ໂບດຫີນຟາດຢ້ຽມ,ແຫ່ງເຕົ້າໂຮມສະຖາປັດຕະຍະກຳທີ່ຍອດຍິ່ງຂອງ ຝ່າຍຕາເວັນອອກຕາເວັນຕົກ


(vovworld)-ໂດຍ​ຕັ້ງ​ຢູ່​ເຂດ​ດິນ​ທີ່​ມີ​​ເນື້ອ​ທີ່ເກືອບ 22 ເຮັກ​ຕາ,  ​ໂບດຟາດ​ຢ້ຽມ ຂຶ້ນ​ກັບ​ເມືອງ ກີມ​ເຊີນ ກໍ​ແມ່ນ​ສະ​ຖານ​ທີ່​ຊື່ງ​ນັກ​ທ່ອງ​ທ່ຽວ​ເຄີຍ​ແວ່​ຢາມ​ໃນ​ລາຍ​ການ​ທ່ອງ​ທ່ຽວ ແລະ ຄົ້ນ​ຫ​າ​ດິນ​​ແດນ ນີງ​ບີງ. ​ໂບດຟາດ​ຢ້ຽມໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 19 ດ້ວຍ​ກິດ​ຈະ​ກຳ​ໂບດ​ຫີນ ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ, ເປັນ​ເອ​ກະ​ລັກ​ສະ​ເພາະ​ລະ​ຫວ່າງ ວັດ​ທະ​ນະ​ທຳ ແລະ ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ ຝ່າຍ​ຕາ​ເວັນ​ອອກ ແລະ ຝ່າຍ​ຕາ​ເວັນ​ຕົກ.

ໂບດຫີນຟາດຢ້ຽມ,ແຫ່ງເຕົ້າໂຮມສະຖາປັດຕະຍະກຳທີ່ຍອດຍິ່ງຂອງ ຝ່າຍຕາເວັນອອກຕາເວັນຕົກ - ảnh 1
ບໍ​ລິ​ເວນ​ໂບດ​ຟາດ​ຢ້ຽມ
ພາບ:internet

        ຕາມ​ເສັ້ນທາງ​ທີ່​ມີ​ຄວາມ​ຍາວ​​ເກືອບ 40 ກິ​ໂລ​ແມັດ ຈາກ​ໃ​ຈກາງ​ນະ​ຄອນ ນີງ​ບີງ ເຖິງ​​ໂບດຟາດ​ຢ້ຽມນັ້ນ, ​ໄດ້​ມີ​ໂບດ​ໃຫ​ຍ່​ນ້ອຍ​ເຖິງ 10 ກວ່າແຫ່ງ​ຂອງ​ເຂດ​ຊາ​ວ​ຄຼິດ ກິມ​ເຊີນ, ໃນ​ນັ້ນ ມີ​​ແຕ່​ໂບດ​ຫີນ​ຈຶ່ງ​​ໄດ້​ຮັບການ​ອອກ​ແບບ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ດ້ວຍຮູບ​ແບບທີ່​ແຕກ​ຕ່າງ​ກັນ. ​​ໂບດຟາດ​ຢ້ຽມ ແມ່ນ​ກຸ່ມ​ໂບດ ໂດຍ​ຄູນ​ພໍ່ Peter ເຈີນ​ລູກ ຊື່ງ​ຊາວ​ທ້ອງ​ຖິ່ນ​ເຄີຍ​ເອີ້ນ​ວ່າ ພໍ່​ຕູ້​ເຊົ໋າ ​ເປັນ​ຜູ້​ຄວບ​ຄຸມ​ການກໍ່​ສ້າງ​ໃນ​ຕະ​ຫລອດ 34 ປີ (1865-1899).

​ຢູ່​ອ້ອມໂບດ ຟາດ​ຢ້ຽມມີ​ໂບດ​ນ້ອຍ 5 ແຫ່ງ​, ນອກນັ້ນ ຍັງ​ມີ ຫນອງ​ນ້ອຍ​ແຫ່ງ​ຫ​ນຶ່ງ, ພູ​ສາມ​ໜ່ວຍ ແລະ ປະ​ຕູ​​ໂຂງແຫ່ງ​ຫນຶ່ງ. ນີ້​ແມ່ນ​ກິດ​ຈະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ທັງ​ມີ​​ສະ​ຖາ​ປັດ​ຕະ​ຍະ​ກຳ Gothic ຂອງ​ຝ່າຍ​ຕາ​ເວັນ​ຕົກ ແລະ ຝ່າຍອາ​ຊີ​ຕາ​ເວັນ​ອອກ, ແມ່ນ​ການ​ປະ​ສານ​ສົມ​ທົບ​ຢ່າງ​ກົມ​ກຽວ ສ້າງ​ເປັນ​ໂບດ​ທີ່ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດນາມ.

        ທິດ​ໃຕ້​ຂອງໂບດ ມີ​ຫນອງ​ນ້ຳ​ແຫ່ງ​ຫ​ນຶ່ງ​ເອີ້ນ​ວ່າ ອາວ​ໂຮ່, ກາງ​ຫນອງ​ມີ​ເກາະ​ນ້ອຍ​ທີ່​ຕັ້ງ​ຮູບ​ປັ້ນ​ພະ​ເຢ​ຊູ. ເບື້ອງ​ຫລັງ​ອາວ​ໂຮ່ ມີ​ປະ​ຕູ​ໂຂງ 3 ຊັ້ນ​ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​​ແຜ່ນຫີນ​ໃຫ​​ຍ່.

ເອື້ອຍ ໂດ໋ງອກ​ແອງ, ຜູ້​ນຳ​ທ່ຽວ​ແນະ​ນຳ​ວ່າ:

        “ຢູ່​ຊັ້ນ 2 ຂອງ​ປະ​ຕ​ູ​ໂຂງ ມີ​ກອງ​ໃຫຍ່​ໜ່ວຍຫນຶ່ງ. ຊັ້ນ 3 ມີ​ລະ​ຄັງ​ໜ່ວຍຫນຶ່ງ​ສູງ 1,4 ແມັດ, ຫນັກ​ເກືອບ 2000 ກິ​ໂລ​ກາມ ແລະ ໄດ້​ຮັບ​ການ​ຜະ​ລິດ​ເມື່ອ​ປີ 1890. ສຽງ​ລະ​ຄັງ​ຢູ່​ທີ່ນີ້​ສາ​ມາດ​ກ້ອງ​ກັນ​ວານ​ໄປ​ໄກ​ເຖິງ 10 ກິ​ໂລ​ແມັດ.”

  ຖ້າ​ຢືນ​ຢູ່​​ເບື້ອງ​ຫລັງ​ປະ​ຕູ​ໂຂງ ທ່ານຈະ​ເຫັນ​ໂບດ​ໃຫ​ຍ່ແຫ່ງ​ຫນຶ່ງ​ຕັ້ງ​ຢູ່​ໃຈ​ກາງ​ ​​ກຸ່ມໂບດຟາດ​ຢ້ຽມ. ໂບດ​​ແຫ່ງ​ນີ້ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1891 ​ເຊິ່ງ​ເອີ້ນວ່າ ໂບດ​ພະ​ແມ່ ເມີນ​ໂກຍ. ໃນ​​ໂບດ​ໃຫ​ຍ່ ມີ​ 52 ເສົາ ຖືກ​ຈັດເປັນ 6 ແຖວ, ແບ່ງໂບດ​ເປັນ 9 ຫ້ອງ. ​ໂບດ​ແຫ່ງນີ້ ​ແມ່ນ​ການ​ເຊື່ອມ​ໂຍງ​​ດ້ານວັ​ດ​ທະ​ນະ​ທຳ​ລະ​ຫວ່າງ​ຝ່າຍ​ຕາ​ເວັນ​ອອກ ແລະ ຝ່າຍ​ຕາ​ເວັນ​ຕົກ. ໃນ​ນັ້ນທາງ​ເຂົ້າ​ໂບດ ແລະ ທາງໃນ​ໂບດ​ໄດ້​ຮັບ​ການກໍ່​ສ້າງ​ຕາມ​ສະ​ຖາ​ປັດ​ຕະ​ຍະ​ກຳ Gothic ຝ່າຍ​ຕາ​ເວັນ​ຕົກ, ສ່ວນ​ສະ​ຖາ​ປັດ​ຕະ​ຍະ​ກຳອາ​ຊ​ີ​ຕາ​ເວັນ​ອອກ ​ແລະ ຫວຽດ​ນາມ ໄດ້​ສະ​ແດງ​ຜ່ານ​ການ​ຈັດ​ວາງ​ເສົາ​ໂບດກໍ່​ຄືບັນດາລວດ​ລາຍທີ່​ໄດ້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ຢ່າງ​​ລະ​ອຽດ​ຄ່ອງ​ແຄ້ວ. ເພື່ອນ ໂດງອກ​ຮຸ່ງ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍ​າ​ໄລ​ສະ​ຖາ​ປາ​ນີກ ແບ່ງ​ປັນ​ວ່າ:

ໂບດຫີນຟາດຢ້ຽມ,ແຫ່ງເຕົ້າໂຮມສະຖາປັດຕະຍະກຳທີ່ຍອດຍິ່ງຂອງ ຝ່າຍຕາເວັນອອກຕາເວັນຕົກ - ảnh 2
ໂບດຟາດ​ຢ້ຽມໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 19
ພາບ:dulichninhbinh.vn

        “ນ້ອງ​ຮູ້​ສຶກ​ປະ​ທັບ​ໃຈ​ຕໍ່​ແທ່ນ​ບູ​ຊາ​ຢູ່​ທີ່ນີ້. ບັນ​ດາ​ຝ​າ​ໄມ້​ໄດ​້​ຮັບ​ການ​ແກະ​ຄວັດ​ສະ​ຫລັກ​ຢ່າງ​ລະ​ອຽດ​ລະ​ອໍ ແລະ ທາ​ສີ​ສວຍ​ງາມ, ສ່ວນ​ແທ່ບູ​ຊາ​ຕົ້ນ​ຕໍ​ເຮັດ​ດ້ວຍ​ຫີນກໍ​ໄດ້​ຮັບ​ການແກະ​ຄວັດ​ສະ​ຫລັກ​ຢ່າງ​ຄ​່ອງ​ແຄ້ວ. ຕໍ່​ຫນ້າ​ແທ່​ບູ​ຊາ ຍັງ​ມີແທ່​ຫີນ 6 ແຜ່ນຕັ້ງ​ຢູ່​ເຂດສຸ​ສານ​ຂອງ ສັງ​ຄະ​ລາດ 6 ອົງ.”

        ໃນ​ບໍ​ລິ​ເວນ​ໂບດ ຟາດ​ຢ້ຽມ ຍັງ​ມີ​ກິດ​ຈຳແຫ່ງ​ຫນຶ່ງ​ອີກ​ໄດ້​ຮັບ​ຖື​ວ່າ​ແມ່ນ​ແກ້ວ​ມະ​ນີ​ອັນ​ລ້ຳ​ຄ່າ ຍ້ອນ​ໂບດ​ຫົວ​ໃຈ​ພະ​ແມ່ ຫລື ເອີ້ນ​ວ່າ ໂບດ​ຫີນ. ນາງ ໂດງອກ​ແອງ ໃຫ້​ຮູ້​​ຕື່ມ​ອີກວ່າ:

        “ໂບດ​ແຫ່ງນີ້ ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ຫີນທີ່​ນຳມ​າ​ຈາກ​ພູ​ໂຍ່ຍ​ຢູ່ ແທງ​ຮ​ວາ. ທາງນອກ​ຂອງ​ໂບດ​ແມ່ນ​ທາດ​ສອງ​​ແຫ່ງ ຄ້າຍ​ຄື​ທາດ​ບຸດ​ຢູ່ ຫນອງ​ຮ່​ວານ​ກຽມ ຮ່າ​ໂນ້ຍ  ​ແຕ່​ມັນ​ພັດຕ່າງກັນ​ຢູ່​ບ່ອນ​ວ່າ, ທາດ​ຢູ່​​ນີ້​ມີຮູບໄມ້​ກາງ​ເຂນ​, ສ່ວນ​ທາດ​ບຸດ​ມີ​ຮູບ​ປາ​ກ​ກາ.”

        ແທ່ນ​ບູ​ຊາ​ພະ​ແມ່ຢູ່​ໃນ​ໂບດ​ເຮັດ​ດ້ວຍ​ຫີນ. ພາຍ​ໃຕ້​ສີ​ມື​ທີ່ຄ່ອງ​ແຄ້ວ​ຂອງ​ນັກ​ປະ​ຕິ​ມາ​ກຳ​ຫວຽດ​ນາມ, ບັນ​ດາ​ແຜ່ນ​ຫີນ​ໄດ້​ກາຍ​ເປັນ​ຮູບແກະ​ຄວັດ​ສະ​ຫລັກ​ທີ່​ສວຍ​ງາມ ດ້ວຍ​ຮູບ​ນົກຍຸງ, ດອກ​ບົວ​ທີ່ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ນອກນັ້ນ ຍັງ​ມີ​ພາບ​ພື້ນ​ເມືອງ​ຂອງ​ຫວຽດ​ນາມ​​ຫລາຍ​ແຜ່ນອີກ. ຢູ່​ໂບດ ຟາດ​ຢ້ຽມ, ພິ​ທ​ີ​ສວດ​ມົນ​ຖືກ​ດຳ​ເນີນ​ຢູ່​ໂບດ​ໃຫຍ່, ສ່ວນ ບັນ​ດາ​ໂບດຢູ່​ອ້ອມ​ ແມ່ນ​ບ່ອນອາ​ໄລ​ຫາ​ພະ​ອໍ​ລະ​ຫັນ 4 ອົງ ອັນ​ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ບໍ​ລ​ິ​ເວນ​ໂບດ​​ນີ້ໃຫຍ່​ໂຕ​​ແລະ ສວຍ​ງາມກວ່າ. ພິ​ເສດມີ​ໂບດແຫ່ງ​ຫນຶ່ງໄດ້​ຮັບ​ການ​ປະ​ດັບ​ປະ​ດາ​ດ້ວຍ​ໄມ້ແດງ ແລະ ກໍ່​ສ້າງ​ເມື່ອ​ປີ 1899ເຊິ່ງ​ໄດ້​ຮັບຖື​ວ່າ ແມ່ນ​ບ່ອນ​ເຕົ້າ​ໂຮມ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ແກະ​ຄວັດ​ສະ​ຫລັກ​ໄມ້​ທີ່ມີ​ມາ​ນັບ​ພັນ​ປີ​ຂອງວັດ​ທະ​ນະ​ທຳ​ຫວຽດນາມ. ນາງ​ແອງ ແນະ​ນຳ​ວ່າ:

        “ທາງ​ທິດ​ໃຕ້​ຂອງ​ໂບດ ຟາດ​ຢ້ຽມ ແມ່ນ ​ໂບດ Roco ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1895. ​ທາງ​ທິດ​ຕາ​ເວັນ​ຕົກ​ ​ແມ່ນໂບດ​ພະ Joseph ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1896 ແລະ​ເຮັດ​ດ້ວຍ​ໄມ້ແດງ,  ສ່ວນ​ທາງ​ທິດ​ເຫນືອ ແມ່ນ​ໂບດ​ພະ Peter ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1896. …..    “

        ປະ​ຈຸ​ບັນ ໂບດ ຟາດ​ຢ້ຽມ ບໍ່​ພຽງ​ແຕ່​ແມ່ນ​ສະ​ຖານ​ທີ່​​ເພື່ອ​ໃຫ້​ຊາວ​ຄຼິດ​ມາ​ທຳ​ພິທີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນ​ດາ​ນັກ​ຄົ້ນ​ຄ້​ວາ, ​ແລະ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ອີກ​ດ້ວຍ. ອ້າຍ  Dustin ນັກ​ທ່ອງ​ທ່ຽວ​ມາ​ຈາກ ກາ​ນາ​ດາ ເວົ້າ​ວ່າ:

        “ນີ້​ເປັນ​ຄັ້ງ​ທຳ​ອິດທີ່ຂ້າ​ພະ​ເຈົ້າ​ມາ​ຢ້ຽມ​ຢາມໂບດ​ແຫ່ງ​ນີ້ ​ແລະ ບໍ່​ສາ​ມາດ​ຄິດ​ໄດ້​ວ່າ ມັນໄດ້​ຮັບ​ການກໍ່​ສ້າງ​ແຕ່​ສັດ​ຕະ​ວັດ​ທີ 19, ດ້ວຍ​ການ​ອອກ​ແບບ​ຂອງນັກ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຫວຽດ​ນາມ. ມັນ​ແຕກ​ຕ່າງ​ກັບ​ບັນ​ດາ​ໂບດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ມາ​ຢ້ຽມ​ຢາມ​ກ່ອນນີ້ ເພາະ​ວ່າ ໂບດ​ຟາດ​ຢ້ຽມ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມ. ໂບດ​ແຫ່ງ​ນີ້​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຂ້າ​ພະ​ເຈົ້າ​ຢ່າງ​ແທ້​ຈິງ.”

        ເຖິງວ່າ ຮູບນອກ​ຂອງ​ໂບດ​ຟາດ​ຢ້ຽມຈະເກົ່າ​ແກ່​​ກໍ​ຕາມ ແຕ່​ມັນ​ຍັງ​ຮັກ​ສາ​ບັນ​ດາ​ລວດ​ລາຍທີ່​ສວຍ​ງາມ​ໂດຍ​ສີ​ມື​ທີ່ຄ່ອງ​ແຄ້ວ​ຂອງ​ນັກ​ສະ​ຖາ​ປາ​ນິກ​​ຫວຽດ​ນາມ​​ເຮັດ​ເອງ. ບໍ່​ພຽງ​ແຕ່​​ເທົ່າ​ນັ້ນ,  ​ບັນ​ດາຮູບ​ແກະ​ຄວັດ​ສະ​ຫລັກ, ແຜ່​ນ​ຫີນ​ສີ​ຂຽວ​ຢູ່ທາງຫລັງ​ໂບດ​ກໍ່ແມ່ນ​ສິ່ງ​​ທີ່ເລິກ​ລັບ, ສັກ​ສິດ ພວມ​ລໍ​ຖ້າ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ມາ​ຄົ້ນ​ຫາ.

                

ຕອບກັບ

ຂ່າວ/ບົດ​ອື່ນ