວັດ​ທີ 19, ​ໃນ​ນັ້ນ​ກຳນົດ​ວ່າ: ການ​ລາດຕະ​ເວນ​ຕ້ອງ​ເຄັ່ງ​ຄັດ, ​ແຕ່​ບໍ່​ໄດ້​ກໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ປະຊາຊົນ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວິທີ​ຄຸ້ມ​ຄອງ, ການ​ປະ​ພືດ​ທີ່​ມີ​ຕໍ່​ປະຊາຊົນ​ຂອງ​ຄົນ​ສະ​ໄໝ​ກ່ອນ“.

        ​ໃນ​ເອກະສານ​ປະຫວັດສາດ​ໄດ້​ຢືນຢັນ​ວ່າ: ປະຊາຊົນ​ຕັ້ງ​ຊື່​ໃຫ້​ປະຕູ​ແຫ່ງ​ນີ້​ແມ່ນ​ກ​ວານ​ເຈືອງ ​ເພື່ອ​​ແນ​ໃສ່ຈົດ​ຈຳ​ບຸນຄຸນ ​ແລະ ການ​ເສຍສະຫຼະ​ຂອງ​ອາດຍາ​ເຈົ້າ​ນາຍ ​ເຈືອງ​ເກີ ທີ່​ໄດ້​ບັນຊາ​ທະຫານ​ພິທັກ​ ພ້ອມ​ກັບ​ທະຫານ​ລາດ​ຊະ​ວົງ​ຫງວຽນ ປະມານ 100 ຄົນ​ຕໍ່ສູ້ຢ່າງ​ພິລະ​ອາດ​ຫານ​ເພື່ອຕ້ານ​ທະຫານ​ຝລັ່ງ​​ ເມື່ອ​ພວກ​ມັນ​ບຸກໂຈມ​ຕີນະຄອນ​ຮ່າ​ໂນ້ຍ​ເທື່ອ​ທຳ​ອິກ​ໃນ​ປີ 1873 ​ຢູ່ປະຕູ​ທາງ​ທິດຕາ​ເວັນ​ອອກ​ຮ່າ​ໂນ້ຍ​.

        ປະຕູ​ກ​ວານ​ເຈືອງ​ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະຖາປັດຕະຍະກຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ສະ​ໄໝ​ລາຊະວົງ​ຫງວຽນ, ​ກິດຈະກຳ​ປະຕູ​ໃຫຍ່ລວມມີ 2 ຊັ້ນ: ຊັ້ນ​ລຸ່ມ​ມີ 3 ປະຕູ, ປະຕູ​ຢູ່​ໃຈກາງ​ແມ່ນ​ສູງ ​ແລະ  ກວ້າງກວ່າ 2 ປະຕູ​ສຳຮອງຢູ່​ສອງ​ຂ້າງ. ປະຕູ​ທັງ​ສາມ​ລ້ວນ​ແຕ່​ມີຮູບ​ໂກ່ງ, ຊັ້ນ​ເທິງ​ມີ​ປ້ອມ​ສັງ​ເກດ. ກ່ອນ​ນີ້​ທະຫານ​ລາດຕະ​ເລນ​ເຄີຍ​ຢືນ​​ຢູ່​ປ້ອມ​ນີ້​ເພື່ອ​ສັງ​ເກດ​ອ້ອມ​ຮອບ. ຜ່ານ​ການ​ເວລາມາ​ຫຼາຍ​ປີ, ​​ແຕ່ປະຕູກ​ວານ​ເຈືອງ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້​ປຽບ​ເໝືອນ​ປະຫວັດສາດ​ເດີມ​ຄົງ​ຕົວຢູ່​ໃຈກາງ​ນະຄອນຫຼວງ​ຮ່າ​ໂນ້ຍ, ກາຍ​ເປັນຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ນະຄອນຫຼວງ. ທ່ານ ​ເຈືອງ​ວັນ​ແຄ໋ງ, ຜູ້​ດຳລົງ​ຊີວິດ​ຢູ່​ມໍ່​ກັບ​ປະຕູ​ກວານ​ເຈືອງ, ​ເວົ້າ​ວ່າ:

        “ປະຊາຊົນພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ດຳລົງ​ຊີວິດ​ຢູ່​ໃກ້​ກັບ​ປະຕູ​ກວານ​ເຈືອງ. ຂ້າພະ​ເຈົ້າ​ຫວັງ​ວ່າ​ປະຕູ​ແຫ່ງ​ນີ້​ໄດ້​ຮັບ​ການ​ບຸລະນະ​ໃຫ້​ ​ຍືນ​ຍົງ​ຄົງ​ຕົວ, ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ ກໍ່​ຄື​ລູກ​ຫຼານ​ມາ​ຢ້ຽມຢາມ ​ແລະ ເຫັນ​ໄດ້​ມູນ​ເຊື້ອ​ຕໍ່ສູ້, ວັດທະນະທຳ​ຂອງ​ຊາດ​ຕົນ “.

        ກິດຈະກຳ​ປະຕູ​ກວານ​ເຈືອງ​ໄດ້​ຮັບ​ການ​ບຸລະນະ, ສ້ອມ​ແປງ 2 ​ເທື່ອ​, ​ແຕ່​ສະ​ໄໝ​ເຈົ້າ​ຊີວິດ ຢາ​ລອງ ​ປີ 1804 ​ແລະ ປີ 1817. ປີ 1994 ປະຕູ​ກວານ​ເຈືອງ​ຮ່າ​ໂນ້ຍ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນ​ປູຊະນີຍະສະຖານ​ປະຫວັດສາດ ​ແລະ ປີ 2010, ປູຊະນີຍະສະຖານ​​ແຫ່ງ​ນີ້​ສືບ​ຕໍ່ໄດ້​ຮັບ​ການບຸລະນະ​ເພື່ອ​ຮັກສາ​ຮູບ​ເດີມ​ໄວ້​. ສຳລັບ​ຊາວ​ຮ່າ​ໂນ້ຍ, ປູຊະນີຍະສະ ຖານ​​ໂອກ​ວານ​ເຈືອງ​ບໍ່​ພຽງ​ແຕ່​ແມ່ນ​ຂີດ​ໝາຍ​ຂອງ​ເມືອງ​ຫຼວງ​ທັງ​ລອງ​ໃນ​ເມື່ອ​ກ່ອນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ສັນຍາ​ລັກ​ແຫ່ງ​ນຳ້​ໃຈ​ພິລະ​ອາດ​ຫານ​ຕ້ານ​ພວກ​ຮຸກ​ຮານ​ຕ່າງ​ດ້າວອີກ​ດ້ວຍ. ພ້ອມ​ກັບການ​ເວລາ, ບັນດາ​ປູ​ຕູ​ເມືອງ​ຫຼວງ​ຮ່າ​ໂນ້ຍຍັງ​ຄົງ​ຍືນ​ຍົງ​ຄົງ​ຕົວ​ໃນ​ຈິດ​ໃຈ​ຂອງ​ຊາວ​ຫວຽດນາມ, ​ໃນ​ວັນນະຄະດີ, ສິລະ​ປະ ​ແລະ ​ໃນ​ປະຫວັດສາດ​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ