ສະໂມສອນຂັບແຈ່ວຢູ່ໝູ່ບ້ານຄວກໃນແຂວງທ້າຍບີງ

ໝູ່​ບ້ານ​ຄວກ​ທີ່​ຂຶ້ນ​ກັບ​ຕາ​ແສງ ຟອງ​ເຈົ​າ, ເມືອງ​ດົງ​ຮຶງ ແມ່ນ​ອູ່​ໃຫ້​ກຳ​ເນີ​ດ​ສິ​ລະ​ປະ​ຂັບ​ແຈ່ວ​ທ້າຍ​ບີງ. ເມື່ອ​ເວົ້າ​ເຖິງ​ສິ​ລະ​ປະ​ຂັບ​ແຈ່ວ​ທ້າຍ​ບີງ, ຜູ້​ນິ​ຍົມ​​ສິ​ລະ​ປະ​ຂັບ​ແຈ່ວ​​ກໍ​ເລີຍ​ເຕື້ອງ​ເຖິງ​ໝູ່​ບ້ານ​ຄວກ. ການ​ຟ້ອນ​ລຳ​ທຳ​ເພງ ແລະ ສະ​ແດງ​ລະ​ຄອນ​ແຈ່ວ​ໄດ້​ກາຍ​ເປັນ​ວິ​ຖີ​ຊີ​ວິດ​ຂອງ​ຊາວ​ບ້ານ​ຄວກ​ແຕ່​ລະ​ຄົນ. ຫຼາຍ​ຄົນ​ໃນ ໝູ່​ບ້ານ​ຄວກ​ແມ່ນ​ສິ​ລະ​ປີນ​ສັງ​ກັດ​ຄະ​ນະ​ນັກ​ສະແດງລະ​ຄອນ​ແຈ່ວ​ອາ​ຊີບ​ຢູ່​ຫວຽດ​ນາມ. ບັນ​ດາ​ນັກ​ສະແດງລະ​ຄອນ​ແຈ່ວ​ໃນໝູ່​ບ້ານ​ຄວກ​ໄດ້​ນຳ​ສິ​ລະ​ປະ​ຂັບ​ແຈ່ວ​ໄ​ປ​ສະ​ແດງຢູ່ຫຼາຍ​ປະ​ເທດ​ໃນ​ໂລກ​ເຊັ່ນ: ອາ​ເມ​ລິ​ກາ, ຝະ​ລັ່ງ, ກາ​ນາ​ດາ, ຊູ​ແອດ, ຍີ​ປຸ່ນ… ເພື່ອ​ຮັບ​ໃຊ້​ມວນ​ຊົນ. 

 ສະໂມສອນຂັບແຈ່ວຢູ່ໝູ່ບ້ານຄວກໃນແຂວງທ້າຍບີງ  - ảnh 1
ລາຍ​ການ​ສະ​ແດງ​ຂັບ​ແຈ່ວ​ຂອງສະ​ໂມ​ສອນ​ຂັບ​ແຈ່ວ​​ບ້ານ​ຄວກ

                                            ສະ​ໂມ​ສອນ​ຂັບ​ແຈ່ວ​​ບ້ານ​ຄວກໂດຍ​ແມ່ນ​ນັກ​ສິ​ລະ​ປີນ ກາວ​ທິ​ບັກ ເປັນ​ຫົວ​ໜ້າ. ສະ​ໂມ​ສອນ​ລວມ​ມີ​ສະ​ມາ​ຊິກ 16 ຄົນ ກໍ​ລ້ວນ​ແຕ່​ແມ່ນ​ຊາວ​ບ້ານ​ຄວກ, ໄດ້​ຕິດ​ພັນ​ກັບ​ສິ​ລະ​ປະ​ຂັບ​ແຈ່ວ​​ນັບ​ແຕ່​ຄາວ​ຍັງ​ນ້ອຍ, ເມື່ອ​ໃຫຍ່​ມາ ກໍ​ສືບ​ຕໍ່​ໄດ້​ຮັບ​ການ​ຖ່າຍ​ທອດ​ຈາກ​ບັນ​ດາ​ນັກ​ສິ​ລະ​ປີນ​ທີ່​ມີ​ຊື່​ສຽງ​ໃນ​ບ້ານ. ນັກ​ສິ​ລະ​ປີນ ກາວ​ທິ​ບັກ ປີນີ້ ມີ​ອາ​ຍຸ 67 ປີ ຫົວ​ໜ້າ​ສະ​ໂມ​ສອນ ໃຫ້​ຮູ້​ວ່າ : 

   “ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັງ​ພຽງ​ຢ່າງ​ດຽວວ່າ ຢາກ​ເຕົ້າ​ໂຮມລູກ​ນ້ອງ​ຂອງ​ບັນ​ດາ​ນັກ​ສິ​ລະ​ປີນ ຝຶກ​ແອບ​ນຳ​ກັນ​ເພື່ອ​ສ້າງ​ຄວາມມ່ວນ​ຊື່ນໃນ​ບ້ານ. ໃນ​ເບື່ອງ​ຕົ້ນ​ກໍ​ຄິດ​ວ່າ​ເທົ່າ​ນັ້ນ ແລະ ເຊື່ອ​ວ່າ ມັນ​ພັດ​ຂະ​ຫຍາຍ​ຕົວ​ຄື​ໃນ​ປະ​ຈຸ​ບັນ. ຊື່​ສຽງ​ຮຽງ​ນາມ​ຂອງ​ສະ​ໂມ​ສອນ​ໄດ້​ດົງ​ດັງໄປ​ໄກ, ແຂວງ​ຕ່າງໆ​ເມື່ອ​ຈັດ​ງານ​ບຸນ ຕ່າງ​ກໍ​ເຊື້ອ​ເຊີນ​ເຂົ້າ​ຮ່ວມ. ​ສິ​ລະ​ປະ​ຂັບ​ແຈ່ວ​ຂອງໝູ່​ບ້ານ​ຄວກໄດ້​ຮັບ​ຄວາມ​ນິ​ຍົມ​ຈາກຫຼາຍ​ຄົນ  ”

       ເພື່ອ​ໂຄ​ສະ​ນາ​ສິ​ລະ​ປະ​ຂັບ​ແຈ່ວ​ຂອງໝູ່​ບ້ານ​ຄວກຜ່ານ​ທາງ​ສື່​ສັງ​ຄົມ, ທາງ​ສະ​ໂມ​ສອນ​ໄດ້​ອັດ​ສຽງ, ຖ່າຍ​ທຳ​ວີ​ດີ​ໂອ​ເພື່ອ​ໂຄ​ສະ​ນາ​ທາງ​ສື່​ສັງ​ຄົມ​ ແນ​ໃສ່​ແນະ​ນຳກ່ຽວ​ກັບ ​ສິ​ລະ​ປະ​ຂັບ​ແຈ່ວ​ຢູ່ໝູ່​ບ້ານ​ຄວກ. ຕາມນັກ​ສິ​ລະ​ປີນ ກາວ​ທິ​ບັກ ແລ້ວ, ນີ້​ແມ່ນ​ວິ​ທີ​ເພື່ອ​ໃຫ້​ບັນ​ດາ​ຜູ້​ນິ​ຍົມ​ຂັບ​ແຈ່ວ ຮູ້​ຈັກ​ກ່ຽວ​ກັບສິ​ລະ​ປະ​ຂັບ​ແຈ່ວ​ຢູ່ໝູ່​ບ້ານ​ຄວກທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ຕ​າມນັ້ນແລ້ວ, ການ​ເດີນ​ທາງ​ໄປ​ສະ​ແດງ​ລະ​ຄອນ​ແຈ່ວ​ຂອງ​ສະ​ໂມ​ສອນ​ໄດ້​ເພີ່ມ​ຫຼາຍ​ຂຶ້ນ. ນັກ​ສິ​ລະ​ປີນ ກາວ​ທິ​ບັກ ກ່າວ​ວ່າ :

              “ຢູ່​ບັນ​ດາ​ທ້ອງ​ຖິ່ນ, ເມື່ອ​ງານ​ບຸນ​ປີ​ຜ່ານ​ມາ, ໄດ້​ຮັບ​ການ​ເຊື້ອ​ເຊີນ​ແລ້ວ, ຮອດງານບຸນ​ປີນີ້ ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ຕໍ່. ແຂກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ປະ​ເທດ​ກໍ​ໄປຊອກ​ຫາສະ​ໂມ​ສອນເພື່ອມາ​ແລກ​ປ່ຽນ ແລະ ຮຽນຂັບ​ແຈ່ວ. ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ​ເມື່ອ​ມີ​ແຂກ, ກໍ​ໄດ້​ໂທ​ລະ​ສັບຫາ​ພວກ​ຂ້າ​ພະ​ເຈົ້າ ໃຫ້​ກະ​ກຽມບາງ​ລາຍ​ການ​ເພື່ອ​ສະ​ແດງ ແລະ ແນະ​ນຳ​ໃຫ້​ແຂກ​ຕ່າງ​ປະ​ເທດ​ອີກ​ດ້​ວຍ. ເຖິງວ່າ ຊາວ​ຕ່າງ​ປະ​ເທດບໍ່​ຮູ້​ພາ​ສາ​ຫວຽດ​ກໍ​ຕາມ, ແຕ່​ກໍ​ສາ​ມາດ​ແອບ​ຂັບ​ຮ້ອງ​ໄດ້. ”

         ກໍ​ເຊັ່ນ​ດຽວ​ກັນ​ກັບນັກ​ສິ​ລະ​ປີນ ກາວ​ທິ​ບັກ, ລຸງ ວູ້​ເລ​ເຍີມ ຮອງ​ຫົວ​ໜ້າສະ​ໂມ​ສອນ​ຂັບ​ແຈ່ວ​ຢູ່ໝູ່​ບ້ານ​ຄວກ ກໍ​ມີ​ຄວາມ​ເມົາ​ມົວ​ກັບ​ສິ​ລະ​ປະ​ຂັບ​ແຈ່ວ​. ລຸງ ວູ້​ເລ​ເຍີມ ເວົ້າ​ວ່າ : 

   “ ອ້າຍ​ເອື້ອຍ​ນ້ອງ​ທຸກ​ຄົນ​ໃນ​ສະ​ໂມ​ສອນ ຕ່າ​ງ​ກໍ​ເຮັດ​ກະ​ສີ​ກຳ, ມີ​ບາງ​ຄົນ​ກໍ​ປະ​ກອບ​ອາ​ຊີບ​ຄ້າ​ຂາຍ. ເມື່ອ​ມີ​ລາຍ​ການ, ພຽງ​ແຕ່​ຕ້ອງ​ໂທ​ລະ​ສັບ​ໃຫ້​ກັນ ເພື່ອ​ເປັນ​ເອ​ກະ​ພາບ​ດ້ານ​ເນື້ອ​ໃນ​ຂອງ​ລາຍ​ການ ກໍ​ຄື​ການ​ຝຶກ​ແອບ​ເພື່ອ​ກະ​ກຽມ​ໄປ​ສະ​ແດງ. ທຸກໆ​ຄົນ​ໃນ​ສະ​ໂມ​ສອນ​ຍາມ​ໃດ​ກໍ​ກຽມ​ພ້ອມ, ຖ້າ​ຫາກ​ໄດ້​ຮັບ​ຄຳ​ເຊີນ ກໍ​ໄປ​ໂລດ ”

    ສ່ວນ​ປ້າ ແກັວກທິ​ທູ ກໍ​ເປັນ​ສະ​ມາ​ຊິກ​ໃນ​ສະ​ໂມ​ສອນ, ມີ​ຄວາມຊົມ​ຊອບສິ​ລະ​ປະ​ຂັບ​ແຈ່ວ​ນັບ​ແຕ່​ຄາວຍັງ​ນ້ອຍ, ແຕ່​ຫາ​ກໍ​ໄດ້​ເຂົ້າ​ຮ່ວມ​ສະ​ໂມສອ​ນ ນັບ​ແຕ່​ເມື​ອ່​ລູກ​ເຕົ້າ​ໄດ້​ຮຽນ​ຈົບ ແລະ ໄປ​ເຮັດ​ວຽກ​ແລ້ວ. ປ້າ ແກັວກທິ​ທູ ເວົ້າ​ວ່າ : 

    “ ຈາກ​ຄວາມ​ເມົາ​ມົວ​ກັບສິ​ລະ​ປະ​ຂັບ​ແຈ່ວ​, ຂ້າ​ພະ​ເຈົ້າ​ໄດ້​ຕິ​ດພັນກັບ ​ສິ​ລະ​ປະ​ຂັບ​ແຈ່ວ​ມາ​ຮອດ​ປະ​ຈຸ​ບັນ, ຂະ​ນະ​ທີ່​ອາ​ຍຸ​ໄດ້​ສູງ​ແລ້ວ. ເພື່ອ​ຮັກ​ສາສິ​ລະ​ປະ​ຂັບ​ແຈ່ວ​ທ້າຍ​ບີງ, ຂ້າ​ພະ​ເຈົ້າໄດ້​ສອນ ແລະ ຖ່າຍ​ທອດ​ວິ​ທີ​ຂັບ​ແຈ່ວ​ໃຫ້​ລູກຫຼານ​ເພື່ອ​ຮັກ​ສາສິ​ລະ​ປະ​ຂັບ​ແຈ່ວ​ຂອງ ໝູ່​ບ້ານ​ຄວກ ເພາະ​ວ່າ ນີ້​ແມ່ນ​ສີ​ສັນ​ຊາດ”

     ໃນ​ທ່າມ​ກາງ​ຄວາມຫຍຸ້ງ​ຍາກ​ນາໆ​ປະ​ການ​ໃນ​ຊີ​ວິດ​ປະ​ຈຳ​ວັນ, ບັນ​ດາ​ນັກ​ສິ​ລະ​ປີນ​ໃນ ໝູ່​ບ້ານ​ຄວກ ໄດ້​ພະ​ຍາ​ຍາມ​ສະຫຼະ​ເວ​ລາ ທັງ​ເຮັດ​ກະ​ສີ​ກຳ, ທັງ​ແອບ​ຂັບ​ແຈ່ວ​ເພື່ອ​ຮັກ​ສາ​ປະ​ເພດ​ສິ​ລະ​ປະ​ໂດຍ​ລຸ່ນ​ປູ່​ລຸ່ນ​ພໍ່​ປະ​ໄວ້​ໃຫ້. ໃນ​ບັນ​ຍາ​ກາດ​ທີ່​ສະ​ຫງົບ​ງຽບ​ໃນໝູ່​ບ້ານ​ຄວກ​ທີ່​ແຂວງ​ທ້າຍ​ບີງ, ສຽງ​ຂັບ​ແຈ່ວ​ປະ​ສານ​ກັບ​ສຽງ​ລໍ ດັງ​ກ້ອງ​ກັນ​ວານ​ໄປ​ທົ່ວ​ໝູ່​ບ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ