ເຂດທ່ອງທ່ຽວວັດທະນະທຳ ຊວຍຕຽນ ຢູ່ ນະຄອນ ໂຮ່ຈິມີນ


(vovworld)- ​ໂດຍ​ຕັ້ງ​ຢູ່ ບໍ​ລິ​ເວນ​ທີ່ກວ້າງ​ໃຫຍ່ ຂຶ້ນ​ກັບ​ເມືອງ 9, ຫ່າງ​ຈາກ​ໃຈ​ກາງນະ​ຄອນ​ໂຮ່​ຈິ​ມີນ ປະ​ມານກວ່າ 16 ກິ​ໂລ​ແມັດ, ແຕ່​ລະ​ປີ ເຂດ​ທ່ອງ​ທ່ຽວ ຊວຍ​ຕຽນ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ລ້ານໆ​ເທື່ອຄົນ. ດ້ວຍ​ກິດ​ຈະ​ກຳ​ລະ​ຫລິ້​ນ​             ບັນ​ເ​ທີງກວ່າ 150 ແຫ່ງ ຊື່ງ​ໄດ້​ວາດ​ພາບ​ເຖິງບັນ​ດາ​ເທບ​ນິ​ຍາຍ, ຮ່ອງ​ຮອຍ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ, ເຂ​ດ​ທ່ອງ​ທ່ຽວ ຊວຍ​ຕຽນ ​ກາຍ​ເປັນຫ​ໍ​ພິ​ພິດ​ທະ​ພັນ​ທຳ​ມະ​ຊາດ, ບ່ອນ​ລະ​ຫລິ້ນ​ບັນ​ເທິງ, ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ ພາຍ​ຫລັງ​ຊຸມມື້​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ.ບົດ​ຂຽນ​ຂອງ​ນັກ​ຂ່າວ ໂຕ​ຕວນ​ທີ່​ມີ​ຫົວ​ຂໍ້​ວ່າ: ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ຊວຍ​ຕ​ຽນ ຢູ່ ນະ​ຄອນ ໂຮ່​ຈິ​ມີນ.

 

ເຂດທ່ອງທ່ຽວວັດທະນະທຳ ຊວຍຕຽນ ຢູ່ ນະຄອນ ໂຮ່ຈິມີນ - ảnh 1
ເຂດ​ທ່ອງ​ທ່ຽວ​ຊວຍ​ຕຽນ
ພາບ:tourdulich.org.vn

        ຊວຍ​ຕຽນ ກ່ອນນີ້ ແມ່ນ​ເຂດ​ດິນ​ເປົ່າ​ຫວ່າງ ດ້ວຍ ​ນ້ຳ​ຫ້ວຍ​ນ​ອ້ຍລຳ​ຫນຶ່ງ​ທີ່​ໄຫ​ລ​ຜ່ານ​ເຂດ​​ດິນ​ທຳ​ມະ​ຊາດ​ທີ່ເປົ່າ​ຫວ່າງ. ຕົ້ນ​ປີ 1992, ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ໂຮ່​ຈິ​ມີນ ຕົກ​ລົງກໍ່​ສ້າງ​ເຂດນີ້ ໃຫ້​ກາຍ​ເປັນເຂດ​ທ່ອງ​ທ່ຽວ​ທັນ​ສະ​ໄຫມ​ເພື່ອ​ຮັບ​ໃຊ້​ຊີ​ວິດ​ ວັດ​ທະ​ນະ​​ທຳທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈິ​ມີນ. ໃນ​ໄລ​ຍະ​ກວ່າ 20 ປີ​ແຫ່ງ​ການກໍ່​ສ້າງ ແລະ ພັດ​ທະ​ນາ ດ້ວຍ​ຫົວ​ເລື່ອງ “ກັບ​ຄືນ​ເມືອ​ຫາ​ກົກ​ເຄົ້າ​ເຫງົ້າ​ກໍວັດ​ທະ​ນະ​ທຳ​ຂອງ​ຊາດ”, ຊວຍ​ຕຽນ ປະ​ຈຸ​ບັນ ແມ່ນ​ເຂດ​ທ່ອງ​ທ່ຽວ​ບັນ​ເທິງ​ອັນ​ດັບ​ຕົ້ນ​ຂອງ​ທົ່ວ​ປະ​ເທດ ດ້ວຍ ກວ່າ 150 ກິດ​ຈະ​ກຳ, ມີຮູບ​ແບບ​ລະ​ຫລິ້ນ​ບັນ​ເທິງທີ່​ອຸ​ດົມ​ສົມ​ບູນ ມີຫລາຍ​ຮູບ​ຫລາຍ​ແບບ ຕິດ​ພັນ​ກັບ​ບັນ​ດາ​ຮູບ​ພາບ​ປະ​ຫວັດ​ສາດ ແລະ ເລື່ອງ​ລາວ​ສືບ​ມາແຕ່​ບູ​ຮານ​ນະ​ການກ່ຽວ​ກັບ​ກົກ​ເຄົ້າ​ເຫງົ້າ​ກໍ​ຂອງ​ຊ​າດ​ຫວຽດ​ນາມ​ຄື: ລາກ​ລອງກວັນ, ເອົາ​ເກີ, ເຈົ້າ​ຊີ​ວິດ​ຮຸ່ງ, ເຊີນ​ຕິງ​ຖູຍ​ຕີງ.. . ມາ​ແຫ່ງນີ້ ນັກ​ທ່ອງ​ທ່ຽວ​ຍັງ​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​​ທີ່ສວຍ​ງາມ ດ້ວຍ​ນ້ຳ​ຫ້ວຍ​ໄຫລ, ປ່າ​ໄມ້​ຂຽວ​ສົດ​ງົດ​ງາມ, ຫນອງ​ປາ​… ຖືກກໍ່​ສ້າງ​ໃນ​ບໍ​ລິ​ເວນກວ້າງ​ໃຫຍ່ ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ. ທ່ານ ຫລາ​ກວກ​ແຄງ, ຮອງ​ຫົວ​ຫນ້າ ພະ​ແນກວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ ນະ​ຄອນ​ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ຄວນ​ຂຸດ​ຄົ້ນ​ບັນ​ດາ​ຄຸນ​ຄ່າ​ທຳ​ມະ​ຊາດ, ຄຸນ​ຄ່າ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ. ເພາະ ສິ່ງ​ນີ້​ໄດ້​ສ້າງ​ຄວາມ​ດູດ​ດື່ມ​ກ່ຽວ​ກັບ​ທ່ອງ​ທ່ຽວ. ນັກ​ທ່ອງ​ທ່ຽວ​ມາ​ແຫ່ງນີ້ ມີ​ເງື່ອນ​ໄຂ​ຊອກ​ຮູ້​ກ່ຽວ​ກັບ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ຈັບ​ອົກ​ຈັບ​ໃຈ, ຈາກນັ້ນ ​ນັກ​ທ່ອງ​ທ່ຽວ​ມີ​ຄວາມເຂົ້າ​ໃຈ​ຕື່ມ​ອີ​ກ​​ກ່ຽວ​ກັບບັນ​ດາ​ຮູບ​ການ, ບໍ​ລິ​ການ​ທ່ອງ​ທ່ຽວ​ຢູ່​ທີ່ນີ້.”

        ໃນ​ສອງ​ທົດ​ສະ​ວັດ​ຜ່ານ​ມາ, ເມື່ອ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ລະ​ດູ​ບານ​ໃຫມ່​ວຽນ​ມາ ຫລື​ໃນ​ໂອ​ກາດ​ວັນ​ພັກ​ການ, ເຂດ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ​ຊວຍ​ຕຽນ ໄດ້​ສ້າງ​ຮູບ​ການ​ລະ​ຫລິ້ນ​ບັນ​ເ​ທີງ​ໃຫມ່​​ຕື່ມ​ອີກ ເພື່ອຮັບ​ໃຊ້​ນັກ​ທ່ອງ​ທ່ຽວ. ເຂດ​ທ່ອງ​ທ່ຽວ​ຊວຍ​ຕຽນ ແມ່ນ​ກຸ່ມ​ບໍ​ລິ​ການ​ດຸດ​ດື່ມ, ທັນ​ສະ​ໄຫມ ແລະ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ຫວຽດ​ນາມ. ເຂດ​ທ່ອງ​ທ່ຽວ ຊວຍ​ຕຽນ ສະ​ຫງວນ​ເນື້ອ​ທີ່​ດິນກວ່າ 15.000 ຕາ​ແມັດ ເພື່ອກໍ່​ສ້າງ​ເຂດ​ລະ​ຫລິ້ນ​ບັນ​ເທິງ​ສະ​ເພາະ​ໃຫ້​ລຸ້ນ​ຫນຸ່ມ. ແຕ່​ລະ​ມື້​ເຂດນີ້ໄດ້​ຕ້ອນ​ຮັບ​ ​ 30.000 ເທື່ອ​ຄົນ. ເອື້ອຍ ຫງວຽນ​ທິ​ແທງ​ງາ ຢູ່ ເມືອງ 1 ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ຄອບ​ຄົວ​ຂ້າ​ພະ​ເຈົ້າ​ຍາດ​ເວ​ລາ​ພາ​ພວກ​ຫລານ​ໄປ​ຢ້ຽມ​ຢາມ ເຂ​ດ​ທ່ອງ​ທ່ຽວ​ຊວຍ​ຕຽນ. ເຖິງວ່າ ພວກ​ຫລານ​ຍັງ​ນ້ອຍ ແຕ່​ເມື່ອ​ມານີ້ ພວ​ກ​ຫລານ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ໂລກ, ສະ​ພາບ​ແວດ​ລ້ອມ ເປັນ​ຕົ້ນ ພວກ​ຂ້າ​ພະ​ເຈົ້າ​ມີ​ເວ​ລາ​​ພັກ​ຜ່ອນຢ່ອນ​ອາ​ລົມ​ພາຍ​ຫລັງ​ຊຸ​ມມື້​ເຮັດ​ວຽກ​ຢ່າງ​ອິດ​ເມື່ອຍ.”

ເຂດທ່ອງທ່ຽວວັດທະນະທຳ ຊວຍຕຽນ ຢູ່ ນະຄອນ ໂຮ່ຈິມີນ - ảnh 2
ວັນ​ບຸນ​ໝາກ​ໄມ້​ພາກ​ໃຕ້ຈັດ​ຂຶ້ນ​ຢູ່ ຊວຍ​ຕ​ຽ​ນ
ພາບ:dulichbamien.vn

        ໃນ​ເຂດ​ທ່ອງ​ທ່ຽວ​​ວັດ​ທະ​ນະ​ທຳ​ຊວຍ​ຕຽນ ຍັງ​ມີ​ເຂດ​ຫນຶ່ງ​ສະ​ຫງວນ​ໃຫ້​ຊາວ​ຫນຸ່ມ, ເຍົາ​ວະ​ຊົນ ຊື່ງ​ປະ​ກ​ອບ​ດ້ວຍ​ການ​ລະ​ຫລິ້ນ 100 ຢ່າງ. ຢູ່​ອ້ອມ​ແອ້ມ​ແມ່ນ​ເຂດ​ອາ​ຫານ​ການ​ກິນ ດ້ວຍ​ອາ​ຫານ​ທີ່​ແຊບ​ນົວ​ຫລາຍ​ເຍື່ອງ​ຂອງ​ພາກ​ເຫນືອ, ພາກ​ກາງ ແລະ ພາກ​ໃຕ້ ຫວຽດ​ນາມ. ນອກນັ້ນ​ຍັງ​ມີຮ້ານຂາຍ​ເຄື່ອງ​ທີ່​ລະ​ນຶກ ດ້ວຍ​ຮ້ານ​ຄ້າ​ທັນ​ສະ​ໄຫມ 50 ຮ້ານ.

        ແຕ່​ລະ​ປີ, ຢູ່​ເຂດ​ທ່ອງ​ທ່ຽວ​ທຳ​ມະ​ຊາດຊວຍ​ຕຽນ ດຳ​ເນີນ​ຫລາຍ​ເຫດ​ການ​ວັດ​ທະ​ນະ​ທຳ​ໃຫຍ່, ໃນ​ນັ້ນ ພົ້ນ​ເດັ່ນ​ແມ່ນ​ວັນ​ບຸນ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ​ໃນ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ ແລະ ວັນ​ບຸນ​ໝາກ​ໄມ້​ພາກ​ໃຕ້ ໃນ​ຕົ້ນ​ເດືອນ 6 ປະ​ຈຳ​ປີ ລ້ວນ​ແຕ່ໄດ້​ຮັບ​ການ​ຈັດ​ຂຶ້ນ​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່ ອັນ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ທີ່​ວັນ​ບຸນ​ໝາກ​ໄມ້​ພາກ​ໃຕ້ ຍັງ​ມີ​ລາຍ​ການ canaval ຖະ​ຫນົນ ຂອງ​ບັນ​ດາ​ກອງ​ສິ​ລະ​ປະ​ຫວຽດ​ນາມ, ສ​ເກົາ​ຫລີ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ອິນ​ເດຍ, ລາວ,  ກຳ​ປູ​ເຈຍ ແລະ ໄທ. ໃນ​ໂອ​ກາດນີ້ ນັກ​ທ່ອງ​ທ່ຽວ​ໄດ້​ຊີມ​ໝາກ​ໄມ້​ພິ​ເສດ​ເກືອບ 50 ຊະ​ນິດ ຂອງ 21 ແຂວງ ພາກ​ໃຕ້​ຫວຽດ​ນາມ ແລະ ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ