ວັດທະນະທຳ ອາຫານການກິນຢູ່ດົງທາບເມື່ອຍ

ອາ​ຫານ​ການ​ກິ​ນ​ຢູ່​ພາກ​ໃຕ້​ເວົ້າ​ລວມ ແລະ ດິນ​ແດນ​ດົງ​ທາບ​ເມື່ອຍ​ເວົ້າ​ສະ​ເພາະ​ແມ່ນ​ການ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ທັງ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ແຫ່ງ​ການ​ອອກ​ແຮງ​ງານ​ເພື່ອ​ບຸກ​ເບີກ​ພື້ນ​ທີ່​ກ່ອນນີ້​ນັບ​ຮ້ອຍ​ປີ. ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ລຽບ​ງ່າຍ, ເຕັມ​ໄປ​ດ້ວຍ​ລົດ​ຊາດ​ເຂດ​ພາກ​ໃຕ້.

 

ວັດທະນະທຳ ອາຫານການກິນຢູ່ດົງທາບເມື່ອຍ  - ảnh 1
ປີ້ງ​ປາ, ເຍື່ອງ​ອາ​ຫານ​ພິ​ເສດ​ຢູ່​ດົງ​ທາບ​ເມື່ອຍ

       ດົງ​ທາບ​ເມື່ອຍແມ່ນ​ດິນ​ແດນ​ໂດຍ​ທຳ​ມະ​ຊາດເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ວຍ​ລະ​ບົບ​ສັດ​ພຶກ​ສາ​ຊາດ​ທີ່​ອຸ​ດົມ​ສົມ​ບູນ. ຍ້ອນ​ຈຸດ​ພິ​ເສດທາງ​ດ້ານ​ພູມ​ສາດຂອງ​ເຂດ​ດິນ​ນ້ຳ​ຖ້ວມ​ທີ່​ກ້​ວາງ​ໃຫຍ່​ໄພ​ສານ, ດົງ​ທາບ​ເມື່ອຍແຕ່​ດົນ​ນານ​ມາ​ແລ້ວ ໄດ້​ກາຍ​ເປັນ​ອູ່​ປາ​ໃຫຍ່ ແລະ ເປັນ​ຂີດ​ໝາຍ​ໃນ​ຊີ​ວິດ​ດ້ານ​ອາ​ຫານ​ການ​ກິນ​ຂອງ​ປະ​ຊາ​ຊົນ. ເຂດ​ແມ່​ນ້ຳ​ລຳ​ເຊ​ທີ່​ກ້​ວາງ​ໃຫຍ່, ມີ​ຄວາມ​ອຸ​ດົມ​ສົ​ມບູນທາງ​ດ້ານ​ສັດ​ນ້ຳ, ນົກ​ຊະ​ນິດ​ຕ່າງໆ ຍັງ​ໄດ້​ສ້າງເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ການ​ປຸງ​ແຕ່ງ​ອາ​ຫານຫຼາຍ​ເຍື່ອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ທ່ານ ຝ້າມ​ວັນ​ເຈີ້ນ ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ ທ່ອງ​ທ່ຽວ​ຢູ່ ດົງ​ທາບ​ເມື່ອຍ​ໃຫ້​ຮູ້​ວ່າ : 

   “ດົງ​ທາບ​ເມື່ອຍແມ່ນ​ເຂດ​ນ້ຳ​ຖ້ວມ, ດັ່ງ​ນັ້ນ​ທາງດ້ານ ອາ​ຫານ​ການ​ກິ​ນ​ຢູ່​ທີ່ນີ້​ຖືກ​ຄອບ​ງຳ​ຍ້ອນ​ຈຸດ​ພິ​ເສດ​ສະ​ເພາະ. ບັນ​ດາ​ເຍື່ອງ​ອາ​ຫານ​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຈາກ​ທຳ​ມະ​ຊາດ, ບໍ່​ເອົາ​ໃຈ​ໃສ່ຫຼາຍ​ເຖິງ​ເຕັກ​ນິກ​ການ​ປຸງ​ແຕ່ງ, ແຕ່​ສຳ​ຄັນ​ແມ່ນ​ຫຼາກຫຼາຍ​ທາງ​ດ້ານ​ສ​ັດ​ນ້ຳ, ພືດ​ພັນ​ເພື່ອ​ຮັບ​ໃຊ້​ການ​ປຸງ​ແຕ່ງ​ອາ​ຫານ ”

      ປາ​ແມ່ນ​ແຫຼ່ງວັດ​ຖຸ​ດິບຫຼາກຫຼາຍເພື່ອ​ໃຫ້​ປະ​ຊາ​ຊົນ​ປຸງ​ແຕ່ງ​ອາ​ຫານ​ໄດ້ຫຼາຍ​ເຍື່ອງ​ທີ່​ແຕກ​ຕ່າງ​ກັນ​ເຊັ່ນ: ປີ້ງ​ປາ, ​ຕົ້ມ​ເຄັມ​ປາ, ອົບ​ປາ, ເຮັດ​ນ້ຳ​ປາ…

    ປາ​ສະ​ລອຍ​ກໍ​ແມ່ນ​ແຫຼ່ງວັດ​ຖຸ​ດິບ​ເພື່ອ​ໃຫ້​ຊາວ​ທ້ອງ​ຖິ່ນ​ປຸງ​ແຕ່ງ​ອາ​ຫານ​ໄດ້ຫຼາຍ​ເຍື່ອງ. ຊີ້ນ​ຂອງ ປາ​ສະ​ລອຍແມ່ນ​ຫວານ, ບໍ່​ມີ​ກະ​ດູກ. ຍາມ​ນ້ຳ​ຂຶ້ນ, ປາ​ຊະ​ນິດນີ້​ລອຍ​ຕາມ​ສາຍ​ນ້ຳ​ເປັນ​ຝູງ​ມາ​ເຕັມ​ທົງ​ນາ. ລຸງ​ຕື​ແບ ປະ​ກອບ​ອາ​ຊີບ​ຫາ​ປາ​ຢູ່ ດົງ​ທາບ​ເມື່ອຍ ໃຫ້​ຮູ້​ວ່າ :

   “ ກ່ອນນີ້, ປາ​ສະ​ລອຍ​ມີ​ຂາຍ​ຢູ່​ຕະຫຼາດດ້​ວຍ​ລາ​ຄາ​ຖືກ​ທີ່​ສຸດ, ແຕ່​ມາ​ບັດ​ນີ້, ປາ​ສະ​ລອຍ​ໄດ້​ກາຍ​ເປັນ​ປາ​ຊະ​ນິດ​ທີ່​ມີ​ຄ່າ​ຫາ​ຍາກ. ປະ​ຊາ​ຊົນ​ຢູ່​ແຫ່ງ​ນີ້​ເຄີຍ​ຊື້ປາ​ສະ​ລອຍ​ມາ​ຕົ້ມ​ເຄັມ ຫຼື​ຕົ້ມ​ແກ່ງ​ສົ້ມ​ກໍ​ໄດ້ ”

      ຕາມ​ລຸງ​ຕື​ແບ​ແລ້ວ, ຊີ້ນ​ປາ​ສະ​ລອຍ​ແມ່ນ​ຫວານ​ທີ່​ສຸດ, ດັ່ງ​ນັ້ນ​ສາ​ມາດ​ປຸງ​ແຕ່ງ​ອາ​ຫານ​ໄດ້​ທຸກ​ເຍື່ອງ, ເຍື່ອງ​ໃດ​ກໍ​ແຊບ​ໝົດ. ສຳ​ລັບ​ເຍື່ອງ​ອາ​ຫານ​ຕົ້ມ​ເຄັມ​ແມ່ນ​ມີ​ຄວາມ​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດິນ​ແດນ ດົງ​ທາບ​ເມື່ອຍ, ເພາະ​ໃນ​ນັ້ນ​ແມ່ນ​ປະ​ກອບ​ດ້ວຍ​ຄົບ​ທຸກ​ຊະ​ນິດ​ເຊັ່ນ: ປາ, ອຽນ, ປູ​ນາ.. ພ້ອມ​ກັບ​ຜັກຫຼາຍ​ຊະ​ນິດ.

       ທ່ານຝ້າມ​ວັນ​ເຈີ້ນ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ທ່​ອງ​ທ່ຽວ​ດົງ​ທາບ ຖື​ວ່າ ວັດ​ທະ​ນະ​ທຳ​ທາງ​ດ້ານ​ອາ​ຫານ​ການ​ກິນ​ຢູ່​ເຂດ ດົງ​ທາບ​ເມື່ອຍ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ປອດ, ບໍ່​ລະ​ອຽດ​ລະ​ອໍ, ແຕ່​ມີ​ຄວາມ​ອຸ​ດົມ​ສົມ​ບູນ ແລະ ບໍ່​ເອົາ​ໃຈ​ໃສ່​ເຖິງວິ​ທີ​ປຸງ​ແຕ່ງ ແລະ ການ​ວາງ​ສະ​ແດງ. ໃນ​ຊີ​ວິດ​ປະ​ຈຳ​ວັນ, ອາ​ຫານ​ການ​ກິ​ນຢູ່ ດົງ​ທາບ​ເມື່ອຍ​ກໍ​ແມ່ນ​ບັນ​ຍາ​ກາດ​ວັດ​ທະ​ນະ​ທຳ​ຂອງວົງ​ຄະ​ນະ​ຍາດ. ທ່ານຝ້າມ​ວັນ​ເຈີ້ນ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ​ທ່​ອງ​ທ່ຽວ​ດົງ​ທາບ ໃຫ້​ຮູ້​ຕື່ມ​ອີກວ່າ :

    “ ກ່ຽວ​ກັບ​ຄວາມ​ໝາຍ​ປະ​ຫວັດ​ສາດ, ອາ​ຫານ​ການ​ກິ​ນຢູ່ ດົງ​ທາບ​ເມື່ອຍ​ໄດ້​ສ່ອງ​ແສງ​ເຖິງ​ຄວາມ​ລຳ​ບາກ​ກາກ​ກຳ​ຂອງ​ປູ່​ຍ່າ​ຕາ​ຍາຍເມື່ອ​ທຳ​ການ​ບຸກ​ເບີກ​ພື້​ນ​ທີ່​ຢູ່​ດິນ​ແດນ​ທີ່​ຮ້າຍແຮງ​ແຕ່​ເຕັມ​ໄປ​ດ້ວຍ​ທ່າ​ແຮງ​ບົ່ມ​ຊ້ອນ. ທາງ​ດ້ານ​ວັດ​ທະ​ນະ​ທຳ, ນີ້​ແມ່ນ​ການ​ສືບ​ຕໍ່ ແລະ ຂະ​ຫຍາຍ​ຕົວ​ຂອງ​ຊົນ​ຊາດ​ບົນ​ດິນ​ແດນ​ແຫ່ງ​ໃໝ່. ທາງ​ດ້າ​ນ​ຊີ​ວິດ​ສັງ​ຄົມ, ມັນ​ໄດ້​ສ່ອງ​ແສງ​ອາ​ລົມ​ຈິດ, ​ນ້ຳ​ໃຈ​ແຫ່ງ​ບ້ານ​ເກີດ​ເມືອງນອນ, ແມ່ນ​ພາ​ຫະ​ນະ​ແລກ​ປ່ຽນ​, ເຊື່ອມຕໍ່​ທາງ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ທ້ອງ​ຖິ່ນ​ກັບ​ວົງ​ຄະ​ນະ​ຍາດ. ດ້​ວຍ​ຄວາມ​ໝາຍ​ເຊັ່ນ​ນັ້ນ, ແມ່ນ​ຄວນ​ອະ​ນຸ​ລັກ ແລະ ເສີມ​ຂະ​ຫຍາຍ​ມໍ​ລະ​ດົກ ອາ​ຫານ​ການ​ກິ​ນ, ທັງ​ນີ້​ກໍ​ເປັນ​ການ​ປະ​ກອບ​ສ່ວນ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ທ່ອງ​ທ່ຽວ, ຮັກ​ສາ​ສິ່ງ​ແວດ​ລ້ອມ​ຊີ​ວະ​ພາບ ແລະ ລະ​ບົບສັດ, ພຶກ​ສາ​ຊາດ​ຢູ່ ດົງ​ທາບ​ເມື່ອຍ ”

    ບັນ​ຍາ​ກາດ​ທາງ​ດ້ານອາ​ຫານ​ການ​ກິ​ນຢູ່ດົງ​ທາບ​ເມື່ອຍແມ່ນ​ມີ​ສີ​ສັນ​ສະ​ເພາະ​ໃນ​ບັນ​ຍາ​ກາດ​ວັດ​ທ​ະ​ນະ​ທ​ຳ​ເຂດ​ພາກ​ໃຕ້. ບັນ​ດາ​ເຍື່ອງ​ອາ​ຫານ​ຕິດ​ພັນ​ກັບ​ຈຸດ​ພິ​ເສດ​ຢູ່​ບ່ອນ​ຢູ່​ອາ​ໄສ ແລະ ເງື່ອນ​ໄຂ​ຈັບ​ຫາສັດ, ສິ່ງຂອງ​ທຳ​ມະ​ຊາດ. ສິ​ລະ​ປະ​ທາງ​ດ້ານ ອາ​ຫານ​ການ​ກິ​ນ​ຢູ່ດົງ​ທາບ​ເມື່ອຍແມ່ນ​ເຂັ້ມ​ຂົ້ນ​ໄປ​ດ​້ວຍ​ປັດ​ໄຈ​ທຳ​ມະ​ຊາດ, ປະ​ກອບ​ສ່ວນ​ ອະ​ນຸ​ລັກ​ຮັກ​ສາ​ຈຸດ​ວັດ​ທະ​ນະ​ທຳ​ນັບ​ແຕ່​ສະ​ໄໝ​ສ້າງ​ບ້ານ​ເມືອງ​ມາ​ເຖິງ​ທຸກວັນ​ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ