ຮັບຊົມທິວທັດທຳມະຊາດ ຊາປາ ຈາກສາຍລົດໄຟຂຶ້ນພູ

(VOVWORLD) -ໂດຍໄດ້ນຳເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການນັບແຕ່ເດືອນ ມີນາ ປີ 2018, ສາຍລົດໄຟຂຶ້ນພູເມື່ອງຮວາ ເຊື່ອມຕໍ່ເທດສະບານເມືອງຊາປາ, ແຂວງລາວກາຍ ກັບສະຖານີອູ່ໄຟຟ້າ  Fansipan  ແລະ ຕອນຈາກຈຸດຢຸດແວ່ຂອງສະຖານີອູ່ໄຟຟ້າຂຶ້ນຈອມພູ Fansipan, ໄດ້ປະກອບສ່ວນສ້າງບັນດາການບໍລິການທ່ອງທ່ຽວທີ່ມີຫຼາຍຮູບຫຼາຍແບບ ແລະ ເປັນເອກະລັກສະເພາະໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາຢ້ຽມຢາມເຂດພູສູງໄຕບັກ. ນີ້ໄດ້ຮັບຖືກວ່າແມ່ນສາຍລົດໄຟດ່ວນຂຶ້ນພູດ້ວຍໄລຍະທາງຍາວທີ່ສຸດ ແລະ ທັນສະໄໝທີ່ສຸດຢູ່ຫວຽດນາມ
ຮັບຊົມທິວທັດທຳມະຊາດ ຊາປາ ຈາກສາຍລົດໄຟຂຶ້ນພູ - ảnh 1ສາຍລົດໄຟຂຶ້ນພູ ເມື່ອງຮວາ ທີ່ທັນສະໄໝທີ່ສຸດຢູ່ຫວຽດນາມ 

ສາຍລົດໄຟຂຶ້ນພູ ເມື່ອງຮວາ ທີ່ທັນສະໄໝທີ່ສຸດຢູ່ຫວຽດນາມເຊື່ອມຕໍ່ເທດສະບານເມືອງ ຊາປາ ກັບສະຖານີອູ່ໄຟຟ້າ Fansipan ໂດຍກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງ ມີລວງຍາວທັງໝົດ 2 ກິໂລແມັດ. ນີ້ແມ່ນສາຍລົດໄຟຂຶ້ນພູດ້ວຍໄລຍະທາງຍາວທີ່ສຸດຢູ່ຫວຽດນາມໃນປັດຈຸບັນ. ໂດຍເລີ່ມເດີນທາງຈາກໂຮງແຮມ ມາກາເດລີ ຢູ່ເທດສະບານເມືອງ ຊາປາ ແລະ ສິ້ນສຸດການເດີນທາງຢູ່ບໍລິເວນສະຖານີອູ່ໄຟຟ້າ Fansipan, ລົດໄຟດັ່ງກ່າວໃຊ້ຄວາມໄວສູງສຸດແມ່ນ 10 ແມັດຕໍ່ວິນາທີ, ສາມາດຂົນສົ່ງຜູ້ໂດຍສານໄດ້ 2.000 ຄົນຕໍ່ຊົ່ວໂມງ, ສາຍລົດໄຟຂຶ້ນພູ ເມື່ອງຮວາ ສາມາດຫຼຸດຜ່ອນເວລາເຄື່ອນຍ້າຍຂອງແຂກທ່ອງທ່ຽວລົງເຫຼືອພຽງ 5 ນາທີ ແທນທີ່ຕ້ອງເສຍເວລາແຕ່ 15-20 ນາທີໂດຍຂີ່ລົດໂອໂຕ. ອ້າຍ ຫງວຽນຮົ່ງຟຸກ ຜູ້ຂັບລົດໄຟເປີດເຜີຍວ່າ:    

       “ລົດໄຟນີ້ ຖືກອອກແບບຕາມເຕັກໂນໂລຊີຂອງເອີລົບ, ດັ່ງນັ້ນແຂກທ່ອງທ່ຽວຈະມີຄວາມອຸ່ນອ່ຽນໃຈຕໍ່ຄວາມປອດໄພ. ລົດໄຟຖືກອອກແບບດ້ວຍລະບົບສາຍກາບໃຫ່ຍທີ່ສຸດ ແລະ ລະບົບເຕັກນິກທີ່ໜັກແໜ້ນ, ດັ່ງນັ້ນສາມາດຮັບປະກັນຄວາມປອດໄພໃນລະດັບສູງສຸດ, ບໍ່ຢ້ານເກີດຄວາມສ່ຽງ. ໃນຕະຫຼອດໄລຍະເຄື່ອນໄຫວກໍ່ບໍ່ມີເຫດຕິດຂັດໃດໆເກີດຂຶ້ນ”.

      ລົດໄພຂຶ້ນພູປະກອບດ້ວຍສອງຕູ້, ໂດຍບໍລິສັດ Garaventa ຂອງສະວິດອອກແບບ ແລະ ຜະລິດ. ແຕ່ລະຕູ້ມີຄວາມຍາວ 20 ແມັດ, ກວ້າງ 3 ແມັດ, ສາມາດບັນຈຸແຂກໂດຍສານໄດ້ 200 ຄົນດ້ວຍນ້ຳໜັກຂຶ້ນເຖິງ 25 ໂຕນ. ການເດີນທາງຄົ້ນຫາເຂດພູສູງໄຕບັກ ດ້ວຍລົດໄຟຂຶ້ນພູ ເມື່ອງຮວາ ຈະຊ່ວຍໃຫ້ແຂກທ່ອງທ່ຽວມີໂອກາດໄດ້ຮັບຊົມຈາກບ່ອນທີ່ສູງກ່ຽວກັບຄວາມງາມຢູ່ເຂດພູຜາປ່າໄມ້ໄຕບັກ, ຊາປາ ກໍ່ຄືບັນດາກິດຈະກຳຕ່າງໆ ຊຶ່ງແມ່ນສະຖະບັດຕະຍະກຳຂອງຝະລັງທີ່ເກົ່າແກ່, ຫຼູຫຼາຂອງສະຖານີລົດໄຟ ຊາປາໂດຍນັກສະຖາປະນິກທີ່ມີຊື່ສຽງໃນໂລກ Bill Bensley ອອກແບບ, ດ້ວຍຫຼັງຄາມີຮູບໂຄ້ງ, ສູງ ແລະ ບັນດາລາຍລະອຽດປະດັບປະດາທີ່ວາດພາບເຖິງລົດໄຟ, ທາງລົດໄຟ, ກາໝາຍຂອງຂະແໜງທາງລົດໄຟ. ລົດໄຟກໍ່ແລ່ນຜ່ານອຸໂມງລອດພູຫຼືຜ່ານຂົວຕ່າງໆ, ຖ້າຫາກມຸ່ງສາຍຕາລົງລຸ່ມ, ແຂກທ່ອງທ່ຽວຈະເຫັນປະຈັກຕາທິວທັດທຳມະຊາດທີ່ໃຫ່ຍໂຕມະໂຫຖານດ້ວຍພູຜາປ່າໄມ້ສະຫຼັບຊັບຊ້ອນ, ຮ່ອມພູເມື່ອງຮວາ ແລະ ບັນດາໜູ່ບ້ານຂອງພໍ່ແມ່ພີ່ນ້ອງບັນດາເຜົ່າທີ່ສວຍງາມ, ສະຫົງບສຸກໃນທ່າມກາງນ້ຳໝອກກົ້ວຫຼືໃນຍາມສາຍັນ. ເມື່ອຂີ່ລົດໄຟແຂກທ່ອງທ່ຽວຍັງຈະຮັບຊົມກຸ່ມກິດຈະກຳວັດທະນະທຳຈິດວິນຍານທີ່ໃຫ່ຍໂຕມະໂຫຖານ ແລະ ສັກສິດໃນບໍລິເວນຈອມພູ Fansipan ຄື ຮູບປັ້ນພະອາມີດາພຸດທະ ໃຫ່ຍກວ່າໝູ່ຢູ່ຫວຽດນາມ, ວັດກີມເຊີນບາວຖັງ ດ້ວຍຮູບຫຼໍ່ທອງຫຼາຍຮູບທີ່ລະອຽດອ່ອນ, ມີຮູບຫຼໍ່ພະອໍລະຫັນ 18 ຮູບ, ສູງ 2,5 ແມັດ, ນອກຈາກນັ້ນກໍ່ຍັງມີວັດ ບິກເວິນທ່ຽນ, ຮູບປັ້ນເຈົ້າແມ່ ກວນອິມ… ອ້າຍ ຫວງຽນຕ໋ວນຮຸ່ງ ແຂກທ່ອງທ່ຽວເປີດເຜີຍວ່າ :

      “ຂ້າພະເຈົ້າເຫັນວ່າ ລົດໄຟຂຶ້ນພູທີ່ນຳມາເຄື່ອນໄຫວບໍລິການຢູ່ສະຖານທີ່ທ່ອງທ່ຽວ Fansipan ໄດ້ຊ່ວຍໃຫ້ແຂກທ່ອງທ່ຽວປະຢັດໄດ້ເວລາດີທີ່ສຸດ. ນອກຈາກນັ້ນ, ເມື່ອຂີ່ລົດໄຟ, ແຂກທ່ອງທ່ຽວຍັງໄດ້ຮັບຊົມທິວທັດທຳມະຊາດພູຜາປ່າໄມ້, ທັງຂອບຟ້າຊາປາ. ໄດ້ຮັບຊົມຮູບພາບຮ່ອມພູ ເມື່ອງຮວາ, ບັນດາໝູ່ບ້ານ ກ໋າດກ໋າດ ທີ່ສວຍງາມ. ເມື່ອທ້ອງຟ້າແຈ່ມໃສ, ແຂກທ່ອງທ່ຽວຍັງສາມາດເຫັນຈອມພູ Fansipan ປະກົດຕົວຈາກທາງໄກ ພ້ອມທັງໄດ້ເຫັນອູ່ໄຟຟ້າທີ່ທັນສະໄໝທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລ່ນໄປມາສົ່ງແຂກທ່ອງທ່ຽວຂຶ້ນຈອມພູ Fansipan”.

      ສາຍລົດໄຟຂຶ້ນພູເມື່ອງຮວາ ໄດ້ປະກອບສ່ວນສ້າງບັນດາການບໍລິການເປັນຫຼາຍຮູບຫຼາຍແບບ, ຊ່ວຍໃຫ້ແຂກທ່ອງທ່ຽວສາມາດຄົ້ນຫາຢູ່ເຂດພູສູງເຕິຍບັກ ແລະ ເຂດຕົວເມືອງໃນທ່າມກາງນ້ຳໝອກກົ້ວຊາປາ. ດ້ວຍການນຳສາຍລົດໄຟຂຶ້ນພູ ເມື່ອງຮວາ ເຂົ້າເຄື່ອນໄຫວ, ຂະແໜງທ່ອງທ່ຽວ ແຂວງລາວກາຍ ມີຜະລິດຕະພັນລະດັບສາກົນຕື່ມອີກ, ປະກອບສ່ວນສ້າງວຽກເຮັດງານທຳ, ທັງເປັນການປົວແປງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ, ນອກຈາກນັ້ນກໍ່ເພີ່ມທະວີທາງດ້ານປະລິມານ ແລະ ຄຸນນະພາບການບໍລິການທ່ອງທ່ຽວກໍ່ຄືການໃຊ້ຈ່າຍຂອງແຂກທ່ອງທ່ຽວເມື່ອມີໂອກາດໄປຄົ້ນຫາຢູ່ເຂດພູສູງ.

ຕອບກັບ

ຂ່າວ/ບົດ​ອື່ນ