ວິຫານຮຸ່ງ-ແຫ່ງເຕົ້າໂຮມບັນດາຄຸນຄ່າ ວັດທະນະທຳຈິດວິນຍານຂອງຊາດ ຫວຽດນາມ

(VOVWORLD) -ຊາດຫວຽດນາມ ມີໄລຍະປະຫວັດສາດນັບພັນປີ ດ້ວຍພະບິດາແມ່ນ ຫລາກລອງກວນ ແລະ ພະແມ່ ເອົາເກີ ເຊິ່ງແມ່ນຕົ້ນກຳເນີດຂອງວົງຄະນາຍາດຊາວ ຫວຽດນາມ ແລະ ບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ. ຍ້ອນເຫດນີ້ເອງ ກໍ່ໄດ້ສ້າງເປັນຊີວິດວັດທະນະທຳການເຫຼື້ອມໃສທີ່ເປັນເອກະລັກຂອງທັງຊາດ ຫວຽດນາມ ແລະ ປະຊາຊົນໃນທົ່ວປະເທດກໍ່ລ້ວນແຕ່ບູຊາບັນພະບູລຸດລວມ ແລະ ປູຊະນີຍະສະຖານທຸກໆແຫ່ງໃນກຸ່ມປູຊະນີຍະສະຖານວິຫານ ຮຸ່ງ ກໍ່ແມ່ນຫຼັກຖານທີ່ຈະແຈ້ງໃຫ້ແກ່ການເຫຼື້ອມໃສທີ່ເປັນເອກະລັກນີ້
ວິຫານຮຸ່ງ-ແຫ່ງເຕົ້າໂຮມບັນດາຄຸນຄ່າ ວັດທະນະທຳຈິດວິນຍານຂອງຊາດ ຫວຽດນາມ  - ảnh 1ວິຫານເທື້ອງໃນ ເຂດປູຊະນີຍະສະຖານວິຫານ ຮຸ່ງ 

ເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດວິຫານ ຮຸ່ງ ແມ່ນຕັ້ງຢູ່ບ້ານ ໂກຕິກ ຕາແສງ ຮີເກືອງ, ນະຄອນ ຫວຽດຈີ່ ເຊິ່ງແມ່ນບ່ອນບູຊາບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ. ແຕ່ປາງກີ້ປາງກ່ອນ, ດິນແດນແຫ່ງນີ້ແມ່ນສູນກາງຂອງລັດ ວັນລາງ. ວິຫານ ຮຸ່ງ ຫ່າງຈາກໃຈກາງນະຄອນ ຫວຽດຈີ່ 7 ກິໂລແມັດໄປທາງທິດເໜືອ, ຫ່າງຈາກນະຄອນຫຼວງ  ຮ່າໂນ້ຍ 80 ກິໂລແມັດ. ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ຖືກກໍ່ສ້າງເທິງຈອມພູ ເຫງຍຫຼິງ  ໃນສະໄໝເຈົ້າຊີວິດ ດິງຕຽນຮວ່າງ  (ປີ 968-979).  ຮອດສະໄໝລາດຊະວົງ ເລ ຄືໃນສະຕະວັດທີ XV ໄດ້ຮັບການກໍ່ສ້າງຢ່າງສົມບູນ ຕາມຂອບຂະໜາດຄືໃນປັດຈຸບັນ. ດ້ວຍເນື້ອທີ່ 845 ເຮັກຕາ, ໃນບໍລິເວນວິຫານ ຮຸ່ງ ກໍ່ມີ 4 ຫໍບູຊາ, 1 ວັດ, 1 ສຸສານ ແລະ ບາງກິດຈະກຳສະຖາປັດຕະຍາກຳໄດ້ຮັບການກໍ່ສ້າງຢ່າງກົມກຽວກັບທິວທັດທຳມະຊາດ ທີ່ໃຫ່ຍໂຕມະໂຫຖານຢູ່ແຫ່ງນີ້. ໃນກຸ່ມປູຊະນີຍະສະຖານວິຫານ ຮຸ່ງ ໃນປັດຈຸບັນກໍ່ມີຫໍພິພິທະພັນ ຮຸ່ງເວືອງ ເຊິ່ງວາງສະແດງຕາມຫົວເລື່ອງກ່ຽວກັບສະໄໝລາດຊະວົງ ຮຸ່ງ. ບັນດາວັດຖຸພັນທີ່ວາງສະແດງໃນຫໍພິພິທະພັນ ຈະຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບຂະບວນວິວັດແຫ່ງການກຳເນີດ,  ສ້າງຕັ້ງ ແລະ ຂະຫຍາຍຕົວຂອງລັດວັນລາງ ໃນສະໄໝເຈົ້າຊີວິດ ຮຸ່ງ ອົງຕ່າງໆ. ນາງ ຫງວຽນທິມາຍເຮືອງ ພະນັກງານພະແນກຄຸ້ມຄອງປູຊະນີຍະສະຖານ, ຫໍພິພິທະພັນ, ເຂດປູຊະນີຍະສະຖານປະຫວັດສາດວິຫານ ຮຸ່ງ ໃຫ້ຮູ້ວ່າ:

      “ບັນດາວິຫານຕັ້ງເທິງຈອມພູຮຸ່ງ, ມີວິຫານຫ້າ, ວິຫານຈຸງ, ວິຫານເທື້ອງ ເຊິ່ງແມ່ນບ່ອນບູຊາເຈົ້າຊີວິດຮຸ່ງ 18 ອົງ. ສ່ວນວິຫານຢຽງ ແມ່ນບ່ອນບູຊາລາຊະທິດາສອງພະນາງຄື ຕຽນຢຸງ ແລະ ງອກຮວາ ເຊິ່ງແມ່ນບຸດສາວຂອງເຈົ້າຊີວິດ ຮຸ່ງ ອົງທີ 18”.

      ປະຕູໂຂງຂອງວິຫານ ຮຸ່ງ ຖືກກໍ່ສ້າງບົນຈອມພູ ເຫງຍຫຼິງ ໃນປີ 1917 ມີຮູບໂຄ້ງ, ສູງ 8,5 ແມັດ ປະກອບດ້ວຍສອງຊັ້ນ ແລະ 8 ຫຼັງຄາ. ຢູ່ຊັ້ນລຸ່ມກໍ່ມີປະຕູໃຫ່ຍດ້ວຍຮູບໂຄ້ງ, ສ່ວນຊັ້ນເທິງກໍ່ມີປະຕູຮູບໂຄ້ງນ້ອຍກວ່າ,  4 ແຈຂອງຫຼັງຄາຖືກປະດັບປະດາດ້ວຍຮູບມັງກອນ,  ມີຮູບປັ້ນສິງໂຕສອງໂຕ. ເມື່ອແຂກທ່ອງທ່ຽວຂຶ້ນພູ ເຫງຍຫຼິງ, ສະຖານທີ່ທຳອິດກໍ່ແມ່ນວິຫານຫ້າ ເຊິ່ງແມ່ນບ່ອນບູຊາເຈົ້າຊີວິດຮຸ່ງ 18 ອົງ. ແລະ ກໍ່ຢູ່ວິຫານຫ້ານີ້ ກໍ່ແມ່ນບ່ອນຕິດພັນກັບເຫດການວັນທີ 18 ກັນຍາ ປີ 1954, ທ່ານ ປະທານ ໂຮ່ຈີມິນ ໄດ້ມາໂອ້ລົມກັບພະນັກງານ, ນັກຮົບກອງກຳລັງທະຫານ ຕຽນຟອງ ເພື່ອກະກຽມແກ່ການຮັບຄຸ້ມຄອງນະຄອນຫຼວງ ຮ່າໂນ້ຍ. ຢູ່ທີ່ນີ້ທ່ານ ປະທານ ໂຮ່ຈີມິນ ໄດ້ໃຫ້ຄຳສັ່ງສອນວ່າ: “ບັນດາເຈົ້າຊີວິດ ຮຸ່ງ ໄດ້ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ, ລຸງ ແລະ ພວກຫຼານຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”. ເມື່ອແຂກທ່ອງທ່ຽວຜ່ານວິຫານຫ້າ ກໍ່ຮອດວິຫານຈຸງ ເຊິ່ງແມ່ນບ່ອນຕິດພັນກັບເລື່ອງລາວຂອງເຈົ້າຊີວິດຮຸ່ງອົງທີ 6. ນາງ ຫງວຽນທິມາຍເຮືອງ ໃຫ້ຮູ້ຕື່ກອີກວ່າ: 

      “ເທິງຈອມພູແມ່ນວິຫານເທື້ອງ, ແຕ່ປາງກີ້ປາງກ່ອນຢູ່ແຫ່ງນີ້ ຊາວຫວຽດບູຮານກໍ່ເຄີຍບູຊາເທວະດາຟ້າແຖນ ແລະ ເຈົ້າເຂົ້າ. ຕາມການເລົ່າຂານກັນມາວ່າ ໃນສະໄໝລາດຊະວົງຮຸ່ງ,  ບັນດາເຈົ້າຊີວິດເຄີຍນຳຄ້ອງບ້າງຂຶ້ນເທິງພູ ເພື່ອທຳພິທີໄຫວ້ບູຊາເທວະດາຟ້າແຖນ  ພາວະນາໃຫ້ດິນຟ້າອາກາດອຳນວຍຄວາມສະດວກ, ລະດູການຜະລິດໄດ້ຮັບຜົນດີ ແລະ ຫວັງໃຫ້ປະຊາຊົນມີຄວາມອີ່ມໜຳສຳລານ ແລະ ຜາສຸກ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນພະບູລຸດ, ຄົນລຸ້ນຕໍ່ໄປກໍ່ໄດ້ກໍ່ສ້າງພະວິຫານເພື່ອບູຊາບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ,  ພ້ອມກັນນັ້ນ ກໍ່ຈັດໃຫ້ມີບັນດາພິທີກຳທີ່ສຳຄັນທີ່ສຸດ ໃນວັນໄຫວ້ບູຊາບັນພະບູລຸດຄືວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເຊິ່ງຖືກຈັດຂຶ້ນຢູ່ວິຫານເທື້ອງ ທີ່ມີຄວາມໝາຍດ້ານຈິດວິນຍານ”.

      ແຕ່ລະປີ ເຂດປູຊະນີຍະສະຖານວິຫານ ຮຸ່ງ ກໍ່ໄດ້ຕ້ອນຮັບແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດນັບ 1.000. 000 ເທື່ອຄົນມາຢ້ຽມຊົມຖວາຍດອກໄມ້ທູບທຽນບູຊາ. ສະເພາະໃນ 3 ເດືອນຕົ້ນລະດູບານໃໝ່ທີ່ຜ່ານມາ ເຂດປູຊະນີຍະສະຖານແຫ່ງນິີ້ ໄດ້ຕ້ອນຮັບແຂກທ່ອງທ່ຽວເກືອບ 8.000.000 ເທື່ອຄົນ. ພໍ່ຕູ້ ເຈິ່ນຫຼຽດແອັວງ ອາຍຸ 94 ປີ ເຊິ່ງແມ່ນນັກຮົບເກົ່າ ໄດ້ເວົ້າດ້ວຍຄວາມຕື້ນຕັນໃຈວ່າ:

      “ເມື່ອໄດ້ມາວິຫານ ຮຸ່ງ, ໄດ້ຈູດທູບໄຕ້ທຽນບູຊາບັນພະບູລຸດ, ມື້ນີ້ເບິ່ງຄືວ່າກໍ່ແມ່ນເທື່ອສຸດທ້າຍໃນຊີວິດຂອງຂ້າພະເຈົ້າທີ່ໄດ້ມາຈູບທູບໄຕ້ທຽນບູຊາ ບັນພະບູລຸດຂອງຊາດ ເຊິ່ງແມ່ນແຫ່ງໄດ້ຮັບຖືວ່າ ແມ່ນກົກເຄົ້າເຫງົ້າກໍຂອງຊາດ ຫວຽດນາມ. ຂ້າພະເຈົ້າເຫັນວ່າ ມີຫຼານນ້ອຍຫຼາຍຄົນກໍ່ໄດ້ມາວິຫານ ຮຸ່ງ, ນີ້ກໍ່ແມ່ນສິ່ງທີ່ດີ ແລະ ລຸ້ນໜຸ່ມຈະເຮັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ທີ່ໄດ້ເວົ້າວ່າ:  ບັນດາເຈົ້າຊີວິດ ຮຸ່ງ ທີ່ມີຄຸນງາມຄວາມດີໃນການກໍ່ສ້າງປະເທດຊາດ, ລຸງ ແລະ ພວກຫຼານຕ້ອງພ້ອມກັນປົກປັກຮັກສາປະເທດຊາດ”.

      ວິຫານ ຮຸ່ງ ໄດ້ຕິດພັນກັບການເຫຼື້ອມໃສໄຫວ້ບູຊາບັນດາເຈົ້າຊີວິດໃນລາດຊະວົງ ຮຸ່ງ. ນີ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸ ເປັນຕົວແທນຂອງມວນມະນຸດ ແລະ ພິທີໄຫວ້ບູຊາເຈົ້າຊີວິດ ຮຸ່ງ ໃນແຕ່ລະປີກໍ່ໄດ້ຖືກຈັດຂຶ້ນ ໃນວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ແລະ ນັບແຕ່ກ່ອນເປັນຕົ້ນມາ, ວິຫານ ຮຸ່ງ ຍາມໃດກໍ່ເປັນສັນຍາລັກທີ່ເຄົາລົບນັບຖື ແລະ ຕິດພັນກັບຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ