ຫໍພິພິທະພັນ ອາເລັກຊານເດີອຽກແຊງ ທີ່ນະຄອນຍາຈາງ

(VOVWORLD) -ອາເລັກຊານເອມີເລີ ຢີນ ອຽກແຊງ ( 1863 - 1943) ແມ່ນທ່ານໝໍ, ແມ່ນນັກຄົ້ນຄວ້າ ເຊື້ອເບັກທິເຣຍວິທະຍາ, ແມ່ນນັກຄົ້ນຫາປະຈົນໄພຊາວຝະລັ່ງ ເຊື້ອສາຍຊາດສະວິດ. ຊີວິດ ແລະ ພາລະກິດຂອງທ່ານ ໄດ້ຕິດພັນກັບ ຫວຽດນາມ, ທ່ານໄດ້ຖືດິນແດນແຂວງ ແຄັ໊ງຮວ່າ ແມ່ນບ້ານເກີດເມືອງນອນແຫ່ງທີສອງຂອງທ່ານ. ຢູ່ຫວຽດນາມມີສະຖານທີ່ຫຼາຍແຫ່ງ ໄດ້ຕິດພັນກັບພາລະກິດຂອງ ອຽກແຊງ, ໃນນັ້ນມີກຸ່ມປູຊະນີຍະສະຖານ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານລະດັບຊາດ, ນັ້ນແມ່ນຫໍສະໝຸດ ອາເລັກຊານເອມີເລີ ຢີນ ອຽກແຊງ ນອນຢູ່ໃນບໍລິເວນຂອງສະຖາບັນປັດສະເຕີ, ປັດຈຸບັນກາຍເປັນຫໍພິພິທະພັນ ອຽກແຊງ ຢູ່ນະຄອນຍາຈາງ
ຫໍພິພິທະພັນ ອາເລັກຊານເດີອຽກແຊງ ທີ່ນະຄອນຍາຈາງ - ảnh 1ຮູບປັ້ນທ່ານອາເລັກຊານເອມີເລີ ຢີນ ອຽກແຊງ ຕັ້ງຢູ່ແຄມທະເລ 

ໂດຍໃນບໍລິເວນສະຖາບັນປັດສະເຕີ, ຢູ່ເຮືອນທີ 4 ຖະຫນົນເຈິ່ນຝູ, ນະຄອນຍາຈາງ ແຂວງ ແຄັ໊ງຮວ່າ, ຫໍພິພິທະພັນ ອຽກແຊງ ຖືກຕັ້ງຢູ່ຊັ້ນສອງຂອງເຮືອນ ຢູ່ເບື້ອງຂວາມືຂອງສະຖາບັນປັດສະເຕີ, ມີເນື້ອທີ່ປະມານ 100 ຕາແມັດ, ໃນນັ້ນວາງສະແດງວັດຖຸພັນຫຼາຍຢ່າງ ເຊິ່ງນັກ ປາດຄົນນີ້ເຄີຍນຳໃຊ້ດ້ວຍປຶ້ມເກືອບ 1.000 ຫົວ, ເຊິ່ງແມ່ນບັນດາເລື່ອງລາວ, ບົດປະພັນວັນນະຄະດີພື້ນເມືອງຂອງບັນດານັກປະພັນທີ່ມີຊື່ສຽງໃນໂລກ, ບັນດາຈົດໝາຍ, ບັນດາຮູບພາບ, ວັດຖຸພັນຂອງບຸກຄົນຜູ້ໜຶ່ງ ທີ່ມີຄວາມເກັ່ງກ້າສາມາດໃນທຸກຂົງເຂດຄື ແພດສາດ, ດາລາສາດ, ພູມສາດ, ເຕັກນິກ, ສິລະປະ… ເມື່ອມາຢ້ຽມຊົມບັນດາຮູບພາບ ແລະ ວັດຖຸພັນທີ່ວາງສະແດງຢູ່ທີ່ນີ້, ຜູ້ຊົມສາມາດວາດພາບໄດ້ເຖິງຊີວິດ ຂອງນັກປາດຄົນນີ້, ບັນດານ້ຳໃຈຄວາມຮັກແພງຂອງທ່ານ ທີ່ສະຫງວນໃຫ້ດິນແດນ  ແລະ ປະຊາຊົນຢູ່ແຫ່ງທີ່ທ່ານໄດ້ມີຄວາມຜູກພັນ. ເພື່ອປະຕິບັດໄດ້ຕາມຄວາມໃຝ່ຝັນຄົ້ນຫາປະຈົນໄພຢູ່ເຂດ ພູຜາປ່າໄມ້ເຂດໂຊນຮ້ອນ, ປີ 1891, ເນື່ອງໃນໂອກາດການເດີນເຮືອມາຢ້ຽມຢາມ ຍາຈາງ, ທ່ານໄດ້ຂຶ້ນຝັ່ງທ່ຽວຊົມທິວທັດທຳມະຊາດ ແລະ ໄດ້ຕັດສິນດຳລົງຊີວິດຢູ່ ຍາຈາງ. ບັນດາຮູບພາບຢູ່ຫໍພິພິທະພັນກໍ່ໄດ້ສະແດງໃຫ້ເຫັນວ່າ ທ່ານໄດ້ມີຊີວິດທີ່ໃກ້ຊິດ ແລະ ສະໜິດສະໜົມກັບຊາວປະມົງໃນເຂດ, ທ່ານໄດ້ມີການກວດ ແລະ ປິ່ນປົວພະຍາດໂດຍບໍ່ເກັບຄ່າ ແລະ ສຸດອົກສຸດໃຈຊ່ວຍເຫຼືອຊາວປະມົງຜູ້ທຸກຍາກໃນບ້ານຊາວປະມົງ. ລຸງ ແກັກຢາວ ຊຶ່ງແມ່ນໜຶ່ງໃນຈຳນວນເດັກໃນບ້ານ ກົນ ຄາວນັ້ນໄດ້ເລົ່າຄືນສູ່ຟັ່ງວ່າ:

  “ອຽກແຊງ ຖືກຊາວປະມົງເອີ້ນວ່າເປັນລຸງ ຕື, ລາວກໍ່ເຄີຍຈັດຕັ້ງການສາຍຟີມຮູບເງົາ ແຕ່ລະອາທິດສອງມື້ຄືໃນຕອນແລງວັນພະຫັດ ແລະ ວັນເສົາ. ພວກເດັກພວກຂ້າພະເຈົ້າຄາວນັ້ນ ກໍ່ໄດ້ມີຄວາມຊົມຊອບເມື່ອໄດ້ຊົມຮູບເງົາກ່ຽວກັບສັດປະເພດຕ່າງໆໃນໂລກ, ຟີມຮູບເງົາ ຕະລົກຊາກໂລ... ທ່ານໄດ້ຖ່າຍທອດອະລິຍະທຳໃຫ້ປະຊາຊົນເຂດບ້ານນາ, ເຂດບ້ານຊາວປະມົງ ເພື່ອໃຫ້ທຸກໆຄົນຮູ້ຈັກເຖິງອະລິຍາທຳທີ່ກ້າວໜ້າ”.

ບັນດາວັດຖຸເອກະສານທີ່ນຳມາວາງສະແດງໃນຫໍພິພິທະພັນປັດຈຸບັນ ໄດ້ເລົ່າເຖິງໄລຍະໜຶ່ງຂອງຊີວິດຂອງທ່ານ ອຽກແຊງ. ທ່ານແມ່ນຜູ້ໄດ້ປະກອບສ່ວນຍູ້ຖອຍໂລກກະດັນ ແລະ ແມ່ນຜູ້ໄດ້ຄົ້ນຫາເຂດພູພຽງເລິມວຽນ. ປີ 1899, ຢູ່ເຂດດິນແດນທີ່ ອຽກແຊງ ໄດ້ຄົ້ນຫາ, ຜູ້ມີອຳນາດເຕັມຝະລັ່ງປະຈຳ ຫວຽດນາມ ຄາວນັ້ນກໍ່ໄດ້ໃຫ້ສ້າງຕັ້ງເຂດຕາກອາກາດໃຫ້ແກ່ຊາວເອີລົບ, ໄລຍະຕໍ່ມາກໍ່ໄດ້ກາຍເປັນ ດາລາດ ເຊິ່ງແມ່ນນະຄອນທ່ອງທ່ຽວທີ່ມີຊື່ສຽງຢູ່ ຫວຽດນາມ. ທ່ານກໍ່ແມ່ນຜູ້ທຳອິດໄດ້ນຳແນວພັນຕົ້ນຢາງພະລາມາປູກຢູ່ ຫວຽດນາມ. ປີ 1902, ຜູ້ມີອຳນາດເຕັມຝະລັ່ງປະຈຳ ຫວຽດນາມ ກ່ອນທີ່ອອກຈາກອິນດູຈີນ, ໄດ້ເຊີນ ອຽກແຊງ ຈາກຍາຈາງມາຮ່າໂນ້ຍ ເພື່ອສ້າງຕັັ້ງໂຮງຮຽນແພດສາດ. ອຽກແຊງ ກໍ່ໄດ້ຮັບການແຕ່ງຕັ້ງເປັນອະທິການບໍດີ ຄົນທຳອິດຂອງໂຮງຮຽນແພດອິນດູຈີນ, ເຊິ່ງແມ່ນຕົ້ນກຳເນີດຂອງມະຫາວິທະຍາໄລແພດສາດ ຮ່າໂນ້ຍ. ທ່ານ ນາງ ຫງວຽນຮວ່າງດວານທຸກ ຜູ້ຮັບຜິດຊອບຫໍພິພິທະພັນ ອຽກແຊງ ສັງກັດສະຖາບັນປັດສະເຕີ ຍາຈາງ ໃຫ້ຮູ້ວ່າ:

 “ກ່ຽວຂ້ອງເຖິງການສ້າງຕັ້ງສະຖານບັນມະຫາສະໝຸດວິທະຍານັ້ນ, ຢູ່ທີ່ນີ້ກໍ່ຍັງຮັກສາລາຍປາກກາຂອງທ່ານໝໍ ອຽກແຊງ ທີ່ໄດ້ຈົດບັນທຶກພາຍຸລູກຕ່າງໆທີ່ໄດ້ພັດຖະຫຼົ່ມ ຍາຈາງ ແລະ ແຜນທີ່ດາລາສາດ. ທ່ານໄດ້ຕິດຕາມ ແລະ ຈົດບັນທຶກລະອຽດກ່ຽວກັບພາຍຸລູກຕ່າງໆ ນັບແຕ່ປີ 1909 ຫາ 1942. ພ້ອມກັນນັ້ນຢູ່ທີ່ນີ້ກໍ່ຍັງເກັບຮັກສາປຶ້ມປະມານ 20 ຫົວໂດຍ ອຽກແຊງ ໄດ້ຈົດບັນທຶກລະດັບນ້ຳທະເລ, ນັ້ນແມ່ນບັນດາເອກະສານທີ່ມີຄຸນຄ່າທີ່ສຸດ”

 ໃນທຸກວັນນີ້, ນອກຈາກຫໍພິພິທະພັນ ອຽກແຊງ, ເຊິ່ງແມ່ນແຫ່ງເກັບຮັກສາບັນດາວັດຖຸພັນຂອງ ອຽກແຊງ ແລ້ວ ກໍ່ຍັງມີສວນສາທາລະນະທີ່ໃສ່ຊື່ ອຽກແຊງ ຖືກຕັ້ງຢູ່ແຄມທະເລ ຍາຈາງ, ມີຮູບປັ້ນ ອຽກແຊງ ສູງ 4 ແມັດ ເຊິ່ງແມ່ນທັດສະນີຍະພາບທີ່ສວຍງາມໃນນະຄອນຍາຈາງ. ສຸສານຂອງ ອຽກແຊງ ຖືກຕັ້ງຢູ່ ສວຍເຢົ່າ ຫ່າງຈາກນະຄອນຍາຈາງ 20 ກິໂລແມັດ ແຕ່ລະປີກໍ່ຍັງມີຫຼາຍຄົນມາຈູດທູບທຽນອາໄລຫາ. ປີ 1990, ກຸ່ມສຸສານ ອຽກແຊງ ຢູ່ສວຍເຢົ່າ ແລະ ຫໍພິພິທະພັນ ອຽກແຊງ ຢູ່ສະຖາບັນປັດສະເຕີ ຍາຈາງ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານປະຫວັດສາດວັດທະນະທຳລະດັບຊາດ. ນີ້ໄດ້ຮັບຖືກວ່າແມ່ນກໍລະນີພຽງໜຶ່ງດຽວ ທີ່ຫວຽດນາມໄດ້ມອບໃບຢັ້ງຢືນປູຊະນີຍະສະຖານປະຫວັດສາດລະດັບຊາດ ໃຫ້ແກ່ຊາວຕ່າງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ