ວັດທຽນໝຸ ທີ່ສັກສິດຕັ້ງຢູ່ແຄມແມ່ນ້ຳເຮືອງ ໃນບໍລິເວນແຂວງ ເທື່ອທຽນເຫວ້

(VOVWORLD) -ວັດທຽນໝຸ ຍັງຖືກເອີ້ນວ່າ ວັດລິງໝຸ ຕັ້ງບົນໂນນຫ່າເຄ ແຄມແມ່ນ້ຳເຮືອງ ທີ່ສວຍສົດງົດງາມດັ່ງໃນຝັນ. ວັດເຮືອງແມ່ນຂຶ້ນກັບບໍລິເວນຕາແສງ ກີມລອງ ນະຄອນເຫວ້, ແຂວງ ເທື່ອທຽນເຫວ້. ວັດນີ້ໄດ້ຮັບການປຸກສ້າງເມື່ອປີ 1601 ສະໄໝເຈົ້າພະຍາ ຫງວຽນຮວ່າງ ເຊິ່ງແມ່ນເຈົ້າພະຍາ ໃນລາດຊະວົງ ຫງວຽນ  ອົງທຳອິດຢູ່ພາກໃຕ້ ແລະ ນີ້ກໍ່ແມ່ນໜຶ່ງໃນບັນດາວັດທີ່ເກົ່າແກ່ທີ່ສຸດ ຢູ່ດິນແດນເມືອງຫຼວງເກົ່າ. ວັດແມ່ນໜຶ່ງໃນບັນດາຮູບພາບ, ເປັນສັນຍາລັກໃຫ້ແກ່ນະຄອນເຫວ້ ດ້ວຍບັນດາກິດຈະກຳ ສະຖາປັດຕະຍະກຳ ທີ່ເປັນເອກະລັກ ແລະ ນີ້ໄດ້ຮັບຖືວ່າແມ່ນວັດທີ່ສັກສິດທີ່ສຸດ ທີ່ນະຄອນເຫວ້
ວັດທຽນໝຸ ທີ່ສັກສິດຕັ້ງຢູ່ແຄມແມ່ນ້ຳເຮືອງ ໃນບໍລິເວນແຂວງ ເທື່ອທຽນເຫວ້ - ảnh 1ວັດທຽນໝຸ 

ຕາມເລື່ອງລາວເລົ່າຂານກັນມາວ່າ, ປາງກີ້ປາງກ່ອນຢູ່ໂນນຫ່າເຄ, ເມື່ອຄ່ຳລົງມາກໍ່ປະກົດມີແມ່ຕູ້ຄົນໜຶ່ງ ດ້ວຍໃບໜ້າຄືຜູ້ໃຈບຸນ ແລະ ເພິ່ນໄດ້ເວົ້າກັບທຸກໆຄົນວ່າ ຈະມີເຈົ້າພະຍາມາປຸກສ້າງວັດຢູ່ທີ່ນີ້ ເພື່ອເຕົ້າໂຮມສິ່ງທີ່ຍອດຍິ່ງ ຊ່ວຍໃຫ້ປະເທດ ຫວຽດນາມ ເຂັ້ມແຂງ. ໃນປີ 1601, ເມື່ອເຈົ້າພະຍາ ຫງວຽນຮວ່າງ ມາຕັ້ງທີ່ໝັ້ນເພື່ອປົກປັກຮັກສາເຂດ ຖ້ວນຮວ໊າ, ໃນມື້ໜຶ່ງ ເພິ່ນໄດ້ຂີ່ມ້າໄປຢ້ຽມຊົມທິວທັດທຳມະຊາດ ແລະ ສັງເກດທີ່ຕັ້ງດິນແດນຢູ່ລຽບຕາມສອງຟາກຝັ່ງແມ່ນ້ຳເຮືອງ, ເພິ່ນໄດ້ພົບເຫັນໂນນນ້ອຍໜ່ວຍໜຶ່ງ ຂຽວອຸ່ມທຸ່ມ ນອນຢູ່ແຄມແມ່ນ້ຳເຮືອງທີ່ສວຍສົດງົດງາມ, ດ້ວຍທີ່ຕັ້ງອີງຫຼັງໃສ່ມັງກອນງວາກໜ້າເບິ່ງທາງຫຼັງ, ເພິ່ນໄດ້ມີຄວາມຊົມຊອບ ແລະ ໃຫ້ປຸກສ້າງວັດຢູ່ທີ່ນີ້. ນັບແຕ່ນັ້ນມາ, ວັດໄດ້ຖືກຕັ້ງຊື່ແມ່ນວັດທຽນໝຸ. ໂດຍມີຄວາມເຂົ້າໃຈເຖິງຄວາມສັກສິດຂອງວັດທຽນໝຸ ຢູ່ດິນແດນບ້ານເກີດເມືອງນອນຂອງຕົນ, ເຖິງວ່າໄດ້ໄປທຳມາຫາກິນຢູ່ແດນໄກກໍ່ຕາມ ແຕ່ອ້າຍ ຫງວຽນແທັ່ງດາດ ກໍ່ພະຍາຍາມສະຫຼະເວລາມາຢ້ຽມຢາມວັດປີລະເທື່ອ. ອ້າຍ ດາດ ເວົ້າວ່າ:

      “ປີໃດກໍ່ເຊັ່ນດຽວກັນ ຂ້າພະເຈົ້າກໍ່ໄດ້ແວ່ຢາມວັດທຽນໝຸ ເພາະວ່ານີ້ແມ່ນຈິດວິນຍານຂອງເຮົາ. ເມື່ອບຸນເຕັດວຽນມາໃນແຕ່ລະເທື່ອ, ຂ້າພະເຈົ້າກໍ່ໄດ້ໄປບູຊາຢູ່ວັດດ້ວຍຄວາມສັດທາ. ເມື່ອເຂົ້າວັດໃນແຕ່ລະເທື່ອ, ຂ້າພະເຈົ້າກໍ່ຮູ້ສຶກວ່າຈິດໃຈສະຫວາດສະເຫວີຍ, ທຸກຄວາມເປັນຫວ່ງກັງວົນໃນຊີວິດ ກໍ່ຖືກຫາຍໄປ”.

      ວັດທຽນໝຸ ແມ່ນສະຖາປັດຕະຍາກຳທີ່ເປັນເອກະລັກ ໃນເມືອງຫຼວງເກົ່າເຫວ້. ເມື່ອຫຼຽວເບິ່ງຈາກບ່ອນສູງກໍ່ເຫັນວັດທຽນໝຸ ປຽບເໝືອນເຕົ່າຍັກໂຕໜຶ່ງພວມທອດເງົາລົງໜ້ານ້ຳຂອງແມ່ນ້ຳເຮືອງ.ວັດຖືກອອ້ມຮອບດ້ວຍ ກຳແພງ ຖືກກໍ່ດ້ວຍຫີນ. ປະຕູໂຂງຂອງວັດປະກອບດ້ວຍ 2 ຊັ້ນ ແລະ 8 ຫຼັງຄາ. ປະຕູໂຂງຂອງວັດກໍ່ມີປະຕູໃຫຍ່ຢູ່ເຄິ່ງກາງ ແລະ ສອງປະຕູນ້ອຍຢູ່ສອງເບື້ອງ. ເມື່ອເຂົ້າວັດຜ່ານປະຕູໂຂງ, ປະກົດໃນສາຍຕາຂອງແຂກທ່ອງທ່ຽວກໍ່ແມ່ນທາດ ເຟືອກຢວຽນ ຖືກກໍ່ດ້ວຍດິນຈີ່ ມີຄວາມສູງ 21 ແມັດປະກອບດ້ວຍ 7 ຊັ້ນ ເຊິ່ງໄດ້ຮັບການປຸກສ້າງເມື່ອປີ 1844. ແຕ່ລະຊັ້ນຂອງທາດກໍ່ລ້ວນແຕ່ບູຊາພະພຸດທະເຈົ້າ, ຢູ່ທາງໃນຂອງທາດກໍ່ມີຂັ້ນໄດ ຖືກກໍ່ດ້ວຍຮູບກົ້ນຫອຍ ເພື່ອພາແຂກທ່ອງທ່ຽວຂຶ້ນເຖິງຊັ້ນດາດຟ້າ ເຊິ່ງແມ່ນແຫ່ງເມື່ອກ່ອນນີ້ມີພະພຸດທະຮູບເຮັດດ້ວຍຄຳ. ເຂົ້າທາງໃນກໍ່ແມ່ນຫໍບູຊາ ດ້າຍຮຸ່ງ ຂຶ່ງແມ່ນບ່ອນບູຊາພະສັນກະຈາຍ ຫູໃຫຍ່ ເພື່ອຮັບຟັງການເລົ່າຄວາມລະທົບທຸກຂອງມະນຸດ, ມີທ້ອງໃຫຍ່ເພື່ອໃຫ້ຄວາມເມດຕາກະລຸນາ ຕໍ່ຄວາມຜິດຂອງມວນຊົນ ແລະ ມີປາກໃຫຍ່ເພື່ອຫົວຕໍ່ສິ່ງທີ່ໄຮ້ເຫດຜົນໃນໂລກມະນຸດ. ຢູ່ທາງໃນຫໍບູຊາກໍ່ແຂວນລະຄັງທອງໜ່ວຍໜຶ່ງ. ອ້າຍ ຟານງອກຕວຽນ ຢູ່ແຂວງ ຫ໋າຍເຢື່ອງ ແບ່ງປັນວ່າ:

     “ມື້ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມວັດທຽນໝຸ. ໃນທ່າມກາງດິນຟ້າອາກາດທີ່ດີ ແລະ ທິວທັດທຳມະຊາດງົດງາມເປັນໜ້າຈັບໃຈ ຢູ່ແຄມແມ່ນ້ຳເຮືອງ, ຂ້າພະເຈົ້າຮູ້ສຶກວ່າ ວັດນີ້ເພີ່ມຄວາມສັກສິດຫຼາຍຂຶ້ນ. ເມື່ອກ່ອນນີ້ເຮົາພຽງແຕ່ຮູ້ຈັກນະຄອນເຫວ້ ຜ່ານຮູບພາບເທົ່ານັ້ນ ແຕ່ໃນມື້ນີ້ກໍ່ໄດ້ເຫັນປະຈັກຕາ,  ຂ້າພະເຈົ້າເຫັນວ່າ ມີຄວາມສວຍສົດງົດງາມ ແລະ ສະຫງົບສຸກທີ່ສຸດ”.

    ຕໍ່ຈາກບ່ອນບູຊາພະສັນກະຈາຍ ກໍ່ຈະຮອດຫໍບູຊາພະພຸດທະຮູບສາມອົງ. ເມື່ອຍ່າງຜ່ານສວນຢູ່ທາງຫຼັງ ແມ່ນຮອດເຂດວາງສະແດງລົດເກັງຂອງພະອາຈານມະຫາ ທິກ ກວ໋າງດຶກ ເຊິ່ງພະອົງໄດ້ເຜົາຕົວຕາຍເພື່ອຕ້ານລະບອບປາບປາມ ສາສະໜາພຸດ. ຍ່າງເຂົ້າໄປອີກກໍ່ແມ່ນສຸສານຂອງພະອາຈາມມະຫາ ທິກ ດົນເຫົ້າ ເຊິ່ງແມ່ນບຸກຄົນທີ່ມີຄຸນງາມຄວາມດີ ໃນການຟື້ນຟູພຸດທະສາສະໜາ. ຕໍ່ຈາກຫໍບູຊາ ດ້າຍຮຸ່ງ ກໍ່ແມ່ນຫໍບູຊາ ເດ້ຍຕ້າງ ຖືກປຸກສ້າງບົນພື້ນຂອງຫໍບູຊາພະສັນກະຈາຍ, ຢູ່ແຫ່ງນີ້ມີຮູບແກະຄວັດສະຫຼັກທີ່ເປັນສະຖາປັດຕະຍາກຳທີ່ເປັນເອກະລັກ. ພ້ອມກັນນັ້ນກໍ່ແມ່ນຫໍບູຊາເຈົ້າແມ່ກວນອິມ. ນີ້ແມ່ນຫໍບູຊາຢູ່ຫຼັງສຸດຂອງວັດ ມີຮົ່ມເຢັນຂອງຕົ້ນໄມ້ໃຫຍ່. ມາຢ້ຽມຢາມວັດທຽມໝຸ ແຂກທ່ອງທ່ຽວຈະໄດ້ຮັບຊົມທິວທັດທຳມະຊາດ ແລະ ສະຖາປັດຕະຍາກຳ ທີ່ໂດດເດັ່ນຂອງວັດເຫວ້. ທ່ານ ອາແລນ ມາຍໂລໂຈນ ແຂກທ່ອງທ່ຽວມາຈາກຝະລັ່ງ ເວົ້າວ່າ:

     “ຫວຽດນາມ ແມ່ນປະເທດທີ່ງົດງາມທີ່ສຸດ. ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມເຫວ້. ຂ້າພະເຈົ້າເຫັນວ່າ ທິວທັດທຳມະຊາດຢູ່ ເຫວ້ ແມ່ນສວຍສົດງົດງາມ, ເຫວ້ ແມ່ນສະຖານທີ່ສະຫງົບສຸກ ແລະ ເກົ່າແກ່”.

     ວັດທຽນໝຸ ຍາມໃດກໍ່ຖືກຝັງເລິກໃນແນວຄິດຈິດໃຈຂອງຊາວເຫວ້ ເວົ້າສະເພາະ ແລະ ຊີວິດວັດທະນະທຳຂອງຊາວ ຫວຽດນາມ ເວົ້າລວມ. ເມື່ອມີໂອກາດໄປຢ້ຽມຊົມ ບູຊາຢູ່ວັດ, ແຂກທ່ອງທ່ຽວ ຮູ້ສຶກຄືດັ່ງຫຼົງໄຫຼໃນແດນສະຫວັນ, ດ້ວຍຄວາມງຽບສະງັດ ແລະ ປະທັບໃຈ. ເມື່ອກ້າວເຂົ້າໄປວັດຜ່ານປະຕູໂຂງ ຜູ້ຄົນທັງຫຼາຍກໍ່ຮູ້ສຶກຈິດໃຈສະຫງົບ, ສະຫວາດສະເຫວີຍ ແລະ ຄວາມເປັນຫວ່ງກັງວົນທຸກຢ່າງກໍ່ຖືກຫາຍໄປ.

ຕອບກັບ

ຂ່າວ/ບົດ​ອື່ນ