ເຂດປູຊະນີຍະສະຖານ ງວ້າເວິນ - ຫົວໃຈຂອງສາດສະໜາພຸດນິກາຍຈຸກເລິມອຽນຕື

(VOVWORLD) -ແຂວງ ກວ໋າງນິງ ບໍ່ພຽງແຕ່ລືຊື່ດ້ວຍບັນດາທິວທັດທຳມະຊາດ, ມໍລະດົກທຳມະຊາດໂລກ ອ່າວຮ້າລອງ ເທົ່ານັ້ນ, ຫາກຍັງເປັນທີ່ຮູ້ຈັກກັນດີດ້ວຍສູນພຸດທະສາດສະໜາ ຫວຽດນາມ. ໂດຍນອນຢູ່ໃຈໃນກາງເຂດປູຊະນີຍະສະຖານລະດັບຊາດພິເສດ ລາດຊະວົງເຈິ່ນ ທີ່ເມືອງ ດົງຈ່ຽວ, ວັດ ງວ້າເວິນ ໄດ້ຮັບຖືວ່າແມ່ນຫົວໃຈຂອງສາດສະໜາພຸດນິກາຍຈຸກເລິມອຽນຕື ແມ່ນສະຖານທີ່ເພື່ອໃຫ້ພຸດທະສາສະນິກກະຊົນຢູ່ທຸກແຫ່ງຫົນ ມານະມັດສະການຢູ່ດິນແດນແຫ່ງພຸດທະສາດສະໜາ
ເຂດປູຊະນີຍະສະຖານ ງວ້າເວິນ -  ຫົວໃຈຂອງສາດສະໜາພຸດນິກາຍຈຸກເລິມອຽນຕື  - ảnh 1ທັດສະນີຍະພາບວັດງ້ວາເວີນ 

ໂດຍຖືກຕັ້ງຢູ່ເທິງພູ ບ້າວດ້າຍ ຫຼື ເອີ້ນວ່າພູເວິຍຣົງ, ວັດງວ້າເລິມແມ່ນໜຶ່ງໃນ 4 ວັດນອນໃນເຂດປູຊະນີຍະສະຖານ 14 ແຫ່ງ ຂຶ້ນກັບເຂດປູຊະນີຍະສະຖານປະຫວັດສາດລະດັບຊາດພິເສດ ລາດຊະວົງເຈິ່ນ. ວັດງວ້າເວິນ ມີສະຖາປັດຕະຍາກຳໃຫຍ່ ຂອງສາດສະໜາພຸດນິກາຍຈຸກເລິມ ໄດ້ຮັບການກໍ່ສ້າງເທິງພູໜ່ວຍໜຶ່ງ    ຂອງສາຍພູອຽນຕື ຂຶ້ນກັບບໍລິເວນຂອງສອງຕາແສງ ອານຊິງ, ບິ່ງເຄ, ໃນນັ້ນ ສູນກາງແມ່ນພູ ບ່າວດ້າຍ. ວັດ ງວ້າເວິນ ແມ່ນແຫ່ງທີ່ເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງມາບວດ. ເພາະສະນັ້ນ ວັດງວ້າເວິນ ແມ່ນສູນກາງຂອງສາດສະໜາພຸດນິກາຍຈຸກເລິມ.

  ເພື່ອຈະເດີນທາງໄປຮອດວັດງວ້າເວິນ, ແຂກທ່ອງທ່ຽວກໍ່ຕ້ອງເດີນຜ່ານ ບ້ານໄຕເຊີນ  ຕາມທາງພູກ້ຳຕາເວັນຕົກສ່ຽງເໜືອປະມານ 4 ກິໂລແມັດ, ຢູ່ໃນລະດັບຄວາມສູງກວ່າ 500 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ກຸ່ມປູຊະນີຍະສະຖານວັດງວ້າເວິນ ແມ່ນນອນໃນສະຖານທີ່ສວຍງາມທີ່ສຸດ. ວັດງວ້າເວິນ ອີງຫຼັງໃສ່ພູງວ້າເວິນ ມີເມກເຝື້ອປົກຄຸມຕະຫຼອດປີ ມີສອງສາຍພູອ້ອມຮອບ, ທາງໜ້າກໍ່ມີພູໜ່ວຍໜຶ່ງບັງໜ້າ, ມຸ່ງສາຍຕາໄປທາງທິດໃຕ້ ແມ່ນຮ່ອມພູໃຫຍ່ດ້ວຍລຳແມ່ນ້ຳເກິ່ມທີ່ສວຍງານ. ເສັ້ນທາງໄປຍັງວັດ, ແຂກທ່ອງທ່ຽວກໍ່ຕ້ອງຜ່ານຫ້ວຍນ້ຳຫຼາຍສາຍ ໄຫຼຕັດຜ່ານເສັ້ນທາງໄປ. ແລ້ວກໍ່ຕ້ອງຂຶ້ນຄ້ອຍ ແລະ ເດີນຕາມທາງພູທີ່ລະອິດລະອ້ຽວ ດ້ວຍບັນດາທາງຮ່ອມຖືກປົກຄຸມໄປດ້ວຍຮົ່ມເຢັນຂອງຕັ້ນໄມ້ໃຫຍ່. ພະອາຈານ ທິກແທັງຕຽນ ເຈົ້າອະທິການວັດງວ້າເວິນ ໃຫ້ຮູ້ວ່າ:

“ຕາມເອກະສານປະຫວັດສາດ ແລະ ຕາມຄວາມຮູ້ຂອງບັນດາພະພິກ ຂຸແລ້ວ, ວັດງວ້າເວິນ ໄດ້ມີມາແຕ່ໄລຍະເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງ ສະຫວັນນະຄົດ ໝາຍຄວາມວ່າກ່ອນປິ 1308, ເວລານັ້ນພະອົງພວມມີຊີວິດ ແລະ ໄດ້ມາຢູ່ນີ້ເພື່ອບວດ. ໄລຍະທຳອິດພຽງແຕ່ແມ່ນຕູບນ້ອຍໆ. ວັດ ງວ້າເວິນມີທີ່ຕັ້ງຢັ້ງຢືນບັ້ນປາຍຂອງຊີວິດການເຄື່ອນໄຫວສາດສະໜາຂອງພະພຸດ ເຈິ່ນເຍິນຕົງ. ນີ້ແມ່ນຄຸນຄ່າອັນໂດດເດັ່ນຂອງວັດ ງວ້າເວິນ. ນີ້ຍັງແມ່ນຂີດໝາຍສຸດທ້າຍຂອງຊີວິດເຄື່ອນໄຫວສາດສະໜາ ຂອງເຈົ້າຊີວິດ ພະພຸດ ເຈິ່ນເຍິນຕົງ, ເພາະສະນັ້ນທຸກໆຄົນມີຄວາມເຄົາລົບນັບຖື”.

 ວັດງວ້າເວິນ ເປັນຂີດໝາຍພາລະກິດກໍ່ສ້າງນິກາຍຈຸກເລິມຢ່າງສຳເລັດຜົນ ຂອງພະພຸດເຈິ່ນເຍິນຕົງ ແລະ ນີ້ແມ່ນໄດ້ຮັບຖືກວ່າແມ່ນສູນຂອງສາດສະໜາພຸດນິກາຍຈຸກເລິມເວົ້າສະເພາະ ແລະ ພຸດທະສາດສະໜາຫວຽດນາມເວົ້າລວມ. ພະອາຈານໃຫຍ່ ທິກແທັງກວຽດ ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາດສະໜາ ຫວຽດນາມ ແຂວງ ກວ໋າງນິງ ໃຫ້ຮູ້ວ່າ:

 “ນີ້ແມ່ນສະຖານທີ່ລ້ຽງດູ, ກໍ່ສ້າງແນວຄິດສາດສະໜາພຸດທີ່ຮັກຊາດ, ເພື່ອມວນມະນຸດ, ເພື່ອປະຊາຊົນ ແລະ ເພື່ອປະເທດຊາດຫວຽດນາມ”.

ເດືອນ ສິງຫາ ປີ 1299, ເຈົ້າຊີວິດເຈິ່ນເຍິນຕົງ ໄດ້ອອກຈາກພະລາດຊະວັງຂຶ້ນ ພູອຽນຕື ເພື່ອບວດຈຳສິນ. ເມື່ອບວດເທິງພູຕືຕຽວ, ພະອົງຂະໜານນາມວ່າແມ່ນນັກບວດຈຸກເລິມ ແລະ ໄດ້ສ້າງຕັ້ງນິກາຍຈຸກເລິມອຽນຕື. ພາຍຫຼັງບວດຈຳສິນດ້ວຍຄວາມລຳບາກຢູ່ອຽນຕື, ພະອົງໄດ້ລົງໄປບັນດາໜູ່ບ້ານເພື່ອສອນປະຊາຊົນເຮັດວຽກງານເພື່ອການກຸສົນ, ແຈກຢາຍຢາປົວພະຍາດໃຫ້ຜູ້ທຸກຍາກ. ເດືອນ ພຶດສະພາ ປີ 1307, ພະອົງໄປບວດຢູ່ຕູບ ງວ້າເວິນ. ເດືອນ ພະຈິກ ປີ 1308 ພະອົງໄດ້ປະລິນິພານ ຢູ່ວັດງວ້າເວິນ. ປະລິນຍາໂທ ຈິ້ງວັນແອັງ ອາຈານສອນຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ສະມາຊິກໃນຄະນະຄົ້ນຄວ້າຄະດີບູຮານ ຢູ່ວັດງວ້າເວິນແບ່ງປັນວ່າ:

“ເຫດການນີ້ເອງມີຄຸນຄ່າຂອງເຂດປູຊະນີຍະສະຖານ. ດັ່ງນັ້ນ ວຽກງານຂອງຄົນລຸ້ນຫຼັງແມ່ນຕ້ອງເຮັດແຈ້ງ ແລະ ໂຄສະນາບັນດາຄຸນຄ່າຂອງພຸດທະສາດສະໜາ ເພື່ອໃຫ້ທຸກໆຄົນສາມາດຊອກຮູ້. ເມື່ອໄປນະມັດສະການຢູ່ວັດ ງວ້າເວິນ, ແຂກທ່ອງທ່ຽວບໍ່ພຽງແຕ່ມາທັດສະນະສຶກສາເທົ່ານັ້ນ ຫາກຍັງສາມາດຮຽນຮູ້ບັນດາຄຸນຄ່າແນວຄິດຂອງສາດສະໜາພຸດອີກດ້ວຍ”.

 ແຕ່ລະປີຮອດວັນທີ 9 ເດືອນຈຽງ ໄລ່ຕາມຈັນທະປະຕິທິນ, ພິທີໄຂງານບຸນລະດູບານໃໝ່ງວ້າເວິນ  ໄດ້ຖືກຈັດຂຶ້ນ ແລະ ຈະແກ່ຍາວຕະຫຼອດ 3 ເດືອນໃນລະດູບານໃໝ່. ນີ້ແມ່ນໂອກາດໃຫ້ແຂກທ່ອງທ່ຽວ ແລະ ປະຊາຊົນ ໄດ້ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີອັນໃຫຍ່ຫຼວງຂອງເຈົ້າຊີວິດ, ພະພຸດເຈິ່ນເຍິນຕົງ,  ສະແດງໃຫ້ເຫັນຫຼັກສິນທຳ ກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳຂອງຊາດ ຫວຽດນາມ ແລະ ເຂົ້າໃຈແຈ້ງກວ່າກ່ຽວກັບແນວຄິດຂອງນິກາຍຈຸກເລິມ. ລຸງ ໂດ໊ແທັງເລ ແຂກທ່ອງທ່ຽວມາຈາກນະຄອນຫາຍຟ່ອງ ເວົ້າວ່າ:

“ວັດ ງວ້າເວິນປຽບເໝືອນວິນຍານທີ່ສັກສິດຂອງພູຜາແມ່ນ້ຳລຳເຊ. ພວກຂ້າພະເຈົ້າມານີ້ດ້ວຍຄວາມເອກອ້າງທະນົງໃຈຂອງຊາດ ແລະ ເພື່ອຊີິວິດທີ່ດີກວ່າ ແລະ ສວຍງາມກວ່າ. ດິນແດນແຫ່ງນີ້ ກໍ່ແມ່ນສະຖານທີ່ສຶກສາອົບຮົມມູນເຊື້ອອັນດີງາມຂອງຊາດ, ມີຄຸນຄ່າທາງດ້ານປະຫວັດສາດອັນໃຫຍ່ຫຼວງ”.

 ປັດຈຸບັນເມື່ອໄປຮອດວັດງວ້າເວິນ, ນອກຈາກທາງນ້ອຍສອງສາຍຖືກປູດ້ວຍຫີນນັ້ນ, ແຂກທ່ອງທ່ຽວຈະໄດ້ໄປນະມັດສະການ ບູຊາພະພຸດຢ່າງສະດວກສະບາຍຜ່ານລະບົບອູ່ລອຍຟ້າ. ພ້ອມກັນນັ້ນ ເສັ້ນທາງໄປນະມັດສະການເຊື່ອມຕໍ່ບັນດາປູຊະນີຍະສະຖານ, ທິວທັດທຳມະຊາດຢູ່ອຽນຕື ຢູ່ເມືອງ ອວງບີ ກັບເຂດປູຊະນີຍະສະຖານລາດຊະວົງເຈິ່ນ ຢູ່ ດົງຈ່ຽວ ແລະ ບັນດາເສັ້ນທາງເຊື່ອມຕໍ່ກັບປູຊະນີຍະສະຖານຕ່າງໆ ກໍ່ໄດ້ຮັບການລົງທຶນກໍ່ສ້າງໃຫ້ສຳເລັດ ແລະ ນຳເຂົ້າໃຊ້ການ.

ຕອບກັບ

ຂ່າວ/ບົດ​ອື່ນ