ເຂື່ອນໄຟຟ້ານ້ຳຕົກລາຍເຈົາ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດຊາດ

ໂດຍນອນ​ຢູ່​​ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ, ຕິດ​ກັບ​ບັນ​ດາ​ແຂວງ: ລາວ​ກາຍ, ດ້ຽນ​ບຽນ, ເຊີນ​ລາ, ອຽນ​ບ້າຍ ແລະ ມີກວ່າ 20 ຊົນ​ເຜົ່າ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຮ່ວມ​ກັນ, ແຂວງ​ລາຍ​ເຈົ​າມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ​່ຽວ. ບໍ່​ພຽງ​ແຕ່​ມີ​ທິວ​ທັດ​ທຳ​ມະ​ຊາດຫຼາຍ​ແຫ່ງ​ທີ່​ສວຍ​ສົດ​ງົດ​ງາມ ດຶງ​ດູດ​ໃຈ​ແຂກ​ທ່ອງ​ທ່​ຽວ​ເທົ່າ​ນັ້ນ, ປະ​ຈຸ​ບັນ ແຂວງ​ລາຍ​ເຈົ​າຍັງ​ມີ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃໝ່​ຕື່ມ​ອີກ​ແຫ່ງ​ໜຶ່ງໂດຍ​ແມ່ນ​ມະ​ນຸດ​ສ້າງ​ຂຶ້ນ, ນັ້ນ​ແມ່ນກິດ​ຈະ​ກຳ​ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ.​

 

ເຂື່ອນໄຟຟ້ານ້ຳຕົກລາຍເຈົາ-ສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງປະເທດຊາດ - ảnh 1
ກິດ​ຈະ​ກຳເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ​ໄດ້​ເປີດ​ນຳ​ໃຊ້ໃນ​ວັນ​ທີ 20/12/2016

       ກິດ​ຈະ​ກຳເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ວັນ​ທີ 5/1/2011 ແລະ ເປີດ​ນຳ​ໃຊ້ໃນ​ວັນ​ທີ 20/12/2016. ໂດຍນອນ​ຢູ່ຍານ​ເໜືອ​ແມ່​ນ້ຳ​ດາ, ພ້ອມ​ກັບເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຮ່​ວາ​ບີງ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊີນ​ລາ, ໂຮງ​ງານໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າສາ​ມາດ​ສະ​ໜອງ​ໄຟ​ຟ້າ​ໃຫ້​ແກ່​ຕາ​ນ່າງ​ໄຟ​ຟ້າແຫ່ງ​ຊາດດ້ວຍ​ປະ​ລີ​ມານການ​ຜະ​ລິດ​ເກືອບ 25 kwh/ປີ. ເພື່ອກໍ່​ສ້າງ​ກິດ​ຈະ​ກຳ​ນີ້, ພະ​ນັກ​ງານ, ກຳ​ມະ​ກອນ​ນັບ​ນັບ​ພັນ​ຄົນ​ຢູ່​ບັນ​ດາ​ຫົວ​ໜ່ວຍກໍ່​ສ້າງ​ໄດ້​ຂຸດດິນ ແລະ ຖົມຫີນ​ເກືອບ 15 ລ້ານ​ m3 ພ້ອມ​ກັບ​ຕິດ​ຕັ້ງ​ໂດຍ​ນຳ​ໃຊ້​ເຫຼັກ​ກ້າ​ນັບ​ໝື່ນ​ໂຕນ, ພື້ນ​ຂອງເຂື່ອນຖືກກໍ່​ສ້າງ​ດ້ວຍ​ເບ​ຕົງ ມີ​ປະ​ລີ​ມານເກືອບ 2 ລ້ານ​ m3  , ດ້ວຍ​ລວງ​ສູງ​ສຸດແມ່ນ 137​ m . ກິດ​ຈະ​ກຳເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ ສຳ​ເລັດ​ການກໍ່​ສ້າງ​ກ່ອນກຳ​ນົດ​ຂອງ​ແຜນ​ການ 1 ປີ ແລະ ໄດ້ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ປະ​ມານ 4,7 ຕື້ kwh ໃຫ້​ແກ່​ຕາ​ນ່າງ​ໄຟ​ຟ້າແຫ່ງ​ຊາດ, ອັນ​ໄດ້​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​ຂອງ ແຂວງ​ລາຍ​ເຈົ​າ ແລະ ນຳ​ຜົນ​ປະ​ໂຫຍດ​ຄິດ​ເປັນ​ເງິນ 7000 ຕື້​ດົງ​ໃຫ້​ແກ່​ປະ​ເທດ​ຊາດ, ພ້ອມ​ທັງ​ສາ​ມາດ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ດ້ານ​ພະ​ລັງ​ງານ​ແຫ່ງ​ຊາດ. ທ່ານ ຝ້າມ​ຮົ່ງ​ເຟືອງ , ຜູ້​ອຳ​ນວຍ​ການ​ຄະ​ນະ​ຄຸ​້ມ​ຄອງ​ໂຄງ​ການ​ໂຮງ​ໄຟ​ຟ້ານ້ຳ​ຕົກ​ເຊີນ​ລາ-ລາຍ​ເຈົ​າ​ໃຫ້​ຮູ້​ວ່າ : 

    “ກິດ​ຈະ​ກຳເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ ສຳ​ເລັດ​ການກໍ່​ສ້າງ​ກ່ອນກຳ​ນົດ​ 1 ປີ ເມື່ອ​ທຽບ​ໃສ່​ແຜນ​ການໄດ້​ວາງ​ອອກ. ກິດ​ຈະ​ກຳໄດ້ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ປະ​ມານ 4,7 ຕື້ kwh ໃຫ້​ແກ່​ຕາ​ນ່າງ​ໄຟ​ຟ້າແຫ່ງ​ຊາດ”

    ໂດຍນອນ​ຢູ່​ທ່າມ​ກາງ​ເຂດ​ພູ​ຜາ​ປ່າ​ໄມ້ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າໃນ​ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ມາ​ຢ້ຽມ​ຢາມ​ເທດ​ສະ​ບານ​ເມືອງ​ນ້ຳ​ຍູນ ຊຶ່ງ​ເປັນ​ແຫ່ງຕັ້ງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​ານັ້ນ, ບໍ່​ມີ​ໃຜ​ຄິດ​  ວ​່າ ກ່ອນນີ້ 2-3 ປີ, ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ແຫ່ງນີ້ ໄດ້​ສ້າງ​ໂສມ​ໜ້າ​ໃໝ່, ເປັນ​ ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ແຂກ​ທ່ອງ​ທ່ຽວ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ອ້າຍ​ວໍ້​ວັນ​ຫວຽດ ແຂກ​ທ່ອງ​ທ່ຽວທີ່​ມາ​ຈາກ​ແຂວງກວາງ​ບີງ ໃຫ້​ຮູ້​ວ່າ:

    “ ຂ້າ​ພະ​ເຈົ້າ​ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ຮ່​ວາ​ບີງ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ເຊີນ​ລາ,  ແລະ ປະ​ຈຸ​ບັນ​ແມ່ນເຂື່ອນໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ. ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າມີ​ຄວາມ​ງາມ​ແບບ​ແຕກ​ຕ່າງ. ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ທັນ​ສະ​ໄໝ, ໃຫຍ່​ໂຕ, ຖືກ​ປຸ​ກ​ສ້າງ​ໃນ​ທ່າມ​ກາງ​ເຂດ​ພູ​ສູງ. ມາ​ຮອດນີ້ ຈຶ່ງ​ຈະ​ເຫັນ​ປະ​ຈັກ​ຕາ​ກິດ​ຈະ​ກຳ​ແມ່ນ​ໃຫຍ່​ໂຕ​ຄື​ແນວ​ໃດ ກໍ​ຄື​ການທຸມ​ເທເຫື່ອ​ແຮງ​ຂອງ​ພະ​ນັກ​ງານ, ກຳ​ມະ​ກອນ​​ເພື່ອກໍ່​ສ້າງ​ກິດ​ຈະ​ກຳ​ໃຫ້​ສຳ​ເລັດ​ ”

     ສ່ວນ​ນາງ​ແທງ​ມາຍ ແຂກ​ທ່ອງ​ທ່ຽວ​ມາ​ຈາກ​ຮ່າ​ໂນ້ຍ ແບ່ງ​ປັນ​ວ່າ :

   “ ເຖິງວ່າ​ເສັ້ນ​ທາງ​ໄປ​ຍັງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ ບໍ່​ສັ້ນ​ຄື​ບັນ​ດາ​ກິດ​ຈະ​ກຳ​ອື່ນໆ​ກໍ​ຕາມ, ແຕ່​ເມື່ອ​ຂີ່​ລົດ​ໄປ​ລຽບ​ຕາມ​ເສັ້ນ​ທາງ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້. ຄະ​ນະ​ນັກ​ທ່ອງທ່ຽວພວກ​ຂ້າ​ພະ​ເຈົ້າ ຍັງ​ໄດ້​ລອງ​ເຮືອ​ຈາກ​ຍານ​ເໜືອ​ແມ່​ນ້ຳ​ດາ, ຜ່ານ​ບັນ​ດາ​ເຂດ​ປ່າ​ດົງ​ດິບ, ໄດ້​ຄົ້ນ​ຫາ​ອ່າງ​ເກັບ​ນ້ຳ​ທີ່​ກ້​ວາງ​ໃຫຍ່​ຂອງເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າ​ອີກ​ດ້ວຍ ”

     ຍາມ​ລະ​ດູ​ບານ​ໃໝ່ ກໍ​ແມ່ນ​ຊວງ​ເວ​ລາ​ທີ່​ອາ​ກາດ​ດີກວ່າ​ໝູ່​ໃນ​ປີ. ນີ້​ແມ່ນ​ຈຸດ​ເວ​ລາ​ທີ່​ແຂກ​ທ່ອງ​ທ່ຽວ​ເຄີຍ​ມາ​ຢ້ຽມ​ຢາມ, ຄົ້ນ​ຫ​າ​ບັນ​ດາ​ທິວ​ທັດ​ທຳ​ມະ​ຊາດ​ຂອງ ເຂດທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ປະ​ເທດ​ຊາດ ແລະ ແຂວງ​ລາຍ​ເຈົາ. ມາ​ຢ້ຽມ​ຢາມແຂວງ​ລາຍ​ເຈົ​າ, ແຂກ​ທ່​ອງ​ທ່ຽວບໍ່​ພຽງ​ແຕ່​ສາ​ມາດ​ພິ​ຊີດ​ກີ່ວ ໂອ​ກຸຍ​ໂຮ່, ຄົ້ນ​ຫາ​ເຂດ​ພູ​ພຽງ ຊີ່ນ​ໂຮ່, ທົງນາ​ເມືອງຫຼໍ່, ບັນ​ດາ​ກົງ​ພັດ​ນ້ຳ​ບ້ານ​ບໍ, ເຂື່ອນ​ໄຟ​ຟ້າ​ນ້ຳ​ຕົກ​ລາຍ​ເຈົ​າເທົ່າ​ນັ້ນ, ແຂກ​ທ່ອ​ງທ່ຽວຍັງ​ມີ​ໂອ​ກາດ​ໄດ້​ຊອ​ກ​ຮູ້​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ, ອາ​ຫານ​ການ​ກິນ ແລະ ການ​ດຳ​ລົງ​ຊີວ​ິດ​ຂອງ 20 ຊົນ​ເຜົ່າ​ຢູ່​ແຫ່ງນີ້ອີກ​ດ້ວຍ. ເຖິງວ່າ​ເສັ້ນ​ທາງ​ໄປ​ຍັງແຂວງ​ລາຍ​ເຈົ​າ​ຍັງ​ລຳ​ບາກ​ກໍ​ຕາມ, ແຕ່​ໄດ້​ນຳ​ມາ​ເຊິ່ງຫຼາຍ​ສິ່ງຫຼາຍ​ຢ່າງ​ທີ່​ປະ​ທັບ​ໃຈ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ຄິດ​ຮອດ​ຄິດ​ເຖິງ ແລະ ຫວັງ​ຢາກ​ກັບ​ມາ​ຢາມ​ດິນ​ແດນ​ແຫ່ງນີ້​ໃນ​ຄັ້ງ​ໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ