ຟໍບ໋າງ,ເທດສະບານສະຫງົບງຽບຢູ່ເຂດພູສູງ ດົ່ງວັນ

(vovworld)- ເມື່ອ​ໄດ້ມາ​ຢ້ຽມ​ຢາມ ຮ່າ​ຢາງ ​ໃນຄັ້ງ​ທຳ​ອິດ, ນັກ​ທ່ອງ​ທ່ຽວ​ບໍ່​ວ່າຜູ້​ໃດ​ກໍ​ຕົກ​ສະ​ເຫງີ້​ຕໍ່​ຄວາມໃຫຍ່ໂຕ​ມະ​ໂຫ​ຖານ​ຂອງ​ສາຍ​ພູ​ຫີນ ກໍ​ຄື​ເສັ້ນ​ທາງ​ລະ​ອິດ​ລະ​ອ້ຽວ, ທຸ​ລະ​ກັນ​ດານ​ຢູ່​ເນີນ​ພູ. ນອກ​ຈາກ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສ້​າ​​ງຄວາມ​ປະ​ທັບ​ໃຈ​ຄື: ກວ໋ານ​ບ້າ, ອຽນ​ມີງ, ຫລູງ​ກູ, ແມ່ວ​ວາກ .. ແລ້ວ, ເຂດ​ດິນ​ຕອນ​ເຫນືອ​ສຸດ​ຂອງ​ຫວຽດ​ນາມ ​ທີ່​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນນັ້ນ ຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ແຫ່ງ​ຫນຶ່ງ​​ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບ​ຫລາຍ ນັ້ນ​ແມ່ນ ເທດ​ສະ​ບານ ຟໍ​ບ໋າງ ຂຶ້ນ​ກັບ​ເມືອງ ດົງ​ວັນ ແຂວງ ຮ່າ​ຢາງ.
ຟໍບ໋າງ,ເທດສະບານສະຫງົບງຽບຢູ່ເຂດພູສູງ ດົ່ງວັນ - ảnh 1
ເທດ​ສະ​ບານ ຟໍ​ບ໋າງ

                ຟໍ​ບ໋າງ ​ເຄີຍແມ່ນ​ເທດ​ສະ​ບານ​ເກົ່າ​ຂອງ​ເມືອງ ດົງ​ວັນ ຊື່ງ​ແມ່ນ​ສະ​ຖານ​ທີ​່​ດຳ​ລົງ​ຊີ​ວິດ​ຂອງ ຊາວ​​ຮ​ວາ ແລະ ຊາວ​ເຜົ່າ​ມົ້ງ. ຟໍ​ບ໋າງ ກ່ອນນີ້​ແມ່ນ​ສູນ​​ກາງການ​ປົກ​ຄອງ - ເສດ​ຖະ​ກິດ ສັງ​ຄົມ ຂອງ​ເມືອງ ດົງ​ວັນ, ຮ່າ​ຢາງ. ຟໍ​ບ໋າງ ຫ່າງ​ຈາກ​ນະ​ຄອນ ຮ່າ​ຢາງ ປະ​ມານ 117 ກິ​ໂລ​ແມັດ ແລະ ຖືກ​ຕັ້ງ​ຢູ່​ຮ່ອມ​ພູ ອ້ອມ​ແອ້ມ​ແມ່ນ​ພູ​ຫີນ. ທົ່ວ​ເທດ​ສະ​ບານ ມີ​ ຄຸ້ມ​ຖະ​ຫນົນພຽງ 2 ສາຍ, ​ດ້ວຍ​ເຮ​ືອ​ນ​ຂອງ​ຊາວ​ ​ເຜົ່າ ​ປະ​ມານກວ່າ 20 ຫລັງ​ຖືກ​ປຸກ​ສ້າງ​ກະ​ແຈກ​ກະ​ຈາຍ​​ຕາມ​ແຄມ​ທາງ​ຕົ້ນ​ຕໍ ແລະ ທາງ​​ນ້ອຍບາງ​ສາຍ. ບັນ​ດາ​ ເຮືອນ​ດັ່ງ​ກ່າວນັ້ນ​ແມ່ນ​ ເຮັດ​ດ້ວຍດິນ ​ແລະ ມີ​ອາ​ຍຸ​ນັບ​ຮ້ອຍ​ປີ. ຟໍ​ບ໋າງ ແມ່ນ​​ສະ​ຖານ​ທີ່​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ເຜົ່າ​ມົ້ງ ແລະ ຊາວ​ຮ​ວາ ເປັນ​ສ່ວນ​ຫລາຍ, ສະ​ນັ້ນ ​ຢູ່ເທດ​ສະ​ບານ ຟໍ​ບ໋າງ ​ແມ່ນບໍ່​ມີ​ເຮືອນ​ຮ້ານ​ຄື​ຢູ່​ແຫ່ງ​ອື່ນ​ໃນ​ເມືອງ ດົງ​ວັນ ທີ່​ມີ​ຊາວ​ເຜົ່າ​ມົ້ງ, ເຜົ່າ​ຢ້າວ, ໄຕ່, ນຸ​່ງ ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ. ອ້າຍ ມົວ​ຊານ​ໄຊ, ຢູ່​ເທດ​ສະ​ບານ ຟໍ​ບ໋າງ ໃຫ້​ຮູ້​ວ່າ:

        “ບັນ​ດາ​ຫລັງ​ເຮືອນ​ຢູ່​ທີ່ນີ້ ລ້ວນ​ແຕ່​ແມ່ນ​ເຮືອ​ນ​ທີ່​ເປັນ​ມູນ​ເຊື້ອ, ເສົາ​ເຮືອນ​ເຮັດ​ດ້ວຍ​ໄມ້, ສ່ວນ​ຝາ​ເຮືອນ​ເຮັດ​ດ້ວຍ​ດິ​ນ. ພວກ​ຂ້າ​ພະ​ເຈົ້າ​ມັກ​ຢູ່​ໃນ​ເຮືອນ​ທີ່​ເປັນ​ມ​ູນ​ເຊື້ອນີ້ກວ່າ. ເພາະ​ເຮືອນ​ດິ​ນ ໃນ​ລະ​ດູ​ຫນາວ ຈະ​ຮູ້​ສຶກ​ອົບ​ອຸ່​ນກວ່າ ສ່ວນ​ລະ​ດູ​ຮ້ອນ ຈະ​ເຢັນ​ກວ່າ. ​ຖ້າ​ວ່າ​ເຮົາ​ກະ​ກຽມ​ໄມ້ ແລະ ດິນ​ຂໍ​ໄວ້​ພຽງ​ພໍ​ແລ້ວ ການ​ປຸກ​ສ້າງ​ເຮືອນຫຼັງ​ໜຶ່ງ​ໃຊ້​ເວ​ລາ​ພຽງ​ໜຶ່ງ​ເດືອນ​ກໍ່ສຳ​ເລັດ​.”

​ມາ​ຢ້ຽມ​ຢາມ​ເທດ​ສະ​ບານ ຟໍ​ບ໋າງ ແລະ ​ໄດ້ເຫັນ​ປະ​ຈັກ​ຕາ​ຊີ​ວິດ​ການ​ເປັນ​ຢູ່​ທີ່​ສະ​ຫງົບ​ສຸກຂອງ​ຊາວ​ເຜົ່າ ມົ້ງ, ຊາວ​​ຮ​ວາຢູ່​ທີ່ນີ້, ນັກ​ທ່ອງ​ທ່ຽວ​​ຈະ​ມີ​ຄວາມຮູ້​ສຶກ​ ສະ​ຫວາດ​ສະ​ເຫວີຍກວ່າ ບໍ່​​ເນືອງ​ນັນ​ຄື​ຢູ່​ເຂດ​ຕົວ​ເມືອງ. ອ້າຍ ຫງວຽນ​ວັນ​ນາມ, ນັກ​ທ່ອງ​ທ່ຽວ ມາ​ຈາກ ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມ ຟໍ​ບ໋າງ ຍ້ອນ​ຢູ່​ທີ່ນີ້ ມີທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ​ມີການ​ດຳ​ລົງ​ຊີ​ວິດ​ທີ່​ລຽບ​ງ່າຍ​ ກໍ​ຄື​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງ​ຊາວ​ເຜົ່າ​ຢູ່​ທີ່ນີ້. ສິ່ງ​ທີ່​ຂ​້າ​ພະ​ເຈົ້າ​ມັກ​ທີ່​ສຸດ ແມ່ນ​ຍ່າງ​ເລາະ​ຫລິ້ນ​ທົ່ວ​ເທດ​ສະ​ບານ ເພື່ອ​ຄົ້ນ​ຫາ​ກຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ເຜົ່າ​ໃນ​ເທດ​ສະ​ບານ.”

        ເມື່ອ​ເຂົ້າ​​ໄປ​ໃນເຮືອນ​ດິນ​ຂອງ​ຊາວ​ ເຜົ່າ, ທ່ານ​ຈະ​ພົ​ບ​ເຫັນ​ຮູບ​ພາບ​ຜູ້​ເຖົ້າ​ຜູ້​ແກ່​ນັ່ງ​ຂ້າງ​ເຕົາ​ໄຟ ກຳ​ລັງ​ຖັກ​ແສ່ວ ​ແຕ່​ເຊົ້າ​ຈົນ​ຮ​ອດຄ່ຳ. ແຕ່​ເມື່ອ​ເຫັນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ, ເຂົາ​ເຈົ້າ​ກໍ່ພ້ອມ​ກັນ​ ຕ້ອນ​ຮັບ​ແຂກ​ດ້ວຍ​ຄວາມ​ອົບ​ອຸ່ນ​ສະ​ຫນິດ​ສະ​ຫນົ​ມ​ຄື​ດັ່ງ​ຍາດ​ຕິ​ພີ່​​ນ້ອງ​ທີ່​ຢູ່​ຫ່າງ​ໄກ​ກັບ​ຄືນ​ມາ​ບ້ານ. ນອກນັ້ນ ປະ​ຊ​າ​ຊົນ ຟໍ​ບ໋າງ ຍັງປຸງ​​ແຕ່ງ​ບັນ​ດາເຍື່ອງ​ອາ​ຫານ​ພິ​ເສດ​ທີ່​ແຊບ​ນົວ​​ຕ້ອນ​ຮັບບັນ​ດາ​ນັກ​ທ່ອງ​ທ່ຽວ​​ທີ່ມາ​ຈາກ​ທຸກ​ສາ​ລະ​ທິດ​. ປ້າ ລານ​ໄມ​ຢີ, ຊາວ​ເຜົ່າ​ຮ​ວາ ຢູ່​ເທດ​ສະ​ບານ ຟໍ​ບ໋າງ ພວມ​ປຸງ​ແຕ່ງ​ເຍື່ອງ​ອາ​ຫານ​ພິ​ເສດ​ຂອງ​ບ້ານ ໃຫ້​ຮູ້​ວ່າ:

        “ເຍື່ອງ​ອາ​ຫານນີ້ ເອີ້ນ​ວ່າ ເດົ້າ​ຊີ້ ມັນ​ແຊບ​ຫລາຍ. ວິ​ທີ​ປຸງ​ແຕ່ງ, ​ເອົາ​ໝາກ​ເຜັດ ແລະ ເຄື່ອງ​ປຸງ​ໃສ່ ລວມ​ມີ: ຂີງ, ເຄື່ອງ​ເທດ, ເກືອ, ເຕົາ​ຫູ້​ຕົ້ມ. ອາ​ຫານ​ເຍື່ອງນີ້​ແມ່ນເຍື່ອງ​ອາ​ຫານກິນ​ກັບ​ເຂົ້າ​​ສະ​ນັ້ນ​ເຮືອນ​ໃດ​ກໍ່​ເຮັດ ແລະ ເຄີຍ​ປຸງແຕ່ງ​ໃນ​ບຸນ​ເຕັດ ແລະ ລະ​ດູ​ຫນາວ​ເທົ່າ​ນັ້ນ. ​ອາ​ຫານ​ເຍື່ອງນີ້ກິນ​ກັບ​ເຂົ້າ​ປຽກ​ກໍ​ແຊບ, ​ຈ້ຳ​ກັບເຂົ້າ​ຫນຽວ​ກໍ​ແຊບ. “

        ​ ປະ​ຊາ​ຊົນ​ຢູ່ ຟໍ​ບ໋າງ ​ອາ​ຊີບ​ຕົ້ນ​ຕໍ​ຂອງ​ເຂົາ​ເຈົ້າ ສ່ວນ​ຫລາຍ​ແມ່ນເຮັດ​ໄຮ່​ເຮັດ​ນາ ແລະ ປູກດອກ​ໄມ້, ໃນ​ນັ້ນ ດອກ​ກຸ​ລາບ ​ແມ່ນປູກ​ຫລາຍ​ສຸດ. ​ດອກ​ກຸລ​າບ​ຢູ່​ທີ່ນີ້ ດອກ​ຈະບໍ່​ໃຫຍ່​ຄື​ຢູ່​ເຂດ​ພູ​ພຽງ ແຕ່​​ວ່າສີ​ຂອງ​ມັນ​ແມ່ນ​ງາມກວ່າ. ອາ​ຊີບ​ປູກດອກ​ໄມ້ ໄດ້​ນຳ​ມາ​ເຊິ່ງ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນ​ຢູ່​ທີ່ນີ້ ຫລາຍ​ສົມ​ຄວນ, ຊີ​ວິດ​ການ​ເປັນ​ຢູ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ.

ຟໍບ໋າງ,ເທດສະບານສະຫງົບງຽບຢູ່ເຂດພູສູງ ດົ່ງວັນ - ảnh 2
ຕະ​ຫລາດ​ນັດ ຢູ່ ເທດ​ສະ​ບານ ຟໍ​ບ໋າງ

         ເທດ​ສະ​ບານ ຟໍ​ບ໋າງ ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ດ້ວຍ​ຄວາມ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ, ບັນ​ຍາ​ກາດ​ສະ​ຫງົບ​ງຽບ​ ແລະ ຊີ​ວິດ​ການ​ເປັນ​ຢູ່ທີ່​ລຽບ​ງ່າຍ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້ ເທົ່າ​ນັ້ນ ຫາກ​ຕະ​ຫລາດ​ນັດ​ທີ່​ຈັດ​ຂຶ້ນ ໃນ 6 ມື້​/ເທື່ອ​ຫນຶ່ງ ກໍ​ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ. ໃນ​ງານ​ຕະ​ຫລາດ​ນັດ, ປ​ະ​ຊາ​ຊົນ​ພາ​ກັນໄປ​ຕະ​ຫລາດ​ແຕ່​​ຮຸ່ງເຊົ້າ ແລະ ນ​ຳ​ເອົາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ພິ​ເສດ​ມາ​ຂາຍ ເພື່ອ​ຊື້​ເຄື່ອງ​ຂອງ​ທີ່​ຈຳ​ເປັນ​ຮັບ​ໃຊ້​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຕົນ .

       

ຕອບກັບ

ຂ່າວ/ບົດ​ອື່ນ