ຫໍພິພິທະພັນບ້ານນາຢູ່ເມືອງຢາວຖີ, ແຂວງນາມດິ້ງ

ຢູ່​ຫວຽດ​ນາມ, ຫໍ​ພິ​ພິ​ທະ​ພັນ​ຢູ່​ພາຍ​ໃນ​ນະ​ຄອນ​ແມ່ນ​ມີຫຼາຍ​ແຫ່ງ, ແຕ່​ຫໍ​ພິ​ພິ​ທະ​ພັນ​ຢູ່​ເຂດ​ບ້ານ​ນາ​ແມ່ນ​ມີບໍ່​ເທົ່າ​ໃດ. ຢູ່​ທີ່​ເຂດ​ບ້ານ​ນາ​ທີ່​ສະ​ຫງົບ​ງຽບ, ພັດ​ມີ​ຫໍ​ພິ​ພິ​ທະ​ພັນ​ເກັບ​ຮັກ​ສາ ແລະ ສ່ອງ​ແສງ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ກະ​ສີ​ກອນ​ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອ. ນັ້ນ​ແມ່ນ ຫໍ​ພິ​ພິ​ທະ​ພັນ​ບ້ານ​ນາ​ຢູ່​ເມືອງ​ຢາວ​ຖີ, ແຂວງ​ນາມດິ້ງ. ນີ້​ແມ່ນ ຫໍ​ພິ​ພິ​ທະ​ພັນ​​ເອ​ກະ​ຊົນ​ທີ່​ວາງ​ສະ​ແດງ​ຕາມຫົວ​ເລື່ອງໂດຍ​​​ອະ​ດີດນັກ​ຮົບ ພົນ​ຈັດ​ຕະ​ວາ ຮ່​ວາງ​ກຽນ ​ກໍ່​ສ້າງ​ຢູ່​ບ້ານ​ເກີດ​ຂອງ​ລາວ​ເອງ.

ຫໍພິພິທະພັນບ້ານນາຢູ່ເມືອງຢາວຖີ, ແຂວງນາມດິ້ງ - ảnh 1
ຫໍ​ພິ​ພິ​ທະ​ພັນ​ໄດ້​ຕ້ອນ​ຮັບ​ແຂກ​ມາ​ທ່ຽວ​ຊົມ​ຢ່າງຫຼວງຫຼາຍ

               ຈາກ​ນະ​ຄອນ​ນາມດີ້ງ, ຜ່ານ​ໄລ​ຍະ​ທາງ​ປະ​ມານ 40 ກມ ໄປ​ຮອດ​ຕາ​ແສງ​ຢາ​ທີ້ງ, ເມືອງ​ຢາວ​ຖີ, ແຂວງ​ນາມດີ້ງ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໜ້າ​ຢູ່ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ. ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາຖືກ​ຕັ້ງ​ຢູ່​ທ່າມ​ກາງ​ເຂດ​ບ້ານ​ນາ​ທີ່​ອຸ​ດົມ​ຮັ່ງ​ມີ, ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ທົ່ງ​ນາ​ທີ່​ສຸກ​ເຫຼືອງ​ອາ​ຮາມ. ນີ້​ແມ່ນ​ແຫ່ງ​ເກັບ​ຮັກ​ສາ ແລະ ວ​ສາດ​ພາບ​ເຖິງ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ກະ​ສີ​ກອນ​ຢູ່​ແຫ່ງນີ້​ເວົ້າ​ສະ​ເພາະ ແລະ ເຂດ​ທົ່ວ​ພຽງ​ພາກ​ເໜືອ​ເວົ້າ​ລວມ.

            ພໍ​ແຕ່​ມາ​ຮອດ​ປະ​ຕູໂຂງ, ແຂກ​ທ່ອງ​ທ່ຽວ​ກໍ​ເລີຍຮູ້​ສຶກ​ໄດ້​ເຖິງສະ​ພາບ​ແວດ​​ການ​ດຳ​ລົງ​ຊີ​ວິດຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ບ້ານ​ນາ​ດ້ວຍ​ສະ​ລ້ຽງ​ປາ, ພ້ອມ​ກັບ​ເຄື່ອງ​ອຸ​ປະ​ກອນ​ຫາ​ປາ​ຂອງ​ຊາວ​ກະ​ສີ​ກອນ​ເມື່ອ​ກ່ອນນີ້, ແລ້ວ​ກໍ​ຮອດ​ແຖວ​ຕົ້ນ​​ຖະ​ບາ​ຂຽວ​ອຸ່ມ​ທູ່ມຢູ່​ລຽບ​ຕ​າມ 2 ຟ​າກ​ທາງ​ເຂົ້າ​ບ້ານ. ຢູ່​ອ້ອມ​ແອ້ມ​ສວນ​ແມ່ນ​ແຖວ​ຕົ້ນ​ໄມ້​ໃຫຍ່​ຊຶ່ງ​ປະ​ຊາ​ຊົນ​ເຂດ​ພາກ​ໃຕ້​ເຄີຍ​ປູກ, ທັງ​ເປັນ​ການ​ສ້າງ​ຮົ່ມ​ເຢັນ, ທັງ​ໃຫ້​ໝາກ​ໄມ້​ເພື່ອ​ບຳ​ລຸງ​ສຸ​ຂະ​ພາບ. ຢູ່​ທ​ທາງນອກ​ຂອງຫໍ​ພິ​ພິ​ທະ​ພັນ​​ ແມ່ນ​ໃຫ້​ຕັ້ງ​ເຮືອນຫຼັງ​ຕ່າງໆ​ຂອງ​ຊົນ​ຊັ້ນ​ຕ່າງໆ​ຄື : ເຈົ້າ​ທີ່​ດິນ, ຊາວ​ນາ, ຜູ້​ທຸກ​ຍາກ…ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ຢູ່​ເຮືອນຫຼັງ​ຕ່າງໆ​ຊຶ່ງ​ເຈົ້າ​ທີ່​ດິນ, ຊາວ​ນາຫຼາຍ​ລຸ່ນ​ຄົນ​ໄດ້​ຢູ່. ນາງ ເຈີນ​ທີ​ເຮວ, ຜູ້​ນຳ​ທ່ຽວ​ສັງ​ກັດຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ ໃຫ້​ຮູ້​ວ່າ : 

    “ ຢູ່​ແຕ່​ລະ​ເຂດ​ແຄ້ວນ, ກ​ໍ​ລ້ວນ​ແຕ່​ມີ​ຄວາມ​ແຕກ​ຕ່າງ​ກັນ. ນີ້​ແມ່ນ​ເຮືອນຫຼັງ​ຕ່າງ​ທີ່​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ຢາວ​ຖີ. ເບິ່ງ​ຄືວ​່າ ມັນ​ກໍ​ແຕກ​ຕ່າງ​ເລກ​ນ້ອຍ​ເມື່ອ​ທຽບ​ໃສ່​ເຮືອນ​ຢູ່​ເຂດ​ພາກ​ເໜືອຫຼັງ​ອື່ນ. ຢູ່​ເຂດນີ້​ແມ່ນ​ເຂດ​ທີ່​ຫາ​ກໍ​ບຸກ​ເບີກພື້ນ​ທີ່ເພື່ອ​ສ້າງ​ບ້ານ​ແປງ​ເມືອງ​ເປັນ​ເວ​ລາ 200 ປີ, ດັ່ງ​ນັ້ນ​ຊົນ​ຊັ້ນ ເຈົ້າ​ທີ່​ດິນຢູ່​ແຫ່ງນີ້ ແມ່ນ​ທໍໍ່​ກັບ​ຢູ່​ແຂວງ​ອື່ນ​ໆ”

        ຈຸດ​ທີ່​ພົ້ນ​ເດັ່ນ​ຂອງຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາແມ່ນເຮືອນ 4 ຊັ້ນ​ຕັ້ງ​ຢູ່​ເຄິ່ງ​ກາງ, ແມ່ນບ່ອນ​ວາງ​ສະ​ແດງ​ບັນ​ດາ​ວັດ​ຖຸ​ພັນ​ຂອງ​ເຂດ​ບ້ານ​ນາ. ເຮືອນ 4 ຊັ້ນຫຼັງ​ນີ້ ແມ່ນ​ສັນ​ຍາ​ລັກ​ຂອງ​ເຮືອນ​ແບບທັນ​ສະ​ໄໝ ຊຶ່ງ​ໄດ້ ແລະ ພວມ​ຂະ​ຫຍາຍກໍ່​ສ້າງ​ຢູ່​ເຂດ​ຊົນ​ນະ​ບົດ​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ. ນາງ ເຈີນ​ທີ​ເຮວ, ຜູ້​ນຳ​ທ່ຽວ​ສັງ​ກັດຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ ໄດ້​ແນະ​ນຳ​ວ່າ ຊັ້ນ1 ຂອງ ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ​ແມ່ນ​ແນະ​ນຳ​ກ່ຽວ​ກັບ​ເຈົ້າ​ຂອງ, ຜູ້​ສ້າງ​ຕັ້ງ ຫໍ​ພິ​ພິ​ທະ​ພັນ​. ສ່ວນ​ຊັ້ນ 3 , ແມ່ນ​ສາງ​ເກັບ​ມ້ຽນ​ວັດ​ຖຸ​ພັນ​ເຊັ່ນ ເຄື່ອງ​ເຮັດ​ດ້ວຍ​ທອງ, ເຄື່ອງ​ປັ້ນ​ດິນ​ເຜົາ ເຄືອບ, ເຄື່ອງ​ຈັກ​ສານ… ສຳ​ລັບຊັ້ນ 2 , ນາງ ເຈີນ​ທີ​ເຮວ ໃຫ້​ຮູ້​ວ່າ:

   “ ຢູ່​ຊັ້ນ 2 ແມ່ນ​ຊັ້ນ​ວາງ​ສະ​ແດງຫຼັກ​ຂອງຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ. ຫົວ​ເລື່ອງ​ຕົ້ນ​ຕໍ່​ຢູ່​ຊັ້ນ​ນີ້ ແມ່ນ​ຕົ້ນ​ເຂົ້າ​ກັບ​ເຂດ​ທົ່ງ​ພຽງ​ພາກ​ເໜືອ. ບັນ​ດາ​ວັດ​ຖຸ​ພັນ​ຢູ່ນີ້ ຕົ້ນ​ຕໍ​ແມ່ນ​ເຄຶ່ອງ​ອຸ​ປະ​ກອນ​ຮັບ​ໃຊ້​ການ​ກະ​ສີ​ກຳ ຊຶ່ງ​ໄດ້​ຜ່ານ​ການ​ຮັບ​ໃຊ້​ການ​ຜະ​ລິດ ແລະ ໄດ້​ຕິດ​ພັນ​ກັບ​ຊີ​ວິດ​ຂອງ​ຄົນ​ລຸ່ນ​ກ່ອນ. ແລະ ສິິ່ງພົ້ນ​ເດັ່ນ​ທີ່​ສຸດ​ໃນ​ການ​ດຳ​ລົງ​ຊີ​ວິດແມ່ນ​ຖືກ​ສະ​ແດງ​ອອກ​ຜ່ານ​ເຮືອນ​ຄົວ ”                                      

   ຈາກ​ໂມ້, ຄົກ​ຕ່ຳ​ເຂົ້າ, ຄັນ​ໄຖ, ຖ້ວຍ, ຈານ…ໃນ​ຊີ​ວິດ​ປະ​ຈຳ​ວັນ ແລະ ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ​ທົ່ງ​ພຽງ ກໍ​ລ້ວນ​ແຕ່​ຖືກວາດ​ພາບ​ຢ່າງ​ມີ​ຊີ​ວິດ​ຊີ​ວາ ແລະ ດູ​ດດື່ມ. ບັນ​ດາ​ນັກ​ທ່ອງ​ທ່ຽວ ຜູ້​ທີ່​ເຄີຍ​ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ຊົນ​ນະ​ບົດ​ໄລ​ຍະ​ກ່ອນນີ້ ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຊົມ ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ, ກໍ​ລ້ວນ​ແຕ່​ຮູ້​ສຶກ​ໄດ້​ກັບ​ຄືນ​ສູ່​ໄລ​ຍະ​ທີ່ທຸກ​ຍາກ​ລຳ​ບາກ​. ສ່ວນ​ແຂກ​ທ່ອງ​ທ່ຽວ​ທີ່​ເປັນ​ໄວ​ໜຸ່ມ ແມ່ນ​ຈະ​ມີ​ໂອ​ກາດ​ໄດ້​ເຂົ້າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ຊາວ​ກະ​ສີ​ກອນ​ໃນ​ເຂດ​ບ້ານ​ນາ​ທີ່​ສະ​ຫງົບ​ງຽບ. ສຳ​ລັບ​ເດັກ​ນ້ອຍ, ເມື່ອ​ໄປ​ທັດ​ສະ​ນະ​ສຶກ​ສາ​ຢູ່ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ, ພວກ​ນ້ອງ​ກໍ​ໄດ້​ລົງ​ຈິງ, ເຮັດ​ເຂົ້າ​ໜົມ, ປູກ​ຜັກ, ຈັບ​ຫາ​ປາ, ຕ່ຳ​ເຂົ້າ​ພ້ອມ​ກັບ​ຊາວ​ກະ​ສີ​ກອນ. ລຸງ ຫງວຽນ​ວັນ​ເທີ, ຢູ່​ຕາ​ແສງ ຢາ​ທີ້ງ ເວົ້າ​ວ່າ : 

    “ ເວົ້າ​ລວມ​ແລ້ວ, ເມື່ອ​ມີຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາ, ຂ້າ​ພະ​ເຈົ້າ​ຮູ້​ສຶກວ່າ ຄົນ​ລຸ່ນຫຼັງ​ນີ້ ຈະ​ໄດ້​ເຕີບ​ໃຫຍ່​ຂຶ້ນ, ໄດ້​ຮູ້​ເຖິງ​ໂມ້, ຄົກ​ຕ່ຳ​ເຂົ້າ​ທີ່​ຄົນ​ລຸ່ນ​ກ່ອນໆ​ໄດ້​ນຳ​ໃຊ້. ພວກ​ນັກ​ຮຽນ​ຊັ້ນ​ມັດ​ທະ​ຍົມ​ເຄີຍ​ມາ​ທັດ​ສະ​ນະ​ສຶກ​ສາຢູ່​ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາແຫ່ງນີ້ ”

    ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາແມ່ນ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳຊຶ່ງໄດ້​ວາດ​ພາບ​ເຖິງ​ຈິດ​ວິນ​ຍານ, ການ​ດຳ​ລົງຊີ​ວິດ​ ແລະ ​ຈິດ​ໃຈອອກ​ແຮ​ງງານຢ່າງ​ດຸ​ໝັ້ນ​ຂະ​ຫຍັນ​ພຽນ, ການ​ຕໍ່​ສູ້​ກັບ​ໄພ​ທຳ​​ມະ​ຊາດຂອງ​ຊາວ​ຫວຽດ​ນາມຫຼາຍ​ລຸ່ນ​ຄົນ​ໃນ​ອະ​ດີດ​ຕະ​ການ. ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາໄດ້​ຮັບ​ຖື​ວ່າ ແມ່ນ​ເສັ້ນ​ເຊື່ອມ​ຕໍ່​ລະ​ຫວ່າງເຂດ​ບ້ານ​ນາ​ເມື່ອ​ກ່ອນນີ້​ກັບ​ການ​ດຳ​ລົງ​ຊີ​ວິດ​ໃນ​ປະ​ຈຸ​ບັນ. ໃນ​ທ່າມ​ກາງ​ເຂດ​ບ້ານ​ນາ​ທີ່​ສະ​ຫງົບ​ງຽບ​ນັ້ນ, ຫໍ​ພິ​ພິ​ທະ​ພັນ​​ບ້ານ​ນາໄດ້​ປະ​ກອບ​ສ່ວນ​ຢືນ​ຢັນ​ກຳ​ລັງ​ແຮງ ແລະ ມູນ​ເຊື້ອ​ຂອງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ