ຢ້ຽມຊົມສວນນົກຍາງບັ່ງລັງ ທີ່ແຂວງເກິ່ນເທີ

(VOVWORLD) -ເກິ່ນເທີ ນອນຢູ່ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ຫວຽດນາມ ແມ່ນສະຖານທີ່ລືຊື່ ດ້ວຍຄວາມງາມທຳມະຊາດ, ບັນດາທົ່ງໄຮ່ທົ່ງນາຂຽວອຸ່ມທຸ່ມກວ້າງໃຫ່ຍຈົນສຸດສາຍຕາ, ບັນດາສວນຕົ້ນໄມ້ກິນໝາກທີ່ສຸກເຫຼືອງ. ທັດຊະນີຍະພາບຢູ່ແຫ່ງນີ້ກໍ່ມີຄວາມງົດງາມ ແລະ ສະຫງົບສຸກ ຂະນະທີ່ໄດ້ປະກົດມີຝູງນົກຍາງຂາວພວມບິນເຈີນໄປເຈີນມາ ໃນຍາມແລງທຸກໆວັນ, ອັນໄດ້ປົກຄຸມທ້ອງຟ້າແຈໜຶ່ງໃນບໍລິເວນສວນນົກຍາງ ບັ່ງລັງ ເຊິ່ງແມ່ນສວນນົກທີ່ມີຄວາມເປັນເອກະລັກສະເພາະຢູ່ດິນແດນທາງທິດຕາເວັນຕົກຂອງພາກໃຕ້
ຢ້ຽມຊົມສວນນົກຍາງບັ່ງລັງ ທີ່ແຂວງເກິ່ນເທີ - ảnh 1 ສວນນົກຍາງບັ່ງລັງ

ໂດຍຫ່າງຈາກນະຄອນເກິ່ນເທີປະມານ 60 ກິໂລແມັດ, ສວນນົກຍາງບັ່ງລັງ ຂຶ້ນກັບບ້ານ ເຖີຍບິ່ງ, ຕາແສງ ເຖີຍຖວ້ນ, ເມືອງ ທົດໂນດ, ນະຄອນເກິ່ນເທີ. ນີ້ແມ່ນໜຶ່ງໃນບັນດາສວນນົກໃຫ່ຍກວ່າໜູ່  ຢູ່ເຂດສວນຢູ່ທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ໄປຢ້ຽມຊົມສວນນົກຍາງບັ່ງລັງ, ແຂກທ່ອງທ່ຽວອາດຈະໄປຕາມທາງບົກ, ຜ່ານບັນດາທົ່ງໄຮ່ທົ່ງນາ, ບັນດາເສັ້ນທາງໃນໜູ່ບ້ານຖືກປົກຄຸມໄປດ້ວຍຫົ່ມເຢັນຂອງຕົ້ນໄມ້ໄຜ່ຂຽວອຸ່ມທຸ່ມ. ແຕ່ເປັນໜ້າຈັບໃຈທີ່ສຸດ ແມ່ນໃນຍາມລະດູບານໃໝ່, ແຂກທ່ອງທ່ຽວຈະໄດ້ຂີ່ເຮືອໄປຍັງສວນນົກຍາງ, ແຂກທ່ອງທ່ຽວຈະມີຄວາມຮູ້ສຶກເຊື່ອມຕົວເຂົ້າກັບບັນຍາກາດ ທີ່ສວຍສົດງົດງາມດ້ວຍແມ່ນ້ຳລຳເຊ ພ້ອມກັບຮູບພາບດອກອິນທະນີ ບານສະພັ່ງລຽບຕາມຝັ່ງແມ່ນ້ຳ. ເຈົ້າຂອງສວນນົກຍາງແມ່ນລຸງ ຫງວຽນ ງອັກ ທວ່ຽນ. ຕາມລຸງ ທວ່ຽນ ແລ້ວ, ສວນນົກຍາງບັ່ງລັງໄດ້ເປັນຮູບປະທຳແບບທຳມະຊາດ. ຢູ່ເຂດນີ້ໃນເມື່ອກ່ອນແມ່ນທົ່ງໄຮ່ທົ່ງນາ, ແລະ ມີຕົ້ນໄມ້ຫຼາຍຊະນິດອີກດ້ວຍ. ລຸງ ທວ່ຽນ ເວົ້າສູ່ຟັງວ່າ:

     “ສວນນົກຍາງໄດ້ມີມາແຕ່ປີ 1983, ໃນເບື້ອງຕົ້ນກໍ່ມີນົກຍາງພຽງສອງສາມຮ້ອຍໂຕເທົ່ານັ້ນ, ແຕ່ມາເຖິງປີ 1992 ນົກຍາງໄດ້ບິນມາເຕົ້າໂຮມນັບມື້ນັບຫຼາຍຂຶ້ນ, ດັ່ງນັ້ນຂ້າພະເຈົ້າຕ້ອງປູກຕົ້ນໄມ້ຕື່ມ ເພື່ອໃຫ້ນົກຍາງມີບ່ອນເຕົ້າໂຮມ ແລະ ວາງໄຂ່. ຮອດເດືອນ ເມສາ ປີ 1997, ຂະແໜງທ່ອງທ່ຽວເກິ່ນເທີ ໄດ້ເລີ່ມມີລາຍການທ່ອງທ່ຽວ ຮັບໃຊ້ແຂກທ່ອງທ່ຽວເຂົ້າມາຢ້ຽມຊົມ ທັດສະນະສຶກສາ ຢູ່ທີ່ນີ້. ຂ້າພະເຈົ້າຄິດວ່ານີ້ແມ່ນຊັບພະຍາກອນທຳມະຊາດ ແມ່ນຊັບສົມບັດຂອງປະເທດຊາດ, ບໍ່ສະເພາະຂອງໃຜ, ຖ້າຫາກວ່ານົກຍາງໄດ້ບິນມາເຕົ້າໂຮມຢູ່ດິນແດນຂອງຕົນນັ້ນ, ເຮົາຕ້ອງມີຄວາມຮັບຜິດຊອບເພື່ອປ້ອງກັນ ແລະ ອະນຸລັກຮັກສາໄວ້”.

     ມາຮອດປັດຈຸບັນສວນນົກຍາງຂອງລຸງ ທວ່ຽນ ມີເນື້ອທີ່ 12.500 ຕາແມັດ ແລະ ນົກຍາງຈາກຈຳນວນ ສອງສາມໜື່ນໂຕ ໃນປີ 1997 ມາຮອດປັດຈຸບັນໄດ້ເພີ່ມຂຶ້ນເຖິງ 200.000 ໂຕ. ຕາມລຸງ ທວ່ຽນ ແລ້ວຢູ່ນີ້ກໍ່ມີນົກຍາງກວ່າ 20 ຊະນິດ ພ້ອມກັບນົກທີ່ມີຄ່າຫາຍາກບາງຊະນິດ ກໍ່ໄດ້ບິນມາເຕົ້າໂຮມຢູ່ແຫ່ງນີ້. ເພື່ອອະນຸລັກຮັກສາຝູງນົກຍາງ ນັບເປັນເວລາ 10 ປີມານີ້, ລຸງ ທວ່ຽນ ຕ້ອງປະກອບເຫື່ອແຮງ, ວັດຖຸເງິນທອງເພື່ອປ້ອງກັນຝູງນົກຍາງ. ປັດຈຸບັນ, ລຸງ ທວ່ຽນ ໄດ້ຮັບຖືວ່າຄືດັ່ງ “ນັກຄົ້ນຄວ້ານົກຍາງວິທະຍາ” ຢູ່ພາກໃຕ້ດ້ວຍຄວາມຮູ້ທີ່ກວ້າງເລິກ ແລະ ມີບົດຮຽນຕົວຈິງກ່ຽວກັບການລ້ຽງນົກຍາງ. ລຸງ ທວ່ຽນ ກ່າວຕໍ່ໄປວ່າ:

      “ສອງປີໃດຂ້າພະເຈົ້າກໍ່ບົວລະບັດຕົ້ນໄມ້ເທື່ອໜຶ່ງ. ຫວ່າງປີ 2011 ໄດ້ເກີດມີນ້ຳຖ້ວມຄັ້ງໃຫ່ຍ ອັນໄດ້ເຮັດໃຫ້ຕົ້ນໄມ້ເສຍຫາຍຢ່າງຫຼວງຫຼາຍ, ດັ່ງນັ້ນເຮົາຕ້ອງປູກຄືນໃໝ່. ແຕ່ລະມື້ເຮົາຕ້ອງໄປສວນເພື່ອບົວລະບັດຮັກສາຕົ້ນໄມ້. ແລ້ວກໍ່ຮອດຍາມຝົນຕົກໜັກ, ລົມແຮງ, ມີນົກຍາງບາງໂຕຖືກຕົກດິນ ຮັບບາດເຈັບ, ເຮົາກໍ່ຕ້ອງເບິ່ງແຍງ ແລະ ປິ່ນປົວໃຫ້ມັນ, ຮອດເວລາມັນກັບຄືນສູ່ປົກກະຕິ ເຮົາກໍ່ຕ້ອງປອຍຄືນສູ່ທຳມະຊາດ.”

      ດ້ວຍຄວາມສຸດຈິດສຸດໃຈໃນການເບິ່ງແຍງຮັກສາຂອງລຸງ ທວ່ຽນ ແລະ ຄອບຄົວ, ຝຸງນົກຍາງໃນສວນໄດ້ຮັບການປ້ອງກັນ ແລະ ເບິ່ງແຍງເປັນຢ່າງດີ, ດັ່ງນັ້ນ ນັບແຕ່ປີ 1983 ມາຮອດປັດຈຸບັນ, ຝູງນົກຍາງບໍ່ອົບພະຍົບໄປໃສ. ປັດຈຸບັນສວນນົກຍາງບັ່ງລັງ  ທີ່ເມືອງ ທົດໂນດ, ແຂວງ ເກິ່ນເທີ ໄດ້ຮັບຖືກວ່າແມ່ນສວນນົກທີ່ງາມກວ່າໝູ່ ຢູ່ເຂດທາງທິດຕາເວັນຕົກພາກໃຕ້ ແລະ ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທຳມະຊາດດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມີໂອກາດມາຢ້ຽມຢາມ ເກິ່ນເທີ. 

ຕອບກັບ

ຂ່າວ/ບົດ​ອື່ນ