ບັນດາຜະລິດຕະພັນທ່ອງທ່ຽວພິເສດຂອງ ຟູ້ກ໋ວກ, ກຽນຢາງ

ຟູ້​ກ໋ວກ, ກຽນ​ຢາງ ບໍ່​ພຽງ​ແຕ່​ມີ​ຄວາມ​ງາມ​ທາງ​ດ້ານ​ທິວ​ທັດ​ທຳ​ມະ​ຊາດເທົ່າ​ນັ້ນ, ຫາກ​ຍັງ​ມີ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ຄື: ນ້ຳ​ປາ, ໝາກ​ພີກ​ໄທ, ເຫຼົ້າ….​ອີກ​ດ້ວຍ. ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ມີ​ເຄື່ອງ​ໝາຍ​ຂອງ​ຟູ້​ກ໋ວກ​ເອງນີ້ ໄດ້​ປະ​ກອບ​ສ່ວນ​ດຶງ​ດູດແຂກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ອງ​ທ່ຽວຢູ່​ເກາະ​ທີ່​ງົດ​ງາມນີ້​ນັບ​ມື້​ນັບຫຼາຍ​ຂຶ້ນ.

 

ບັນດາຜະລິດຕະພັນທ່ອງທ່ຽວພິເສດຂອງ ຟູ້ກ໋ວກ, ກຽນຢາງ  - ảnh 1
ຫາດ​ຊາຍ​ທະ​ເລ​ຢູ່​ຟູ້​ກ໋ວກ​ທີ່​ສວຍ​ສົດ​ງົດ​ງາມ

     ເຂົ້າ​ມາ​ທ່ອງ​ທ່ຽວ​ຢູ່ຟູ້​ກ໋ວກ, ກຽນ​ຢາງ, ນອກ​ຈາກຄວາມ​ງາມ​ຂອງ​ທະ​ເລ​ແລ້ວ, ຮ​າກ​ຖານ​ຜະ​ລິດ​ນ້ຳ​ປາ​ກໍ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ. ການ​ຜະ​ລິດ​ນ້ຳ​ປາ​ຢູ່​ເມືອງ​ເກາະ ຟູ້​ກ໋ວກ ແມ່ນ​ອາ​ຊີບ​ທີ່​ມີ​ມາ​ແຕ່​ດົນ​ນານ, ຊຶ່ງ​ມີ​ມາ​ກ່ອນນີ້​ປະ​ມານ 200 ປີ. ຜະ​ລິດ​ຕະ​ພັນ​ນ້ຳ​ປາ ຟູ້​ກ໋ວກ ແມ່ນ​ມີ​ຄຸນ​ນະ​ພາບ ແລະ ມີ​ຊື່​ສຽງ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຊົມ ຈະ​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຂັ້ນ​ຕອນ​ຜະ​ລິດ​ນ້ຳ​ປາຢູ່​ຮາກ​ຖານແຫ່ງນີ້. ທ່ານ​ນາງ ໂຮ່​ກິມ​ລຽນ ເຈົ້າ​ຂອງ​ບໍ​ລິ​ສັດ​ນ້ຳ​ປາ ຂາຍ​ຮ່​ວານ, ຟູ້​ກ໋ວກ ໃຫ້​ຮູ້​ວ່າ:

    “ ນ້ຳ​ປາ​ຟູ້​ກ໋ວກ ແມ່ນ​ຜະ​ລິດ​ຕາມ​ບັນ​ດາ​ຂັ້ນ​ຕອນ​ທີ່​ມີ​ມາ​ແຕ່​ດົນ​ນານ. ຖ້າ​ຫາກ​ຄິດ​ໄລ່​ທາງ​ດ້ານ​ມູນ​ຄ່າ ແລະ ວົງ​ວຽນ​ເສດ​ຖະ​ກິດ, ເມື່ອ​ທຽນ​ໃສ່​ດ້ານ​ການ​ທ່ອງ​ທ່ຽວນັ້ນ, ປະ​ສິດ​ທິ​ຜົນ​ທາງ​ດ້ານ​ເສດ​ຖະ​ກິດ​ແມ່ນບໍ່​ສູງ, ແຕ່ນັ້ນ​ແມ່ນ​ໝູ່​ບ້ານ​ອາ​ຊີບ​ທີີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ປູ​ຍ່າ​ຕາຍາຍ​ປະ​ໄວ້​ໃຫ້. ກະ​ໂຕ​ຂ້າ​ພະ​ເຈົ້າ​ເອງ, ກໍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ເພື່ອ​ເສີມ​ຂະ​ຫຍາຍ​ໝູ່​ບ້ານ​ອາ​ຊີບນີ້, ເຖິງວ່າ ຜົນ​ກຳ​ໄລ​ບໍ່​ສູງ. ບໍ​ລິ​ສັດ​ຂາຍ​ຮ່​ວານ ຍາມ​ໃດ​ກໍ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນເພື່ອ​ຮັບ​ໃຊ້​ຜູ້​ບໍ​ລິ​ໂພກ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນີ້​ກໍ​ຖືກ​ຖືວ່າ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາວ​ຟູ້​ກ໋ວກ ”

     ເກາະ​ຟູ້​ກ໋ວກ ແມ່ນ​ແຫ່ງ​ທີ່​ມີ​ເຂດ​ສວນ​ໝາກ​ພີກ​ໄທ​ທີ່​ກ້​ວາງ​ໃຫຍ່ກວ່າ​ໝູ່​ໃນ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໂດຍ​ປູກ​ແບບ​ລວມ​ສູນ ແລະ ມີ​ຄຸນ​ນະ​ພາບ​ສູງກວ່າ​ເມື່ອ​ທຽບ​ໃສ່​ໝາກ​ພີ​ກ​ໄທ​ປູກ​ຢູ່​ແຫ່ງ​ອື່ນໆ. ບັນ​ດາ​ເນື້ອ​ທີ່​ໝາກ​ພີກ​ໄທ​ຍາມ​ໃດ​ກໍ​ຖືກ​ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ລັບ​ບັນ​ດາ​ສາຍ​ທ່ອງ​ທ່ຽວ​ຍາມ​ລະ​ດູ​ແລ້ງ​ຢູ່​ຟູ້​ກ໋ວກ. ໝາກ​ພີ​ກ​ໄທແມ່ນ​ສິນ​ພິ​ເສດ​ສຳ​ລັບ​ແຂກ​ທ່ອງທ່ຽວ. ເມື່ອ​ເຂົ້າ​ໄປ​ສວນໝາກ​ພີ​ກ​ໄທ​ຟູ້​ກ໋ວກ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ ລ້ວນ​ແຕ່​ມີ​ຄວາມ​ປະ​ທັບ​ໃຈ. ທ່ານ ວີ​ຊັງ ແຂກ​ທ່ອງ​ທ່ຽວ​ຊາວ​ຝະ​ລັ່ງ​ໃຫ້​ຮູ້​ວ່າ : 

    “ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ກ່ຽວ​ກັບ ໝາກ​ພີ​ກ​ໄທ​ຢູ່​ຟູ້​ກ໋ວກ​ແມ່ນ​ມີ​ຊື່​ສຽງ ແລະ ຂ້າ​ພະ​ເຈົ້າ​ເອງ ກໍ​ມັກ​ລົດ​ຊາດ​ຂອງ ໝາກ​ພີ​ກ​ໄທ​ຢູ່ນີ້​ທີ່​ສຸດ, ເພາະ​ມັນ​ມີ​ຄຸນ​ນະ​ພາບ ແລະ ລົດ​ຫອມ​ພິ​ເສດ. ຂ້າ​ພະ​ເຈົ້າ​ຈະ​ຊື້ ໝາກ​ພີ​ກ​ໄທ​ເມືອ​ເປັນ​ຂອງ​ຕ້ອນ​ໝູ່​ເພື່ອນ ແລະ ຂ້າ​ພະ​ເຈົ້າ​ຈະ​ແນະ​ນຳ​ວ່າ ນີ້​ແມ່ນ ໝາກ​ພີ​ກ​ໄທ​ຟູ້​ກ໋ວກ​ຂອງ​ຫວຽດ​ນາມ ”

      ຊາວ​ຟູ້​ກ໋ວກ​ໄດ້​ເກັບ​ກູ້ໝາກ​ພີ​ກ​ໄທຢູ່ນີ້ເປັນ​ແຕ່​ລະ​ງວດ ແລະ ຖືກ​ເກັບ​ກູ້​ດ້ວຍ​ມື. ທ່ານ Ruffino ແຂກ​ທ່ອງ​ທ່ຽວ​ຊາວ​ຝະ​ລັ່ງ ເວົ້າ​ວ່າ : 

    “ ຂ້າ​ພະ​ເຈົ້າ​ໂຊກ​ດີ​ທີ່​ມີ​ໂອ​ກາດ​ໄດ້​ມາ​ນີ້ ແລະ ສາ​ມາດ​ຮູ້​ຈັກ​ໄດ້​ເຖິງ ໝາກ​ພີ​ກ​ໄທ​ຊະ​ນິດ​ຕ່າງໆ. ຂ້າ​ພະ​ເຈົ້າ​ເອງ, ມັກ​ລົດ​ຊາດ​ຂອງ ໝາກ​ພີ​ກ​ໄທ​ທີ່​ສຸດ ແລະ ເມື່ອ​ມານີ້, ບໍ່​ພຽງ​ແຕ່​ໄດ້​ເຫັນ​ສີ ແລະ ຊະ​ນິດ​ໝາກ​ພີ​ກ​ໄທຕ່າງໆ​ເທົ່າ​ນັ້ນ, ຫາກ​ຍັງໄດ້​ຮູ້ຈັກ​ກ່ຽວ​ກັບ​​ວິ​ທີ​ນຳ​ໃຊ້ ໝາກ​ພີ​ກ​ໄທ​ເພື່ອ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ຕ່າງໆອີກ​ດ້ວຍ  ”

   

    ພ້ອມ​ກັບ​ນ້ຳ​ປາ, ໝາກ​ພີ​ກ​ໄທນັ້ນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ປຸງ​ແຕ່ງຈາກ​ໝາກ​ຊິມ​ຢູ່​ຟູ້​ກ໋ວກ ໄດ້​ກາຍ​ເປັນ​ຂອງ​ຂວັນ​ພິ​ເສດຂອງ​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ແລະ ໃນ​ຂອບ​ເຂດ​ການ​ເດີນ​ທາງ​ທ່ອງ​ທ່ຽວ​ຢູ່​ຟູ້​ກ໋ວກ, ແຂກ​ທ່ອງ​ທ່ຽວ​ກໍ​ລ້ວນ​ແຕ່​ມັກ​ແວ່​ຢາມ​ສວນໝາກ​ຊິມຕ່າງໆ ແລະ ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຂັ້ນ​ຕອນຜະ​ລິດບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ປຸງ​ແຕ່ງຈາກ​ໝາກ​ຊິມ. ທ່ານ​ຫງວຽນ​ແທງ​ເຊີນ ເຈົ້າ​ຂອງ​ສວນ​ຊິມ​ຢູ່​ຟູ້​ກ໋ວກ​ໃຫ້​ຮູ້​ວ່າ :

   “ ປະ​ຈຸ​ບັນ, ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ປຸງ​ແຕ່ງຈາກ​ໝາກ​ຊິມ ກໍ​ແມ່ນ​ທ່າ​ແຮງຂອງ​ຟູ້​ກ໋ວກ. ໝາກ​ຊິມ​ໃນ​ປະ​ຈຸ​ບັນ ແມ່ນ​ສາ​ມາດ​ຜະ​ລິດເຫຼົ້າ​ແວງ, ຊາ, ກວນ​ຊິມ… ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ປຸງ​ແຕ່ງຈາກ​ໝາກ​ຊິມແມ່ນ​ອາ​ຫານ​ທີ່​ມີ​ທາດ​ບຳ​ລຸງ​ດີ ”

     ເມື່ອ​ລາ​ຈາກຟູ້​ກ໋ວກ, ແຂກ​ທ່ອງ​ທ່ຽວ​ທັງຫຼາຍ ກໍ​ລ້ວນ​ແຕ່​ຄິດ​ຮອດ​ຄິດ​ເຖິງ​ບັນ​ດາ​ຫາດ​ຊາຍ​ທະ​ເລ​ຂາວ​ຍາມ​ຢຽດ​ສຸດ​ສາຍ​ຕາ, ທະ​ເລ​ຂຽວ​ ແລະ ໃສເຢັນ ພ້ອມ​ກັບ​ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ. ແຂກ​ທ່ອງ​ທ່ຽວ​ທຸກໆ​ຄົນ​ລ້ວນ​ແຕ່​ຊື້​ເອົາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ບາງ​ຢ່າງ ເມືອ​ເປັນ​ຂອງ​ຕ້ອນ​ໝູ່​ເພື່ອນ ແລະ ຍາດ​ພີ​ນ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ