ວັດນົມ-ຂີດໝາຍທາງດ້ານວັດທະນະທຳຫວຽດນາມ

(VOVWORLD) -ໂດຍຖືກຕັ້ງຢູ່ຫ່າງຈາກ ນະຄອນຫຼວງຮ່າໂນ້ຍ ປະມານ 30 ກິໂລແມັດ, ມີວັດໜຶ່ງຢູ່ເຂດທົ່ງພຽງພາກເໜືອ ຍັງຄົງສາມາດຮັກສາ ຄວາມເກົ່າແກ່ຂອງວັດ ໄວ້ໄດ້ເໝືອນເດີມ. ວັດນີ້ມີຊື່ວ່າ ວັດນົມ ເຊິ່ງຖືກຕັ້ງຢູ່ບ້ານນົມ ຂຶ້ນກັບຕາແສງ ດ້າຍດົ່ງ ເມືອງ ເວິນເລິມ ແຂວງ ຮຶງອຽນ
ວັດນົມ-ຂີດໝາຍທາງດ້ານວັດທະນະທຳຫວຽດນາມ - ảnh 1 ຂົວຫີນເຂົ້າໄປຫໍບູຊາເຈົ້າແມ່ກວນອີມໃນວັດນົມ

ວັດນົມຍັງມີຊື່ວ່າ “ລິງທົງໂກຕື” ຕາມການເລົ່າຂານກັນມາວ່າ, ແຕ່ປາງກ່ອນ, ວັດນົມຖືກຕັ້ງຢູ່ ກາງປ່າແປກໃຫ່ຍ, ຜ່ານການເວລາ ວັດນົມໄດ້ຮັບການ ບູລະນະປະຕິສັງຂອນ ໃນສະຕະວັດ ທີ XVII. ວັດນີ້ຖືກຊ້ອນຕົວ ໃຕ້ຮົ່ມເຢັນຂອງບັນດາຕົ້ນໄມ້ໃຫ່ຍ. ເມື່ອກ້າວເຂົ້າວັດ ຜ່ານປະຕູໂຂງ, ແຂກທ່ອງທ່ຽວຈະເຫັນ ຫໍລະຄັງ ແລະ ຫໍກອງ ຖືກຕັ້ງຢູ່ສອງເບື້ອງກົງກັນຂ້າມກັນ. ຢູ່ຫໍລະຄັງ, ໃນແຕ່ລະມື້ ສຽງລະຄັງໄດ້ດັງກ້ອງກັງວານຂຶ້ນ ໃນທາມກາງບັນຍາກາດ ທີ່ສະຫງົບງຽບຢູ່ເຂດວັດເກົ່າແກ່.                             ຈຸດພິເສດທີ່ເປັນໜ້າດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອເຂົ້າວັດນົມ, ນັ້ນແມ່ນ ທັດຊະນີຍະພາບທີ່ສວຍງາມ ແລະ ກວ້າງຂວາງ, ອາກາດປອດໂປ່ງ ດ້ວຍຫຼາຍກິດຈະກຳ ສະຖາປັດຕະຍາກຳ ທີ່ເປັນເອກະລັກ. ສຳລັບຫໍບູຊາ ເຈົ້າແມ່ກວນອີມຂອງວັດນີ້ ຖືກຕັ້ງຢູ່ກາງໜອງນ້ຳ ທີ່ໃຫ່ຍໂຕ. ເພື່ອເຂົ້າໄປຫໍບູຊາເຈົ້າແມ່ກວນອີມ, ແຂກທ່ອງທ່ຽວຕ້ອງຍ່າງຜ່ານຂົວຫີນ ທີ່ເກົ່າແກ່, ຢູ່ທາງໜ້າຂົວແມ່ນມີສອງທາດເຮັດດ້ວຍທອງແດງ, ອັນໄດ້ສ້າງເປັນກຸ່ມສະຖາປັດຕະຍາກຳ ທີ່ສວຍສົດງົດງາມ. ປັດຈຸບັນ ວັດນົມຍັງຄົງຮັກສາ ວັດຖຸບູຮານຫຼາຍຢ່າງ ເຊິ່ງຢູ່ວັດອື່ນໆບໍ່ສາມາດຮັກສາໄດ້ເຊັ່ນ: ບັນດາຮູບປັ້ນດິນ, ລະຄັງບູຮານ, ບັນດາແຜ່ນຄຳພະຫຍາ, ຄຳກອນ… ທ່ານ ເຈິ່ນດິ່ງວັນ ຊາວທ້ອງຖິ່ນ ແບ່ງປັນວ່າ:

    “ຢູ່ວັດນົມ, ຈຸດທີ່ພົ້ນເດັ່ນແມ່ນຊື່ຂອງວັດ. ຢູ່ທົ່ວປະເທດຫວຽດນາມ ກໍ່ມີວັດຫຼາຍແຫ່ງ ທີ່ຖືກຕັ້ງຊື່ຊ້ຳຊ້ອນກັນ, ແຕ່ຊື່ວັດນົມແມ່ນມີພຽງແຕ່ຊື່ໜຶ່ງດຽວເທົ່ານັ້ນ. ຈຸດພິເສດທີ່ພົ້ນເດັ່ນ ອີກອັນໜຶ່ງແມ່ນມັນໄດ້ຕິດພັນກັບ ປະຫວັດສາດ ແລະ ໃນວັດຍັງຄົງສາມາດຮັກສາຈຸດທີ່ເກົ່າແກ່ໄວ້ໄດ້ເໝືອນເດີມ, ໃນວັດມີສິ່ງພິເສດອື່ນໆອີກ ນັ້ນແມ່ນມີ 128 ຮູບປັ້ນກໍ່ລ້ວນແຕ່ເຮັດດ້ວຍດິນ ແລະ ຍັງຄົງຮັກສາໄວ້ເໝືອນເດີມ ຈາກສະຕະວັດທີ XV ມາຮອດປັດຈຸບັນ. ບັນດາແຜ່ນຄຳພະຫຍາ, ຄຳກອນກໍ່ຍັງຄົງຖືກຮັກສາໄວ້ຄືເກົ່າ. ເມື່ອກ່ອນນີ້ ເຂົາເຈົ້າເຮັດດ້ວຍວັດຖຸດິບດີທີ່ສຸດ. ຫໍບູຊາພະພຸດກໍ່ຍັງຄົງຮັກສາໄວ້ຄືເກົ່າ”.

     ເມື່ອເຂົ້າໄປວັດນົມ, ແຂກທ່ອງທ່ຽວຈະໄດ້ເຂົ້າຢ້ຽມຊົມ ເຂດສວນທາດທີ່ເຮັດດ້ວຍຫີນໜາມໜໍ່ ທີ່ຕັ້ງຢູ່ຂ້າງວັດເກົ່າ. ນັ້ນແມ່ນບັນດາທາດຫີນ ທີ່ສວຍງາມ. ຜ່ານການເວລາ, ບັນດາທາດຫີນຍັງຄົງ ໄດ້ຮັບການຮັກສາໄວ້ເໝືອນເດີມ. ແຕ່ດົນນານມາແລ້ວ ວັດນົມໄດ້ກາຍເປັນ ພະຍານຫຼັກຖານປະຫວັດສາດ, ຕິດພັນກັບຊາວທ້ອງຖິ່ນຢູ່ແຫ່ງນີ້, ນັບທັງໃນໄລຍະສົງຄາມ ກໍ່ຄືໃນໄລຍະສັນຕິພາບ. ພະອາຈານ ທິກຮົ່ງເຮ້ວ ເຈົ້າອະທິການວັດ ໃຫ້ຮູ້ວ່າ: 

     “ມາດຖານຂອງປະຊາຊົນ ກໍ່ຄືຂອງວັດແມ່ນຕ້ອງອະນຸລັກ ຮັກສາວັດທະນະທຳ ເກົ່າແກ່ຢ່າງເປັນປະຈຳ, ຫຼັງຈາກນັ້ນແມ່ນ ບູລະນະປະຕິສັງຂອນ. ບໍ່ວ່າໃນກິດຈະກຳໃດໆ ກໍ່ເຮັດເຊັ່ນດຽວກັນ, ການອະນຸລັກແຕ່ຕ້ອງໄປຄຽງຄູ່ ກັບການພັດທະນາ. ໃນການພັດທະນານັ້ນ ວັດນົມໄດ້ຮັບການບູລະນະປະຕິສັງຂອນມາຫຼາຍຄັ້ງ. ມາຮອດປັດຈຸບັນ ໂດຍໄດ້ຮັບຄວາມເອົາໃຈໃສ່ ຈາກອຳນາດການປົກຄອງຂັ້ນຕ່າງໆ ແລະ ບັນດາສາສະນິກກະຊົນ ທີ່ມາຈາກສາລະທິດ, ວັດນົມໄດ້ຮັບການບູລະນະ ປະຕິສັງຂອນອີກຄັ້ງໜຶ່ງ. ໃນຂະບວນວິວັດ ບູລະນະປະຕິສັງຂອນ ແລະ ພັດທະນານັ້ນ, ກ່ອນອື່ນໝົດແມ່ນຕ້ອງອະນຸລັກ ບັນດາຄຸນຄ່າທີ່ໄດ້ມີມາຂອງ ວັດ, ອະນຸລັກຮັກສາ ຄຸນຄ່າວັດທະນະທຳທີ່ເກົ່າແກ່”.

     ແຕ່ລະປີ ເປັນຕົ້ນແມ່ນໃນໂອກາດວັນບຸນເຕັດ ວັດນົມໄດ້ດຶງດູດແຂກທ່ອງທ່ຽວ ມາຈາກສາລະທິດ ມາຈູດທູບໄຕ້ທຽນບູຊາ ເພື່ອພາວະນາໃຫ້ມີໂຊກມີລາບ ມີຄວາມໂຊກດີ. ເລື່ອງປະຊາຊົນ ມາຈູດທູບ ໄຕ້ທຽນບູຊາ, ຮັບຊົມທິວທັດທຳມະຊາດໃນວັດ ກໍ່ແມ່ນບັນດາຈຸດວັດທະນະທຳ ທີ່ມີມາແຕ່ດົນນານ. ດ້ວຍບັນດາຄຸນຄ່າ ທີ່ປະເສີດເລີດລ້ຳນັ້ນ, ວັດນົມຈະກາຍເປັນແຫ່ງ ເຂັ້ມຂົ້ນໄປດ້ວຍ ວັດທະນະທຳ ຈິດວິນຍານ, ປະກອບສ່ວນຊຸກຍູ້ ຊີວິດທາງດ້ານ ຈິດໃຈຂອງປະຊາຊົນ, ພ້ອມທັງສ້າງທ່ວງທ່າໃຫ້ແກ່ພື້ນຖານ ຂອງວັດທະນະທຳ ຫວຽດນາມໄດ້ຂະຫຍາຍຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ