ຟອງຍາແກບາງ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ

(VOVWORLD) -ຟອງຍາ-ແກບາງ ແມ່ນທິວທັດທີ່ສວຍສົດງົດງາມ ເຊິ່ງທຳມະຊາດໄດ້ດົນບັນດານໃຫ້ແກ່ ປະຊາຊົນແຂວງ ກວາງບິ່ງ. ປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ແມ່ນການປະສົມປະສານ ລະຫວ່າງບັນດາສາຍພູຫີນປູນ, ປ່າດົງດິບ ແລະ ແມ່ນ້ຳຊອນ, ພ້ອມກັບລະບົບຖ້ຳທຳມະຊາດ ໄດ້ສ້າງເປັນຮູບພາບ ພູຜາປ່າໄມ້ແມ່ນ້ຳລຳເຊ  ທີ່ເຮັດໃຫ້ຜູ້ຄົນມີຄວາມຫຼົງໄຫຼ. ປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ໄດ້ຮັບການຮັບຮອງຈາກອົງການ Unesco ເປັນສອງເທື່ອ ແມ່ນມໍລະດົກທຳມະຊາດໂລກ
ຟອງຍາແກບາງ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ - ảnh 1ຖ້ຳຟອງຍາ-ແກບາງງົດງາມດັ່ງໃນຝັນ 

ໂດຍນອນຢູ່ເຂດພາກກາງຫວຽດນາມ, ແຂວງ ກວາງບິ່ງ ຫ່າງຈາກນະຄອນ ດົ່ງເຫີຍ ປະມານ 50 ກິໂລແມັດ ໄປທາງທິດຕາເວັນອອກສ່ຽງເໜືອ, ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ປະມານ 500 ກິໂລແມັດ ໄປທາງທິດໃຕ້, ປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ໄດ້ຮັບການຮັບຮອງຈາກ Unesco ວ່າແມ່ນມໍລະດົກທຳມະຊາດໂລກ ຕາມມາດຖານຕີລາຄາກ່ຽວກັບທໍລະນີ ພູມສັນຖານ (ປີ 2003) ແລະ ມາດຖານນິເວດວິທະຍາ ແລະ ຊີວະນາໆພັນ (ປີ 2015). ນີ້ແມ່ນສ່ວນໜຶ່ງ ຂອງເຂດພູຫີນປູນຢູ່ອາຊີ ທີ່ມີມາກ່ອນນີ້ກວ່າ 400 ລ້ານປີ, ເຊິ່ງໄດ້ຕິດພັນກັບວົງວຽນເປັນຮູບປະທຳ ແລະ ຂະຫຍາຍຕົວຂອງປະຫວັດຄວາມເປັນມາ ຂອງໜ່ວຍພິພົບ. ລະບົບຖ້ຳຢູ່ແຫ່ງນີ້ ມີລວງຍາວທັງໝົດປະມານ 80 ກິໂລແມັດ ( ສວ່ນທີ່ໄດ້ຮັບການຄົ້ນພົບ). ຕາມບົດລາຍງານຂອງຄະນະຄົ້ນຫາພະຈົນໄພ ສັງກັດສະມາຄົມພູມສາດ ແຫ່ງລາຊະອານາຈັກອັງກິດ, ລວງຍາວຂອງຖ້ຳຟອງຍາ ສ່ວນທີ່ໄດ້ກຳນົດໄດ້ແມ່ນ 7.729 ແມັດ. ຖ້ຳຟອງຍາໄດ້ຮັບການຕີລາຄາ ດ້ວຍ 7 ມາດຖານໂດດເດັ່ນ: ແມ່ນ້ຳໃນຖ້ຳງາມທີ່ສຸດ; ປາກຖ້ຳສູງ ແລະ ກວ້າງທີ່ສຸດ; ຫາດຊາຍ; ຫາດຫີນໃນຖ້ຳງາມທີ່ສຸດ; ໜອງນ້ຳໃນຖ້ຳງາມທີ່ສຸດ; ຖ້ຳກວ້າງ ແລະ ງາມທີ່ສຸດ; ລະບົບນົມຜາ ແລະ ຫີນຍ້ອຍ ມີຄວາມລຶກລັບ ແລະ ງົດງາມທີ່ສຸດ, ທັງແມ່ນຖ້ຳຍາວທີ່ສຸດ. ປັດຈຸບັນ ມີຖ້ຳຫຼາຍແຫ່ງ ທີ່ໄດ້ຖືກນ້ຳເຂົົ້າຮັບໃຊ້ ການທ່ອງທ່ຽວ. ພົ້ນເດັ່ນຂຶ້ນແມ່ນ ຖ້ຳເຊີນດອງ ເຊິ່ງແມ່ນຖ້ຳທີ່ໃຫ່ຍກວ່າໜູ່ໃນໂລກ, ຖ້ຳນົກແອ່ນໃຫ່ຍທີສາມໃນໂລກ. ດ້ວຍລະບົບນົມຜາ ແລະ ຫີນຍ້ອຍທີ່ມີຮູບ ຫຼາຍຢ່າງ ໂດຍທຳມະຊາດໄດ້ສ້າງເປັນຮູບປະທຳ ປຽບເໝືອນບັນດາຜະລິດຕະພັນວິຈິດຕະກຳ ສິລະປະແບບທຳມະຊາດ ອັນໄດ້ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະທັບໃຈທີ່ສຸດ. ແຂກທ່ອງທ່ຽວເມື່ອມີໂອກາດມານີ້ ຈະໄດ້ເຊື່ອມຕົວເຂົ້າກັບທຳມະຊາດ, ຈະໄດ້ນຳໃຊ້ເຄື່ອງອຸປະກອນນິລະໄພ ເພື່ອຄົ້ນຫາຖ້ຳທຳມະຊາດ. ທ່ານ ດັ້ງດົງຮ່າ ຮອງຫົວໜ້າພະແນກທ່ອງທ່ຽວແຂວງ ກວາງບິ່ງ ໃຫ້ຮູ້ວ່າ: 

   “ກ່ອນທີ່ຈັດຕັ້ງການທ່ອງທ່ຽວ ກໍ່ຕ້ອງແນະນຳໃຫ້ແຂກທ່ອງທ່ຽວ ຮູ້ວິທີໂຫນເຊືອກ ແລະ ເມື່ອຮູ້ວິທີໂຫນເຊືອກໄດ້ດີແລ້ວ ກໍ່ຈະພາແຂກທ່ອງທ່ຽວໄປຢ້ຽມຊົມ ທັດສະນະສຶກສາ ແລະ ໃນເວລານັ້ນ ບັນດາບໍລິສັດທ່ອງທ່ຽວ ຈະຕ້ອງຮັບປະກັນທາງດ້ານພາຫະນະ, ມີການຊ່ວຍໜູນທາງດ້ານ ປະຖົມພະຍານບານ ຖ້າຫາກເມື່ອເກີດມີບັນຫາ. ເພາະສະນັ້ນ ນັບແຕ່ເວລາເປີດລາຍການທ່ອງທ່ຽວ ມາຮອດປັດຈຸບັນ ກໍ່ຍັງບໍ່ທັນໄດ້ເກີດມີບັນຫາໃດໆເທື່ອ”

    ໂດຍໄດ້ກຳແໜ້ນກ່ຽວກັບຄວາມຕ້ອງການ ແລະ ສະຕິປະຈຳໃຈຂອງແຂກທ່ອງທ່ຽວ, ພາຍຫຼັງທີ່ໄດ້ຢ້ຽມຊົມຖ້ຳ ຟອງຍາ, ແຂກທ່ອງທ່ຽວກໍ່ມັກໄປຢ້ຽມຊົມ ຖ້ຳຕຽນເຊີນ. ຟອງຍາ-ຕຽນເຊີນ ແມ່ນຄູ່ຖ້ຳໂດຍທຳມະຊາດດົນບັນດານໃຫ້. ຖືກນອນຢູ່ຈຸດສູງ ປະມານ 200 ແມັດ ບົນເພດານຖ້ຳຟອງຍາ, ຖ້ຳຕຽບເຊີນມີລວງຍາວ 980 ແມັດ ແລະ ກໍ່ບໍ່ຮ່ວມລະບົບກັບຖ້ຳຟອງຍາ. ຖ້າຫາກວ່າ ຟອງຍາມີຄວາມງາມດ້ວຍ ລະບົບນົມຜາຫີນຍ້ອຍ ແລະ ແມ່ນ້ຳນັ້ນ, ຖ້ຳທຽນເດື່ອງ ໄດ້ຮັບຂະໜານນາມວ່າ “ພະລາດຊະວັງໃຕ້ດິນ” ຖືກນອນໃນກຸ່ມພູຫີນປູນດ້ວຍຄວາມສູງ 191 ແມັດ, ຖືກອ້ອມຮອບໄປດ້ວຍປ່າດົງດີບ. ຢູ່ໃນຖ້ຳກໍ່ມີນົມຜາ ແລະ ຫີນຍ້ອຍດ້ວຍຮູບຮ່າງທີ່ແຕກຕ່າງກັນ ແລະ ຖືກຜູ້ຂຸດຄົ້ນຕັ້ງຊື່ວ່າ: ນ້ຳຕົກຕາດທຽນຮ່າ, ວັງຢາວຈີ່… ອ້າຍ ເລຮີຢຸງ ຜູ້ພາແຂກທ່ອງທ່ຽວ ໄປຢ້ຽມຊົມທັດສະນະສຶກສາຢູ່ຟອງຍາ ເປີດເຜີຍວ່າ: 

    “ໃນຕົວຈິງຂະນະທີ່ການທ່ອງທ່ຽວ ຢູ່ຟອງຍາ ໃນ 6 ປີມານີ້ໄດ້ຂະຫຍາຍຕົວ, ແຕ່ເຮົາເຫັນວ່າຕະຫຼາດແຂກທ່ອງທ່ຽວສາກົນ ນັບມື້ນັບສົນໃຈເຖິງການທ່ອງທ່ຽວແບບຍືນຍົງ, ເຂົາເຈົ້າຊົມຊອບການຄົ້ນຫາ ສະພາບແວດລ້ອມທີ່ຮົກເຮື້ອ, ຈາກນັ້ນເຮົາກໍ່ເດີນຕາມທິດນັ້ນ”.

    ປ່າສະຫງວນແຫ່ງຊາດ ຟອງຍາ-ແກບາງ ກໍ່ແມ່ນສະຖານທີ່ດູດດື່ມ ສຳລັບແຂກທ່ອງທ່ຽວ. ປ່າສະຫງວນແຫ່ງຊາດນີ້ມີເນື້ອທີ່ 343.000 ເຮັກຕາ, ໃນນັ້ນມີກວ່າ 83% ເນື້ອທີ່ແມ່ນປ່າດົງດິບ. ຢູ່ປ່າສະຫງວນແຫ່ງຊາດນີ້, ບັນດານັກວິທະຍາສາດໄດ້ ສະຖິຕິມີພຶກສາຊາດລະດັບສູງ  2400 ຊະນິດ, ໃນນັ້ນ ມີຫຼາຍຊະນິດທີ່ມີຄ່າຫາຍາກ ຖືກບັນທຶກໃນປຶ້ມແດງຂອງຫວຽດນາມ ແລະ ໂລກ. ພ້ອມກັນນັ້ນ ກໍ່ຍັງມີນົກ, ສັດປ່າ, ສັດປະເພດເລືອຄານຫຼາຍປະເພດ, ໃນນັ້ນມີສັດຫຼາຍປະເພດຖືກ ຈົດເຂົ້າໃນປຶ້ມແດງຂອງຫວຽດນາມ ແລະ ໂລກຄື ຊາວລາ, ທະນີ… ພ້ອມກັບບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ເຊັ່ນ ຫາດຊາຍດ້າໃຫ່ຍ, ເຍິດເລະ, ຫວຸງຈົ່ວ-ເກາະອຽນ, ອ່າວຮອນລາ, ສະຖານທີ່ບູຮານຄະດີ ເບົາຈໍ… ໄດ້ແລະ ພວມສ້າງກຳລັງແຜ່ກະຈາຍ, ອັນໄດ້ນຳແຂວງ ກວາງບິ່ງ ກາຍເປັນສະຖານທີ່    ທ່ອງທ່ຽວທີ່ດູດດື່ມທີ່ສຸດໃນທົ່ວປະເທດ. ເມື່ອບໍ່ດົນມານີ້ວາລະສານທ່ອງທ່ຽວ Lonely Planet ໄດ້ຈັດຟອງຍາ-ແກຍາງ ແມ່ນໜຶ່ງໃນສອງສະຖານທີ່ທ່ອງທ່ຽວ ທີ່ດູດດື່ມທີ່ສຸດຢູ່ຫວຽດນາມ ຕາມການເລືອກເຟັ້ນ ຂອງແຂກທ່ອງທ່ຽວ ແລະ ຂອງຜູ້່ທີ່ມີຄວາມສົນໃຈຕໍ່ອາຊີ ແລະ ຜູ້ຊົມຊອບການທ່ອງທ່ຽວຢູ່ພາກພື້ນອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ