ຢ້ຽມຢາມທັດສະນີຍະພາບ ຕາມກົກ-ບີກດົ້ງ


(vovworld)- ຫ່າງ​ຈາກ​ນະ​ຄອນ​ຫລວງ​ຮ່າ​ໂນ້ຍ​ທາງ​ທິດ​ໃຕ້ ປະ​ມານ 120 ກິ​ໂລ​ແມັດ, ທັດ​ສະ​ນີ​ຍະ​ພາບ ຕາມ​ກົກ ບີກດົ້ງ ແມ່ນ​ສ່ວນ​ຫນຶ່ງ​ໃນ​ກຸ່ມ​ພູ​ຫີນ​ປູນ ຮ​ວາ​ລື. ຜ່ານ​ໄລ​ຍະ​ນັບ​ຮ້ອຍໆ​ປີ​, ຢ​ູ່​ທີ່ນີ້​ຍັງ​ຄົງ​ຮັກ​ສາ​ຄວາມ​ງາມ​ແບບ​ທຳ​ມະ​ຊາດໄວ​້, ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວ​ນ​ຫລວງ​ຫລາຍ.

ຢ້ຽມຢາມທັດສະນີຍະພາບ ຕາມກົກ-ບີກດົ້ງ - ảnh 1
ເຮືອນ​ອ້ຍ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຊົມ​ຕາມ​ກົກ​ບີກດົ້ງ
ພາບ:ninhbinhtouris.com.vn

        ເຂດ​ທັດ​ສະ​ນີ​ຍະ​ພາບ ຕາມ​ກົກ ລວມ​ມີ​ສະ​ຖານ​ທີ່​ສອງ​ແຫ່ງນັ້ນ​ແມ່ນ ຕາມ​ກົກ ແລະ ບີກດົ້ງ  ທີ່​ຂຶ້ນ​ກັບ​ບໍ​ລິ​ເວນ ວັນ​ເລີມ ຕາ​ແສງ ນີງ​ຫາຍ ເມືອງ ຮ​ວາ​ລື ແຂວງ ນີງ​ບີງ. ແຫ່ງນີ້ແມ່ນ​​ສະ​ຖານ​ທີ່ທ່ອງ​ທ່ຽວ​ຈຸດ​ສຸມ​ແຫ່ງ​ຊາດ. ຕາມ​ກົກ ຍັງ​ໄດ້​ຮັບ​ກາ​ນ​ຂະ​ຫນານ​ນາມ​ວ່າ ແມ່ນ ອ່າວ​ຮ້າ​ລອງ​ເທິງ​ແຜ່ນ​ດິນ ຍ້ອ​ນ​ມີ​ລະ​ບົບ​ຖ້ຳ​, ພູ​ຫີນ​ປູນ​ຕັ້ງ​ເທິງ​ຫນ້າ​ນ້ຳ ແລະ ພິ​ເສດ  ຕາມ​ກົກ​ຍັງ​ມີ​ບັນ​ດາ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສະ​ໄຫມ​ລາ​ຊະ​ວົງ​ເຈີນ(ສັດ​ຕະ​ວັດ​ທີ 13-14). ຈາກ​ທ່າ​ເຮືອ ຕາມ​ກົກ, ເຮືອ​ນ້ອຍ​ຈະ​ພາ​ນັກ​ທ່ອງ​ທ່ຽວ​ລ່ອງ​ຕາມ​ສາຍ​ນ້ຳ ໂງ​ຢາງ ​ແລດ​ລອດ​ຜ່ານ​ພູ​ຫີນ​ທີ່​ໃຫຍ່​ໂຕ​ໄປ​ຫາຖ້ຳ. ນາງ ໂດ​ທິ​ນຸ, ຜູ້ພາຍ​ເຮືອ ໄດ້​ອະ​ທິ​ບາຍ​ວ່າ:

        “ຕາມ​ພາ​ສາ​​ຈີນແລ້ວ, ຕາມ​ໝາຍ​ຄວາມ​ວ່າ​ແມ່ນ​ເລກ ສາມ, ກົກ ແມ່ນ​ຖ້ຳ, ສະ​ນັ້ນ ເອີ້​ນ​ວ່າ ຕາມ​ກົກ. ສ່ວນ​​ຊາວທ້ອງ​ຖິ່ນ ເອີ້ນ​ວ່າ ສາມ​ຖ້ຳ: ຖ້ຳ​ກ​໋າ, ຖ້ຳ​ຮາຍ ແລະ ຖຳ​້​ບາ. ​ເມື່ອ​​ໄປຢ້ຽມ​ຢາມ 3 ຖ້ຳ​ດັ່ງ​ກ່າວ ເວ​ລາ​ໄປ ແລະ​ກັບຕ້ອງ​​ໃຊ້ເວ​ລາ 2 ຊົ່ວ​ໂມງ.”

        ມາ​ຢ້ຽມ​ຢາມ ຕາ​​ມກົກ, ແຕ່​ລະ​ລະ​ດູ​ລ້ວນ​ແຕ່​ມີ​ພາບ​ທຳ​ມະ​ຊາດ​ຕ່າງ​ຫາກ ແລະ ລະ​ດູ​ໃດ​ກໍ​ມີ​ຈຸດ​ພິ​ເສດ​ສະ​ເພາະ. ໃນ​ລະ​ດູ​ບານ​ໃຫມ່, ສອງ​ຟາກ​ລຽບ​ຕາມ​ແມ່​ນ້ຳ ແມ່ນ​ທົ່ງ​ນາ​ຂຽວ​​ສົດ, ມາ​ຮອດ​ເດືອນ 4 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ, ທົ່ງ​ນາ​ນີ້ເປັນ​ສີ​ເຫລືອງ. ສ່ວນ​ໃນ​ລະ​ດູ​ຮ້ອນ, ກີ່​ນ​ຫອມ​ຫວນ​ຂອງດອກ​ບົວ​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ. ນັ່ງ​ເທິງ​ເຮືອ​​ນ​ລ່ອງ​ຕາມ​ສາຍ​ນ້ຳ ໂງ​ຢາງ, ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຟັງ​ຊາວ​ທ້ອງ​ຖິ່ນ​ເລົ່າ​ເລື່ອງ​ກ່ຽວ​ກັບ​ປະ​ຫວັດ​ສາດ, ບັນ​ດາ​ເລື່ອງ​ລາວ​ຕິດ​ພັນ​ກັບ​ຈ​ອມ​ພູ, ​ຜາ​ຫີນ. ອີງ​ຕາມ​ຮູບ​ຊົງ​ຂອງ​ຜາ​ຫີນ​ແຕ່​ລະ​ຫ​ນ່ວຍ ຊາວ​ທ້ອງ​ຖິ່ນ​ຈຶ່ງ​ຕັ້ງ​ຊື່​ໃຫ້​ມັນ​ວ່າ​ພູ ກີມ​ກູຍ(ໂຕ​ເຕົ​າ)ຫລື ພູ​ຮ່າມ​ຣົງ(ຫົວ​ມັງ​ກອນ).  ​ແລະ ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດ​ສຳ​ລັບ​ນັກ​ທ່ອງ​ທ່ຽວ ນັ້ນ​ແມ່ນ ຖ້ຳ. ນາງ ງວຽນ ໃຫ້​ຮູ້​ວ່າ:

        “ຖ້ຳ​ແຫ່ງ​ທີ​ຫນຶ່ງ ​ເອີ້ນ​ວ່າ ຖ້ຳ​ກ໋າ, ມີ​ຄວາມ​ຍາວ​ປະ​ມານ 127 ແມັດ, ກວ້າງ 20 ແມັດ. ເມື່ອ​ເຂົ້າ​ເລິກ​ໃນຖ້ຳ ນັກ​ທ່ອງ​ທ່ຽວ​ຈະ​ພົບ​ເຫັນ​ນົມ​​ຜາເປັນ​ຫລາຍ​ຮູບ​ຫລາຍ​ແບບ​ທີ່​ສວຍ​ງາມ. ຈຸດພິ​ເສດຂອງ​ຖ້ຳ​ແຫ່ງນີ້ ນັ້ນ​ແມ່ນຖ້າ​​ທ່ານ​​ຢືນ​ຢູ່ນອກ​ຫລຽວ​ເບິ່ງ​ເຂົ້າ​​ໄປ​ໃນຖ້ຳຈະ​ເຫັນ​ວ່າ​ມັນມືດ​ມົວ ແຕ່​ເມື່ອ​​ເຂົ້າ​​ໄປເລິກຈະມີ​ແສງ​ສະ​ຫວ່າງ​ຫລາຍ​ກວ່າ.”

        ຈຸດ​ພິ​ເສດ​ສະ​ເພາະ​ຂອງ ຕາມ​ກົກ ບີກດົ້ງ ແມ່ນ​ຄວາມ​ງາ​ມ​ແບບ​ທຳ​ມະ​ຊາດ​ຂອງ​ຖ້ຳ​ສາມ​ແຫ່ງ​​ທະ​ລຸ​ຊອດ​ພູ. ຖ​້ຳ​ແຕ່​ລະ​ແຫ່ງ​ລ​້ວນ​ແຕ່​ມີຫນອງນ້ຳ. ຢູ່ລຽບ​ຕາມ​ເສັ້ນ​ທາງ​ເຂົ້​າ​ໄປ​ຖ​້ຳ​ຕາມ​ກົກ ແມ່ນ​ບັນ​ດາ​ສາຍ​ພູ​ຫ​ີນ​ປູນ​. ຈຸດ​ພິ​ເສດ​ ຢູ່​ ​ຕີນ​ພູຈະ​ພົບ​ເຫັນ​ຮ່ອງ​ຮອຍ​​ທໍ​ລະ​ນີ​ສາດ​ ດ້ວຍ​ບັນ​ດາຮ່ອງ​ຮອຍຂອງ​ທະ​ເລທີ່​​ມີ​ມາ​ກ່ອນນີ້​ນັບ​ພັນ​ປີ.

ຢ້ຽມຢາມທັດສະນີຍະພາບ ຕາມກົກ-ບີກດົ້ງ - ảnh 2
ທັດ​ສະ​ນີ​ຍະ​ພາບຕາມ​ກົກ ບີກ​ດົ້ງ
ພາບ:dulich.vn

        ພາຍ​ຫລັງ​ໄປ​ຢ້ຽມ​ຢາມ ຕາມ​ກົກ ບີກ​ດ້ົ້ງ ​ໃນ​​ເວ​ລາກວ່າ 2 ຊົ່ວ​ໂມງ ຜ່ານ​ພູ​ຜາ​ປ່າ​ໄມ້​ທີ່ໃຫຍ່​ໂຕ​ມະ​ໂຫ​ຖານ, ເຮືອ​ນ້ອຍ​ຈະ​ພາ​ນັກ​ທ່ອງ​ທ່ຽວ​ກັບ​ຄືນ​ເມືອ ຕາມ​ກົກ. ຈາກນີ້​ໄປ​ປະ​ມານ 2 ກິ​ໂລ​ແມັດ ​ທ່ານ​ຈະ​ໄປ​ເຖິງ ບີກດົ້ງ, ຊື່ງ​ແມ່ນ​ສະ​ຖານ​ທີ່​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ ແມ່ນ​ຖ້ຳ​ສວຍງາມ​​ແຫ່ງທີ 2. ນອກນັ້ນ ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ໄປ​ຢ້ຽມ​ຢາມວັດ ບ​ີກດົ້ງ ​ຊື່ງໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1428 ພາຍ​ໃຕ້​ສະ​ໄຫມ​​ເຈົ້າ​ຊີ​ວິດ ເລ​ທາຍ​ໂຕ. ວັດ ບີກດົ້ງແມ່ນ​ທັດ​ສະ​ນີ​ຍະ​ພາບ​ສວຍງາມ​ທີ່​ມີ​ຊື່​ສຽງ​ຢູ່​ແຂວງ​ນີງ​ບີງ.  ນາງ ຫງວຽນ​ຊ​ວ​ນ​ງວຽນ ຜູ້​ນຳ​ທ່ຽວ​ໄດ້​ແນະ​ນຳ​ວ່າ:

        “ວັດ​ບີກດົ້ງ​ໄດ້​ຮັບ​ການກໍ່​ສ້າງ ​ຕາມ​ຮູບ​ແບບ​ປະ​ກອບດ້ວຍ​ 3 ວັດ ຢູ່​ເທິງ​ໂນນ​ພູ. ແລະ​ມີ​ຊື່ເອີ້ນ​ວ່າ ວັດ​ຫ້າ, ວັດ​ຈຸງ ແລະ ວັດ​ເທື້ອງ. ປີ 1970 ເຈົ້າ​ຊີ​ວິດ ເລ​ແກ໋ງ​ຮືງ ຕັ້ງ​ຊື່​ໃຫ້​ວັດ​ນີ້​ວ່າ: ແບກງອກ​ແທກ​ເຊີນ​ດົງ, ໝາຍ​ຄວາມ​ວ່າ​ວັດ​ຫີນ​ສວຍ​ງາມຄື​ດັ່ງ​ ​ແກ້ວ​ມະ​ນີ.”

        ພາ​ຍ​ຫລັງຢ້ຽມ​ຢາມ ວັດ​ບີກ​ດົ້ງ, ນັກ​ທ່ອງ​ທ່ຽວຂຶ້ນ​ຂັ້ນ​ໄດ​ຫີນ 21 ຂັ້ນ​ເພື່ອ​ໄປ​ຫາ ຖ້ຳ ດົ້ງ​ໂຕຍ. ໃນ​ຖ້ຳ​ແຫ່ງນີ້ ມີ​ບັນ​ດາ​ນົມ​​ຜາທຳ​ມະ​ຊາດ​ທີ່​ສວຍ​ງາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ດ້ວຍ​ຫລາຍ​ຮູບ​​ແຕກ​ຕ່າງ​ກັນ. ນອກ​ນັ້ນ ຢາກ​ໄປ​ຢ້ຽມ​ຢາມ ວັດ​ເທື້ອງ, ນັກ​ທ່ອງ​ທ່ຽວ​ຕ້ອງ​ຂຶ້ນຂັ້ນ​ໄດ​ຫີນ 40 ຂັ້ນ​ລຽບ​ຕາມ​ເນີນ​ພູ. ​ວັດ​ແຫ່ງນີ້​ຕັ້ງ​​ໃນຄວາມ​ສູງກວ່າ​ໝູ່, ໃກ້​ກັບ​ຈອມ​ພູ ບີກດົ້ງ ຊື່​ງ​ແມ່ນບ​ອ່ນ​ບູ​ຊາ​ພະ​ແມ່ກວານ​ອີນ. ​ເດີ່ນ​ຂອງວັດ​ເທື້ອງ ແມ່ນ​ບ່ອນ​ສ້າງ​ຄວາມ​ປະ​ທ​ັບ​ໃຈ​ນັກ​ທ່ອງ​ທ່ຽວ, ເພາະຢືນ​ຢູ່​ເດີ່ນ​ ວັດ ນັກ​ທ່ອງ​ທ່ຽວ​ສາ​ມາດ​ເຫັນ​ທິວ​ທັດ​ທຳ​ມະ​ຊາດ​​ສວຍ​ງາມອ້ອມ​ແອ້ມ ບີກດົ້ງ ​ໄດ້.

        ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ຫລາຍ​ຄົນ ເມ່​ືອ​ມາ​ຢ້ຽມ​ຢາມ ຕາມ​ກົກ ບີກດົ້ງ ລ້ວນ​ແຕ່​ຮູ້​ສຶກ​ແປກ​ປະ​ຫລາດ​ຕໍ່ຄວາມ​ງາມ​ຢູ່​ທີ່ນີ້. ທ່ານ Monttie Binotto, ນັກ​ທ່ອງ​ທ່​ຽວ​ມາ​ຈາກ ສະ​ວິດ ແບ່ງ​ປັນ​ວ່າ:

        “ເປັນ​ຄັ້ງ​ທຳ​ອິດ ຂ້າ​ພ​ະ​ເຈົ້າ​ມາ​ຢ້ຽມ​ຢາມຕາມ​ກົກ ບີກດົ້ງ. ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ເຂ​ດ​ດິນ​ເຕັມ​ໄປ​ດ້ວຍມູ​ນ​ເຊື້ອ​ວັດ​ທະ​ນະ​ທຳ ແລະ ປະ​ຫວັດ​ສາດ. ຕາມ​ກົກ ບີກດົ້ງ ແມ່ນ​ສະ​ຖານ​ທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​. ຂ້າ​ພະ​ເຈົ້າ​ຢາກ​ຢູ່​ທີ່ນີ້ 2,3 ມື້ ເພື່ອ​ຄົ້ນ​ຫາ​ເຂດ​ດິນນີ້. ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ສຸດຕໍ່​ຂ້າ​ພະ​ເຈົ້າ ນັ້ນ​ແມ່ນ​​ຮູບ​ພາບຜູ້​ພາຍ​ເຮືອ, ເຂົາ​ເຈົ້າ​ສາ​ມາດ​ພາຍ​ເຮືອ​ດ້ວຍ​ຕີນ​ຢ່າງ​ຊຳ​ນານ.”

        ​ມາ​ຢ້ຽມ​ຢາມ ຕາມ​ກົກ ບີກດົ້ງ, ນັກ​ທ່ອງ​ທ່ຽວ​ແຕ່​ລະ​ຄົນ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ທຳ​ມະ​ຊາດ, ໄດ້​ສູບ​ອາ​ກາດ​ປອດ​ໂປ່ງ​ສົດ​ໃສ, ຮູ້​ສຶກຈິດ​ໃຈ​ສະ​ຫວາດ​ສະ​ເຫວີຍກວ່າ. ​ທັດ​ສະ​ນີ​ສະ​ພາບ ຕາມ​ກົກ ບີກດົ້ງ ພໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວທີ່​ດູດ​ດື່ມ​ເທົ່າ​ນັ້ນ ຫາກ​ຍັ​ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຈິດ​ວິນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຢູ່ ແຂວງ ນີງ​ບີງ ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ