ຢ້ຽມຢາມທ່າກຳປັ່ນ ຍ່າຣົ່ງ - ຫໍພິພິດທະພັນໂຮ່ຈີມີນ


(vovworld)- ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ທີ່​ລື​ຊື່ ກ່ຽວ​ຂ້ອ​ງ​ເຖິງ​ຊີ​ວິດ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. ກ່ອນນີ້ ກວ່າ 100 ປີ, ຈາກ​ທ່າ​ກຳ​ປັ່ນ​ ຍ່າ​ຣົ່ງ ປະ​ທານ​ໂຮ່​ຈິ​ມີນ ໄດ້​ອອກ​ເດີນ​ທາງ​ກູ້​ຊາດ. ພາຍ​ຫລັງ​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ມາ​ເປັນ​ເວ​ລາ​ຫລາຍ​ປີ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ກັ​ບ​ຄືນ​ເມືອ​ປະ​ເທດ ເພື່ອ​ຊີ້​ນຳ​ນຳ​ພາ​ປະ​ຊາ​ຊົນ​ຫວຽດ​ນາມ ​ລ​ຸກ​ຂຶ້ນຕໍ່​ສູ້​ປົດ​ປ່ອຍ​ຊາດ, ຍາດ​ເອົາ​ເອ​ກະ​ລາດ, ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ປະ​ຈຸ​ບັນ, ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ກາຍ​ເປັນ​ສາ​ຂາ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈີ​ມີນ, ແຕ່​ລະ​ປີ ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​​ທັງ​ຢູ່ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ນັບ​ລ້ານ​ຄົນ.ບົດ​ຂຽນ​ຂອ​ງ​ນັກ​ຂ່າວ ໂຕ​ຕວນ ທີ່​ມີ​ຫົວ​ຂໍ້​ວ່າ: ຢ້ຽມ​ຢາມ​ທ່າ​ກຳ​ປັ່ນ ຍ່າ​ຣົ່ງ - ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈີ​ມີນ

ຢ້ຽມຢາມທ່າກຳປັ່ນ ຍ່າຣົ່ງ - ຫໍພິພິດທະພັນໂຮ່ຈີມີນ - ảnh 1
 ທ່າກຳ​ປັ່ນ ຍ່າ​ຣົ່ງ ໃນ​ຊຸມ​ປີ​ຕົ້ນ​ສັດ​ຕະ​ວັດ​ທີ XX
​ພາບ​ເອ​ກະ​ສານ

        ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ແມ່ນ​ຫນຶ່ງ​ໃນ​ບັ​ນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍະ​ກຳ​ໄດ້​ຮັບ​ການກໍ່​ສ້າງ​ໃນ​ສະ​ໄຫມ ຝ​ລັ່ງ ຢູ່ ນະ​ຄອນ ໂຮ່​ຈິ​ມີນ. ຖ້າ​ຢືນ​ຢູ່​ທ່າ​ກຳ​ປັ່ນ​ ແບກ​ດັ່ງ ຫລື ທ່າເຮືອ ຖູ​ທຽມ ຫລຽວ​ເບິ່ງ ແມ່​ນ້ຳ ໄຊ​ງ່ອນ, ນັກ​ທ່ອງ​ທ່ຽວ ຈະ​ພົບ​ເຫັນ​​ອາ​ຄານ​ແຫ່ງ​ຫນຶ່ງເກົ່າ​ແກ່, ໄດ້​ຮັບ​ການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ​ເອີ​ລົບ ແລະ ອາ​ຊີ. ນັ້ນ​ແມ່ນ ທ່າ​ກຳ​ປັ່ນ ຍ່າ​ຣົ່ງ, ເອື້ອຍ ທູງວຽດ ຜູ້​ນຳ​ທ່ຽວ​​ຢູ່​ເຂດປູ​ຊະ​ນີ​ຍະ​ສະ​ຖານ ທ່າ​ກຳ​ປັ່ນ ຍ່າ​ຣ​ົ່ງ ໃຫ້​ຮູ້​ວ່າ:

        “ຍ່າ​ຣົ່ງ ໂດຍ​ແມ່ນ​ຊາວ ຝ​ລັ່ງ ກໍ່​ສ້າງ​ໃນ​ກາງ​ປີ 1862, ຮອດ​ທ້າຍ​ປີ 1863 ອາ​ຄານ​ຫລັງ​ນີ້​ໄດ້​ຮ​ັບ​ການກໍ່​ສ້​າງ​ສຳ​ເລັດ ແລະ ຄົງ​ຕົວ​ມາ​ຮອດ​ປະ​ຈຸ​ບັນ. ໂດຍ​ແມ່ນ​ຊາວ​ຝ​ລັ່ງ ກໍ່​ສ້າງ, ສະ​ນັ້ນ ​ການ​ອອກ​ແບບ​ຂອງ​ອາ​ຄານ​ຫລັງ​ນີ້​ແມ່ນ​ຕາມສະ​ຖາ​ປັດ​ຕະ​ຍະ​ກຳ​ຂອງ ຝ​ລັ່ງ. ພິ​ເສດຢູ່​ເທິງ​ຫລັງ​ຄາ​ເຮືອນ ໄດ້​ປະ​ດ​ັບ​ປະ​ດາ​ຮູບ​ມັງ​ກອນ​ຜະ​ລິດ​ດ້ວຍ​ດິນ​ເຜົາ 2 ໂຕ ຕາມ​ແບບ ອາ​ຊີ​ຕາ​ເວັນ​ອອກ. ຕາມ​ພາ​ສາ​ຫວຽດ​ແລ້ວ ຣົ່ງ ແປ່​ວ່າມັງ​ກອນສະ​ນັ້ນ ປະ​ຊາ​ຊົນ​ເຄີຍ​ເອ​ີ້ນ​ວ່າ ອາ​ຄານ​ຫລັງ​ນີ້​ວ່າ ຍ່າ​ຣົ່ງ ແລະ ຍ່າ​ຣົ່ງ ຖືກ​ຕັ້ງ​ຢູ່​ທ່າ​ກ່ຳ​ປັ່ນ, ສະ​ນັ້ນ ທ່າ​ກຳ​ປັ່ນ​ນີ້​ກໍ​ເອີ້ນ​ວ່າ ທ່າ​ກຳ​ປັ່ນຍ່າ​ຣົ່ງ.”

        ຢູ່​ເບື້ອງ​ຫນ້າ​ຂອງ​ອາ​ຄານ​ຫລັງນີ້ ແມ່ນ​ສຳ​ນັກ​ງານ​ຂອງ​ບໍ​ລິ​ສັດ​ໃຫຍ່​ຂົນ​ສົ່ງ       ຮ່​ວາງ​ເດ (MessageriesImperiales). ປີ 1955 ພາຍ​ຫລັງ​ພວກ​ລ່າ​ເມືອງ​ຂຶ້ນ​ຝ​ລັ່ງ ຖືກ  ປະ​ລາ​ໄຊ ຢູ່​ ຫວຽດ​ນາມ, ທ່າ​ກຳ​ປັ່ນການ​ຄ້າ​ໄຊ​ງ່ອນ, ໃນ​ນັ້ນ​ມີ​ທ່າ​ກຳ​ປັ່ນ ​ຍ່າ​ຣົ່ງ  ໄດ້ມອບ​ສິດ​ຄຸ້ມ​ຄອງ​ໃຫ້ ອຳ​ນາດ​ການ​ປົກ​ຄອງ​ສາ​ທາ​ລະ​ນະ​ລັດ ຫວຽດ​ນາມ. ໂດຍ​ຄົງ​ຕົວ​ມາ​ເປັນ​ເວ​ລາ​ກວ່າ 150 ປີ, ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ຕິດ​ພັນ​ກັບ​ເຫດ​ການ​ປະ​ຫວັດ​ສາດ​ເມື່ອ​ປະ​ທານ​ໂຮ່​ຈິ​ມີນ ​ເດີນ​ທາງ​ໄປ​ຕ່າງປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ເອື້ອຍ ໝີ​ແຫ້ງ, ຜູ້​ນຳ​ທ່ຽວ​ຢູ່ ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ເມື່ອ​ເວົ້າ​ເຖິງ ໄຊ​ງ່ອນ ໃນ​ເມື່ອກ​ອ່ນ, ຜູ້​ຄົນ​ທັງ​ຫລາຍ​ເຄີຍ​ຮູ້​ຈັກ​ເຖິງ​ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ຊື່ງແມ່ນ​ທ່າ​ກຳ​ປັ່ນ​ການ​ຄ້າ ໃຫຍ່​ຢູ່​ເຂດ​ດິນ​ ໄຊ​ງ່ອນ - ຢາດີ້ງ. ຢູ່​ທ່າ​ກຳ​ປັ່ນ​ແຫ່ງນີ້ ຊາຍ​ຫນຸ່ມ ວັນ​ບາ ໝາຍ​ເຖິງ​ປະ​ທານ​ໂຮ່​ຈິ​ມີນ ເລີ່ມເດ​ີນ​ທາງອອກ​​ຈາກ​ປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ.”

ຢ້ຽມຢາມທ່າກຳປັ່ນ ຍ່າຣົ່ງ - ຫໍພິພິດທະພັນໂຮ່ຈີມີນ - ảnh 2
ທ່າ​ກຳ​ປັ່ນ ຍ່າ​ຣົ່ງ  ປະ​ຈຸ​ບັນ
ພາບ:vov

        ​​ວັນ​ທີ 5/6/1911, ປະ​ທານ​ໂຮ່​ຈິ​ມີນ (ໃນ​ຄາວນັ້ນເອົາ​ຊື່​ວ່າ​ວັນ​ບາ) ໄດ້​ລົງ​ກຳ​ປັ່ນ Amiral Latoutche Treville ຂອງ​ຝ​ລັ່ງ ເລີ່ມ​ຕົ້ນ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ເພື່ອຊອກ​ຫາ​ເສັ້ນ​ທາງ​ກູ້​ຊາດ. ເພີ່ນ​ໄດ້​ໄປ​ເຖິງ ຝ​ລັ່ງ ແລະ ຫລາຍ​ປະ​ເທດ​ຢູ່​ບັນ​ດາ​ທະ​ວີບ​ທີ່​ແຕກ​ຕ່າງ​ກັນ. ພາຍ​ຫລັງ 30 ປີ​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ, ຮອດ​ປີ 1941 ເພີ່ນ​ໄດ້​ກັບ​ຄືນ​ຫວຽດ​ນາມ ແລະ ຕັ້ງ​ຊ​ື່​​ໃຫ​້​ຕົ​ນ​ເອງວ່າ  ​ໂຮ່​ຈິ​ມີນ, ເພີ່ນ​ໄດ້ຊີ້​ນຳ​ນຳ​ພາ​ຂະ​ບວນ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ. ວັນ​ທີ 2/9/1945, ປະ​ທານ​ໂຮ່​ຈິ​ມີນ ອ່ານ​ບົດ​ຖະ​ແຫລງ​​ປະ​ກາດເອ​ກະ​ລາດ​ຢູ່​ສະ​ຫນາມ​ຫລວງ ບາ​ດີງ, ຮ່າ​ໂນ້ຍ ສະ​ຖາ​ປະ​ນາ​ປະ​ເທດ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ ຫວຽດ​ນາມ, ເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃຫ້​ແກ່​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ. ເພື່ອ​ຈົດ​ຈຳ​ເຫດ​ການນີ້, ພາຍ​ຫລັງ​ປະ​ເທດ​ຊາດ​ໂຮມ​ເປັນ​ເອ​ກະ​ພາບ​ເມື່ອ​ປີ 1975, ຍ່າ​ຣົ່ງ ໄດ້​ກາຍເປັນ​​​ເຂດອະ​ນຸ​ສອນ​ສະ​ຖານ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ.

        ປີ 1955, ເຂດ​ອະ​ນຸ​ສອນ​ສະ​ຖານ​ປະ​ທານ​ໂຮ່​ຈິ​ມີນ ຢູ່ ທ່າ​ກຳ​ປັ່ນ ຍ່າ​ຣົ່ງ ຖືກ​ຍົກ​ລະ​ດັບ​ເປັນ​ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈິ​ມີນ, ນອນ​ໃນ ລະ​ບົບ​ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈິ​ມີນ 11 ແຫ່ງ​ໃນ​ທົ່ວ​ປະ​ເທດ. ໄລ​ຍະ​ຕົ້ນ, ຫໍ​ພິ​ພິດ​ທະ​ພັນ​ແຫ່ງນີ້ ມີ​ຫ້ອງວາງ​ສະ​ແດງ​ພຽງ 3 ຫ້ອງ ດ້ວ​ຍ​ເນື້ອ​ທີ່ 250 ຕາ​ແມັດ, ມາ​ຮອດ​ປະ​ຈຸ​ບັນ ຫໍ​ພິ​ພິດ​ທະ​ພັນ​ໂຮ່​ຈິ​ມີ​ນ ມີ ຫ້ອງວາງ​ສະ​ແດງ 9 ຫ້ອງ ດ້ວຍ​ເນື້ອ​ທີ່ 148.000 ຕາ​ແມັດ, ລວມ​ມີ​ເອ​ກະ​ສານ, ວັດ​ຖຸ​ພັນ​ກວ່າ 11.300 ຢ່າງ ແລະ ວັດ​ຖຸ​ພັນ​ວາງ​ສະ​ແດງ​ຢູ່​ກາງ​ແຈ້ງກວ່າ 450 ຢ່າງ. ຢູ່​ທີ​່ນີ້ ແມ່ນ​ແຫ່ງ​ເກັບ​ຮັກ​ສາ​ເ​ອ​ກະ​ສານ, ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຫລາຍ​ຢ່າງ ເພື່ອ​ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ຊີ​ວິດ ແລະ ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ປະ​ທານ​ໂຮ່​ຈິ​ມີນ. ໃນ​ປື້ມ​ບັນ​ທຶກ​​​ຢູ່​ຫໍ​ພິ​ພິດ​ທະ​ພັນ, ຄະ​ນະ​ຜູ້​ແທນ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ຂຽນ​ວ່າ: “ປະ​ທານ​ໂຮ່​ຈິ​ມີນ ບໍ່​ພຽງ​ແຕ່​ແມ່ນ​ຜູ້​ນຳ​​ທີ່ຍິ່ງ​ໃຫຍ່​ຂອງ​ຫວຽດ​ນາມ​ເທົ່າ​ນັ້ນ ຫາກ​​ທັງ​​ແມ່ນ​ຜູ້​ນຳ​ຂອງພວກ​ເຮົາ​ອີກ​ດ້ວຍ.” ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ມາ​ຈາກ ບຸນ​ກາ​ຣີ ໄດ້​ຂຽນ​ວ່າ: ບຸກ​ຄະ​ລິກ​ກະ​ພາບ​ຂອງ​ປະ​ທານ​ໂຮ່​ຈິ​ມີນ​ເຮັດ​ໃຫ້​ເພື່ອນ​ມິດ​ສາ​ກົນ​ນັບ​ລ້ານ​ຄົນ​ເຄົາ​ລົບ​ນັບ​ຖື. ເພາະ​ວ່າ ຕະ​ຫລອດ​ໄລ​ຍະ​ເຄື່ອນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ເພື່ອ​ຊອກ​ຫາ​ເສັ້ນ​ທາງ​ປົດ​ປ່ອຍ​ຊາດ, ຊີ​ວິດ​ຂອງ​ເພີ່ນ​ແມ່ນ​ການ​ເສຍ​ສະ​ຫລະ​ອັນ​ຍິ່ງ​ໃຫຍ່. ນັກ​ທ່ອງ​ທ່ຽວ​ຜູ້​ຫນຶ່ງ​ມາ​ຈາກ ອັງ​ກິດ ໄດ້​ຂຽນ​ວ່າ: ປະ​ທານ​ໂຮ່​ຈິ​ມີນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຜູ້​ນຳ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ​ສັດ​ຕະ​ວັດ​ທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ