ເຮືອນເລກທີ 48 ຖະໜົນ ຫ່າງງາງ, ຮ່າໂນ້ຍ-ແຫ່ງທີ່ປະທານໂຮ່ຈີມິນ ແຕ່ງຖະແຫຼງການປະກາດເອກະລາດ

(VOVWORLD) -       ເຮືອນເລກທີ 48 ຖະໜົນ ຫ່າງງາງ ແມ່ນຖືກຕັ້ງຢູ່ໃນຄຸ້ມຖະໜົນເກົ່າ ຂອງນະຄອນຫຼວງ ຮ່າໂນ້ຍ. ຢູ່ແຫ່ງນີ້ ໃນປີ 1945 ປະທານ ໂຮ່ຈີມິນ ໄດ້ແຕ່ງຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ວັນເວລາໄດ້ລ່ວງເລີຍໄປ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ປັດຈຸບັນ ໄດ້ເປີດປະຕູເພື່ອຕ້ອນຮັບແຂກ ເຂົ້າມາຢ້ຽມຊົມຊອກຮູ້ ທັດສະນະສຶກສາ. ເຮືອນຫ້ອງແຖວນີ້ ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ກາຍເປັນສະຖານທີ່ປະຫວັດສາດ ທີ່ສັກກາລະບູຊາ.
ເຮືອນເລກທີ 48 ຖະໜົນ ຫ່າງງາງ, ຮ່າໂນ້ຍ-ແຫ່ງທີ່ປະທານໂຮ່ຈີມິນ  ແຕ່ງຖະແຫຼງການປະກາດເອກະລາດ - ảnh 1ເຮືອນເລກທີ 48 ຖະໜົນ ຫ່າງງາງ, ຮ່າໂນ້ຍ 

73 ປີຄືນຫຼັງ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ແມ່ນຂອງລຸງ ຈິ້ງວັນໂບ ແລະ ປ້າ ຮວ່າງທິມິງໂຮ່ ເຊິ່ງແມ່ນນັກທຸລະກິດ ຄ້າຂາຍແພໄໝທີ່ຮັ່ງມີ ແລະ ມີຊື່ສຽງ. ໃນຊຸມມື້ທຳອິດ ຂອງການປະຕິວັດເດືອນສິງຫາປີ 1945, ເຮືອນຫ້ອງແຖວ ນີ້ ແມ່ນສະຖານທີ່ເຮັດວຽກ ຂອງຄະນະປະຈຳສູນກາງພັກ ແລະ ປະທານໂຮ່ຈີມິນ, ຢູ່ທີ່ນີ້, ປະທານໂຮ່ຈີມິນ ໄດ້ແຕ່ງຖະແຫຼງການປະກາດເອກະລາດ ທີ່ເພິ່ນໄດ້ກ່າວຢູ່ສະໜາມຫຼວງ ບາດີງ, ຮ່າໂນ້ຍ ເມື່ອວັນທີ 2 ກັນຍາ  ປີ 1945, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນາງ ແກັວກ ທິ ເຮືອງ ຈ່າ ຜູ້ນຳທ່ຽວຊົມຢູ່ສະຖານທີ່ປະຫວັດສາດ ເຮືອນເລກທີ 48 ຖະໜົນ ຫ່າງງາງ ໃຫ້ຮູ້ວ່າ:

    “ເມື່ອກ່ອນໃນເຮືອນຫ້ອງແຖວນີ້, ຊັ້ນໜຶ່ງ ແມ່ນຮ້ານຂາຍແພໄໝ ຢູ່ແຄມຖະໜົນຫ່າງງາງ, ມີເດີນ, ສາງເກັບມ້ຽນສິນຄ້າ, ບ່ອນຈອດລົດ ແມ່ນຢູ່ທາງຫຼັງທີ່ອອກສູ່ຖະໜົນ ຫ່າງເກິນ. ສ່ວນຊັ້ນສອງ ແມ່ນຫ້ອງຮັບແຂກ, ຫ້ອງຄົວກິນ. ຊັ້ນສາມ ແລະ ຊັ້ນສີ່ ແມ່ນໃຊ້ເປັນບ່ອນນອນ. ໂດຍແມ່ນສະຖານທີ່ ທີ່ມີຄວາມສະດວກຫຼາຍຢ່າງ, ພັດແມ່ນຮາກຖານປະຕິວັດ ນັບແຕ່ໄລຍະກ່ອນດຳເນີນການລຸກຮື້ຂຶ້ນ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ໄດ້ຮັບເລືອກຈາກສູນກາງພັກ ເປັນສະຖານທີ່ເຮັດວຽກ, ທັງແມ່ນບ່ອນຢູ່ຂອງປະທານໂຮ່ຈີມິນ ແຕ່ວັນທີ 25 ສິງຫາ ປີ 1945 ຫາ ວັນທີ 2 ກັນຍາ ປີ 1945”.

    ໃນໄລຍະຕໍ່ມາ ເຮືອນເລກທີ 48 ຖະໜົນ ຫ່າງງາງ ໄດ້ຖືກຄອບຄົວ ລຸງຈິ້ງວັນໂບ ບໍລິຈາກໃຫ້ລັດ ແລະ ກາຍເປັນສະຖານທີ່ປະຫວັດສາດຂອງຊາດ, ເພາະຢູ່ແຫ່ງນີ້ ໄດ້ຕິດພັນກັບເຫດການທີ່ສຳຄັນຂອງປະເທດຊາດ. ຜ່ານບັນດາໄລຍະແຫ່ງປະຫວັດສາດ, ມາຮອດປັດຈຸບັນ, ສະຖາປັດຕະຍາກຳຂອງເຮືອນ ເກືອບຄືວ່າຍັງຄົງຖືກຮັກສາໄວ້ເໝືອນເດີມ. ປັດຈຸບັນຢູ່ຊັ້ນໜຶ່ງ ຖືກໃຊ້ເປັນບ່ອນວາງສະແດງບັນດາຮູບຖ່າຍ, ວັດຖຸເຄື່ອງຂອງ ຂອງປະທານໂຮ່ຈີມິນ ແລະ ບັນດານັກປະຕິວັດຜູ້ອາວຸໂສ. ສ່ວນຊັ້ນສອງ ແມ່ນບ່ອນເຮັດວຽກຂອງ ປະທານໂຮ່ຈີມິນ ແລະ ຄະນະປະຈຳສູນກາງພັກ ແລະ ຖືກຮັກສາດ້ວຍວັດຖຸເຄື່ອງຂອງ ເກືອບເໝືອນເດີມ. ນາງ ແກັວກ ທິ ເຮືອງ ໃຫ້ຮູ້ຕື່ມອີກວ່າ: 

     “ຢູ່ຊັ້ນສອງ ຂອງສະຖານທີ່ແຫ່ງນີ້ ກໍ່ມີສອງຫ້ອງອະນຸສອນ ກ່ຽວກັບປະທານ ໂຮ່ຈີມິນ, ແມ່ນບ່ອນທີ່ປະທານໂຮ່ຈີມິນ ພ້ອມກັບບັນດາການນຳພັກກະກຽມ ໃຫ້ແກ່ລັດຖະບານຊົວຄາວ ສະເໜີໂຕຕໍ່ພໍ່ແມ່ພີ່ນ້ອງຮ່ວມຊາດ ແລະ ແມ່ນບ່ອນທີ່ ປະທານໂຮ່ຈີມິນ ແຕ່ງຖະແຫຼງການປະກາດເອກະລາດ. ຢູ່ຊັ້ນສອງຂອງເຮືອນຫ້ອງນີ້ ກໍ່ຍັງມີຫ້ອງປະຊຸມ ຂອງສູນກາງພັກກັບປະທານ ໂຮ່ຈີມິນ. ພາຍຫຼັງທີ່ໄດ້ມາຢູ່ນີ້ໜຶ່ງວັນ, ປະທານໂຮ່ຈີມິນ ໄດ້ຮຽກໂຮມປະຊຸມ ແລະ ເພິ່ນໄດ້ເປັນປະທານ ກອງປະຊຸມຄະນະປະຈຳສູນກາງພັກ ແລະ ໃນກອງປະຊຸມນັ້ນ, ປະທານ ໂຮ່ຈີມິນໄດ້ເຫັນດີກັບຄະນະປະຈຳສູນກາງພັກ ກ່ຽວກັບບັນດາແຜນນະໂຍບາຍພາຍໃນ ແລະ ການພົວພັນກັບຕ່າງປະເທດ ໃນສະພາບການໃໝ່”.

    ຊັ້ນສາມຂອງເຮືອນຫ້ອງແຖວນີ້ ແມ່ນຫ້ອງມູນເຊື້ອ ແມ່ນສະຖານທີ່ໄຫ້ວບູຊາ. ເມື່ອບໍ່ດົນມານີ້ ກໍ່ມີນັກຮຽນ, ນັກສຶກສາ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍຄົນ ໄດ້ຊອກມາຫາສະຖານທີ່ແຫ່ງນີ້ ເພື່ອຊອກຮູ້ຮ່ຳຮຽນ. ເພື່ອນ ລີນາ ຊາວສິງກະໂປ ໃຫ້ຮູ້ວ່າ: 

    “ເມື່ອມາຢ້ຽມຊົມ ຢູ່ເຮືອນຫ້ອງແຖວນີ້, ຂ້າພະເຈົ້າເຫັນວ່າ ມີຫຼາຍເຫດການປະຫວັດສາດ ທີ່ໄດ້ເກີດຂຶ້ນຢູ່ໃນເຮືອນນີ້, ແຕ່ເຫດການປະຫວັດສາດ ທີ່ພົ້ນເດັ່ນທີ່ສຸດ ແມ່ນເຫດການທີ່ ປະທານໂຮ່ຈີມິນ ໄດ້ແຕ່ງຖະແຫຼງການປະກາດເອກະລາດ”.

   ພາຍຫຼັງ 73 ປີ, ເຮືອນຫ້ອງແຖວນີ້ ແລະ ບັນດາວັດຖຸເຄື່ອງຂອງທີ່ ທ່ານປະທານ ໂຮ່ຈີມິນ ເຄີຍນຳໃຊ້ໃນຊຸມວັນ ທີ່ເພິ່ນໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ແຫ່ງນີ້ ຍັງຄົງໄດ້ຖືກຮັກສາໄວ້. ເຮືອນເລກທີ 48 ຖະໜົນ ຫ່າງງາງ ໄດ້ກາຍເປັນສະຖານທີ່ປະຫວັດສາດ ທີ່ສັກກາລະບູຊາ ເພື່ອໃຫ້ຄົນລຸ້ນຫຼັງມາຊອກຮູ້ ກ່ຽວກັບສະຖານທີ່ຊຶ່ງປະທານ ໂຮ່ຈີມິນ ແຕ່ງຖະແຫຼງການປະກາດເອກະລາດ ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ເພື່ອນ ຟາມແທັງຕຸ່ງ ນັກສຶກສາ ມະຫາວິທະຍາໄລເປີດ ຮ່າໂນ້ຍ ໃຫ້ຮູ້ວ່າ: 

     “ເມື່ອກ້າວເຂົ້າເຮືອນຫ້ອງແຖວນີ້ ຂ້າພະເຈົ້າຮູ້ສຶກວ່າ ຄືໄດ້ກັບຄືນສູ່ອະດີດຕະການ, ເຮືອນນີ້ຍັງເຂັ້ມຂົ້ນ ໄປດ້ວຍສີສັນນະຄອນຮ່າໂນ້ຍ ເມື່ອກ່ອນນີ້ດ້ວຍປະຫວັດສາດທີ່ຍາວນານ. ປະທານ ໂຮ່ຈີມິນ ໄດ້ເຄີຍດຳລົງຊີວິດ ຢູ່ໃນເຮືອນນີ້ ແລະ  ເພິ່ນໄດ້ແຕ່ງຖະແຫຼງການປະກາດເອກະລາດ. ມັນມີຄວາມໝາຍສຳຄັນພິເສດ”.

     ກວ່າ 70ປີ ໄດ້ຜ່ານພົ້ນໄປ, ຄວາມເກົ່າແກ່ຂອງເຮືອນ ຍັງຄົງຕົວຢູ່ນັ້ນ, ທຸກສິ່ງທຸກຢ່າງກໍ່ຍັງຄົງຖືກຮັກສາໄວ້ເໝືອນເດີມ. ເຮືອນຫ້ອງແຖວນີ້ໄດ້ຕິດພັນ ກັບຊຸມວັນແຫ່ງການປະຕິວັດເດືອນສິງຫາ ທີ່ສະຫງ່າລາສີຂອງຊາດ ຫວຽດນາມ, ຕິດພັນກັບພາລະກິດ ອັນຍິ່ງໃຫ່ຍຂອງປະທານ ໂຮ່ຈີມິນ. ຖະແຫຼງການປະກາດເອກະລາດ ໄດ້ເປີດສັງກາດໃໝ່, ສັງກາດເອກະລາດ, ເສລີພາບຂອງຊາດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ