ຢ້ຽມຢາມເຂດອະນຸລັກຮັກສາທຳມະຊາດນ້ຳຖ້ວມເວີນລອງ


(vovworld)- ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ນ້ຳ​ຖ້ວມ ເວີນ​ລອງ ມີ​ເນື້ອ​ທີ່ກວ່າ 3000 ເຮັກ​ຕາ ຕັ້ງ​ຢູ່​ບໍ​ລິ​ເວນ 7 ຕາ​ແສງ ຂຶ້ນ​ກັບ​ເມືອງ ຢາ​ຫວຽນ ແຂວງ ນີງ​ບີງ. ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​ທີ່​ມີ​ຊື່​ສຽງ​ກ່ຽວ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ​ເທົ່າ​ນັ້ນ ຫາກຢູ່​ທີ່ນີ້ ຍັງ​ມີ​ລະ​ບົບ​ສັດ​ສາ​ວາ​ສິ່ງ​ທີ່​ອຸ​ດົມ​ສົມ​ບູນ ແລະ ແມ່ນ​ແຫ່ງ​ທີ່​ບັນ​ລຸ 2 ສະ​ຖິ​ຕິ​ຂອງ​ສູນ​ປື້ມ​ສະ​ຖິ​ຕິ​ຫວຽດ​ນາມ​ປີ 2010 ວ່າ: ແມ່ນ​ແຫ່ງ​ມີ​ຈຳ​ນວນ ທະ​ນີ​ຂາ​ຂາວ ຫລາຍ​ສຸດ ແລະ ແມ່ນ​ແຫ່ງ​ມີ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ​ໃຫ​ຍ່ກວ່າ​ໝູ່.” ນີ້​ກໍ​ແມ່ນ​ສະ​ຖານ​ທີ່​ທ່ອ​ງ​ທ່ຽວ​ຊີ​ວະ​ພາບດຶງ​ດູດ​ນັກ​ທ່ອງທ່ຽວ​ມາ​ຢ້ຽມ​ຢາມເປັນ​ຈຳ​ນວນ​ຫລວງ​ຫລາຍ​ໃນ​ລາຍ​ການ​ຄົ້ນ​ຫາ​ເຂດ​ດິນ​ ຍໍ​ກວານ ແຂວງ ນີງ​ບີງ.

ຢ້ຽມຢາມເຂດອະນຸລັກຮັກສາທຳມະຊາດນ້ຳຖ້ວມເວີນລອງ - ảnh 1
ເຮືອ​ນ້ອຍ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ຢ້ຽມ​ຢາມ​ເວີນ​ລອງ
ພາບ:tour.edu.vn

        ​ຢາກ​ໄປ​ຫາ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດ​ນ້ຳ​ຖ້ວມ ເວີ​ນ​ລອງ, ນັກ​ທ່ອງ​ທ່ຽວ​​ຕ້ອງ​ໄປລຽບ​ຕາ​ມ​ທາງ​ຫລວງ 1A ເຖິງ​ສາມ​ແຍກ ຢານ​ເຂົາ ຂຶ້ນ​ກັບ​ບໍ​ລິ​ເວນ​ເມືອງ ຢາ​ຫວຽນ ແຂວງ ນີງ​ບີງ. ຈາກ​ບ່ອນນັ້ນ ໄປ​ຕື່ມ​ອີກ 10 ກິ​ໂລ​ແມັດ ເຖິງ​ເຂດ​ໃຈ​ກາງ ເວີນ​ລອງ. ນີ້​ແມ່ນ ເຂດ​ອະ​ນຸ​ລັກ​ຮັກ​ສາ​ທຳ​ມະ​ຊາດນຳ​້​ຖ້ວມ​ໃຫ​ຍ່ກວ່າ​ໝູ່​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເຫ​ນືອ​ຫວຽດ​ນາມ. ​ຢາກ​ຢ້ຽມ​ຢາມ ເວີນ​ລອງ, ນັກ​ທ່ອງ​ທ່ຽວ​​ຕ້ອງ​ຂີ່​ເຮືອ. ບັນ​ດາ​ເຮືອ​ນ້ອຍ​ລ່ອງ​ຕາມ​ສາຍ​ນ້ຳ​ນ​້ອຍມຸ່ງ​ໄປ​ເຖິງຕີ​ນ​ພູ ​ຈະ​ພາ​ທ່ານ​ໄປຮອດ​ເວີ​ນ​ລອງ​. ເສັ້ນ​ທາງ​ໄປ​ຢ້ຽມ​ຢາມ​ເວີນ​ລອງ ງາມກວ່າ​ໝູ່​ແມ່ນ​ໃນ​ຍາມ​ຊຸມ​ເດືອນ​ລະ​ດູ​ຮ້ອນ, ເວ​ລານັ້ນ ສອງ​ຟາກ​ທາງ ດອກ​ບົວ​ເບັ່ງ​ບານ​ຢ່າງ​ງາມ​ຕາ.

        ເວີນ​ລອງ ເຄີຍ​ຖືກເອີ້ນ​ວ່າ ແມ່ນ​ອ່າວບໍ່​ມີ​ຄື້ນຟອງ. ຖ້າ​ທ່ານ​ສັງ​ເກດ​ຫ​ນ້າ​ນ້ຳ​ຈະ​ເຫັນ​ຮູບ​ພາບ​ຂອງ​ສາຍ​ພູ​. ເວີນ​ລອງ ມີ​ຖ້ຳ​ສວຍ​ງາມ 1000 ແຫ່ງ, ໃນ​ນັ້ນ ມີ​ຖ້ຳ​ຫລາຍ​ແຫ່ງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຄື: ຖ້ຳ​ບອງ, ຖ​້ຳ​ກາ, ຖ​້ຳ​ຣົ່ວ…ຖ້ຳ​ແຕ່​ລະ​ແຫ່ງ​ລ້ວນ​ແຕ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງ.

ຢ້ຽມຢາມເຂດອະນຸລັກຮັກສາທຳມະຊາດນ້ຳຖ້ວມເວີນລອງ - ảnh 2
ສັດ​ປະ​ເພດ​ຫາ​ຍາກ​ຢູ່​ເວີນ​ລອງ
ພາບ:tour.edu.vn

        ນັ່ງ​ເທິງ​ເຮືອ​ນ້ອຍ​ນັກ​ທ່ອງ​ທ່ຽວ​ທັງ​ໄດ້​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ແລະ ໄດ້​ຮັບ​ຟັງ​ຜູ້​ພາຍ​ເຮືອ​ເລົ່າ​ເລື່ອງ​ເທບ​ນິ​ຍາຍ​ທີ່​ຕິດ​ພັນ​ກັບ​ບັນ​ດາ​ຫ​ນ່ວຍ​ພູ​ຢູ່​ເວີນ​ລອງ. ເຮືອ​ນ້ອຍ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ອີກ​ໄລ​ຍະ​ທາງ​ຫ​ນຶ່ງ​ແມ່ນ​ຮອດ​ພູ ເກື໋ອ​ຈົ່ວ. ນີ້​ແມ່ນ​ແຫ່ງ​ທີ່​ບັນ​ດາ​ນັກ​ພະ​ຈົນ​ໄພ ແລະ ນັກ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ ໄດ້​ພົບ​ເຫັນ​ບັນ​ດາ​ຮູບ​ພາ​ບ​ທີ່​ແປກ​ປະ​ຫລາດ​ຢູ່​ເນີນ​ພູ​ຊື່ງ​ຄາດ​ວ່າມ​ີ​ມາ​ນັບ​ຮ້ອຍ​ປີ. ທ່ານ ເຈີນ​ຊວນກວາງ, ຫົວ​ຫ​ນ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ຊີ​ວະ​ພາບ​ນຳ​້​ຖວ້ມ ເວີນ​ລອງ ໃຫ​້​ຮູ້​ວ່າ:

        “ພູ ເກ​ື໋ອ​ຈົ່ວ​ມີ​ຝາ​ຫີນ​ທຳ​ມະ​ຊາດ. ຖ້າ​ສັງ​ເກດ​ທຳ​ມະ​ດາພວກ​ເຮົາບໍ່​ເຫັນ​ແຈ້ງ​ຮູບ​ພາບ. ແຕ່​ເມື່ອ​ຫົດ​ນ້ຳ​ໃສ່ ພວກ​ເຮົາ​ຈະ​ເຫັນ​ແຈ້ງ​ຮູບ​ຄົນ ແລະ ຕົວ​ຫ​ນັງ​ສື. ນັ້ນ​ແມ່ນ​ສິ່ງ​ເລິກ​ລັບ​ພວມ​ໄດ້​ຮັບ​ການ​ຄົ້​ນ​ຄ້​ວາ​ຈາກ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ນັກບູ​ຮານ​ຄະ​ດີ.”

        ບໍ່​ພຽງ​ແຕ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຍ້ອນ​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ແລະ ມະ​ຫັດ​ສະ​ຈັນ​ເທົ່າ​ນັ້ນ, ເຂດ​ອະ​ນຸ​ລັກ​ຮັກ​ສາ​ນຳ​້​ຖ້ວມ ເວີນ​ລອງ ຍັງ​ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ຜູ້​ທີ່​ມັກ​ຄົ້ນ​ຫາ​ທຳ​ມະ​ຊາດ​ອີກ​ດ້ວຍ. ເຂດ​ທັດ​ສະ​ນີ​ຍະ​ພາບ​ ເວີນ​ລອງ ​ມີ​ເນື້ອ​ທີ່ກວ່າ 3000 ເຮັກ​ຕາ ຍັງ​ແມ່ນ​ບ່ອນ​ອາ​ໄສ​ຂອງ​ສັດ​ສາ​ວາ​ສິ່ງ​ຫລາຍປະ​ເພດ, ໃນ​ນັ້ນ​ມີ​ບາງ​ປະ​ເພດ​ຖືກ​ຈັດ​ເຂົ້າ​ປື້ມ​ແດງ​ຂອງ​ຫວຽດ​ນາມ ແລະ ໂລກ. ລະ​ບົບ​ພືດ​ ຢູ່ ເວີນ​ລອງ ມີ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ລະ​ບົບ​ພືດ​ພູ​ຫີນ​ປູນ ແລະ ດິນ​ນ້ຳ​ຖ້ວມ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ. ຢູ່ ເວີນ​ລອງ ມີ​ສັດ 39 ປະ​ເພດ ແລະ ພືດ 722 ປະ​ເພດ, ໃນ​ນັ້ນ ມີ 8 ປະ​ເພດ​ຖືກ​ຈັດ​ເຂົ້າ​ປື້ມ​ແດງ ຫວຽດ​ນາມ. ນອກນັ້ນ ຢູ່​ທີ່ນີ້ ຍັງ​ມີ​ສວນ​ນົກ​ແຫ່ງ​ຫ​ນຶ່ງ ດ້ວຍ 100 ປະ​ເພດ​ແຕກ​ຕ່າງ​ກັນ. ພິ​ເສດ ເມື່ອ​ມາ​ຢ້ຽມ​ຢາມ ເວີ​ນ​ລອງ, ນັກ​ທ່ອ​ງ​ທ່ຽວ​ຜູ້​ໃດ​ກໍ​ຢາກ​ໄດ້​ເຫັນ​ປະ​ຈັກ​ຕາບັນ​ດາ ​ຝູງ​ທະ​ນີ​ຂາ​ຂາວ ​ຫ້ອຍຢູ່​ເທິງ​​ງ່າ​ໄມ້. ນີ້​ແມ່ນ​ສັດ​ປະ​ເພດ​ຫາ​ຍາກ​ຖືກ​ຈັດ​ເຂົ້າ​ປື້ມ​ແດງ ຫວຽດ​ນາມ ແລະ ປະ​ຈຸ​ບັນ ເວີ​ນ​ລອງ ແມ່ນ​ແຫ່ງ​ທີ່​ມີ​ທະ​ນີ​ຂາ​ຂາວ ​ຫລາຍກວ່າ​ໝູ່ ດ້ວຍ ​ຈຳ​ນວນ 40 ກວ່າ​ໂຕ. ທ່ານ ເຈີນ​ຊວນກວາງ, ຫົວ​ຫ​ນ້າ​ຄະ​ນະ​ຄຸ້ມ​ຄອງ​ເຂດ​ຊີ​ວະ​ພາບ​ນຳ​້​ຖວ້ມ ເວີນ​ລອງ ໃຫ້​ຮູ້​ວ່າ:

        “​ຕາມ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຕີ​ລາ​ຄາ​ວ່າ ປະ​ຈຸ​ບັນ ເວີນ​ລອງແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ມີ ທະ​ນີ​ຂາ​ຂາວ ຫລາຍກວ່າ​ໝູ່​ຢູ່​ຫວຽດ​ນາມ. ນັ່ງ​ເທິງ​ເຮືອ ພວກ​ເຮົາ​ສາ​ມາດ​ເຫັນ​ໄດ້​ສັດ​ປະ​ເພດນີ້​ຢູ່​ເທິງ​ໂນນ​ພູ. ແລະ ພູ ຮ​ວ່າງກວຽນ ແມ່ນ​ເຕົ້າ​ໂຮມ​ສັດ​ປະ​ເພດນີ້​ຫລາຍກວ່າ​ໝູ່. ຍາມ​ຕອນ​ເຊົ້າ ຫລື ຕອນ​ແລງ ພວກ​ເຮົາ​ອ​າດ​ຈະ​ເຫັນ​ຝູງ​ທະ​ນີ​ຂາ​ຂາວພວມ​ນັ່ງ​ກິນໝາກ​ໄມ້​ຫລື​ໄປ​ໆ​ມາ​ໆ​ຢູ່​ເທິງ​ຈອມ​ພູ.”

        ປະ​ຈຸ​ບັນ ເວີນ​ລອງ ໄດ້​ຮັບ​ການ​ຫ​ນູນ​ຊ່ວຍ​ອະ​ນຸ​ລັກ​ຮັກ​ສາ​ ສັດບັນ​ດາ​ ​​ປະ​ເພດຫາ​ຍາກ ຈາກ​ລັດ​ຖະ​ບານ ໂຮນ​ລັງ, ກອງ​ທຶນ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ (GEF) ແລະ ສູນ​ກູ້​ຊີບທະ​ນີຫາ​ຍາກ ກຸກ​ເຟືອງ.

        ແຕ່​ລະ​ປີ, ເຂດ​ອະ​ນຸ​ລັກ​ຮັກ​ສາ​ນ້ຳ​ຖ້ວມ ເວີນ​ລອງ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ສາ​ກົນ​ຫລາຍ​ເທື່ອ​ຄົນ, ເຂົາ​ເຈົ້າ​ສ່ວນ​ຫລາຍ​ແມ່ນ​ມາ​ຈາກ ເອີ​ລົບ ແລະ ສ​ເກົາ​ຫລີ ແລະ ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ຫລາຍກວ່າ​ແມ່ນ ແຕ່​ເດືອນ 5-9. ມາ​ແຫ່ງນີ້  ນັກ​ທ່ອງ​ທ່ຽວ​ທັງ​ໄດ​້​ຮັບ​ຊົມ​ຄວາມ​ງາມ​ແບບ​ທຳ​ມະ​ຊາດ, ຮົ​ກ​ເຮື້ອ​ເປົ່າ​ຫວ່າງ​ຂອງ​ເຂດ​ດິນ​ ນິງ​ບີງ ທັງ​ໄດ້​ຄົ້ນ​ຫາ​ສິ່ງ​ເລິກ​ລັບ​ຢູ່​​ຕາມ​ເນີນ​ພູ ກໍ​ຄື​ໃນ​ຖ້ຳ​ແຕ່​ລະ​ແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ