ວັດຮາງໃນເກາະຫຼີເຊີນຢູ່ແຂວງກວາງງ້າຍ

(VOVWORLD) -ເກາະຫຼີເຊີນແມ່ນໜຶ່ງໃນເກາະຫຼາຍແຫ່ງທີ່ມີຄວາມງາມແບບຮົກເຮື້ອຫ່າງຈາກດິນຕໍ່ແຜ່ນໃນແຂວງກວາງງ້າຍປະມານ 24 ກມໄປທາງທິດຕາເວັນອອກ

ໃນເກາະຫຼີເຊີນ ມີທິວທັດທຳມະຊາດທີ່ສວຍສົດງົດງາມ. ໃນນັ້ນມີ ວັດຮາງຊຶ່ງໄດ້ຮັບຖືວ່າ ແມ່ນຜະລິດຕະພັນປະຕິມາກຳຫີນໂດຍທຳມະຊາດໄດ້ດົນບັນດານແກ່ດິນແດນແຫ່ງນີ້.

ວັດຮາງໃນເກາະຫຼີເຊີນຢູ່ແຂວງກວາງງ້າຍ - ảnh 1

ວັດຮາງໃນເກາະຫຼີເຊີນຢູ່ແຂວງກວາງງ້າຍ

      ວັດຮາງນອນຢູ່ທາງທິດເໜືອຂອງພູເທີ້ຍເລີ້ຍໃນເກາະ, ບ່ອນທີ່ກ່ອນນີ້ ພູເຂົາໄຟໄດ້ສ້າງເປັນໜອງນ້ຳໃຫຍ່, ອັນໄດ້ເຮັດໃຫ້ທິວທັດຢູ່ແຫ່ງນີ້ເພີ່ມຄວາມງາມແບບຮົກເຮື້ອ. ວັດຮາງຫ່າງຈາກສາລາຂອງໝູ່ບ້ານອານວິ້ງບໍ່ໄກປານໃດ, ແຕ່ເສັ້ນທາງຂຶ້ນວັດແມ່ນຄົດອ້ອມພູ, ເຮັດໃຫ້ແຂກທ່ອງທ່ຽວມີຄວາມປະຫຼາດໃຈເມື່ອເຫັນຄວາມງາມຂອງທົ່ງຫຍ້າ, ເນື້ອທີສາລີແຄມທາງພ້ອມກັບທັດສະນີຍະພາບຕ່າງໆໃນໝູ່ບ້ານ. ຈາກຈອມພູ, ແຂກທ່ອງທ່ຽວລົງຂັ້ນໄດປະມານ 30 ຂັ້ນ, ກໍຈະຮອດ ວັດຮາງຊຶ່ງແມ່ນວັດໄດ້ຮັບການປຸກສ້າງໃນສະໄໝເຈົ້າຊີວິດ ເລກິ້ງຕົງ (1599 – 1618). ວັດຮາງແປວ່າ ວັດຖ້ຳ ເພາະວັດນີ້ຕັ້ງຢູ່ໃນຖ້ຳຫີນໃຫຍ່ຂອງລະບົບຖ້ຳໃນ ເກາະຫຼີເຊີນ. ບັນດາຮ່ອງຮອຍສະຖານໃນວັດນີ້ໄດ້ຢັ້ງຢືນວ່າ ບັນດາຜູ້ຄົນທຳອິດທີ່ໄດ້ອອກໄປຍັງ ເກາະຫຼີເຊີນສ້າງຕັ້ງໝູ່ບ້ານອານຫາຍ, ອານວິ້ງ ໄດ້ປຸກສ້າງວັດນີ້ຂຶ້ນ. ລຸງເຈີນວີ້ ຜູ້ເຮັດວຽກໃນວັດໃຫ້ຮູ້ວ່າ : 

    “ວັດຮາງມີມາກ່ອນນີ້ເກືອບ 400 ປີ. ໃນວັດນີ້, ທັງບູຊາພະພຸດທະເຈົ້າ, ທັງບູຊາບັນດາພະອໍລະຫັນທີ່ມີຄຸນງາມຄວາມດີໃນການສ້າງຕັ້ງໝູ່ບ້ານໃນເກາະ. ວັດນີ້ແມ່ນຄວາມໝາຍທາງດ້ານຈິດວິນຍານ, ປະຊາຊົນຈາກສາລະທິດໄດ້ພາກັນມານີ້ພາວະນາໃຫ້ຄອບຄົວຕົນເອງທຳມາຫາກິນໄດ້ດີ, ມີສຸຂະພາບແຂງແຮງ, ລູກເຕົ້າເປັນຄົນຮູ້ ”

     ເດີນວັດມີເນື້ອທີ່ກ້ວາງໃຫຍ່, ຢູ່ກາງເດີນ, ມີສະດອກບົວ ແລະ ຮູບປັ້ນເຈົ້າແມ່ກວນອິມໃຫຍ່ມຸ່ງໜ້າສູ່ທະເລ. ຢູ່ອ້ອມເດີນແມ່ນແຖວຕົ້ນຫູກວາງໃຫຍ່ທີ່ມີມານັບຮ້ອຍປີມານີ້. ຢູ່ຕໍ່ໜ້າ ວັດຮາງແມ່ນມີນ້ຳສ້າງ. ບັນດາຢາດນ້ຳຈາກນົມຜາຫີນຢູ່ປາກຖ້ຳ ຍ້ອຍລົງມາໄດ້ເຮັດໃຫ້ນ້ຳສ້າງໃສເຢັນຕະຫຼອດປີ. ເມື່ອເຂົ້າວັດ, ແຂກທ່ອງທ່ຽວຈະຮູ້ສຶກເຢັນສະບາຍ. ພິເສດ, ຢູ່ໃນວັດມີ 2 ທາງຮ່ອມສວນກັນຊຶ່ງຊາວທ້ອງຖິ່ນມີຄວາມສຳນຶກວ່າ ແມ່ນທາງຂຶ້ນຂຶ້ນສະຫວັນ ແລະ ທາງລົງຂຸມນາລົກ. ລຸງຮີງທຶກ ຊາວຕາແສງເກາະ ອານວິ້ງ ໃຫ້ຮູ້ວ່າ  : 

    “ວັດຮາງຢູ່ນີ້ຍັງມີບັນດາຮ່ອງຮອຍສະຖານຂອງຊາວຈຳປາຄື : ບັນດາຮ້ານບູຊາເຮັດດ້ວຍຫີນ. ນັ້ນກໍແມ່ນບັນດາຄວາມເປັນເອກະລັກສະເພາະຂອງວັດນີ້ ”

     ໃນໂອກາດບຸນເຂົ້າປະດັບດິນຫຼືວັນບຸນວິສາຂະບູຊາ, ວັຍໄຫວ້ບູຊາບັນດາຜູ້ສ້າງຕັ້ງໝູ່ບ້ານ, ວັນອາໄລຫາກອງກຳລັງທະຫານ ຮ່ວາງຊາ…ບັນດາການເຄື່ອນໄຫວທາງດ້ານຈິນວິນຍານເຄີຍຖືກຈັດຂຶ້ນຢູ່ບັນດາສະຖານທີ່ນີ້. ຊາວປະມົງໃນ ເກາະຫຼີເຊີນມີຄວາມສຳນຶກວ່າ ເຈົ້າແມ່ກວນອິມຍາມໃດກໍອຸ້ມຊູຊ່ວຍເຫຼືອ ແລະ ປ້ອງກັນການເດີນເຮືອທຸກຄັ້ງໃຫ້ມີຄວາມປອດໄພ. ໃນວັນນີ້, ວັດຮາງແມ່ນໜຶ່ງໃນບັນດາສະຖານທີ່ດຶງດູດແຂກທ່ອງທ່ຽວຢ່າງຫຼວງຫຼາຍ. ຕາມອ້າຍ ໂງຫຽນ ຜູ້ນຳທ່ຽວໃນເກາະຫຼີເຊີນແລ້ວ, ເກາະຫຼີເຊີນມີເນື້ອທີ່ເກືອບ 10 ຕາລາງກິໂລແມັດ, ແຕ່ມີປູຊະນີຍະສະຖານປະຫວັດສາດ, ວັດທະນະທຳຈິດວິນຍານເກືອບ 100 ແຫ່ງ, ໃນນັ້ນ, ຈຳນວນ 1/3 ແມ່ນໄດ້ຮັບໃບຢັ້ງຢືນ. ສຳລັບ, ວັດຮາງແມ່ນໄດ້ຮັບການຢັ້ງຢືນແມ່ນທັດສະນີຍະພາບລະດັບຊາດເມື່ອເດືອນກໍລະກົດປີ 1994. ຊຸມປີມໍ່ໆມານີ້, ອຳນາດການປົກຄອງເມືອງເກາະ ກໍໄດ້ຕັ້ງໜ້າລົງທຶນກໍ່ສ້າງພື້ໜຖານໂຄງລ່າງ, ບູລະນະປະຕິສັງຂອນບັນດາ ປູຊະນີຍະສະຖານ. ພ້ອມກັນນັ້ນ, ເມືອງເກາະຫຼີເຊີນກໍພວມຍືນສະເໜີຢັ້ງຢືນ ເກາະຫຼີເຊີນແມ່ນ ປູຊະນີຍະສະຖານລະດັບຊາດ. ອ້າຍ ໂງຫຽນ ຜູ້ນຳທ່ຽວໃນເກາະຫຼີເຊີນ ໃຫ້ຮູ້ວ່າ : 

    “ ການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່ານີ້ແມ່ນດີທີ່ສຸດ, ມັນຕິດພັນກັບການພັດທະນາໃນເກາະຫຼີເຊີນ. ວຽກງານນີ້ພວມສ້າງບັນດາຈຸດທີ່ພົ້ນເດັ່ນທາງດ້ານການທ່ອງທ່ຽວ, ສ້າງບັນດາຜະລິດຕະພັນຕື່ມອີກເພື່ອເຮັດໃຫ້ເກາະຫຼີເຊີນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ດູມດື່ມ ”

      ໄປຢ້ຽມຊົມທັດສະນີຍະພາບວັດ, ບັນດາພູເຂົ້າໄຟພວມນອນມິດງຽບໃນທ່າມກາງທະເລ, ຢ້ຽມຢາມ ແລະ ຊອກຮູ້ການດຳລົງຊີວິດຕົວຈິງຢູ່ບັນດາໝູ່ບ້ານຊາວປະມົງ…ນັ້ນແມ່ນສິ່ງທີ່ປະທັບໃຈ ຍາກທີ່ຈະຫຼົງລືມໄດ້ສຳລັບແຂກທ່ອງທ່ຽວຫຼາຍຄົນເມື່ອມາຢ້ຽມຢາມເກາະຫຼີເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ