ຫໍພິພິດທະພັນປະຫວັດສາດຫວຽດນາມ- ສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວຕ່າງປະເທດ


(vovworld)-ໃນ​ລະ​ບົບ​ບັນ​ດາ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ຊາດ​ຫວຽດ​ນາມ, ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ຫວຽດ​ນາມ ໄດ້​ຮັບ​ການ​ສ້າງ​ຕັ້ງ​ກ່ອນ​ໝູ່​ບົນ​ພື້ນ​ຖານ​ສືບ​ທອດ ຫໍພິພິດທະພັນ​ Loui Fino ທີ່ຂຶ້ນ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຂອງຝລັ່ງກ່ຽວ​ກັບ​ບັນດາ​ປະ​ເທດ​ອາຊີ ໂດຍ​ຊາວ​ຝ​ລັ່ງ ກໍ່ສ້າງ​ເມ່ືອ​ປີ 1926 ແລະ ສຳ​ເລັດ​ໃນ​ປີ 1932. ມາ​ຮອດ​ປີ 1958, ລັດ​ຖະ​ບານ​ຫວຽດ​ນາມຮັບ​ເອົາ​ການ​ຄຸ້ມ​ຄອງຢ່າງ​ເປັນ​ທາງ​ການ, ຫັນ​ປ່ຽນ​ຈາກ​ຫໍ​ພິ​ພິດ​ທະ​ພັນ​ສິ​ລະ​ປະ​ມາ​ເປັນ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ ແລະ ນຳ​ເຂົ້າ​ເຄື່ອນ​ໄຫວນັບ​ແຕ່​ວັນວັນ​ທີ 3/9/1958. ບັນ​ດາ​ວັດ​ຖຸ​ພັນ, ເອ​ກະ​ສານ​ປ​ະ​ຫວັດ​ສາດ​ໃນ​ຫໍ​ພິ​ພິດ​ທະ​ພັນ​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ໃຈ​​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບບັນ​ດາ​ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ຫວຽດ​ນາມຈາກໄລ​ຍະ​​ກ່ອນ​ຕະ​ຫລອດ​ຮອດໄລ​ຍະ​ຕໍ່​ສູ້​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ຫໍພິພິດທະພັນປະຫວັດສາດຫວຽດນາມ- ສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວຕ່າງປະເທດ - ảnh 1
ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ຫວຽດ​ນາມ
ພາບ:internet

        ຫໍພິພິດທະພັນ​ປະ​ຫວັດ​ສາດ​ຫວຽດ​ນາມ ຖື​ກ​ແບ່ງ​ເປັນ  2 ເຂດ: ເຂດ A ຕັ້ງ​ຢູ່​ຖະ​ຫ​ນົນ ຈາງ​ຕຽນ ຮ່າ​ໂນ້ຍ, ສ່ວນ​ເຂດ B ຕັ້ງ​ຢູ່​​ເຂດ​ເຮືອນເລກ​ທ​ີ 25 ຖະ​ຫ​ນົນ ຕົງ​ດ໋ານຕໍ່​ຫ​ນ້າ​ເຂດ A. ຢູ່​ເຂ​ດ A ມີ​ອາ​ຄານ​ຫລັງ​ຫ​ນຶ່ງ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແບບ​ຝ​ລັ່ງ. ດ້ວຍ​ເນື້ອ​ທີ່​ 4000 ຕາ​ແມັດ ວາງ​ສະ​ແດງວັດ​ຖຸ​ພັນ, ຫໍພິພິດທະພັນ​ຫລັງ​ນີ້​ໄດ້​ວາງ​ສະ​ແດງວັດ​ຖຸ​ພັນ​ເກືອບ 10.000 ຢ່າງ, ລະ​ບົບ​ວາງ​ສະ​ແດງ​ຕົ້ນ​ຕໍ​ຂອງ ຫໍພິພິດທະພັນ​ແມ່ນ​ອີງ​ຕາມ​ໄລ​ຍະ​ເວ​ລາ, ການ​ສະ​ສົມ​ວັດ​ຖຸ​ພັນ ແລະ ສ່ອງ​ແສງ​ຕາມ​ ​ເຫດ​ການ​ປະ​ຫວັດ​ສາດ. ຊັ້ນ​ຫ​ນຶ່ງ​ຂອງ ຫໍພິພິດທະພັນ​ ແມ່ນ​ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ຕາມ​ຫົວ​ເລື່ອງ​ປ​ະ​ເທດ​ຫວຽດ​ນາມສະ​ໄໝ​ປະຖົມ​ບູຮານກ​ອ່ນນີ້ 300.000-400.000 ປີ ແລະ ຫວຽດ​ນາມ ໄລ​ຍະ​ສ້າງ​ສາ​ຮອດ​ສະ​ໄຫມ​ລາ​ຊະ​ວົງ​ເຈີນ. ນາງ Emma Healy, ນັກ​ທ່ອງ​ທ່​ຽວ​ມາ​ຈາກ ອັງ​ກິດ ແບ່ງ​ປັນ​ວ່າ:

        “ຄວາມ​ປະ​ທັບ​ໃຈ​ຂອງ​ຂ້າ​ພະ​ເຈົ້າ ນັ້ນ​ແມ່ນ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງນີ້ມ​ີ​ເນື້ອ​ທີ່ກວ້າງ​ໃຫ​ຍ່, ບັນ​ຍາ​ກາດ​ສະ​ຫງົບ​ງຽບ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ມາດ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ຫວຽດ​ນາມ. ນອກນັ້ນ ຂ້າ​ພະ​ເຈົ້າ​​ຍັງ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ບັນ​ດາ​ວັດ​​ຖຸ​ພັນ​ໃນ​ສະ​ໄໝກ​ອ່ນ ຜ່ານນັ້ນ​ສະ​ແດງ​ໃຫ້​ເຫັນ​ການ​ຊອກ​ຫາ, ຄົ້ນ​ຄ້​ວາ​ຢ່າງ​ລະ​ອຽດ​. ວິ​ທີ​ປະ​ດັບ​ປ​ະ​ດາ ກໍ​ຄື​ເນື້ອ​ທີ່​ວາງ​ສະ​ແດງວັດ​ຖຸ​ພັນ​ຢູ່​ຫໍ​ພິ​ພິດ​ທະ​ພັນ​ນີ້​ກໍ​ເໝາະ​ສ​ົມ.”

ຫໍພິພິດທະພັນປະຫວັດສາດຫວຽດນາມ- ສະຖານທີ່ດູດດື່ມສຳລັບນັກທ່ອງທ່ຽວຕ່າງປະເທດ - ảnh 2

        ສິ່​ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜູ້​ຊົມ​ເມື່ອ​ເຂົ້າ​ຊົມ​ຊັ້ນ 1 ຂອງ​ເຂດ A ນັ້ນ​ແມ່ນຄ້ອງ​ບ້າງ 7 ຫ​ນ່ວຍ​ຄື: ຄ້ອງ​ບ້າງ​ດົງ​ເຊີນ, ຄ້ອງ​ບ້າງ ງອກ​ຫລູ, ນົງກົງ, ແທ່ງວີງ… ຖືກ​ຈັດ​ວາງ​ອ້ອມ​ເສົາ​ຫລັກ​ຫ​ນຶ່ງ​ທີ່​ຄວັດ​ສະຫຼັກຮູບ​ນົກຫົງ ແລະ ຊາວ​ຫວຽດ​ ບູ​ຮານ, ບັນ​ດາ​ສັນ​ຍາ​ລັກ​ວັດ​ທະ​ນະ​ທຳ​ທີ່​ລື​ຊື່​ຂອງ​ຫວຽດ​ນາມ. ຕໍ່​ມາ​ແມ່ນ​​ເຂດ​ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ອັນ​ລ້ຳ​ຄ່າ​ຂອງ​ບັນ​ດາ​ກິດ​ຈະ​ກຳ​ສາ​ສະ​ຫ​ນາ​ໃນ​ສະ​ໄຫມ​ລາ​ຊະ​ວົງ​ເຈີນ.

        ສ່ວນ​ຢູ່​ຊັ້ນ 2, ຜູ້​ຊົມ​ຈະ​ເຫັນ​ຮູບ​ໂຕ​ເຕົາ​ພ້ອມ​ດ້ວຍ​ແຜ່ນສີ​ລາ​ເທິງຫຼັງ, ຢູ່​​ສອງ​ເບື້ອງ​ແມ່ນ​ຮູບ​ຂອງ​ນັກ​ວັດ​ທະ​ນະ​ທຳ ຫງວຽນ​ຈ໋າຍ ພ້ອມ​ກັບ​ບັນ​ດາ​​ພາບ​​ແຕ້ມບູ​ຮານ ຊຶ່ງ​ວາດ​ພ​າບ​​ເຖິງ​ປະ​ຫວັດ​ສາດ​ຫວຽດ​ນາມ ແຕ່​ສະ​ໄຫມ​ລາ​ຊະ​ວົງ​ໂຮ່ ເຖິງ​ສະ​ໄຫມ​ລາ​ຊະ​ວົງ​ຫງວ​ຽນ (ສັດ​ຕະ​ວັດ​ທີ XIV-ປີ1945). ນອກນັ້ນ ຍັງ​ມີ​ບັນ​ດາ​ວັດ​ຖຸ​ພັນຫລາຍ​ຢ່າງ​ເຮັດ​ໃຫ້​ຜູ້​ຊົມ​ເຂົ້າ​​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດຂອງ​ຊາດ​ຫວຽດ​ນາມ ແຕ່​ສະ​ໄຫມ​ລາ​ຊະ​ວົງ​ໂຮ່​ຮອດ​ສະ​ໄຫມ​ລາ​ຊະ​ວົງ ຫງວຽນ. Josh ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ໃຫ້​ຮູ້​ວ່າ:

        “ມີ​ວັດ​ຖຸ​ພັນ​ຫລາຍ​ຢ່າງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ. ​ຄື​​ເຄື່ອງປັ້ນ​ດິ​ນ​ເຜົາ​ໃນ​ສະ​ໄຫມ​ລາ​ຊະ​ວົງ ລີ, ພະ​ພຸດ​ທະ​ຮູບ, ຮູບ​ວັດ, ລະ​ຄັງ​ບູ​ຮານ…ຫລື​ຮູບ​ແກະ​ຄວັດ​ສະ​ຫລັກ​ຂອງ​ສະ​ໄຫມ​ລາ​ຊະ​ວົງ​ຕ່າງໆ​ຢູ່ຫວຽດ​ນາມ​ໃນ​ເມື່ອກ​ອ່ນ. ວັດ​ຖຸ​ພັນ​ມີ​ຫລາຍ​ຢ່າງ ອຸ​ດົມ​ສົມ​ບູນ.”

        ສ່ວນ​ນາງ Kajimura Kyoto, ຊາວ​ຍີ່​ປຸ່ນ ​ທັງຊົມ​ເບິ່ງທັງ​ຈົດ​ຂໍ້​ມູນ​ທີ່​ແນະ​ນຳ​ຢູ່​ວັດ​ຖຸ​ພັນ​ແຕ່​ລະ​ຢ່າງ​ໄວ້. ນາງ Kajimura ໃຫ້​ຮູ້​ວ່າ:

        “ຢູ່​ຫໍ​ພິ​ພິດ​ທະ​ພັນ​ນີ້ ມີ​ຈານ​ຫລາຍ​ອັນ, ບັນດາລວດ​ລາຍ​ຂອງ​ມັນ​ງາມ​ຫລາຍ ຊື່ງ​ຢູ່ ຍີ່​ປຸ່ນ ບໍ່​ມີ. ຮູບ​ຖັກ​ແສ່ວ 100 ​ຕົວ​ຫ​ນັງ​ສື…ນີ້​ຂ້າ​ພະ​ເຈົ້າ​ມັກ​ຫລາຍ. ຫວຽດ​ນາມ ມີ​ສີ​ລະ​ປະ​ກຳຖັກ​ແສ່ວ​ເກັ່ງ​ ແລະ ງາມ​ຫລາຍ. ຜ່ານນັ້ນ ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ຫລາຍ​ຢ່າງ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ.”

        ແລະ​ຢູ່​ຊັ້ນ 2 ຂອງ​ຫ​ໍ​ພິ​ພິດ​ທະ​ພັນ​ແຫ່ງ​ນີ້ ຍັງ​ມ​ີ​ຫ້ອງວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ສິ​ລະ​ປະ​ປະ​ຕິ​ມາ​ກຳ​ຫີນ ຈຳ​ປາ ແລະ ວັດ​ທະ​ນະ​ທຳ ອອກ​ແອວ ຟູ່​ນາມຈາກ​ສັດ​ຕະ​ວັດ​ທີ 7 – 13 ດ້ວຍ​ວັດ​ຖຸ​ພັນ​ກວ່າ 50 ຢ່າງ​ທີ່​ເກັບ​ກຳ​ມາ​ໄດ້​ຈາກ​ບັນ​ດາ​ແຂວງ​ຄື: ກວ໋າງ​ບີງ, ກວ໋າງ​ນາມ, ບີງ​ດີງ…

        ບໍ່​ຄື​​ກັບ​ເຂດ A ຂອງ​ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສາດ​ຫວຽດ​ນາມ, ເມື່ອ​ເຂົ້າ​ຢ້ຽມ​ຊົມ​ເຂດ B ຢູ່​ຖະ​ຫ​ນົນ ຕົງ​ດ໋ານ, ນັກ​ທ່ອງ​ທ່ຽວ​ຈະ​ໄປ​ຢ້ຽມ​ຊົມ​ຈາກ​ຊັ້ນ 2 ກ່ອນ ແລ້ວ​ຈຶ່ງ​ລົງ​ຊັ້ນ 1. ຢູ່​ທີ່ນີ້ ມີ​ຫ້ອງວາງ​ສະ​ແດງ 29 ຫ້ອງ ຊື່ງ​ແມ່ນ​ບ່ອນ​​ເກັບຮັກ​ສາ​ບັນ​ດາ​ວັດຖຸ​ພັນ, ເອ​ກະ​ສານ, ຮູບ​ພາບ​ໃນ​ສົງ​ຄາມ​ຍາດ​ເອົາ​ເອ​ກະ​ລາດ​ຂອງ​ຊາດ ແຕ່​ປີ 1858 -1945 ແລະ ໄລ​ຍະ 30 ປີ​ແຫ່ງ​ການ​ຕໍ່​ຕ້ານ ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ ແລະ ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ(1945-1975).

        ຫໍ​ພິ​ພິດ​ທະ​ພັນ​ປະ​ຫວັດ​ສ​າດ​ຫວຽດ​ນາມ ແມ່ນ​ບ່ອນ​​ເກັບຮັກ​ສາ ແລະ ວາງ​ສະ​ແດງ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ນີ້​ກໍ​ແມ່ນ​ສະ​ຖານ​ທີ່​ແນະ​ນຳ​ປະ​ຫວັດ​ສາດ​ຜ່ານ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຫາ​ຍາກ, ຊ່ວຍ​ໃຫ້​ຜູ້​ຊົມ​ເຂົ້າ​ໃຈ​ກ່ຽວ​ກັບ​ປ​ະ​ຫວັດ​ສາດ​ມີ​ມາ​ແຕ່​ດົນ​ນານ​ກໍຄື​ວິ​ວັດ​ທະ​ນາ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຊາດ​ຫວຽດ​ນາມ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫໍ​ພິ​ພິດ​ທະ​ພັນ​ຈະ​ສືບ​ຕໍ່​ແນະ​ນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ບັນ​ດາ​ວັດ​ຖຸ​ພັນ​ທີ່​ສະ​ສົມ​ມາ​ໄດ້, ບັນ​ດາ​ຫ້ອງວາງ​ສະ​ແດງ​ຫົວ​ເລື່ອງ​ສະ​ເພາະ​ໃຫມ່ ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຮັບ​ຊົມ ແລະ ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ຜູ້​ຊົມ.

ຕອບກັບ

ຂ່າວ/ບົດ​ອື່ນ