ສະໜາມຫຼວງບາດິ່ງ, ຂີດໝາຍປະຫວັດສາດຂອງຊາດຫວຽດນາມ

(VOVWORLD) -ສະໜາມຫຼວງ ບາດິ່ງ ແມ່ນສະໜາມຫຼວງໃຫ່ຍທີ່ສຸດ ຢູ່ຫວຽດນາມ, ຖືກຕັ້ງບົນຖະໜົນ ຮຸ່ງເວືອງ ແລະ ຢູ່ມໍ່ກັບສຸສານ ປະທານ ໂຮ່ຈີມິນ. ນີ້ແມ່ນສະຖານທີ່ ຍັງຮັກສາບັນດາຂີດໝາຍ, ເຫດການທີ່ສຳຄັນຍິ່ງ ຂອງຊາດຫວຽດນາມ, ພິເສດ ໃນວັນທີ 2 ກັນຍາປີ 1945 ຢູ່ສະໜາມຫຼວງນີ້, ປະທານ ໂຮ່ຈີມິນ ໄດ້ກ່າວຖະແຫຼງການ ປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ.
ສະໜາມຫຼວງບາດິ່ງ, ຂີດໝາຍປະຫວັດສາດຂອງຊາດຫວຽດນາມ - ảnh 1 ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ

ສະໜາມຫຼວງ ບາດິ່ງ ຖືກຕັ້ງຢູ່ທາງທິດຕາເວັນຕົກ ຂອງກຳແພງເກົ່າ ຮ່າໂນ້ຍ. ມາຮອດຕົ້ນສະຕະວັດທີ 20, ບໍລິເວນນີ້ ແມ່ນເນື້ອທີດິນປະລະຮົກເຮື້ອ. ຊາວຝລັງ ໄດ້ໃຫ້ກໍ່ສ້າງສວນດອກໄມ້ຢູ່ທີ່ນີ້ໂດຍໃສ່ຊື່ວ່າ Puginier . ຢູ່ອ້ອມແອ້ມສ່ວນດອກໄມ້ນີ້ ກໍ່ມີບາງກິດຈະກຳ ສຳນັກງານ, ເຮືອນວິນລາ ຖືກປຸກສ້າງຂຶ້ນ. ໜຶ່ງໃນບັນດາກິດຈະກຳຖືກປຸກສ້າງ ກ່ອນໝູ່ແມ່ນທຳນຽບຜູ້ວ່າການອິນດູຈີນ, ໄລຍະຕໍ່ໄປ ໄດ້ກາຍເປັນ ສຳນັກງານປະທານປະເທດ. ໄລຍະຕໍ່ມາກໍ່ໄດ້ໃຫ້ປຸກສ້າງບັນດາກິດຈະກຳທີ່ສຳຄັນອື່ນໆອີກເຊັ່ນ ໂຮງຮຽນອານແບນສະໂຣ (1919), ປັດຈຸບັນ ແມ່ນສຳນັກງານສູນກາງພັກ ແລະ ພະແນກການເງິນ (1925) ປັດຈຸແມ່ນສຳນັກງານ ກະຊວງການຕ່າງປະເທດ. ຊື່ສະໜາມຫຼວງ ບາດິ່ງ ໂດຍແມ່ນທ່ານໝໍ ເຈິນວັນລາຍ ຜູ້ດຳລົງຕຳແໜ່ງເຈົ້າຄອງນະຄອນ ແຕ່ວັນທີ 20 ກໍລະກົດ ຫາວັນທີ 19 ສິງຫາ ປີ 1945 ໄດ້ຕັ້ງຊື່ໃຫ້. ເດືອນສິງຫາ ປີ 1945, ການລຸກຮື້ຂຶ້ນດ້ວຍຂອບຂະໜາດໃຫ່ຍ ເພື່ອຍຶດເອົາອຳນາດການປົກຄອງ ມາໃຫ້ປະຊາຊົນຂອງກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນ. ການປະຕິວັດເດືອນ ສິງຫາ ໄດ້ຮັບຜົນສຳເລັດ ອັນໄດ້ທັບມ້າງລະບອບ ກົດຂີ່ຂູດຮິດທີ່ແກ່ຍາວນັບ 1000 ປີຂອງລະບອບສັກດີນາ, ລົບລ້າງແອກຄອບຄອງ ຂອງລາເມືອງຂຶ້ນ ຝລັງ ແລະ ຟາດຊິດ ຍີ່ປຸ່ນ, ປະຊາຊົນຫວຽດນາມ ຈາກຖານະເປັນຂ້າທາດ ໄດ້ບືນຕົວຂຶ້ນກາຍເປັນ ບັນດາຜູ້ເປັນເຈົ້າຂອງປະເທດຊາດ, ສາມາດຕັດສິນຊາຕາກຳຂອງຊາດຕົນເອງ ໂດຍພາຍໃຕ້ການຊີ້ນຳ ນຳພາຂອງພັກ ແລະ ປະທານ ໂຮ່ຈີມິນ. ມີສະຖານທີ່ຫຼາຍແຫ່ງ ໄດ້ຖືກຍົກອອກມາ ເພື່ອເລືອກເອົາເປັນສະຖານທີ່ເພື່ອດຳເນີນພິທີປະກາດເອກະລາດ, ເຫດການທີ່ສຳຄັນຍິ່ງ, ແລະ ສຸດທ້າຍກໍ່ໄດ້ເລືອກເອົາໜາມຫຼວງ ບາດິ່ງ. ນັກຄົ້ນຄວ້າປະຫວັດສາດ ເຢືອງຈຸງກ໋ວກ ໃຫ້ຮູ້ວ່າ :

      “ຄາວນັ້ນ ປະທານ ໂຮ່ຈີມິນ ໄດ້ເລືອກເອົາສະໜາມຫຼວງ ບາດິ່ງ ເພື່ອກ່າວ ຖະແຫຼງການປະກາດເອກະລາດ ເພາະວ່າ  ປະທານ ໂຮ່ຈີມິນ ຢາກສົ່ງສານບໍ່ພຽງແຕ່ ສຳລັບຊາດຫວຽດນາມເທົ່ານັ້ນ ຫາກຍັງທົ່ວໂລກອີກດ້ວຍ. ໃນເນື້ອໃນຂອງຖະແຫຼງການປະກາດເອກະລາດ, ຢູ່ຕອນທ້າຍ, ປະທານໂຮ່ຈີມິນ ໄດ້ຢັ້ງຢືນສິດເອກະລາດຂອງຊາດຫວຽດນາມໂດຍແມ່ນຊາດຫວຽດນາມຍາດເອົາຄືນໄດ້, ສອດຄ່ອງກັບຫຼັກມູນຂອງມວນມະນຸດ. ນັ້ນແມ່ນປະກົດການຕົວຈິງທີ່ບໍ່ອາດຕ່າວປີ້ນໄດ້”.

     ວັນທີ 2 ກັນຍາ ປີ 1945 ຢູ່ທຸກຫົນແຫ່ງ ໃນນະຄອນຫຼວງ ຮ່າໂນ້ຍ ກໍ່ລ້ວນແຕ່ແຂວນທຸງແດງດາວຄຳ ປະດັບປະດາດ້ວຍດອກໄມ້ ແລະ ປ້າຍຄຳຂວັນເພື່ອຄຳນັບຮັບຕ້ອນ ເຫດການທີ່ສຳຄັນຍິ່ງ ຂອງຊາດຫວຽດນາມ. ໃນເວລາ 14 ໂມງ ຕອນບ່າຍ, ປະທານ ໂຮ່ຈີມິນ ໄດ້ກ້າວຂຶ້ນເວທີກຽດຕິຍົດ ດ້ວຍຖະນາເປັນ ປະທານລັດຖະບານຊົວຄາວ. ຕໍ່ໜ້າພໍ່ແມ່ພີ່ນ້ອງຮ່ວມຊາດ ແລະ ປະຊາຊົນໃນໂລກ,  ປະທານ ໂຮ່ຈີມິນ ໄດ້ຖະແຫຼງວ່າ: “ປະເທດຫວຽດນາມ ມີສິດໄດ້ຮັບອິດສະລະພາບ ແລະ ເອກະລາດ ແລະ ໃນຕົວຈິງ ໄດ້ກາຍເປັນປະເທດທີ່ມີເສລີພາບ ແລະ ເອກະລາດ. ທັງຊາດຫວຽດນາມຕັດສິນໃຈນຳເອົານ້ຳໃຈ ແລະ ກຳລັງ, ຊີວິດອິນຊີ ແລະ ຊັບສິນທັງໝົດ, ເພື່ອປົກປັກຮັກສາສິດເສລີພາບ ແລະ ເອກະລາດນັ້ນ”. ນັກຄົ້ນຄ້ວາປະຫວັດສາດ ເຢືອງຈຸງກ໋ວກ ໃຫ້ຮູ້ອີກວ່າ: 

      “ການສະແດງກຳລັງໃນຄາວນັ້ນ ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນ ເຈດຈຳນົງຂອງຜູ້ນຳເທົ່ານັ້ນ ຫາກຍັງໄດ້ສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ ຢ່າງສູງຂອງປະຊາຊົນ. ປະທານ ໂຮ່ຈີມິນ ໄດ້ເລືອກເອົາວັນທີ 2 ກັນຍາ ເພາະວ່າມື້ນັ້ນແມ່ນວັນອາທິດ, ກໍ່ສາມາດປຸກລະດົມມະຫາຊົນໄດ້ຢ່າງຫຼວງຫຼາຍ. ບໍລິເວນສະໜາມຫຼວງບາດິ່ງ ໃນຄາວນັ້ນ ໄດ້ກາຍເປັນເວທີກຽດຕິຍົດ ທີ່ເຄັ່ງຂຶມ ແລະ ໄດ້ເຕົ່າໂຮມຈິດໃຈຂອງປະຊາຊົນເຂົ້າໃນພື້ນຖານເອກະລາດ ຂອງປະເທດຊາດ”

     30 ປີໄດ້ຜ່ານພົ້ນໄປ ນັບຕັ້ງແຕ່ພິທີປະກາດເອກະລາດ ເມື່ອວັນທີ 2 ກັນຍາ ປີ 1945, ສະໜາມຫຼວງ ບາດິ່ງ ຍັງຄົງຮັກສາຄຸນຄ່າ ປະຫວັດສາດ ວັດທະນະທຳເໝືອນເດີມ. ສະໜາມຫຼວງ ບາດິ່ງ ຍັງຄົງແມ່ນສູນກາງການເມືອງ-ວັດທະນະທຳ ແມ່ນສະຖານທີ່ດຳເນີນເຫດການທີ່ສຳຄັນຍິ່ງ ຂອງປະເທດຊາດ. ແລະ ນີ້ກໍ່ແມ່ນສະຖານທີ່ໄດ້ວາງແຜນຜັງ, ທັດຊະນີຍະພາບ ແລະ ກຸ່ມສະຖາປັດຕະຍາກຳ ທີ່ສ່ວຍງາມກວ່າໝູ່ຢູ່ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ