ສາລາລາກທິ-ຂີດໝາຍປະຫວັດສາດທີ່ຫງ່າອົງອາດຂອງດິນແດນທັງລອງ.

(VOVWORLD) -ສາລາລາກທິແມ່ນໜຶ່ງໃນບັນດາສາລາທີ່ເກົ່າແກ່ຢູ່ດິນແດນທັງລອງ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນ ປີ. ສາລາແຫ່ງນີ້ໄດ້ຕິດພັນກັບຊື່ສຽງຮຽງນາມຂອງນາຍພົນ ໂຕຫຽນແທັ່ງ ເຊິ່ງແມ່ນເຈົ້າເສນາທີ່ມີຈິດໃຈຊື່ຕົງ ທ່ຽງທຳ ແລະ ມີຄຸນງາມຄວາມດີໃນການຕີສັດຕູສ້າງຄວາມສະຫງົບໃນພະລາດຊະວັງໃນຊຸມປີທ້າຍ ສະຕະວັດທີ XI ແລະ ຕົ້ນສະຕະວັດທີ XII
  ສາລາລາກທິ-ຂີດໝາຍປະຫວັດສາດທີ່ຫງ່າອົງອາດຂອງດິນແດນທັງລອງ.  - ảnh 1 ສາລາ ລາກທິ

ສາລາລາກທິ ຂຶ້ນກັບບ້ານ ລາກທິ, ຕາແສງ ງອັກໂຮ່ຍ ເມືອງ ແທັງຈີ. ສາລາແຫ່ງນີ້ແມ່ນບູຊານາຍພົນ ໂຕຫຽນແທັ່ງ ເຊິ່ງແມ່ນຜູ້ທີ່ມີຄວາມເກັ່ງກ້າສາມາດ, ມີຈິດໃຈທ່ຽງທຳຊື່ຕົງ ແລະ ສຸດຈິດສຸດໃຈໃນການເປັນທີ່ປຶກສາ ແລະ ຊ່ວຍວຽກໃຫ້ເຈົ້າຊີວິດທີ່ໜຸ່ມນ້ອຍ ຫຼີກາວຕົງ ເພື່ອຕີສັດຕູ, ຮັກສາລະບຽບວິໄນຢູ່ພາຍໃນພະລາດຊະວັງ. ພັນລະຍາຂອງເພິ່ນແມ່ນນາງ ຫຼ້າທິຢຸງ ແມ່ນຊາວບ້ານລາກທິ. ໂດຍໄດ້ສະແດງຄວາມຮູ້ບຸນຄຸນ ແລະ ນິຍົມນັບຖືຕໍ່ຄຸນງາມຄວາມດີຂອງທັງສອງຜົວເມຍນາຍພົນ ໂຕຫຽນແທັ່ງ, ຊາວບ້ານໄດ້ບູຊາທັງສອງ ແລະ ນັບຖືເປັນພະອໍລະຫັນ. ສາລາລາກທິໄດ້ຮັບການປຸກສ້າງໃນສະຕະວັດທີ XVII ບົນໂນນສູງໜ່ວຍໜຶ່ງໃນໝູ່ບ້ານ. ສາລາລາກທິໄດ້ຕິດພັນກັບວິລະກຳຂອງກອງທັບ ແລະ ປະຊາຊົນ ໂດຍເຈົ້າຊີວິດ ກວາງຈຸງ ເປັນຜູ້ບັນຊາ ໄດ້ຕີຂັບໄລ່ພວກທະຫານຊິງ. ປີ 1789, ຂະນະທີ່ກອງກຳລັງທະຫານໄຕເຊີນ ໄດ້ເຄື່ອນທັບຂຶ້ນສູ່ພາກເໜືອເພື່ອຕີພວກທະຫານຊິງ ເຊິ່ງແມ່ນສັດຕູມາທາງທິດເໜືອ, ສາລາລາກທິໄດ້ກາຍເປັນໜຶ່ງໃນບັນດາສະຖານທີ່ເຕົ້າໂຮມຂອງກອງກຳລັງທະຫານ ເພື່ອຕີທັບມ້າງປ້ອມ ງອັກໂຮ່ຍ. ເຈົ້າຊີວິດ ກວາງຈຸງ ໄດ້ຂີ່ຊ້າງ ແລະ ເປັນຜູ້ບັນຊາກອງທະຫານສະຫຼະຊີບ, ດ້ວຍບັນດາໄມ້ແປ້ນຖືກມັດດ້ວຍເຟືອງຊຶມນ້ຳ ເພື່ອໃຊ້ເປັນກຳບັງບຸກໂຈມຕີເຂົ້າປ້ອມຂອງສັດຕູ. ພວກທະຫານຊິງ ໄດ້ຕົກສະທ້ານຢ້ານກວາແລ່ນໜີ ແລະ ຢຽບກັນຕາຍ. ພວກນາຍພົນຂອງສັດຕູຫຼາຍຄົນກໍ່ລ້ວນແຕ່ຖືກເສຍຊີວິດ. ກອງກຳລັງທະຫານໄຕເຊີນ ດ້ວຍໄຊຊະນະຢູ່ປ້ອມດັ່ງກ່າວໄດ້ບຸກເຂົ້າ ເຄືອງເທື້ອງ, ດົງດາ ເພື່ອປົດປ່ອຍ ກຸງທັງລອງໃນຕອນບ່າຍວັນທີ 5 ຂອງບຸນເຕັດ. ໃນໄລຍະຕໍ່ຕ້ານ ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມລິກາ, ສາລາແຫ່ງນີ້ໄດ້ກາຍເປັນບ່ອນຫລົບຕົວຂອງພະນັກງານ ແລະ ເປັນບ່ອນເກັບມ້ຽນອາວຸດ ເຄື່ອງນຸ່ງທະຫານຂອງກົມກອງລູກສອນໄຟ ເພື່ອປ້ອງກັນເຂດທາງທິດໃຕ້ຂອງນະຄອນຫຼວງ ຮ່າໂນ້ຍ.  ທ່ານ ຫງວຽນຮິວຕ່າຍ ຜູ້ນຳຕາແສງ ງອັກໂຮ່ຍ ແບ່ງປັນວ່າ:

      “ກຸ່ມປູຊະນີຍະສະຖານສາລາລາກທິ ໄດ້ຖືກຈັດອັນດັບແມ່ນປູຊະນີຍະສະຖານລະດັບຊາດ. ໃນເອກະສານຂອງເມືອງກໍ່ໄດ້ຊີ້ໃຫ້ເຫັນແຈ້ງວ່າ ນີ້ແມ່ນກິດຈະກຳທີ່ມີມູນເຊື້ອຮັກຊາດຂອງດິນແດນແຫ່ງນີ້. ສຳລັບຕາແສງ ງອັກໂຮ່ຍ, ພວກຂ້າພະເຈົ້າກໍ່ໄດ້ມີການໂຄສະນາເຜີຍແຜ່ ເພື່ອໃຫ້ຄົນລຸ້ນໜຸ່ມສາມາດເຂົ້າໃຈກ່ຽວກັບມູນເຊື້ອຂອງຊາດ ກໍ່ຄືມູນເຊື້ອປະຕິວັດຂອງທ້ອງຖິ່ນ”.

      ສະຖາປັດຕະຍະກຳຂອງສາລາກໍ່ປະກອບດ້ວບປະຕູໂຂງ, ນ້ຳສ້າງ, ຫໍບູຊາ. ປະຕູໂຂງຖືກກໍ່ສ້າງດ້ວຍ 4 ເສົາຄ້ຳດ້ວຍປະຕູໃຫ່ຍຢູ່ກາງ ແລະ ສອງປະຕູນ້ອຍຢູ່ສອງເບື້ອງ. ເມື່ອຍ່າງຜ່ານປະຕູໂຂງຜູ້ຄົນທັງຫຼາຍກໍ່ເຫັນນ້ຳສ້າງໃຫ່ຍ, ຢູ່ເຄິ່ງກາງກໍ່ມີດອນນ້ອຍປູກຕົ້ນໄມ້ປະດັບ. ຢູ່ໃນຫໍບູຊາກໍ່ຖືກປະດັບປະດາດ້ວຍການແກະຄວັດສະຫຼັກຢ່າງລະອຽດອ່ອນ ດ້ວຍຮູບມັງກອນ, ນົກອິນຊີ, ຕົ້ນຄາຍ… ຢູ່ໃນຫໍບູຊາກໍ່ມີບັນລັງຫຼາຍໜ່ວຍພ້ອມກັບຮູບປັ້ນ, ຮູບແກະຄວັດສະຫຼັກ,… ໃນຊຸມປີທີ່ຜ່ານມາໂດຍໄດ້ຮັບຄວາມເອົາໃຈໃສ່ຂອງນະຄອນ ແລະ ເມືອງ ແທັງຈີ ພ້ອມກັບການແຜ່ບໍລິຈາກເງິນຂອງປະຊາຊົນຜູ້ມີຈິດໃຈສັດທາໃນເຂດ, ສາລາລາກທິໄດ້ຮັບການກໍ່ສ້າງຢ່າງໃຫ່ຍໂຕໂອຖົງ ແລະ ໄດ້ກາຍເປັນສະຖານທີ່ດຳເນີນຊີວິດເຫຼື້ອມໃສວັດທະນະທຳຂອງປະຊາຊົນຢູ່ຕາແສງ ງອັກໂຮ່ຍ  ແລະ ຕາແສງອ້ອມຂ້າງ. ການເອົາໃຈໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາປູຊະນີຍະສະຖານປະຫວັດສາດ ວັດທະນະທຳໃນບໍລິເວນ ກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກຄະນະພັກອຳນາດການປົກຄອງ ທ້ອງຖິ່ນ. ທ່ານ ຫງວຽນງອັກກຽນ ປະທານຄະນະກຳມະການປະຊາຊົນຕາແສງ ງອັກໂຮ່ຍ ໃຫ້ຮູ້ວ່າ:

      “ເພື່ອອະນຸລັກຮັກສາປູຊະນີຍະສະຖານປະຫວັດສາດລະດັບຊາດ ສາລາລາກທິ, ພວກຂ້າພະເຈົ້າກໍ່ພ້ອມກັບສະມາຄົມພຸດທະສາສະໜາ, ບັນດາຄະນະອະທິການວັດ, ຄະນະປົກຄອງບ້ານຕ່າງໆໄດ້ເບິ່ງແຍງ ແລະ ອະນຸລັກບູລະນະປະຕິສັງຂອນກິດຈະກຳນີ້. ເມື່ອບູລະນະປະຕິສັງຂອນໃນແຕ່ລະເທື່ອ, ທາງທ້ອງຖິ່ນກໍ່ລ້ວນແຕ່ໄດ້ຮັບຄວາມເຫັນດີເຫັນພ້ອມຈາກປະຊາຊົນ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ເພື່ອອະນຸລັກບັນດາຈຸດວັດທະນະທຳຂອງສາລາ”.

     ປັດຈຸບັນ, ສາລາລາກທິຍັງເກັບຮັກສາ 15 ພະລາຊະດຳລັດປະດັບຍົດນັບແຕ່ສະໄໝເຈົ້າຊີວິດ ເລຈຸງຮຶງ ຫາທ້າຍສະໄໝລາດຊະວົງ ຫງວຽນ ພ້ອມດ້ວຍຄຳພະຫຍາ, ຄຳກອນຫຼາຍແຜ່ນ. ກຸ່ມວັດ - ສາລາລາກທິແມ່ນສະຖາປັດຕະຍາກຳທີ່ກົມກຽວມີສີສັນ, ແມ່ນສະຖາປັດຕະຍະກຳໃນສະໄໝລາດຊະວົງເລ, ລາດສະວົງ ຫງວຽນ. ສາລາໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານປະຫວັດສາດ ວັດທະນະທຳໃນປີ 1990.

ຕອບກັບ

ຂ່າວ/ບົດ​ອື່ນ