ບ້ານໂດນ ຢູ່ ແຂວງດັກລັກ- ສະຖານທີ່ທ່ອງທ່ຽວປະທັບໃຈ

(vovworld)-ໂດຍ​ຫ່າງ​ຈາກ​ນະ​ຄອນ ບວນ​ມາ​ທວດ ​ໄປທາງ​ທິດ​ຕາ​ເວັນ​ຕົກ​ສ່ຽ​ງ​ເຫ​ນືອ​ປະ​ມານ 50 ກິ​ໂລ​ແມັດ, ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຊີ​ວະ​ພາບ​ທຳ​ມະ​ຊາດ​ແຫ່ງ​ຫ​ນຶ່ງ​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ອາ​ຊີບ ເຝີກສອນຊ້າງ​ປ່າ ແລະ ຍັງ​ຄົງ​ຮັກ​ສາ​ຮີດ​ຄອ​ງ​ປະ​ເພ​ນີ, ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຫລາຍ​ຢ່າງ​ຂອງ​ບັນ​ດາ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ. ນັ້ນ​ແມ່ນ ບ້ານ​ໂດນ ຂຶ້ນ​ກັບ​ຕາ​ແສງ ກະ​ຣົງ​ນາ (Krong Na) ເມືອງ ບວນ​ໂດນ ແຂວງ ດັກ​ລັກ.

ບ້ານໂດນ ຢູ່ ແຂວງດັກລັກ- ສະຖານທີ່ທ່ອງທ່ຽວປະທັບໃຈ - ảnh 1
ນັກ​ທ່ອງ​ທ່ຽວ​ຂີ່​ຊ້າງ​ຢ້ຽມ​ຊົມ​ບ້ານ​ໂດນ
ພາບ:dulich.vn

        ເພື່ອ​ໄປ​ຢ້ຽມ​ຢາມ ບ້ານ​ໂດນ ທ່ານ​ສາ​ມາດ​ຂີ່​ລົດ​ໂອ​ໂຕ​ຫລື ລົດ​ຈັກ. ໃນ​ການ​ເດີນ​ທາງ​ຢ້ຽມ​ຢາມ ບ້ານ​ໂດນ, ນັກ​ທ່ອງ​ທ່ຽວ ສາ​ມາດ​ພັກ​​ເຊົາ​ຢູ່​ບ່​ອນ​ໃດ​ບ່ອນໜ່ຶງ​ເພື່ອ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ຂອງ​ເຂດ​ດິນ​ແດນ​ໄຕ​ງວຽນ. ນັ້ນ​ແມ່ນ​ບັນ​ດາ​ບ້ານຂອງ​ຊາວ​ເຜົ່າ ເອ​ເດ(Ede), ເມີ​ນົງ ( Mnong) ດ້ວຍ​ເຮືອນ​ຍາວ, ເຮືອນ​ຮ້ານ​ຖືກປຸກສ້າງ​ໃຕ້​ຕົ້ນ​ໄມ້​ທີ່​ໃຫ​ຍ່​ໂຕ.

        ຕາມ​ການ​ອະ​ທິ​ບາຍ​ຂອງ​ຊາວ​ທ້ອງ​ຖິ່ນແລ້ວ ບ້ານ​ໂດນ ຕາມ​ພາສາ​ລາວ​ແມ່ນ  ບ້ານ​ດອນ ໝາຍ​ຄວາມ​ວ່າ ​ແມ່ນ​ບ້ານ​​ແຫ່ງ​ຫນື່ງ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ດອນ​ເກາະ​ຂ​ອງ​ແມ່​ນ້ຳ Serepok. ແຕ່​ດົນ​ນານ​ມາ​ແລ້ວ, ບ້ານ​ໂດນ ແມ່ນ​ບ້ານ​ແຫ່ງ​ຫ​ນຶ່ງ​ທີ່ມີ​ຊື່​ສຽງ​ດ້ວຍ​ອາ​ຊີບ​ເຝີກ​ສອນ​ຊ້າງ​​ປ່າ. ມາ​ຢ້ຽມ​ຢາມບ້ານ​ໂດນ , ນັກ​ທ່ອງ​ທ່ຽວບໍ່​ພຽງ​ແຕ່​ໄດ້​ຮັບ​ຊົມທິ​ວ​ທັດ​ທຳ​ມະ​ຊາດ​​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ເຫັນ​ປະ​ຈັກ​ຕາ​ຊ້າງ​ໃຫ​ຍ່​ຫລາຍ​ໂຕ ຍ່າງ​ບົນ​ຖະ​ຫ​ນົນ ພາຍ​ໃຕ້​ການ​ບັນ​ຊາ​ຂອ​ງ​ກວານ​ຊ້າງ. ນາງ ເຮີ​ລ​ວານ ( H’ Loan) ຜູ້​ນຳ​ທ່ຽວ​ຢູ່ບ້ານ​ໂດນ ໃຫ້​ຮູ້​ວ່າ:

        “ຢູ່​ທີ່ນີ້ ປະ​ຊາ​ຊົນ​ຮັກ​ແພ​ງ​ຊ້າງ​ທີ່​ສຸດ ແລະ ຖື​ຊ້າງ​ຄື​ຄົນ. ສຳ​ລັບ​ຜູ້​ລ້ຽງ​ຊ້າງ, ເຝີກ​ສອນຊ້າງປ່າ ຖື​ຊ້າງ​ຄື​ດັ່ງ​ສະ​ມາ​ຊິກ​​ຫນຶ່ງໃນ​ຄອບ​ຄົວ​ຂອງ​ຕົນ. ກ່ອນ​ນີ້ ຊ້າງ​ຫລາຍ​ໂຕ ໄດ້​ຊ່ວຍ​ປະ​ຊາ​ຊົນ ແລະ ທະ​ຫານ​ໃນ​ການ​ຕໍ່ຕ້ານ​ກູ້​ຊາດ. ປະ​ຈຸ​ບັນ ຊ້າງ​ຍັງ​ຊ່ວຍ​ປະ​ຊາ​ຊົນ​ໃນ​ວຽກ​ງານຫຼາຍ​ຢ່າງ​ຄື: ເຮັດ​ໄຮ່​ເຮັດ​ນາ, ຂົນ​ສົ່ງ​ໄມ້​ເພື່ອ​ປຸກ​ສ້າງ​ເຮືອນ ຫລື​​ພາ​ປະ​ຊາ​ຊົນຜ່ານ​ແມ່​ນ້ຳລຳ​ເຊ..”

        ຢູ່ບ້ານ​ໂດນ, ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ໜຶ່ງ​ຊື່ງ​ນັກ​ທ່ອງ​ທ່ຽວ​ຢາກ​ຊອກ​ຮູ້ກວ່າ​ໝູ່ ນັ້ນ​ແມ່ນ ສວນ​ຮູບ​ປັ້ນ​ຊ້າງ ແລະ ຮູບ​ປັ້ນ​ຜູ້​ລ່າ​ຊ້າງ ຄຸນ​ສະ​ນຸບ(1827-1937). ໃນ​ຄາວ​ຍັງ​ມີ​ຊີ​ວິດ​ຢູ່, ທ່ານ ຄຸນ​ສະ​ນຸບ ລ່າ​ຊ້າງ​ປ່າໄດ້ 480 ໂຕເພື່ອ​ເອົາ​ເມືອ​ເຝີກ​ສອນ, ໃນ​ນັ້ນ ມີ ຊ້າງ​​ເພືອ​ກຫາ​ຍາກ 2 ໂຕ, ເພີ່ນ​ໄດ້ມອບ​ໃຫ້​​ພະເຈົ້າມະ​ຫາ​ຊີ​ວິດ ໄທ ແລະ ເຈົ້າ​ຊີ​ວິດ ບ໋າວ​ດ້າຍ ຂອງ​ຫວຽດ​ນາມ. ​ປະ​ຈຸ​ບັນ ຢູ່​ບ້ານ​ໂດນ ຍັງ​ມີ​ເຮືອນ​ບູ​ຮານ​ຂອງ​ທ່ານ ອາ​ມາ​ກົງ, ຊື່ງ​ແມ່ນ​ຫລານ​ຜູ້​ດຽວທີ່ໄດ້ຮັບ​ການ​ສືບ​ທອດອາ​ຊີບ​ລ່າ​ຊ້າງ, ເຝີກ​​ສອນ​ຊ້າງ​ປ່າຈາກ​ທ່ານ ຄຸນ​ສະ​ນຸບ. ທ່ານ ອາ​ມາ​ກົງ ເຖິງ​ແກ່​ມໍ​ລະ​ນະ​ກຳ​ເມື່ອ​ປີ 2012 ແຕ່​ປະ​ຈຸ​ບັນ ໃນ​ເຮືອນ​ຂອງ​ທ່ານ​ຍັງ​ຄົງຮັກ​ສາ​ຮູບ​ພາບ, ວັດ​ຖຸ​ພັນ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ການ​ລ່າ​ຊ້າງ​ປ​່າ​ ແລະ ເຝີກ​​ສອນ​ຊ້າງ​​ປ່າໃນ​ເມື່ອ​ກ່ອນ.

ບ້ານໂດນ ຢູ່ ແຂວງດັກລັກ- ສະຖານທີ່ທ່ອງທ່ຽວປະທັບໃຈ - ảnh 2
ເຮືອນ​ຮ້ານ​ບູ​ຮານ​ຢູ່ ບ້ານ​ໂດນ
ພາບ:internet

        ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມບ້ານ​ໂດນ ນັ້ນ​ແມ່ນ​ໄດ້​ຂີ່​ຊ້າງຂ້າມ​ແມ່​ນ້ຳ​ລຳ​ເຊ, ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ພູ​ຜາ​ປ່າ​ໄມ້​ທີ່​ໃຫ​ຍ່​ໂຕ​ມະ​ໂຫ​ຖານ​ຢູ່​ເຂດ ໄຕງວຽນ. ເມື່ອ​ຂີ່​ຊ້າງ, ຜ່ານ​ການ​ເລົ່າ​ເລື່ອງ​ຂອງ​ກວານ​ຊ້າງ, ນັກ​ທ່ອງ​ທ່ຽວ​ມີ​ໂອ​ກາດ​ຊອກ​ຮູ້​ບັນ​ດາ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ກ່ຽວ​ກັບ​ອາ​ຊີບ​ເຝີກ​​ສອນຊ້າງ​ປ່າ, ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ສົດ​ງົດ​ງາມ, ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ຊ​ົ​ນ​ເຜົ່າ​ຢູ່​ເຂດ​ໄຕ​ງວຽນ. ທ່ານ ອີ​ຕີງ, ຜູ້​ເຝີກ​ສອຍ​ຊ້າງ​ປ່າ​ຢູ່ ບ້​ານ​ໂດນ ເລົ່າ​ສູ່​ຟັງ​ວ່າ

        “ລ້ຽງ​ຊ້າງ​ຕ້ອງ​ຮູ້​ຈັກ​ນິ​ດ​ໄສ​ຂອງ​ມັນ​. ຕ້ອງ​ໃຫ້ຊ້າງກິນ​ອີ່ມ, ຢູ່​ໃນ​ປ່າ​ຕ້ອງເກັບ​ໃບ​ໄມ້​ໃຫ້​ຊ້າງ​ກິນ, ແຕ່​ເມື່ອ​ກັບ​ບ້ານ​ໃຫ້​ມັນ​ກິນ​ໝາກ​ກ້ວຍ, ຕົ້ນ​ອ້ອຍ, ໃຫ້​ດື່ມ​ນ້ຳ​ປົນ​ກັບ​ເກືອ, ມັນ​ຈື່​ງຈື່ບ້ານ, ​ບໍ່​ປະ​ບ້ານໄປ​ອີກ. ຍາມເຊົ້າ​ເມື່ອ​ເຫັນ​ຊ້າງ​​ເຮົາຕ້ອງ​ເບິ່ງ​ຕາ​, ​ເບິ່ງດັງ​ຂອງ​ມັນ. ພວກ​ເຮົາ​ຕ້ອງ​ຮັ​ກ​ແພງ​ຊ້າງ​ເໝືອນ​ດັ່ງ​ຄົນ. ເມື່ອ​ໃດ​ຊ້າງ​​ເປັນພະ​ຍາດ​ຕ້ອງ​ໃຫ້​ມັນ​ພັກ​ຜ່ອນ ​ແລະ ປິ່ນ​ປົວ​ໃຫ້​ມັນ.”

        ເມື່ອ​ມາ​ຢ້ຽມ​ຢາມບ້ານ​ໂດນ, ນັກ​ທ່ອງ​ທ່ຽວບໍ່​ພາດ​ກາ​ລະ​ໂອ​ກາດ​​ຍ່າງ​ໄປ​ຜ່ານ​ບັນ​ດາ​ຂົວ​ລອຍທີ່​ເຮັດ​ດ້ວຍ​ເຄື່ອງ​ຈັກ​ສານ ແລະ ຮາກ​ໄມ້​ປ່າ ທີ່ມີ​ຄວາມ​ງາມ​ແບບ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ໄຕ​ງວຽນ. ຢູ່​ເຂດ​ທ່ອງ​ທ່ຽວ​ຂົວ​ລອຍ​ໃນ​ບ້ານ​ໂດນ, ນັກ​ທ່ອງ​ທ່ຽວ​ສາ​ມາດ​ພັກ​ເຊົາ ແລະ ຮັບ​ອາ​ຫານ​ທ່ຽງ​ກັບ​ເຂົ້າ​ຫລາມ, ປີ້ງ​ໄກ່, ບັນ​ດາ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ທີ່ນີ້. ຄວາມ​ປະ​ທັບ​ໃຈ​ທີ່​ສຸດ ນັ້ນ​ແມ່ນ​ທັງ​ຮັບ​ປະ​ທານ​ອາ​ຫານ, ທັງ​ໄດ້​ຮັບ​ຟັງ​ສຽງ​ນ້ຳ​ປ່າໄຫລ, ສຽງ​ລົມ​ພັດ​ມາ​ພ້ອມ​ດ້ວຍ​ສຽງ​ຫົວ, ສຽງລົມ​ກັນຂອງ​ນັກ​ທ່ອງ​ທ່ຽວ.

        ຈາກ​ຂົວລອຍ​ຂີ່​ລົດ​ໄປ​ຕື່ມ​ອີກ​ປະ​ມານ 20 ນາ​ທີ, ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຮອດ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ແຫ່ງ​ຊາດ Yok Don. ປ່າ​ສະ​ຫງວນ​ແຫ່ງ​ຊາດ Yok Don, ອ້ອມ​ຮອບ​ຫນອງ Dak Minh ​ເຊິ່ງປະຈຸ​ບັນຍັງ​ຄົງ​ຮັກ​ສາ​ຄວາມ​ງາມແບບ​ເປົ່າ​ຫວ່າງດັ້ງ​ເດີມ​ໄວ້​ໄດ້. ຍາມ​ສາ​ຍັນ, ນັກ​ທ​ອ່ງ​ທ່ຽວ​ສາມ​າດ​ຂີ່​ເຮ​ືອທ່ຽວ​​ຫລິ້ນຢູ່​ຫນອງ​ເພື່ອ​ຊົມ​ທັດສະນີ​ຍະ​ພາບ​ໃນຍາມ​ສາ​ຍັນ. ເມື່ອ​ຕອນ​ຄ່ຳ​ວຽນ​ມາ, ນັກ​ທ່ອງ​ທ່ຽວ​ຈະ​ພັກ​ຜ່ອນ​ຢູ່​ບັນ​ດາ​ເຮືອນ​ຮ້ານ​ຂອງ​ຊາວ​ຊົນ​ເຜົ່າ ​ແລະ ​ຮັບ​ຊົມ​ລາຍ​ການ​ສະ​ແດງ​ສິ​ລະ​ປະທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ​ຂອງ​​ເຂດພູ​ຜາ​ປ່າ​ໄມ້​ໄຕ​ງວຽນ.

        ເມື່ອ​ລາ​​ຈາກ​ບ້ານ​ໂດນ, ນັກ​ທ່ອງ​ທ່ຽວ​ຈະ​ມີ​ອະ​ນຸ​ສອນ​ຫລາຍ​ຢ່າງ​ທີ່ບໍ່​ອາດ​ຫລົງ​ລືມ​ໄດ້. ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຢູ່ ບ້ານ​ໂດນ ລ້ວນ​ແຕ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ນັກ​ທ​່ອງ​ທ່ຽວ. ການ​ທ່ອງ​ທ່ຽວ​ຢູ່ ບ້ານ​ໂດນ ຍັງ​ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫລາຍ​ຢ່າງ. ອັນຈະ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ, ຄົ້ນ​ຫາເປັນ​ຈຳ​ນວນ​ຫລວງ​ຫລາຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ