ເມືອງຫຼໍ່-ອູ່ວັດທະນະທຳຂອງພໍ່ແມ່ພີນ້ອງເຜົ່າໄທດຳ

      ທົ່ງ​ນາ​ເມືອງຫຼໍ່, ເທດ​ສະ​ບານ ເງ້ຍ​ໂລະ, ແຂວງ​ອຽນ​ບ້າຍ ແມ່ນ​ເຂດ​ດິນ​​ດີ​ອຸ​ດົມ​ສົມ​ບູນ ແລະ ຮັ່ງ​ມີ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜ​ືອ​ຫວຽດ​ນາມ, ແຫ່ງ​ທີ​ມີ​ຊື່​ສຽງ​ດ້ວຍ​ເຂົ້າ​ຫອມຫຼາຍ​ຊະ​ນິດ. ໂດຍ​ຖືກ​ຕັ້ງ​ຢູ່​ກາງ​ບັນ​ດາ​ສາຍ​ພູ​ສູງ, ແຕ່​ເມືອງຫຼໍ່ພັດ​ແມ່ນ​ທົ່ງ​ນາທີ່​ຮາບ​ພຽງ ແລະ ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ດ້ວຍ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຊົນ​ເຜົ່າ.

 

ເມືອງຫຼໍ່-ອູ່ວັດທະນະທຳຂອງພໍ່ແມ່ພີນ້ອງເຜົ່າໄທດຳ - ảnh 1
ທົ່ງ​ນາ​ເມືອງຫຼໍ່, ເທດ​ສະ​ບານ ເງ້ຍ​ໂລະ, ແຂວງ​ອຽນ​ບ້າຍ

        ໂດຍ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ​ຄອນ​ອຽນ​ບ້າຍ​ປະ​ມານ 80 ກມ​ໄປ​ທາງ​ທິດ​ຕາ​ເວັນ​ຕົກ, ​ທົ່ວ​ນາເມືອງຫຼໍ່ນອນ​ຢູ່​ກາງ ເທດ​ສະ​ບານ ເງ້ຍ​ໂລະ ແລະ ເມືອງວັນ​ເຈີ້ນ. ​ເມືອງຫຼໍ່ແມ່ນ​ທົ່ງ​ນາ​ໃຫຍ່​ອັນ​ດັບ 2 ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເໜືອ, ພຽງ​ຮອງ​ຈາກ​ເມືອງ​ແທງ​ຂອງ​ແຂວງ​ດ້ຽນ​ບຽນ​ເທົ່າ​ນັ້ນ. ໄປ​ຕາມ​ເສັ້ນ​ທາງຫຼວງ 32, ແຂກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ ​ເມືອງຫຼໍ່ ຈະ​ມີ​ຄວາມ​ປະຫຼາດ​ໃຈ​ເມື່ອ​ເຫັນ​ປະ​ຈັກ​ຕາ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ບັນ​ດາ​ທົ່ງ​ນາ​ຂັ້ນ​ໄດ​ທີ່​ພວມ​ສຸກ​ເຫຼືອງ​ອາ​ຮາມ. ຫ້ວຍ​ນ້ຳ​ເທຍ​ໄຫຼ​ຜ່ານ​ຮອມ​ພູ ປຽບ​ເໝືອນ​ແຖບ​ຜ້າ​ໄໝ​ອ່ອນ​ພວມ​ເລື່ອນ​ລອຍ​ໃນ​ທ່າມ​ກາງ​ທົ່ງ​ນາ​ສຸກ​ເຫຼືອງ. ຫຼຽວ​ເບິ່ງ​ຈາກ​ບ່ອນ​ທີ່​ສູງ, ຮ່ອມ​ພູເມືອງຫຼໍ່​ຖືກ​ອ້ອມ​ຮອບ​ໄປ​ດ້ວຍ​ເນີນ​ພູ​ຖືກ​ປົກ​ຄຸ​ມ​ໄປ​ດ​້ວຍ​ກຸ່ມ​ເມກຕະຫຼອດ​ປີ.

      ​ເມືອງຫຼໍ່ແມ່ນ​ແຫ່ງ​ດຳ​ລົງ​ຊີ​ວິດ​ຂອງ 17 ຊົນ​ເຜົ່າ, ໃນ​ນັ້ນ​ເຜົ່າ​ໄທ​ດຳ​ໄດ້​​ມາ​ຕັ້ງ​ຖິ່ນ​ຖານດຳ​ລົງ​ຊີ​ວິດ​ມາ​ແຕ່​ດົນ​ນານ ແລະ ມີ​ຈຳ​ນວນ​ພົນ​ລະ​ເມືອງຫຼາຍ​ກ່​ວາ​ໝູ່​. ຕາມເລື່ອ​ງ​ລາວ​ເລົ່າ​ຂານ​ກັນ​ມາ​ວ່າ: ແຕ່​ປາງ​ກ່ອນ, ມີ 2 ອ້າຍ​ນ້ອງ​ທີ່​ມີ​ຊື່​ວ່າ ຕາວ​ຊວງ ແລະ ຕາວ​ເງີ່ນ ໄດ້​ຊອກ​ຫາ​ບ່ອນ​ສ້າງ​ອາ​ຊີບ. ຜູ້​ເປັນ​ອ້ວຍ​ແມ່ນ ຕາວ​ຊວງ ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່ ​ເມືອງຫຼໍ່ ອັນ​ໄດ້​ສ້າງ​ເປັນ​ດິນ​ແດນ​ບັນ​ພະ​ບຸ​ລຸດ​ຂອງ​ຊາວ​ເຜົ່າ​ໄທ​ດຳ​ຢູ່​ທົ່ວ​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜ​ືອ​ຫວຽດ​ນາມ. ສ່ວນ​ຜູ້​ເປັນ​ນ້ອງ​ໄດ້​ເລືອກ​ເອົາ​ທົ່ງ​ນາ​ຢູ່​ເມືອງ​ແທງ, ແຂວງ​ດ້ຽນ​ບຽນ​ເພື່ອ​ດຳ​ລົງ​ຊີ​ວິດ. ປ້າ​ຮ່າ​ທິ​ທູ, ຊາວ​ເຜົ່າ​ໄທ​ດຳ ຢູ່​ຕາ​ແສງ​ເງ້ຍ​ອານ, ຕາ​​ແສງ ຟູ່​ຍາມ, ເມືອງວັນ​ເຈີ້ນ ໃຫ້​ຮູ້ວ​່າ : 

    “ທົ່ງ​ນາ​ເມືອງຫຼໍ່ກ້​ວາງ​ປະ​ມານ 3000 ແຮັກ​ຕາ. ແຕ່​ລະ​ປີ, ພວກ​ຂ້າ​ພະ​ເຈົ້າ​ທຳ​ການ​ຜະ​ລິດ​ເຂົ້າ 2 ລະ​ດູ. ຍ້ອນ​ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ, ດັ່ງ​ນັ້ນ ການ​ຜະ​ລິດ​ເຂົ້າ​ໃນປີ​ໃດ ກໍ​ໄດ້​ຮັບ​ຜົນ​ດີ, ປະ​ຊາ​ຊົນ​ພໍ​ກິນ​ພໍ​ຢູ່, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປົວ​ແປງ​ໃຫ້​ດີ​ຂຶ້ນ ”

    ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ໄທ​ດຳຢູ່​ເມືອງຫຼໍ່, ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ດິນ​ດີ​ອຸ​ດົມ​ສົມ​ບູນ, ທຳ​ມະ​ຊາດ​ກໍ​ໄດ້​ດົນ​ບັນ​ດານ​ໃຫ້​ດິ​ນ​ແດນ​ແຫ່ງນີ້ ຍັນ​ດາ​ສິນທຳ​ມະ​ຊາດ​ພິ​ເສດຫຼາຍ ຢ່າງ, ​ພໍ່​ແມ່​ພີ​ນ້ອງ​ເຜົ່າ​ໄທ​ດຳ ຍັງ​ຄົງ​ສາ​ມາດ​ຮັກ​ສາ​ວັດ​ທະ​ນະ​ທຳ​ດ້ານ​ອາ​ຫານ​ການ​ກິນ​ທີ່​ມີຫຼາຍ​ຮູບຫຼາຍ​ສີ ແລະ ດູດ​ດື່ມ. ເມື່ອ​ມາ​ຢ້ຽມ​ຢ​າມ​ເມືອງຫຼໍ່, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ໄດ້​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ອາ​ຫານ​ທ້ອງ​ຖິ່ນ​ເຍື່ອງ​ຕ່າງໆ​ເຊັ່ນ: ປາ​ໝົກ, ເຂົ້າ​ໜຽວ​ປາ, ສົ້ມ​ໝູ, ຊີ້ນ​ຢ້າງ​ໄຟ, ປີ້ງ​ປາ, ປີ້ງ​ຊີ້​ນ​ໝູ ແລະ ພິ​ເສດກວ່າ​ໝູ່​ແມ່ນ​ເຍື່ອງ​ອາ​ຫານ​ເຂົ້າ​ກຳ ຊຶ່ງ​ຖືກ​​ປຸງ​ແຕ່ງດ້ວຍ​ເຂົ້າ​ສານ​ໜຽວ​ຂາວ ແລະ ຍ້ອມ​ສີ​ເປັນ​ສີ​ຂຽວ, ສີ​ແດງ ແລະ ສີ​ຕັບ​ໝູ. ສຳ​ລັບ​ສີ​ຂອງ​ເຍື່ອງ​ອາ​ຫານ​ເຂົ້າ​ກຳ ແມ່ນ​ໃຊ້​ໃບ​ໄມ້​ທຳ​ມະ​ຊາດ​ຊະ​ນິດ​ຕ່າງໆ. ຕາ​ມ​ຄວາມ​ສຳ​ນຶກ​ຂອງ​ພໍ່​ແມ່​ພີ​ນ້ອງ​ຊາວເຜົ່າ​ໄທ​ດຳ​ຢູ່​ເມືອງຫຼໍ່​ແລ້ວ, ​ພາ​ເຂົ້າໜຽວ 5 ສີ​ຖືກ​ສ້າງ​ເປັນ​ຮູບດອກ​ບານ ເພາະ​ນີ້​ແມ່ນດອກ​ໄມ້​ສັນ​ຍາ​ລັກ​ຂອງເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜ​ືອ​ຫວຽດ​ນາມ, 5 ກີບດ້ວຍ 5 ສີ​ຕ່າງ​ກັນ ກໍ​ເປັນ​ສັນ​ຍາ​ລັກ​ໃຫ້​ແກ່​ໂລກ​ຈັກ​ກະ​ວານ. ນັກ​ສິ​ລະ​ປະ​ການ ດຽວ​ທິ​ຊຽງ ຊາ​ວ​ເຜົ່າ​ໄທ​ດຳ​ຢູ່​ບ້ານ ເດວ 2 , ຕາ​ແສງ​ເງ້ຍ​ອານ, ເທດ​ສະ​ບານ ເງ້ຍ​ໂລະ ໃຫ້​ຮູ້​ວ່າ : 

    “ ເຂົ້າ​ກຳ​ສີ​ແດງ ແມ່ນ​ສັນ​ຍາ​ລັກ​ແຫ່ງ​ຄວາມ​ມຸ່ງ​ຫວັງ. ເຂົ້າ​ກຳ​ສີຕັບ​ໝູ​ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ໜ່ວຍ​ພິ​ພ​ົບ​ທີ່​ອຸ​ດົມ​ຮັ່ງ​ມີ. ເຂົ້າ​ກຳ​ສີເຫຼືອງ ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່ຄວາມ​ອີ່ມ​ໜຳ​ສຳ​ລານ ສົມ​ບູນ​ພຸນ​ສຸກ. ເຂົ້າ​ກຳ​ສີຂຽວ ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ພູ​ຜາ​ປ່າ​ໄມ້ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜ​ືອ​ຫວຽດ​ນາມ. ສ່ວນເຂົ້າ​ກຳ​ສີຂາວ ແມ່ນ​ສັນ​ຍາ​ລັກ​ໃຫ້​ແກ່​ຄວາມ​ຮັກ​ທີ່​ສັດ​ຊື່​ບໍ​ລິ​ສຸດ. ສຳ​ລັບ ເຂົ້າໜຽວ 5 ສີ​, ຊາວເຜົ່າ​ໄທ​ດຳ​ຫວັງ​ມີ​ຄວາມ​ອົບ​ອຸ່ນ, ​ອີ່ມ​ໜຳ​ສຳ​ລານ ແລະ ສົມ​ບູນ​ພຸນ​ສຸກ ”

        ມາ​ຢ້ຽມ​ຢາມ​ເມືອງຫຼໍ່, ແຂກ​ທ່ອງ​ທ່ຽວ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້​າ​ກັບ​ວາດ​ຟ້ອນ​ແຊ, ພ້ອມ​ກັນ​ຈັບ​ແຂນ​ຂອງກັນເພື່ອ​ເຕັ້ນ​ລຳ​ຢ່າງ​ອ່ອນ​ຊ້ອຍ​ໃນ​ທ່າມ​ກາງ​ສຽງ​ຄ້ອງ, ແສງ​ແຄນ​ດັງ​ກ້ອງ​ກັງ​ວານ​ໄປ​ທົ່ວ​ເຂດ. ນັກ​ສິ​ລະ​ປະ​ການ ຫຼ່ໍ​ວັນ​ບ້ຽນ ຊາວ​ເຜົ່າ​ໄທ​ດຳ ຢູ່​ຕາ​ແສງ​ຈຸງ​ເຕີມ, ເທດ​ສະ​ບານ ເງ້ຍ​ໂລະ, ແຂວງ​ອຽນ​ບ້າຍ ໃຫ້​ຮູ້​ວ່າ :

        “ ວາດ​ຟ້ອນ​ແຊ ຈະ​ຊ່ວຍ​ທຸກໆ​ຄົນ​ຫຍັບ​ມໍ່​ເຂົ້າ​ກັນ​ກວ່າ, ຈາກ​ຂັ້ນ​ເທິ່ງ​ລົງ​ຮອດ​ຂັ້ນ​ລຸ່ມ, ຈາກ​ຜູ້​ເຖົ້າ​ຜູ້​ແກ່​ຕະຫຼອດ​ຮອດ​ໄວ​ໜຸ່​ມ. ວາດ​ຟ້ອນ​ແຊສະ​ແດງ​ໃຫ້​ເຫັນ​ຄວາມ​ສະ​ເໝີ​ພາບ​ຢ່າງ​ສູງ, ດັ່ງ​ນັ້ນ ​ເມື່ອຊາວເຜົ່າ​ໄທ​ດຳ​ມີ​ງານດອງ, ພິ​ທີ​ເຂົ້າ​ເຮືອນ​ໃໝ່ຫຼື​ເມື່ອ​ຈັດ​ງານ​ລ້ຽງ​ທຸກ​ຄັ້ງ, ຖ້າ​ຫາກບໍ່​ມີ​ຟ້ອນ​ແຊ ກໍ​ບໍ່​ມ່ວນ​ແຕ່​ຢ່າງ​ໃດ​ເລີຍ ”

       ແຂກ​ທ່ອງ​ທ່ຽວເມື່ອ​ມີ​ໂອ​ກາດມາ​ຢ້ຽມ​ຢາມ​ເມືອງຫຼໍ່, ກໍ​ຈະ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ບັນ​ຍາ​ກາດ​ງານ​ບຸນ​ພາ​ວະ​ນາ​ໃຫ້​ລະ​ດູ​ການ​ຜະ​ລິດ​ໄດ້​ຮັບ​ຜົນ​ດີ, ​ວາດ​ຟ້ອນ​ແຊ​ປະ​ສານ​ກັບ​ວາດ​ຟ້ອນ​ຈົມ​ຈຽງ​ໃນ​ທ່າມ​ກາງສຽງ​ແຄນ​ດັງ​ກ້ອງ​ກັນ​ວານໄປ​ທົ່ວ​ເຂດ. ນັ່ງ​ຂ້າງ​ເຕົາ​ໄຟ​ທີ່​ອົບ​ອຸ່ນ,  ພ້ອມ​ກັນ​ຊິມ​ລົດ​ຊາດ​ພິ​ເສດ​ຂອງ​ບັນ​ດາ​ເຍື່ອງ​ອາ​ຫາ​ນ ທ້ອງ​ຖິ່ນ​ທີ່​ເປັນ​ເອ​ກະ​ລັກ, ພ້ອມ​ກັນ​ຍົກ​ຈອກ​ເພື່ອ​ອວຍ​ພອນ​ສຸ​ຂະ​ພາບ…ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ລືມ​ຄວາມ​ອິດ​ເມື​ອ່ຍ​, ວຽກງານ​ທີ່​ໜັກ​ໜາໃນ​ການ​ຊີ​ວິດປະ​ຈຳ​ວັນ. ຮອດ​ຍາມ​ເລີກ​ລາ​ຈາກ​ກັນ, ໃຜໆ​ກໍ​ຫວັງ​ຢາກ​ໄດ້​ກັບ​ຄືນ​ຢ້ຽມ​ຢາມ ​ເມືອງຫຼໍ່​ໃນ​ມື້ບໍ່​ຊ້ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ