ເຕີນຈ່າວ-ແມ່ນສະຖານທີ່ໃຫ້ກຳເນີດແລະປົກປ້ອງການປະຕິວັດຫວຽດນາມ


(vovworld)- ​ໃນຊ​ຸມມື້​ລະ​ດູ​ໃບ​ໄມ້​ຫລົ່ນ​​ຂອງເດືອງ​ສິ​ງ​ຫາ​ກ່ອນນີ້ 70 ປີ, ທີ່​ເຂດ​ປົດ​ປ່ອຍ ເຕີນ​ຈ່າວ, ຕາ​ແສງ ເຕີນ​ຈ່າວ ເມືອງ ເຊີນ​ເຢືອງ ແຂວງ ຕວຽນ​ກວາງ, ຄຳ​ສັ່ງ​ການ​ລຸກ​ຮຶ້​ຂຶ້ນ​ຂະ​ຫນາດ​ໃຫຍ່​ຖືກ​ເຜີຍ​ແຜ່​ໄປ​ທົ່ວ​ປະ​ເທດ. ມີ​ປະ​ຊ​າ​ຊົນ​ຫວຽດ​ນາມ ກວ່າ 20 ລ້ານ​ຄົນ ໄດ້​ລຸກ​ຮຶ້​ຂຶ້ນ​, ສ້າງ​ເປັນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ຍາ​ດ​ເອົາ​ອຳ​ນາດ​ການ​ປົກ​ຄອງ​ມາໃຫ້​ປະ​ຊາ​ຊົນ.

 

ເຕີນຈ່າວ-ແມ່ນສະຖານທີ່ໃຫ້ກຳເນີດແລະປົກປ້ອງການປະຕິວັດຫວຽດນາມ - ảnh 1
ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ປະ​ຫວັດ​ສາດ ເຕີນ​ຈ່າວ
 ແຂວງ​ຕວ​ຽນ​ກວາງ
ພາບ:laodong.com.vn

        ວັນ​ທີ 21/5/1945, ຈາກ ແຂວງ ກາວ​ບັ່ງ ທ່ານ​ປະ​ທານ​ ໂຮ່​ຈິ​ມີນ ​ເດີນ​ທາງ​ກັບຄືນ​ແຂວງ​ຕວຽນ​ກວາງ ເພື່ອ​ຊີ້​ນຳ​ນຳ​ພາ​ຂະ​ບວ​ນ​ການ​ປະ​ຕິ​ວັດ​ໃນ​ທົ່ວ​ປະ​ເທດ. ປະ​ທານ​ໂຮ່​ຈິ​ມີນ ໄດ້​ເລືອກ​ເຟັ້ນ ຕາ​ແສງ ເຕີ​ນ​ຈ່າວ ເປັນ​ນະ​ຄ​ອນ​ຫລວງ​ຂອງ​ເຂດ​ປົດ​ປ່ອຍ ແລະ ກ​ໍ​ເປັນຖານ​ທີ່​ໝັ້ນ​ການ​ປະ​ຕິ​ວັດ. ​ສະ​ຖານ​ທີ່​ທຳ​ອິດ​​ຊື່ງ​ທ່ານປະ​ທານ​ໂຮ່​ຈິ​ມີນ ຢູ່​ອາ​ໄສ ເມື່ອ​ກັບ​ຄືນ ເຕີນ​ຈ່າວ ນັ້ນ​ແມ່ນ ເຮືອນ​ຂອງ ທ່ານ ຫງວຽນ​ຕຽນ​ຊື້, ຄາວ​ນັ້ນ ແມ່ນ​ຫົວ​ຫນ້າ​ອົງ​ການ​ຫວຽດ​ມີງ ​ຕາ​ແສງ ເຕີນ​ຈ່າວ. ​ປ້າ ຮ່​ວາງ​ທິ​ມາຍ, ລູກ​ໃພ້​ຂອງ​ທ່ານ ຫງວຽນ​ຕຽນ ຊື້ ໃຫ້​ຮູ້​ວ່າ: ເມື່ອ​ເປັນ​ລູກໃພ້ຂອງ ເພີ່ນ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ເລື່ອງ​ລາວ​ຫລາຍ​ເລື່ອງ​ກ່ຽວ​ກັບ​ປະ​ທານ​ໂຮ່​ຈິ​ມີນ ໃນ​ໄລ​ຍະ​ທີ່​ເພີ່ນ​ຢູ່​ນຳ​ຄອບ​ຄົວ​ຂ້າ​ພະ​ເຈົ້າ. ຢູ່​ທີ່ນີ້ ນອກ​ຈາກ​ເວ​ລາ​ເຮັດ​ວຽກ​ແລ້ວ, ​ປະ​ທານ​ໂຮ່​ຈິ​ມີນ ເຄີຍ​ພ້ອມ​ກັບ​ທ່ານ ຫງວຽນ​ຕຽນ​ຊື້ ໄປ​ຢ້ຽມ​ຢາມ​ຄ​ອບ​ຄົວ​ຈຳ​ນວນ​ຫນຶ່ງ​ໃນ​ໝູ່​ບ້ານ, ເພື່ອຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ຜູ້​ເຖົ້າ​ຜູ້​ແກ່ ແລະ ເດັກ​ນ້ອຍ. ຄາວນັ້ນ ປະ​ຊາ​ຊົນ​ໃນ​ບ້ານ​ເຄີຍ​ເອີ້ນ​ປະ​ທານ​ໂຮ່​ຈິ​ມິນ​ ດ້ວຍ​ຊື່​ທີ່​ສະ​ຫນິດ​ສະ​ຫນົມ ແລະ ເຄົາ​ລົບ​ຮັກ​ວ່າ: ອົງ​ແກ່(ລຸງ​ແກ່). ປ້າ ຮ່​ວາງ​ທິ​ມາຍ ໃຫ້​ຮູ້​ວ່າ:

         “ ພໍ່​ແມ່​ຜົວ​ຂ້າ​ພະ​ເຈົ້າເລົ່າ​ສູ່​ຟັງ​ວ່າ ປະ​ທານ​ໂຮ່​ຈິ​ມີນ ມານີ້​ເພື່ອ​ຈັດ​ການ​ປະ​ຊຸມ ແລະ ຢູ່​ອາ​ໄສ​ທີ່ນີ້ ອາ​ທິດ​ຫນຶ່ງ. ກ່ອນນີ້ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ປະ​ທານໂຮ່​ຈິ​ມິນ ພຽງ​ແຕ່​ຮູ້​ວ່າ ອົງ​ແກ ເທົ່າ​ນັ້ນ. ເມື່ອ​​ມາ​ເຮັດ​ວຽກ​ໃນ​ຕູ​ບມື້​ຫນຶ່ງ ປະ​ທາ​ນ​ໂຮ່​ຈິ​ມີນ ຖືກ​ເຈັບ​ເປັນ. ຄອບ​ຄົວ​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ຢາ​ປົວ​ພະ​ຍາດ​ມາ​ໃຫ້​ເພີ່ນ. ແມ່​ຜົວ​ຂ້າ​ພະ​ເຈົ້າ​ໄດ້​ເອົາ​ເຂົ້າ​ຫນຽວ, ເຂົ້າ​ຈ້າວ, ຊີ້ນ​ໄກ່, ແກງ​ໃຫ້​ເພີ່ນ​ກິນ. ເຖິງວ່າ ​ພວກ​ເພີ່ນ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫລາຍ ແຕ່​ກໍ​ພະ​ຍາ​ຍາມ​ຊ່ວຍ​ເຫລືອ​ການ​ປະ​ຕິ​ວັດ.”

         ຮອດ​ເດືອນ​ສິງ​ຫາ​ປີ 1945, ໃນ​ທ່າມ​ກາງຂະ​ບວ​ນ​ການ​ຕ້ານ ຍີ່​ປຸ່ນ ກູ້​ຊາດ ພວມ​ດຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ອອກ​ຄຳ​ສັ່ງ ຕ້ອງ​ຮີບ​ເຮັ່ງ​ຮຽກ​ໂຮມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ເຕີນ​ຈ່າວ ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວ, ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ວັດ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ ຮ່​ວາງງອກ ຢູ່ ບ້ານ ເຕີນ​ເລີບ ຕາ​ແສງ ເຕີນ​ຈ່າວ ໃຫ້​ຮູ້​ວ່າ: ໃນ​ຄາວນັ້ນ ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ພຽງ 10 ປີ, ບັນ​ດາ​ພະ​ນັກ​ງານ​ໄປ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ໄດ້ມາ​ຢູ່​ເຮືອນ​ຂອງ​ຂ້າ​ພະ​ເຈົ້າ ແລະ ເຮືອນ​ຂອງ​ຄອບ​ຄົວ​ອື່ນ​ໃນ​ບ້ານ. ໃນ​ຂະ​ນະ​ທີ່ກອງ​ປະ​ຊຸມ​ໃຫຍ່​ດຳ​ເນີນ​ໄປ, ມີ​ຄະ​ນະ​ຜູ້​ແທນ​ຕາງ​ຫນ້າ​ໃຫ້​ປະ​ຊ​າ​ຊົນ ເຕີນ​ຈ່າວ ໄດ້​ມາ​ອວຍ​ພອນກອງ​ປະ​ຊຸມ​ໃຫຍ່ ແລະ ທ່າ​ນ​ຮ່​ວາງງອກ ເປັນ​ກຽດ​ມີ​ຫນ້າ​ໃນ​ຄ​ະ​ນະ​ເຍົາ​ວະ​ຊົນ. ທ່ານ​ເລົ່າ​ສູ່​ຟັງ​ວ່າ: ໃນ​ຄາວນັ້ນ ປະ​ຊາ​ຊົນທຸກ​ຍາກ​ຫລາຍ, ແຕ່​ກໍ​ພະ​ຍາ​ຍາມ​ປະ​ກອບ​ເຂົ້າ​ສານ, ໄກ່ ແລະ ງົວ​ໂຕ​ຫນຶ່ງ​ມາ​ອວຍ​ພອນ​ລັດ​ຖະ​ບານ​ປະ​ຕິ​ວັດ​ຊົ່ວ​ຄາວ ທີ່​ຫາກໍ​ໄດ້​ຮັບ​ການ​ສ້າ​ງ​ຕັ້ງ​ຂຶ້ນ. ທ່າ​ນ​ຮ່​ວາງງອກ ​ເວົ້າ​ວ່າ:

          “ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຊາວ​ຊົນ​ເຜົ່າ​ໄຕ່, ໄລ​ຍະ​ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ຫົວ​ເມືອງ​ຂຶ້ນ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແມ່ນ​ຫ​ຍຸ້ງ​ຍາກ​ລຳ​ບາກ​ທີ່​ສຸດ. ເມື່ອ​ມີ​ຂະ​ບວນການ​ປະ​ຕິ​ວັດ ແລະ ໄດ້​ຮັບ​ການ​ສຶກ​ສາ​ນ້ຳ​ໃຈ​ປະ​ຕິ​ວັດ​ຈາກ​ພັກ, ປະ​ທານ​ໂຮ່​ຈິ​ມີນ, ຊາວ​ຊົນ​ເຜົ່າ​ພວກ​ຂ້​າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ ແລະ ພ້ອມ​ກັນ​ຊ່ວຍ​ເຫລືອ​ການ​ປະ​ຕິ​ວັດ. ປະ​ທານ​ໂຮ່​ຈິ​ມີນ ເວົ້າ​ແນວ​ໃດ ແລະ ພະ​ນັກ​ງານ​ປະ​ຕິ​ວັດ​ເວົ້າ​ແນວ​ໃດ​ພວກ​ຂ້າ​ພະ​ເຈົ້າ​ລ້ວນ​ແຕ່​ປະ​ຕິ​ບັດ​ຕາມ.”

        ສຳ​ລັບ​ແມ່​ຕູ​້ ນົງ​ທິ​ເມີ, ​ອາ​ຍຸກວ່າ 90 ປີ ເຖິງວ່າ ສຸ​ຂະ​ພາບ​ອ່ອນ​ເພຍ​ແລ້ວ​ກໍ​ຕາມ ແຕ່​​ແມ່​ເຖົ້​າ ບໍ່​​ຫລົງ​ລືມ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຊ​ຸມ​ວັນ​ທີ່​ທ່ານ​ປະ​ທານ​ໂຮ່​ຈິ​ມີນ ແລະ ບັນ​ດາ​ພະ​ນັກ​ງານ​ປະ​ຕິ​ວັດ​ມາ​ດຳ​ລົງ​ຊີ​ວິດ​​ແລະ ເຮັດ​ວຽກຢູ່ ເຕີນ​ຈ່າວ. ຄາວນັ້ນ ແມ່​ຕູ​້​ໄດ້​ພ້ອມ​ກັບ​ເອື້ອຍ​ນ້ອງ​ໃນ​ບ້ານຊ່ວຍ​ເຫລືອ​ການ​ປະ​ຕິ​ວັດ ດ້ວຍ​ການ​ຕຳເຂົ້າ​ລ້ຽງ​ທັບ. ບັນ​ຍາ​ກາດ​ອອກ​ແຮງ​ງານດຳ​ເນີນ​ໄປ​ຢ່າງ​ຮີບ​ເຮັ່ງ​, ວ່ອງ​ໄວ. ແມ່​ຕູ​້ນົງ​ທິ​ເມີ​ ຍັງ​ຈື່​ຈຳ​ບັນ​ດາ​ຄຳ​ຕັກ​ເຕືອນ​ຂອງ​ປະ​ທານ​ໂຮ່​ຈິ​ມີນ ໃນ​ຄາວນັ້ນ​ວ່າ: “ຕຳ​ເຂົ້າ​ກໍ​ແມ່ນ​ຕີ​ສັດ​ຕູ”. ໃນ​ຊຸມມື້​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ, ແມ່​ເຖົ້າ​ໄດ້​ເປັນ​ກຽດ​​ຮັບ​ຫນ້າ​ທີ່​ເປັນ​ຜູ້ແຕ່ງ​ກິນ​ຮັບ​ໃຊ້​ກອງ​ປະ​ຊຸມ​ໃຫຍ່.

        ປະ​ຊາ​ຊົນ​ຢູ່ ​ແລະ​ເຂດ ພູ​ຜາ​ປ່າ​ໄມ້​ຢູ່ ເຕີນ​ຈ່າວ ໄດ້​ລ້ຽງ​ດູ, ປົກ​ປິດຊ່ວຍ​ເຫລືອ​ ​ການ​ປະ​ຕິ​ວັດ, ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ໃຫ້ພັກ, ປະ​ທານ​ໂຮ່​ຈິ​ມີນ ແລະ ການ​ປະ​ຕິ​ວັດ​ໃນ​ຊຸມມື້​ກ່ອນ​ການ​ລຸກ​ຮຶ້​ຂຶ້ນ. ເຕີນ​ຈ່າວ ແມ່ນ​ສູນ​ກາງ​ຊີ້​ນຳ​ການ​ລຸກ​ຮຶ້​ຂຶ້ນ​ຂະ​ຫນາດ​ໃຫຍ່​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງໃນ​ທົ່ວ​ປະ​ເທດ, ສວມ​ບົດ​ບາດ​ສຳ​ຄັນ​ຕໍ່ຜົນ​ສຳ​ເລັດ​ຂອງ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ທີ່​ຍິ່ງ​ໃຫຍ່​ຂອງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ