ພະວິຫານ ຄຸກເທືອຢູ-ປູຊະນີຍະສະຖານປະຫວັດສາດ ລະດັບຊາດ ຢູ່ເຂດດິນ ນິງຢາງ

(VOVWORLD) -ພະວິຫານບູຊານັກວິລະຊົນແຫ່ງຊາດ ຄຸກເທືອຢູ ຢູ່ບ້ານ ກຸກໂບ່, ຕາແສງ ກຽນກວກ ແມ່ນທັດສະນີຍະພາບທີ່ສວຍສົດງົດງາມໃນຕາແສງ ກຽນກວກ ກໍ່ຄືໃນແຂວງ ຫາຍເຢືອງ. ໂດຍຖືກຕັ້ງຢູ່ມໍ່ກັບຄັນຄູແມ່ນ້ຳ ລວກ, ກຸ່ມປູຊະນີຍະສະຖານພະວິຫານ ຄຸກເທືອຢູ ໄດ້ຮັບໃບຢັ້ງຢືນຈາກລັດແມ່ນປູຊະນີຍະສະຖານລະດັບຊາດ ແລະ ແມ່ນກິດຈະກຳໜຶ່ງທີ່ມີຄວາມໝາຍປະຫວັດສາດ ວັດທະນະທຳ ເປັນສັນຍາລັກອັນດີງາມກ່ຽວກັບມູນເຊື້ອ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດຫວຽດນາມ
ພະວິຫານ ຄຸກເທືອຢູ-ປູຊະນີຍະສະຖານປະຫວັດສາດ ລະດັບຊາດ ຢູ່ເຂດດິນ ນິງຢາງ - ảnh 1 ພະວິຫານ ຄຸກເທືອຢູ

ຄຸກເທືອຢູ ແມ່ນໜຶ່ງໃນບັນດານັກວິລະຊົນແຫ່ງຊາດທີ່ມີຄຸນງາມຄວາມດີ ໃນການກໍ່ຕັ້ງປະເທດຊາດ ໃນສະຕະວັດທີ X, ເພິ່ນແມ່ນຜູ້ໄດ້ສ້າງພື້ນຖານໃນເບື້ອງຕົ້ນ ໃຫ້ແກ່ກິດຈະການຍາດຊີງເອົາເອກະລາດ, ກໍ່ສ້າງພື້ນຖານເປັນເຈົ້າຂອງປະເທດຊາດດ້ວຍຕົນເອງ, ຢຸດຕິແອກຄອບຄອງຂອງພວກສັກດີນາທາງທິດເໜືອ ໃນຊຸມປີຕົ້ນຂອງສະຕະວັດທີ X. ລູກ ແລະ ຫຼານຂອງເພິ່ນແມ່ນ ຄຸກຫາວ ແລະ ຄຸກເທືອໝີ ໄດ້ສືບຕໍ່ສືບທອດປູ່ຍ່າຕາຍາຍ, ມີຄຸນງາມຄວາມດີໃນການປັບປຸງເອກະລາດ, ປະຕິບັດການຄຸ້ມຄອງ ອຳນາດການປົກຄອງເຖິງຂັ້ນບ້ານ, ຕາແສງ. ວັນທີ່ 23 ກໍລະກົດ ປີ 907, ຄຸກເທືອຢູ ໄດ້ເຖິງແກ່ມໍລະນະກຳ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີຕໍ່ນັກວິລະຊົນແຫ່ງຊາດ  ຄຸກເທືອຢູ, ປະຊາຊົນໃນເຂດ ຮົ່ງເຈົາ ໄດ້ປະກອບສ່ວນວັດຖຸເງິນທອງ ເພື່ອກໍ່ສ້າງສາລາບ້ານ ກຸກໂບ່ ໃນເນື້ອທີ່ດິນກວ້າງຢູ່ທາງກ້ຳໃຕ້ຂອງໝູ່ບ້ານ, ຫ່າງຈາກຄັນຄູແມ່ນ້ຳລວກປະມານ 300 ແມັດ. ປີ 2005, ແຂວງ ຫາຍເຢືອງ ກໍ່ໄດ້ເລີ່ມລົງມືກໍ່ສ້າງພະວິຫານ ກຸກໂບ່ ເພື່ອບູຊານັກວິລະຊົນ 3 ທ່ານຂອງຕະກຸນຄຸກ ນັ້ນແມ່ນ ຄຸກເທືອຢູ, ຄຸກຫາວ ແລະ ຄຸກເທືອໝີ ເຊິ່ງຖືກຕັ້ງຢູ່ແປະກັບສາລາເກົ່າຂອງໜູ່ບ້ານ ກຸກໂບ່ ກິດຈະກຳມີຍອດເນືອທີ່ກວ່າ 57.000 ຕາແມັດ ເຊິ່ງມີສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ລວມມີບັນດາກິດຈະກຳວັດທະນະທຳສິລະປະຕ່າງໆ. ລຸງ ບຸ່ຍກວາງຈ້ຽວ ຜູ້ເຝົ້າເບິ່ງແຍງພະວິຫານ ຄຸກເທືອຢູ ໃຫ້ຮູ້ວ່າ:

       “ນີ້ແມ່ນບອ່ນສຶກສາອົມຮົມມູນເຊື່ອຂອງຊາດ. ແຂກສາລະທິດມານີ້ໄດ້ຮັບການແນະນຳກ່ຽວກັບປະຫວັດສາດແຫ່ງການສ້າງສາປະເທດຊາດຂອງຊາດ ຫວຽດນາມ. ເມື່ອເວົ້າເຖິງປະຫວັດສາດຂອງຊາດ ບັນພະບູລຸດຂອງເຮົາໄດ້ເວົ້າວ່າ: ຖ້າຫາກຢາກພັນລະນາເຖິງສິ່ງນີ້, ບໍ່ມີໜ້າປະຫວັດສາດໃດ, ແຖວຕົວໜັງສືໃດ ທີ່ບໍ່ຂຽນກ່ຽວກັບດ້າບປ້ອງກັນປະເທດຊາດ ເຊິ່ງເປັນການປະດັບເອ້ໜ້າປະຫວັດສາດຂອງຊາດ ຫວຽດນາມ”.

       ຖ້າຫາກມາຢ້ຽມຢາມພະວິຫານ ຄຸກເທືອຢູ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ສັກສິດ ແລະ ດຶງດູດໃຈ. ບັນດາຄວາມງາມທີ່ໃຫ່ຍໂຕມະໂຫຖານຂອງປູຊະນີຍະສະຖານໄດ້ເປັນການສ່ອງແສງຢ່າງຖືກຕ້ອງ ກ່ຽວກັບນັກວິລະຊົນຄົນໜຶ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງພື້ນຖານ ເປັນເຈົ້າຕົນເອງທຳອິດຂອງປະເທດຊາດ.  ສະຖາປັດຕະຍາກຳຂອງພະວິຫານໄດ້ຖືກຈັດສັນຢ່າງກົມກຽວ, ດ້ວຍການປະສົມປະສານຂອງວັດຖຸດິບ, ວັດສະດຸຫຼາຍຊະນິດ, ເຊິ່ງສະພິເສດແມ່ນບັນດາຮູບແກະຄວັດສະຫຼັັກດ້ວຍໄມ້ ແລະ ຫີນ. ພ້ອມກັນນັ້ນ ກໍ່ຕ້ອງເວົ້າເຖິງບັນດາຮູບແກະຄວັດສະຫຼັກ, ທີ່ເປັນສັນຍະລັກໃຫ້ແກ່ໂລກຈັກກະວານ, ມັງກອນຫີນ, ດອກບົວ, ຮູບແກະຄວັດສະຫຼັກກ່ຽວກັບສັດທີ່ສັກສິດ 4 ປະເພດ… ນີ້ແມ່ນບັນດາຜົນງານທາງດ້ານສິລະປະພິເສດ ເຊິ່ງແມ່ນບັນດານັກສິລະການ ໂດຍໄດ້ນຳໃຊ້ຄວາມຄ່ອງແຄ້ວດ້ວຍສອງຝາມື ແລະ ປັນຍາຂອງຕົນເພື່ອແນະນຳເຖິງປະຫວັດສາດ ແລະ ທິດສະດີຊີວະທັດ ແລະ ໂລກຈັກກະວານ; ແມ່ນບັນດາສັນຍະລັກຂອງກຳລັງແຮງ, ສິດອຳນາດ… ທັງນີ້ກໍ່ສະແດງໃຫ້ເຫັນຄຸນງາມຄວາມດີ ຂອງວົງຕະກຸນຄຸກທີ່ມີຕໍ່ປະເທດຊາດ. ທ່ານ ຟ້າມວຽດສັນ ຜູ້ນຳຕາແສງ ນິງກວກ ເມືອງ ນິງກວາງ ໃຫ້ຮູ້ວ່າ:

     “ໃນໄລຍະທີ່ຜ່ານມາ, ຕາແສງໄດ້ມີການເຄື່ອນໄຫວຫຼາຍຢ່າງ ເພື່ອໂຄສະນາກ່ຽວກັບພະວິຫານ ຄຸກເທືອຢູ ເພື່ອເປັນການຈາລຶກຄຸນງາມຄວາມດີຂອງວົງຕະກຸນຄຸກ. ໃນຊຸມປີທີ່ຜ່ານມາ, ນັບຕັ້ງແຕ່ເມື່ອເປີດພະວິຫານໃນປີ 2009, ແຕ່ລະປີກໍ່ມີແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ 2.000 ເທື່ອຄົນໄດ້ມາຢ້ຽມຊົມທັດສະນະສຶກສາຢູ່ພະວິຫານ ຄຸກເທືອຢູ ເຊິ່ງແມ່ນປູຊະນີຍະສະຖານທີ່ຫາຍາກຢູ່ທ້ອງຖິ່ນ”.

      ມາຢ້ຽມຊົມທັດສະນະສຶກຢູ່ພະວິຫານ ຄຸກເທືອຢູ, ແຂກທ່ອງທ່ຽວອາດຈະເຫັນຕົວຈິງ ແລະ ຊອກຮູ້ກ່ຽວກັບວົງຕຸກຸນຄຸກ. ຢູ່ເຂດວັງບູຊາຂອງພະວິຫານກໍ່ມີຮູບຫຼໍ່ທອງໃຫຍ່ສາມຮູບ ນັ້ນແມ່ນຮູບຫຼໍ່ຂອງ ຄຸກເທືອຢູ ຕັ້ງຢູ່ເຄິ່ງກາງ, ສອງເບື້ອງຊາຍ ແລະ ເບື້ອງຂວາແມ່ນຮູບປັ້ນຂອງ ຄຸກຫາວ ແລະ ຄຸກເທືອໝີ. ພະວິຫານ ຄຸກເທືອຢູ ແມ່ນກິດຈະກຳທີ່ມີຄວາມໝາຍ ເພື່ອເຊີດຊູຄຸນງາມຄວາມດີອັນໃຫ່ຍຫຼວງ ຂອງນັກວິລະຊົນແຫ່ງຊາດຕະກຸນຄຸກ ໃນໄລຍະກ່ອນທີ່ຍາດເອົາເອກະລາດແຫ່ງຊາດ. ພ້ອມກັບຄວາມໝາຍວັດທະນະທຳຈິດວິນຍານ ແລະ ທ່ອງທ່ຽວ, ພະວິຫານບູຊາ ຄຸກເທືອຢູ ກໍ່ແມ່ນສະຖານທີ່ທ່ອງທ່ຽວ, ຄົ້ນຄວ້າປະຫວັດສາດທີ່ດູດດື່ມຢູ່ແຂວງ ຫາຍເຢືອງ, ອັນໄດ້ປະກອບສ່ວນສຶກສາອົບຮົມມູນເຊື້ອຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ ໃຫ້ແກ່ຄົນລຸ້ນຫຼັງ. 

ຕອບກັບ

ຂ່າວ/ບົດ​ອື່ນ