ແມ່ນ້ຳເຮືອງ-ພູງື້: ຄວາມງາມດັ່ງໃນຝັນຢູ່ນະຄອນເຫ້ວ


vovworld)- ນະ​ຄອນ ເຫ້ວ ​ບໍ່​ພຽງ​ແຕ່​ ມີ​ຊື່​ສຽງ ແມ່ນ​ສະ​ຖານ​ທີ່​ເຕົ້າ​ໂຮມ​​ບັນ​ດາວິ​ຫານ, ​ສຸ​ສານ​ຂອງ​​ ລາ​ຊະ​ວົງ ຫງວຽນ ກ​ໍ​ຄື ວັດ​ວາ​ອາ​ຮາມ, ໂບດ​ບູ​ຮານ​ຫລາຍ​ແຫ່ງ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ເຂດ​ດິນ​ມີ​ທິ​ວ​ທັດ​ທຳ​ມະ​ຊາດ​ທີ່ສວຍ​ງາມອ​ີກ​ດ້ວຍ. ພູງື້ ແມ່​ນ້ຳ​ເຮືອງ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທີ່​ລື​ຊື່​ຂອງ​ເມືອງ​ຫລວງ​ເກົ່າ. ພູງື້ ແມ່​ນ້ຳ​ເຮືອງ ຍາມ​ໃດ​ກໍ​ຄົງ​ຕົວ​ຄຽງ​ຂ້າງ​ກັນ ແລະ ໄດ້​ເຂົ້າ​​ສູ່ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ ເຫ້ວ ແລະ ​ຝັງ​ເລິກໃນ​ດວງ​ໃຈ​ຂອງ​ຊາວ​ຫວຽ​ດ​ນາມ ແຕ່​ສັດ​ຕະ​ວັດ​ທີ 18 ມາ​ຮອດ​ປະ​ຈຸ​ບັນ. ນັກ​ຂ່າວ ເລ​ເຟືອງ ມີ​ບົດ​ຂຽນ ດ້ວຍ​ຫົວ​ຂໍ້​ວ່າ: ແມ່​ນ້ຳ​ເຮືອງ ພູງື້ ຄວາມ​ງາມ​ດັ່ງ​ໃນ​ຝັນ​ຢູ່ ນະ​ຄອນ ເຫ້ວ.

ແມ່ນ້ຳເຮືອງ-ພູງື້: ຄວາມງາມດັ່ງໃນຝັນຢູ່ນະຄອນເຫ້ວ - ảnh 1
ແມ່​ນ້ຳ​ເຮືອງ ຢູ່ ນະ​ຄອນ ເຫ້ວ
ພາບ:dulichmientay

        ສຳ​ລັບ​ປະ​ຊາ​ຊົນ ເຫ​້ວ ແລ້ວ, ຄວາມ​ງາມ​ຂອງ​ນະ​ຄອນ ເຫ້ວ ແມ່ນ​ຍ້ອນ​ມີ​ແມ່​ນ້ຳ​ເຮືອງ. ແມ່​ນ້ຳ​ສາຍນີ້ ມີ​ຄວາມ​ຍາວ 80 ກິ​ໂລ​ແມັດ ເລີ່ມ​ຈາກ​ສາຍ​ພູ​ຫລວງ ທີ່​ໃຫຍ່​ໂຕ​ມະ​ໂຫ​ຖານ ໄຫລ​ຜ່ານ​ພູ​ຜາ​ປ່າ​ໄມ້​​ທີ່ສະ​ຫລັບ​ຊັບ​ຊ້ອນ ຜ່ານ​ນະ​ຄອນ ເຫ້ວ ແລະ ແກ່​ຍາວ​ເຖິງ ເຂດ​ບຶງ ຟາ​ຕາມ​ຢາງ ກ່ອນ​ທີ່​ໄຫລ​ສູ່​ປາກ​ທະ​ເລ ທ້ວນ​ອານ. ​ກ່ອນ​ທີ່​ໃຊ້​ຊື່ ແມ່​ນ້ຳ​ເຮືອງ, ຕາມ​ການ​ເວ​ລາ ແມ່​ນ້ຳ​ສາຍນີ້ ກໍ​ມີ​ຫລາຍ​ຊື່​ທີ່​ແຕກ​ຕ່າງ​ກັນ. ທ່ານ ຟານ​ທ້ວນ​ອານ, ນັກ​ຄົ້ນ​ຄ້​ວາ​ວັດ​ທະ​ນະ​ທຳ ເຫ້ວ ໃຫ້​ຮູ້​ວ່າ:

        “ກ່ຽວ​ກັບ​ຊື່​ເອີ້ນ​ແມ່​ນ້ຳ​ເຮືອງ ແມ່ນ​ເລີ່ມ​ມາ​ຈາກ​ເຂດ​ດິ​ນ ເຮືອງ​ຈາ. ຟູ​ຊວນ ເຫ້ວ ກ່ອນນີ້ ແມ່ນ​ຂຶ້ນ​ກັບ​ເຂດ​ດິນ ເຮືອງ​ຈາ ຊື່ງ​ແມ່ນ​ສະ​ຖານ​ທີ່​ແມ່​ນ້ຳ​ໄຫລ​ຜ່ານ​ເມືອງ ເຮືອງ​ຈ່າ. ສະ​ນັ້ນ ຄົນ​ລຸ້ນ​ກ່ອນ​ເອົາຊື່ ເມືອງ ເຮືອງ​ຈ່າ ເພື່ອ​ຕັ້ງ​​ຊື່ໃຫ້​ແມ່​ນ້ຳ. ເບື້ອງ​ຕົ້ນ​ເອີ້ນ​ວ່າ ແມ່​ນ້ຳ ເຮືອງ​ຈ່​າ, ຫລັງ​ຈາກນັ້ນ ເອີ​້ນ​ວ່າ ແມ່​ນ້ຳ​ເຮືອງ.”

         ນອກນັ້ນ ຍັງ​ມີ​ວິ​ທິ​ອະ​ທິ​ບາຍ​ຫນຶ່ງ​ອີກ​ກ່ຽວ​ກັບ​ຊື່​ເອີ້ນ​ແມ່​ນ້ຳ​ເຮືອງ (ເຮືອງ​ແປ່​ວ່າ​ກິນ​ຫອມ), ແຕ່ກີ້​ແຕ່ກ​ອ່ນ ແມ່​ນ້ຳ​ສາຍນີ້​ໄຫລ​ຜ່ານ​ບັນ​ດາ​ເຂດ​ປ່​າ​ໄມ້​​ທີ່​ມີກິນ​ຫອມ​​ຫວນຂອງ​ຕົ້ນ​ໄມ້​ໃບ​ຫຍ້າ ສະ​ນັ້ນ ເມື່ອໄຫລ​ຜ່ານ​ນະ​ຄອນ ເຫ້ວ ແມ່​ນ້ຳ​ສາຍນີ້ ກ​ໍ​ນຳ​ເອົາ​ກິນ​ຫອມ​ຂອງ​ຕົ້ນ​ໄມ້​ໃບ​ຫຍ້າໄປນຳ.

        ແມ່​ນ້ຳ​ເຮືອງ​ໄຫລ​ຜ່ານ​ນະ​ຄອນ​ເຫ້ວ, ຜ່ານ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ປະ​ຫວັດ​ສາດທີ່​ເກົ່າ​ແກ່ ຄື​ດັ່ງ​ນຳ​ເອົາ​​ສິ່ງ​ເລິກ​ລັບ​ແຕ່​ເຕັມ​ໄປ​ດ້ວຍຄວາມ​ງາມ​ດັ່ງ​ໃນ​ຝັນ. ນັ່ງ​ເທິງ​ເຮືອ​ລ່ອງ​ຕາມ​ແມ່​ນ້ຳ, ນັກ​ທ່ອງ​ທ່ຽວ​ຈະ​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ຢູ່​ອ້ອມ​ແອ້ມພະ​ລາ​​ດຊະ​ວັງ ເຫ້ວ, ຜ່ານ​ຂົວ ຢາ​ວຽນ​, ຟູ​ຊວນ, ຈ່າງ​ຕຽນ ມາ​ຢ້ຽມ​ຢາມ​ສຸ​ສານ ມີງ​ມ້າງ, ວັດ ທຽນ​ມູ້ ຫລື ລ່ອງ​ເຖິງ ທ້ວນ​ອານ ເພື່ອ​ອາບ​ນ້ຳ​ທະ​ເລ, ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ທະ​ເລ​ທີ່​ແຊບ​ນົວ.

        ພິ​ເສດ ເມື່ອ​ຮອດ​ຕອນ​ຄ່ຳ, ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເຄີຍ​ເລືອກເຟັ້ນ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​​ລ່ອງ​ເຮືອ​ຕາມ​ແມ່ນ​ນ້ຳ​​ເຮືອງເພື່ອ​ຮັບ​ຟັງ​ເພງ​ພື້ນ​ເມືອງ​ກ່ຽວ​ກັບ​ເຫ້ວ.

       

ແມ່ນ້ຳເຮືອງ-ພູງື້: ຄວາມງາມດັ່ງໃນຝັນຢູ່ນະຄອນເຫ້ວ - ảnh 2
ພູງື້ບີງໃນ​ຍາມ​ສາ​ຍັນ
​ພາບ:dulich

        ​ຄຽງ​ຄູ່​ກັບ​ແມ່​ນ້ຳ​ເຮືອງ, ພູງື້ບີງ ແມ່ນ​ຂອງ​ຂວັນ​ອັນ​ລ້ຳ​ຄ່າ​ແຫ່ງ​ທີ​ສອງ ຊື່ງ​ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​ໃຫ້​ນະ​ຄອນ ເຫ້ວ. ທັດ​ສະ​ນີ​ຍະ​ພາບ​ສອງ​ແຫ່ງນີ້​ໄດ້​ສ້າງ​ໃຫ້​ນະ​ຄອນ​ເຫ້ວ ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ. ແຕ່​ດົນ​ແລ້ວ, ສາຍ​ພູ​ທີ່​ສວຍ​ງາມນີ້​ພ້ອມ​ກັບ​ແມ່​ນ້ຳ​ເຮືອງ ໄດ້​ກາຍ​ເປັນ​ສັນ​ຍາ​ລັກ​ຂອງ​ທຳ​ມະ​ຊາດ​ຢູ່​ນະ​ຄອນ ເຫ້ວ. ພູງື້​ບີງ ມີ​ຄວາມ​ສູງ 105 ແມັດ, ຢູ່ ສອງ​ເບື້ອງ ມີ​ພູ​ດິນ ແມ່ນ ຕ໋າ​ຟູ​ເຊີນ ແລະ ຫືວ​ເບີດ​ເຊີນ. ຕາມ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ​ປະ​ຫວັດ​ສາດ​ແລ້ວ, ກ່ອນນີ້ ຢູ່​ຕີ​ນ​ພູ​ເຖິງ​ຈອມ​ພູ ແມ່ນ​ປູກ​ຕົ້ນ​ແປກ​ຂຽວ​ອ​ຸ່ມ​ທຸ່ມ​ຕະ​ຫລອດ​ປີ. ສະ​ນັ້ນ ທິວ​ທັດ​ທຳ​ມະ​ຊາດ​ຢູ່​ທີ່ນີ້ ແມ່ນ​ສິ່ງ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ນາງ ຮ່​ວາງ​ທິ​ບີກ​ແຫ້ງ, ຜູ​້​ນຳ​ທ່ຽວ ສັງ​ກັດ​ບ​ໍ​ລິ​ສັດ​ທ່ອງ​ທ່ຽວ Sinhcafe tourist ໃຫ້​ຮູ້​ວ່າ:

        “ໃນ​ຊຸມມື້​ອາດ​ກາດ​ດີ, ຖ້າຢືນ​ຢູ່​ເທິງ​ພູງື້​ບີງ ​ທ່ານສາ​ມາດ​ຊົມທິວ​ທັດ​ທົ່ວ​ນະ​ຄອນ​ໄດ້, ໂດຍ​ສະ​ເພາະ​ເຫັນ​ໄດ້​ລາ​ຊະ​ວັງ​ທີ່​ໃຫຍ່​ໂຕ, ວັດ​ວາ​ອາ​ຮາມ​ຫລາຍ​ແຫ່ງ ກໍ​ຄືຮູບ​ພາບ​ແມ່​ນ້ຳ​ເຮືອງ. ນອກນັ້ນ ​ເມື່ອ​ມຸ່ງ​ສາຍ​ຕາ​ສູ່​ທາງ​ຫນ້າ​ ທ່ານ​ຈະ​ເຫັນບັນ​ດາໂນນ​ພູ, ປ່າ​ແປກ​ທີ່ກວ້າງ​ໃຫຍ່ ແລະ ເຂດ​ທົ່ງ​ພຽງ​ທີ່ກ​ວ້າງ​​ສຸດ​ສາຍ​ຕາ ​ຂອງ​ບັນ​ດາ​ເມືອງ ເຮືອງ​ຖູຍ, ຟູ​ວາງ, ເຮືອງ​ຈ່າ. ຢູ່ມຸ່ງ​ສາຍ​ຕາ​ໄປ​ໄກ​ກວ່າ ແມ່ນ​ສາຍ​ພູ​ຫລວງ​ໃຫຍ່​ໂຕ​ມະ​ໂຫ​ຖານ.”

 

        ພູງື້ ບໍ່​ພຽງ​ແຕ່​ແມ່ນ​ກຳ​ແພງ ປົກ​ປິດ​ໃຫ້​ລາດ​ຊະ​ວັງ ເຫ້ວ ເທົ່າ​ນັ້ນ, ພູງື້ ຍັງ​ແມ່ນ​ທັດ​ສະ​ນິ​ຍະ​ພາບທີ່ໃກ້​ຊິດສະ​ຫນິດ​ສະ​ຫນົມ​ກັບ ປະ​ຊາ​ຊົນ ເຫ້ວ ອີກ​ດ້ວຍ.

        ໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້, ແມ່​ນ້ຳ​ເຮືອງ ພູງື້ ບໍ່​ພຽງ​ແຕ່​ແມ່ນ​ຊັບ​ພະ​ຍາ​ກອນ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ນຳ​ມາ​ເຊິ່ງ​ຊີ​ວິດ​ທາງ​ດ້ານ​ຈິດ​ວິນ​ຍານ​ຂອງ​ປະ​ຊາ​ຊົນ ເຫ້ວ ອີກ​ດ້ວຍ. ສະ​ນັ້ນ ທັດ​ສະ​ນີ​ຍະ​ພາບ 2 ແຫ່ງນີ້ ຍິ່ງ​ເຮັດ​ໃຫ້​ນະ​ຄອນ ເຫ້ວ ສວຍ​ງາມກວ່າ ບໍ່​ພຽງ​ແຕ່​ໃນ​ສາຍ​ຕາ​ຂອງ​ ຊາວ ເມືອງຫລວງ​ເກົ່າ​​ເທົ່າ​ນັ້ນ ຫາກ​ນັບ​ທັງ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດອ​ີກ​ດ້ວຍ.  

 

ຕອບກັບ

ຂ່າວ/ບົດ​ອື່ນ