ຢ້ຽມຊົມສວນຕົ້ນໄມ້ກິນໝາກວ່າມສາງ, ໃນເທດສະບານເມືອງ ຟອງດ່ຽນ ນະຄອນເກິນເທີ

(VOVWORLD) -ເກິນເທີບໍ່ພຽງແຕ່ມີຊື່ສຽງດ້ວຍທິວທັດທຳມະຊາດ ທີ່ເປັນໜ້າຈັບອົກຈັບໃຈ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກຄົນເທົ່ານັ້ນ, ຢູ່ແຫ່ງນີ້ຍັງມີຄວາມດູດດື່ມດ້ວຍບັນດາສວນຕົ້ນໄມ້ກິນໝາກທີ່ສຸກເຫຼືອງ ຢູ່ເຂດດິນສັນດອນທີ່ອຸດົມສົມບູນທີ່ພາກໃຕ້. ເມື່ອມາຢ້ຽມຊົມບັນດາເຂດສວນຕົ້ນໄມ້ກິນໝາກຢູ່ເກິນເທີ, ແຂກທ່ອງທ່ຽວຈະໄດ້ເຊື່ອມຕົວເຂົ້າກັບບັນຍາກາດທີ່ປອດໂປ່ງ, ເຢັນສະບາຍຢູ່ເຂດບ້ານນາ, ໄດ້ຍ່າງເລາະຫຼິ້ນ, ໄດ້ຊີມໝາກໄມ້ຊະນິດຕ່າງໆທີ່ຫາກໍ່ເດັດເອົາຈາກງ່າໄມ້ ຫຼື ໄດ້ຊີມບັນດາເຍື່ອງອາຫານທີ່ປຸງແຕ່ງ ຈາກສິນພິເສດຢູ່ເຂດແມ່ນ້ຳລຳເຊພາກໃຕ້ຫວຽດນາມ
ຢ້ຽມຊົມສວນຕົ້ນໄມ້ກິນໝາກວ່າມສາງ, ໃນເທດສະບານເມືອງ ຟອງດ່ຽນ ນະຄອນເກິນເທີ - ảnh 1ໝາກງໍ້ໃນສວນຕົ້ນໄມ້ກິນໝາກວ່າມສາງ 

ສວນຕົ້ນໄມ້ກິນໝາກ ວ່າມສາງ ນອນຢູ່ບ້ານ ເຍິນລົກໜຶ່ງ, ເທດສະບານເມືອງ ຟອງດ່ຽນ, ເມືອງ ຟອງດ່ຽນ ຫ່າງຈາກນະຄອນເກິນເທີ ປະມານ 10 ກິໂລແມັດ ໄປທາງທິດຕາເວັນຕົກສ່ຽງໃຕ້. ແຕ່ດົນນານມາແລ້ວ, ເກິນເທີ, ວ່າມສາງ, ຟອງດ່ຽນ ໄດ້ກາຍເປັນທີ່ຮູ້ຈັກກັນດີ ຍອ້ນແມ່ນເຂດດິນມີເຂົ້າສານຂາວ, ນ້ຳໃສດ້ວຍສິນທະເລ, ສິນພິເສດໂດຍທຳມະຊາດດົນບັນດານໃຫ້. ຕາມການເລົ່າຂານຂອງລຸງ ເຈິ່ນວັນລ່ຽນ ເຈົ້າຂອງສວນຕົ້ນໄມ້ກິນໝາກແລ້ວ, ຊື່ເອີ້ນວ່າ ວ່າມສາງ ແມ່ນໄດ້ເລີ່ມມາຈາກຊື່ຂອງລຳຄອງນ້ຳຈືດ ສາງຊ່ານໍ ໄດ້ຮັບການກໍ່ສ້າງມາແຕ່ປີ 1903. ນັບແຕ່ນັ້ນເປັນຕົ້ນມາ, ສວນຕົ້ນໄມ້ກິນໝາກ ວ່າມສາງ ຍັງຄົງແມ່ນແຫ່ງສາມາດຮັກສາ ບັນດາຄວາມເປັນເອກະລັກສະເພາະຂອງເຂດຊົນນະບົດ ເຂດແມ່ນ້ຳລຳເຊເຂດທາງພາກໃຕ້, ຈາກປະຕູໂຂງ, ເສັ້ນທາງໃນໜູ່ບ້ານຕະຫຼອດຮອດເຮືອນຫຼັງນ້ອຍເພື່ອໃຫ້ພັກເຊົາ. ອາກາດຢູ່ທີ່ນີ້ເຢັນສະບາຍຕະຫຼອດປີ ອັນໄດ້ເຮັດໃຫ້ແຂກເມື່ອມາຢ້ຽມຢາມທີ່ນີ້ຮູ້ສຶກສະບາຍໃຈ ດ້ວຍສີຂຽວອຸ່ມທຸ່ມຂອງຕົ້ນໄມ້ກິນໝາກ ແລະ ສິ່ງທີ່ພິເສດນັ້ນແມ່ນຈະມີໂອກາດ ໄດ້ຮັບການແນະນຳໄປຢ້ຽມຊົມ, ທັດສະນະສຶກສາ ຈາກເຈົ້າຂອງສວນຕົ້ນໄມ້ກິນໝາກ. ລຸງ ເຈິ່ນວັນລ່ຽນ ໃຫ້ຮູ້ວ່າ:

    “ໂດຍມີຄວາມແຕກຕ່າງກັບບັນດາສວນຕົ້ນໄມ້ກິນໝາກອື່ນໆ ຢູ່ຟອງດ່ຽນທີ່ເຂົາເຈົ້າປູກສະເພາະແຕ່ຕົ້ນໄມ້ຊະນິດໃດໜຶ່ງເປັນຕົ້ນ, ແຕ່ຢູ່ສວນຕົ້ນໄມ້ກິນໝາກ ວ່າມສາງນີ້ ພັດປູກຕົ້ນໄມ້ກິນໝາກຫຼາຍຊະນິດ. ຢູ່ແຫ່ງນີ້ກໍ່ປູກຕົ້ນໄມ້ກິນໝາກແຕ່ 30 ຫາ 40 ຊະນິດທີ່ແຕກຕ່າງກັນ ແລະ ໃຫ້ໝາກໄມ້ນັບຮ້ອຍຊະນິດໃນຕະຫຼອດປີ. ຖ້າຫາກວ່າສວນຕົ້ນໄມ້ກິນໝາກຢູ່ ຟອງດ່ຽນ ໃນຍາມລະດູ ໜາວ ເກືອບຄືວ່າພຽງແຕ່ມີຕົ້ນໝາກນ້ຳນົມເທົ່ານັ້ນ, ແຕ່ຢູ່ວ່າມສາງນີ້ ກໍ່ມີຕົ້ນໝາກນ້ຳນົມຕະຫຼອດປີ”.

  ສວນຕົ້ນໄມ້ກິນໝາກວ່າມສາງ ມີຕົ້ນໄມ້ກິນໝາກຫຼາຍຊະນິດເຊັ່ນ ໝາກມີ້, ໝາກທຸລຽນ, ໝາກມັງຄຸດ, ໝາກນ້ຳນົມ, ໝາກກ້ຽງ… ໃນແຕ່ລະລະດູ, ສວນວ່າມສາງ ປຽບເໝືອນໄດ້ນຸ່ງເສື້ອສີໃໝ່, ໄລຍະໜຶ່ງກໍ່ເປັນສີແດງດ້ວຍໝາກງໍ້ທີ່ສຸກແດງ, ສີເຫຼືອງອາຮາມດ້ວຍໝາກໄມ້ພິເສດຄື ໝາກໄຟ ແລະ ໝາກໄມ້ຊະນິດອື່ນໆເຊັ່ນ ໝາກມ່ວງ, ໝາກມັງຄຸດ, ໝາກສົ້ມໂອ, ໝາກກ້ຽງ, ໝາກມີ້… ສວນຕົ້ນໄມ້ກິນໝາກ ວ່າມສາງ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ແທດເໝາະກັບເປົ້າໝາຍຫຼາຍຄົນ ທີ່ຢູ່ໃນເກ່ນອາຍຸແຕກຕ່າງກັນ ດັ່ງນັ້ນໄດ້ດຶງດູດແຂກມາຢ້ຽມຊົມເປັນຈຳນວນຫຼວງຫຼາຍ. ຢູ່ສວນຕົ້ນໄມ້ວ່າມສາງ ແຂກທ່ອງທ່ຽວຍັງຈະໄດ້ເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງເຊັ່ນ ຕຶກປາ, ສະປາຢູ່ຕາມຄອງເໝືອງ. ອ້າຍ ເຈິ່ນວັນເລື້ອງ ແຂກທ່ອງທ່ຽວມາຈາກແຂວງ ຊອັກຈັງ ໃຫ້ຮູ້ວ່າ:

   “ຂ້າພະເຈົ້າມີຄວາມປະທັບໃຈດ້ວຍເຍື່ອງອາຫານຕົ້ມປາ, ອາຫານເຍື່ອງນີ້ ໄດ້ເຮັດໃຫ້ຂ້າພະເຈົ້າຄິດເຖິງຄາວເຍົາໄວ ທີ່ເຄີຍໄດ້ຮັບປະທານເຍື່ອງອາຫານນີ້, ເມື່ອໄດ້ຮັບປະທານ, ຂ້າພະເຈົ້າຮູ້ສຶກແຊບຫຼາຍ, ຫຼືວ່າໄດ້ຮັບປະທານເຍື່ອງອາຫານປີ້ງປາ ດ້ວຍໃບຕອງກ້ວຍກໍ່ແຊບເໝືອນກັນ”.

   ໃນໄລຍະໄປຢ້ຽມຊົມ, ທັດສະນະສຶກສາ ຢູ່ເຂດສວນຕົ້ນໄມ້ກິນໝາກ, ເມື່ອໄດ້ຍ່າງດ້ວຍຄວາມອິດເມື່ອຍແລ້ວ, ແຂກທ່ອງທ່ຽວຈະໄດ້ນອນອູ່ພັກຜ່ອນໃຕ້ຮົ່ມເຢັນ ຂອງແຖວຕົ້ນໄມ້ໃຫ່ຍຂຽວອຸ່ມທຸ່ມເຢັນສະບາຍ, ໄດ້ຟັງສຽງແມງໄມ້, ສຽງນົກຮ້ອງດັງ ຈິກຈອກຈໍແຈ ໃນທ່າມກາງສາຍລົມຄ່ອຍໆພັດມາດັງວີ່ໆທີ່ເປັນໜ້າມ່ວນຫູ, ອັນໄດ້ເຮັດໃຫ້ຄົນເຮົາຮູ້ສຶກສະບາຍໃຈ. ນາງ ຮວິງທິເມັນ ແຂກທ່ອງທ່ຽວຢູ່ນະຄອນ ເກິນເທີ ເປີດເຜີຍວ່າ :

“ນ້ອງມີຄວາມຮູ້ສຶກສະຫງົບສຸກ, ພາຍຫຼັງມີຊຸມວັນດຳລົງຊີວິດຢູ່ນະຄອນເກິນເທີ ທີ່ໜ້າແໜ້ນ ແລະ ຟ້າວຝັ່ງໂດຍຕະຫຼອດ, ພິເສດເມື່ອພັກຜ່ອນຍາມຕອນທ່ຽງ, ໄດ້ຮັບປະທານອາຫານຢູ່ທີ່ນີ້ກໍ່ຮູ້ສຶກແຊບຫຼາຍ”.

ໃນສອງປີມໍ່ໆມານີ້, ສວນຕົ້ນໄມ້ກິນໝາກວ່າມສາງໄດ້ຮັບການລົງທຶນ ກາຍເປັນເຂດທ່ອງທ່ຽວ Homestay ຊຶ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມຂອງຂະແໜງທ່ອງທ່ຽວເກິນເທີ. ໃຕ້ຮົ່ມເຢັນຂອງແຖວຕົ້ນໄມ້ໃຫ່ຍກໍ່ແມ່ນເຮືອນໄມ້, ເຮືອນໄມ້ໄຜ່ມຸງຫຍ້າຫຼາຍຫຼັງດ້ວຍການອອກແບບ ສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ຂອງປະຊາຊົນເຂດພາກຕາເວັນຕົກ. ບົນເສັ້ນທາງລະຫວ່າງບ້ານຕໍ່ບ້ານນັ້ນ ຍາມໃດກໍ່ພົບເຫັນແຂກທ່ອງທ່ຽວຫຼາຍຄະນະທີ່ມາຈາກຫຼາຍປະເທດໃນໂລກ, ເຂົາເຈົ້າຂີ່ລົດຖີບ ຫຼືວ່າຍ່າງລະຫຼິ້ນຢ້ຽມຊົມສວນຕົ້ນໄມ້. ເຂົາເຈົ້າກໍ່ໄດ້ເຂົ້າຮ່ວມການປູກຕົ້ນໄມ້, ສະປາ, ຕຶກປາ ຫຼື ປຸງແຕ່ງອາຫານໂດຍຕົນເອງ… ອັນໄດ້ສ້າງຄວາມປະທັບໃຈ ທີ່ບໍ່ອາດລືມໄດ້ ໃຫ້ແກ່ແຂກທ່ອງທ່ຽວທີ່ມາຈາກສາລະທິດ.

ຕອບກັບ

ຂ່າວ/ບົດ​ອື່ນ