ສາລາເທື້ອງກຸງ - ປູຊະນີຍະສະຖານລະດັບຊາດ

(VOVWORLD) -ສາລາເທື້ອງກຸງ ແມ່ນໜຶ່ງໃນຈຳນວນໜ້ອຍບັນດາສາລາເກົ່າແກ່ ທີ່ຍັງຄົງຕົວຈົນຮອດວັນນີ້. ສາລາເທື້ອງກຸງ ຕັ້ງຢູ່ບ້ານເທື້ອງກຸງ, ຕາແສງ ຕ່ຽນຟອງ ເມືອງ ເທື້ອງຕີ໋ນ, ຮ່າໂນ້ຍ. ສາລາແຫ່ງນີ້ມີອາຍຸເກືອບ 400 ປີ ໃນສາລາແມ່ນເຕັມໄປດ້ວຍຄຸນຄ່າວັດທະນະທຳປະຫວັດສາດ ແລະ ໄດ້ຮັບໃບຢັ້ງຢືນ ແມ່ນປູຊະນີຍະສະຖານລະດັບຊາດຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ເມື່ອວັນທີ 3 ສິງຫາ ປີ 1991.
ສາລາເທື້ອງກຸງ - ປູຊະນີຍະສະຖານລະດັບຊາດ - ảnh 1ສາລາຂອງໝູ່ບ້ານ ເທື້ອງກຸງ 

ບ້ານເທື້ອງກຸງ ຫ່າງຈາກໃຈກາງ ຮ່າໂນ້ຍ ປະມານ 15 ກິໂລແມັດໄປທາງທິດໃຕ້. ສາລາຂອງໝູ່ບ້ານ ເທື້ອງກຸງ ຖືກກໍ່ສ້າງໃນຕົ້ນສະຕະວັດທີ XVII, ຕັ້ງບົນເນື້ອດິນກວ້າງໃນບໍລິເວນບ້ານ ເທື້ອງກຸງ, ແຄມແມ່ນ້ຳ ເຫຍ້. ສາລາແຫ່ງນີ້ຖືກອອກແບບດ້ວຍການມຸ່ງໜ້າສູ່ທິດເໜືອ. ສາລາເທື້ອງກຸງ ແມ່ນກິດຈະກຳສະຖາປັດຕະຍາກຳສິລະປະ ປະຕິມາກຳສາລາບ້ານໃນສະໄໝລາດສະວົງເລ ທີ່ຍັງໄດ້ຮັບການຮັກສາໄວ້ເໝືອນເດີມ ສາລາປະກອບດ້ວຍສາມຫ້ອງ ໃນນັ້ນມີສອງຫ້ອງໃຫ່ຍຢູ່ຕາມສອງເບື້ອງ. ບັນດາເສົາຂອງສາລາຖືກເຮັດດ້ວຍໄມ້ກະຈະ ແລະ ກໍ່ລ້ວນແຕ່ຖືກຕັ້ງບົນຫີນ. ວິທີປະດັບປະດາບັນດາລວດລາຍ, ການແກະຄັວດສະລັກທີ່ລະອຽດອ່ອນດ້ວຍບັນດາຮູບມັງກອນ, ນົກອິນຊີ, ສັດທີ່ສັກສິດ, ໃບໄມ້, ດອກໄມ້, ເມກ ແລະ ພິເສດແມ່ນຮູບຂອງມະນຸດ.  ປັດຈຸບັນສາລາເທື້ອງກຸງ ໄດ້ຮັບການເປີດກວ້າງຕື່ມອີກ ພ້ອມກັບການດຳລົງຊີວິດວົງຄະນາຍາດ ທ່ານ ຟ້າມວັນຍ່າງ ຜູ້ເບິ່ງແຍງຢູ່ສາລາເທື້ອງກຸງໃຫ້ຮູ້ວ່າ:

“ສາລາເທື້ອງກຸງໄດ້ຮັບການກໍ່ສ້າງນັບແຕ່ 1637, ປີ 1687 ກໍ່ຖືກບູລະນະຄືນ, ມາຮອດປີ 1864 ກໍ່ຖືກບູລະນະປະຕິສັງຂອນຄືນໃໝ່ ແລະ ມາຮອດປີ 2004 ກໍ່ໄດ້ຮັບການບູລະນະປະຕິສັງຂອນອີກຄັ້ງໜຶ່ງ. ສາລາຖືກບູລະນະປະຕິສັງຂອນແຕ່ກໍ່ຍັງຄົງເຮັດຕາມສະຖານປັດຕະຍາກຳທີ່ເກົ່າແກ່. ວັດຖຸພັນໃນສາລາກໍ່ຍັງຄົງຖືກເກັບຮັກສາດ້ວຍດ້າບສາມອັນ, ນົກຫົງໃຫຍ່ສອງໂຕ, ພະລາຊະດຳລັດປະດັບຍົດ, ຮູບແກະຄວັດສະລັກຄູ່ມັງກອນເຝົ້າເດືອນເຮັດດ້ວຍໄມ້ອັນປະເສີດ…”.

ຕາມເລື່ອງລາວພື້ນເມືອງທີ່ເລົ່າຂານກັນມາວ່າ ໃນສາລາເທື້ອງກຸງ ກໍ່ບູຊາບັນດາພະອໍລະຫັນ. ນັ້ນແມ່ນ ສາມນາຍພົນທີ່ມີຄຸນງາມຄວາມດີໃນການຊ່ວຍເຈົ້າຊີວິດຕີຂັບໄລ່ສັດຕູຜູ້ຮຸກຮານ, ເມື່ອໄດ້ຮັບໄຊຊະນະ, ບົນເສັ້ນທາງກັບເມືອທັງລອງ, ສາມນາຍພົນກໍ່ໄດ້ແວ່ຢາມບ້ານເກີດເມືອງນອນ. ຢູ່ບ້ານເກີດເມືອງນອນ, ສາມນາຍພົນໄດ້ປ່ຽນໂຕເປັນພະອໍລະຫັນ, ໄດ້ຮັບການເຊີດຊູຈາກຊາວບ້ານ ແລະ ເຂົາເຈົ້າກໍ່ໄດ້ໄຫວບູຊາອາໄລຫາ. ປ້າ ເຢືອງທິຮຸຍ ຜູ້ອາຍຸສູງໃນບ້ານ ເທື້ອງກຸງ ເລົ່າສູ່ຟັງວ່າ:

 “ຕາມເລື່ອງລາວເລົ່າຂານກັນມາວ່າ ສາມນາຍພົນກໍ່ແມ່ນຜູ້ມີຄວາມເກັ່ງກ້າສາມາດ. ສາມນາຍພົນກໍ່ຖືກເຈົ້າຊີວິດຮຽກໄປຕີພວກຈຽມແທັ່ງ. ສາມນາຍພົນໄດ້ເດີນທາງໄປຍັງພາກກາງ, ໄປຮອດໃສກໍ່ລ້ວນແຕ່ສ້າງວິລະກຳ ແລະ ຢູ່ຫັນຊາວບ້ານກໍ່ໄດ້ຕັ້ງວິຫານເພື່ອບູຊາ, ດັ່ງນັ້ນກໍ່ມີວິຫານເຖິງ 72 ແຫ່ງເພື່ອບູຊາ ຈາກບ້ານ ເທື້ອງກຸງ ລົງຮອດບັນດາແຂວງ ນາມດິ້ງ, ແທັງຮວ໋າ ແລະ ເຫງ້ອານ”

ງານບຸນວິຫານເທື້ອງກຸງ ຖືກຈັດຂຶ້ນໃນເດືອນ 8 ແຕ່ລະປີໄລ່ຕາມຈັນທະປະຕິທິນ. ນິີ້ກໍ່ແມ່ນໂອກາດເພື່ອຊາວບ້ານສະແດງຄວາມຮູ້ບຸນຄຸນຕໍ່ສາມນາຍພົນ. ປ້າ ເຢືອງທິຮຸຍ ໃຫ້ຮູ້ອີກວ່າ:

 “ງານບຸນກໍ່ຖືກຈັດຂຶ້ນໃນວັນທີ 11 ເດືອນ 8. ມີໝໍພອນເຂົ້າຮ່ວມພ້ອມກັບຄະນະທຳພິທີບູຊາພະອໍລະຫັນ, ມີຄະນະຖວາຍດອກໄມ້ທູບທຽນບູຊາ, ຮອດຕອນບ່າຍຊາວບ້ານທັງໝົດກໍ່ໄດ້ມາຮ່ວມພິທີບູຊາພະອໍລະຫັນ. ຮອດວັນທີ 12 ເດືອນ 8 ກໍ່ຈັດຕັ້ງງານລ້ຽງ, ສະແດງສິລະປະວັນນະຄະດີ, ຟ້ອນລຳທຳເພງພື້ນເມືອງ. ວິຫານກໍ່ແມ່ນບ່ອນທຳພິທີບູຊາ ແລະ ກໍ່ແມ່ນແຫ່ງກຳເນີດສາມນາຍພົນ.”

       ບັນດາເອກະສານທີ່ຖືກເກັບຮັກສາໃນສາລາເທື້ອງກຸງ ກໍ່ແມ່ນແຫຼ່ງເອກະສານອັນລ້ຳຄ່າ ເພື່ອຮັບໃຊ້ວຽກງານຄົ້ນຄວ້າສະຖາປັດຕະຍາກຳ, ວິຈິດຕະກຳໃນສາລາບ້ານທີ່ເກົ່າແກ່. ທັດຊະນີຍະພາບ, ສິ່ງແວດລ້ອມທຳມະຊາດໃນບ້ານ ເທື້ອງກຸງ ກໍ່ໄດ້ປະກອບສ່ວນເຮັດໃຫ້ເພີ່ມຄຸນຄ່າໃຫ້ແກ່ສາລາບ້ານນີ້ເອງ. ນອກຈາກອາຊີບເຮັດກະສິກຳ, ຊາວບ້ານ ເທື້ອງກຸງ ກໍ່ຍັງປະກອບອາຊີບເຟີນີເຈີແຕ່ດົນນານມາແລ້ວ. ສາລາເທື້ອງກຸງ ກໍ່ໄດ້ຮັບການອະນຸລັກຮັກສາຈາກຊາວບ້ານ, ປະກອບສ່ວນພັດທະນາວັດທະນະທຳເຂດບ້ານນາ ຫວຽດນາມ. ສາລາເທື້ອງກຸງ ແມ່ນໜຶ່ງໃນບັນດາສາລາທີ່ມີສາຖາປັດຕະຍາກຳແບບພື້ນເມືອງ ໃນເຂດບ້ານນາພາກເໜືອ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ