ໂມກເຈົາ, ເຂດພູພຽງແຫ່ງມວນມາລາຫຼາກຫຼາຍສີ

ໂດຍ​ມີ​ຄວາມ​ສູງ​ສະ​ເລ່ຍ 1.050 ແມັດ ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ມີ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ​ເຂດ​ມີ​ອາ​ກາດອົບ​ອຸ່ນ, ເຂດ​ພູ​ພຽງ ມົກ​ເຈົາ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູ​ດດື່ມຂອງ​ແຂກ​ທ່ອງ​ທ່ຽວ​ດ້ວຍ​ບັນ​ດາ​ຮູບ​ແບບ​ທ່ອງ​ທ່ຽວ​ລະຫຼິ້ນ​ຢ່ອນ​ອາ​ລົມ, ຄົ້ນ​ຫາ​ທຳ​ມະ​ຊາດ ເພາະ​ເຂດນີ້​ແມ່ນ​ແຫ່ງ​ໃຫ້​ກຳ​ເນີ​ດ​​ມວນ​ມາ​ລາ. ແຕ່​ລະ​ເທື່ອ​ເມື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມເຂດ​ພູ​ພຽງ ມົກ​ເຈົາ, ແຂກ​ທ່ອງ​ທ່ຽວ​ຈະ​ມີ​ໂອ​ກາດ​ໄດ້​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ ແລະ ເຊື່ອມ​ຕົວ​ເຂົ້າ​ກັບ​ໂລກ​ແຫ່ງມວນ​ມາ​ລາຫຼາກຫຼາຍ​ສີ. 

ໂມກເຈົາ, ເຂດພູພຽງແຫ່ງມວນມາລາຫຼາກຫຼາຍສີ - ảnh 1
                                      ດອກ​ບານ​ຢູ່​ໂມກ​ເຈົາ

     ຍາມ​​ທ້າຍ​ລະ​ດູ​ໜາວຕໍ່​ລະ​ດູ​ບານ​ໃໝ່, ອາ​ກາດ​ໜາວ​ເຢັນ, ມ​ີ​ແສງ​ແດດ​ຍາມ​ຕົ້ນ​ປີ​ສາດ​ສ່ອງ​ລົງ​ໜ້າດິ​ນ ອັນ​ໄດ້​ເຮັດ​ໃຫ້​ບັນ​ຍາ​ກາດທີ່​ປອດ​ໂປ່ງ​​ຂອງ​ເຂດ​ພູ​ພຽງ ເພີ່ມ​ຄວາມ​ອົບ​ອຸ່ນຫຼາຍ​ຂຶ້ນ. ນີ້​ກໍ​ແມ່ນ​ຊ່ວງ​ເວ​ລາ​ທີ່ດອກ​ຄາຍ​ບານ​ສະ​ພັ່ງ​ຢູ່​ໂມກ​ເຈົາ. ບັນ​ດາ​ຕົ້ນ​ຄາຍ​ເທິ່ງ​ພູ ຫຼື​ໃນ​ສວນ​ຕ່າງໆ​ໄດ້​ເຮັດ​ໃຫ້​​ສີ​ສັນ​ຂອງດິນ​ແດນ​ແຫ່ງນີ້ປ່ຽນ​ແປງ​ໄປ. ຢູ່​ຕາມ​ທາງ​ສາຍ​ຕ່າງໆ, ດອກ​ຄາຍ​ພາ​ກັນ​ບານ​ສະ​ພັ່ງ​ເອ້​ຄວາມ​ ມັນ​ປຽບ​ເໝືອນ​ຮອຍຍິ້ມ​ຂອງ​ພວກ​ນາງ​ສາວ​ເຜົ່າ​ມົ້ງ, ຜູ້​ໄທ​ຢູ່​ໂມກ​ເຈົາອີຫຼີ

 ໃນ​ເດືອນ 2 ໄລ​ຕາມ​ຈັນທະ​ປະ​ຕິ​ທິນ, ພາຍຫຼັງ​ຊຸມມື້​ທີ່​ໜາວ​ຈັດ, ອາ​ກາດ​ຢູ່​ແຫ່ງນີ້​ໄດ້​ຄ່ອຍອົບ​ອຸ່ນຂື້ນ, ນີ້​ກໍ​ແມ່ນ​ຈຸດ​ເວລາ​ທີ່​ບັນ​ດາ​ສວນ​ໝາກ​ໝັ້ນ​ຢູ່​ໂມກ​ເຈົາ ​ພາ​ກັນແຕກດອກ​ອອກ​ໜໍ່ດ້ວຍ​ສີ​ຂາວ​ທີ່​ງາມ​ຕາ, ອັນ​ໄດ້​ສ້າງ​​ທັດ​ສະ​ນີ​ຍະ​ພາບທີ່​ສວຍ​ງານ​ດັ່ງ​ໃນ​ຝັນ ແລະ ມີ​ລັກ​ສະ​ນະ​ເພີ່ມ​ຈິດ. ບໍ່​ສາ​ມາດ​ທົນ​ທານ​ຄື​ດັ່ງ​ດອກ​ໄມ້​ຊະ​ນິດ​ອື່ນໆ, ດອກ​ໝັ້ນ​ໂມກ​ເຈົາ​ພຽງ​ບານ​ສະ​ພັ່ງພາຍ​ໃນ 2-3 ອາ​ທິດ​ເທົ່າ​ນັ້ນ, ແລ້ວ​ກໍ​ຫ່ຽວໄປ ແທນ​ທີ່​ບັນ​ດາ​ໝາກ​ໝັ້ນ​ນ້ອຍໆ​ງາມໆ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ. ທ້າວ ຫງວຽນ​ກີ ແຂກ​ທ່ອງ​ທ່ຽວ ມາ​ຈາກ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ : 

  “ ​ເມື່ອ​ພວກ​ເຮົາ​ຊົມ​ດອກ​ໄມ້​ຖືກ​ປັກ​ໃນ​ໂຖ​ຢູ່​ຕົວ​ເມືອງນັ້ນ, ເຖິງ​ແມ່ນ​ວ່າ ພວກ​ເຮົາ​ເຫັນ​ໄດ້​ເຖິງ​ຄວາມ​ງາມ​ຂອງດອກ​ໄມ້ກໍ​ຕາມ, ແຕ່​ກໍ​ບໍ່​ສາ​ມາດ​ເຫັນ​ຈົນ​ສຸດ​ວິນ​ຍານ​ຂອງດອກ​ໄມ້. ດອກ​ໄມ້ເກີດ​ມາ​ຈາກ​ທຳ​ມະ​ຊາ​ດ, ເມື່ອ​ເຮົາ​ເຫັນ​ມັນ​ຢູ່​ຕາມ​ທຳ​ມະ​ຊາດ ແມ່ນ​ຈະຮູ້​ສຶກມີ​ຄວາມ​ປະ​ທັບ​ໃຈ ແລະ ລັກ​ສະ​ນະເພີ່ນ​ຈິດ​ຂອງດອກ​ໄມ້, ພິ​ເສດ​ແມ່ນ​ດອກ​ໝັ້ນ​ ”

    ມາ​ຮອດ​ເດືອນ 3 ແລະ ເດືອນ 4, ເບິ່ງ​ຄື​ວ່າ ໂມກ​ເຈົາ  ຖືກປ່ຽນ​ເສື້ອ​ໃໝ່ດ້ວຍ​ສີ​ຂາວ​ຂອງດອກ​ບານ. ​ ປະ​ຊາ​ຊົນຢູ່ ໂມກ​ເຈົາ ຖືດອກ​ບານ​ປຽບ​ເໝືອນນາງ​ສາວ​ເຜົ່າ​ຜູ້​ໄທ​ທີ່​ສວຍ​ງາມ​ແບບ​ລຽບ​ງ່າຍ​ແຕ່​ພັດ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ແຂກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ ໂມກ​ເຈົາ ຈາກ​ສາ​ລະ​ທິດ​. ທ່ານ​ນາງ​ ຟຸ່ງ​ທິ​ລິວ​ລີ ຮອງ​ຫົວ​ໜ້າ​ຂະ​ແໜງວັດ​ທະ​ນະ​ທຳເມືອງ ໂມກ​ເຈົາ ໃຫ້​ຮູ້​ວ່າ : 

    “ ດອກ​ບານ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນດອກ​ໄມ້ຫຼາຍ​ຊະ​ນິດ​ທີ​ມີ​ຊື່​ສຽງ ແລະ ໂມກ​ເຈົາມີ​ແຜນ​ການ​ປູກດອກ​ໄມ້​ຊະ​ນິດນີ້​ຢູ່​ຕາມ​ທາງ​ສາຍ​ຕ່າງໆ. ຊຸມ​ປີ​ແລ້ວນີ້, ຊາວ ໂມກ​ເຈົາ​ໄດ້​ປະ​ຕິ​ບັດ​ແຜນ​ຮ່າງ​ປູກດອກ​ບານ. ພ້ອມ​ກັບ​ການ​ປູກດອກ​ບານນັ້ນ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຜັນ​ຂະ​ຫຍາຍ​ປູກດອກ​ໄມ້​ຊະ​ນິດ​ອື່ນໆ ເພື່ອ​ມຸ່ງ​ໄປ​ສູ່​ການ​ສ້າງ ໂມກ​ເຈົາ ເປັນ​ແດນ​ສະ​ຫວັນ​ມວນ​ມາ​ລາ ຄື​ດັ່ງ​​ຄຳ​ຍົກ​ຍ້ອງ​ຂອງແຂກ​ທ່ອງ​ທ່ຽວຫຼາຍ​ຄົນ​”

     ໃນ​ຊ່ວງ​ເວ​ລາ​ທ້າຍ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະ ເລີ່​ມ​ກ້າວ​ເຂົ້າສູ່ລະ​ດູ​ໜາວຄື​ໃນ​ລະ​ຫວ່າງ​ເດືອນ 10 ຫາ 11 , ຢູ່​ຕາມ​ຮອມ​ພູ​ໃນ​ເຂດ​ພູ​ພຽງ ໂມກ​ເຈົາ, ດອກ​ຜັກ​ກາດ​ຂາວ​ພາ​ກັນ​ບານ​ສະ​ພັ່ງ ປຽບ​ເໝືອນ​ແຜ່ນ​ແພ​ໄໝ​ສີ​ຂາວທີ່​ອ່ອນ​ນຸ່ມຄຽນ​ອ້ອມ​ຕີນ​ພູ. ນີ້​ກໍ​ແມ່ນ​ຊ່ວງ​ໄລ​ຍະຢູ່ ໂມກ​ເຈົາມີ​ດອກ​ໄມ້​ນາໆ​ຊະ​ນິດ​ດ້ວຍ​ສີຫຼາກຫຼາຍ ເປັນ​ໜ້າ​ຈັບ​ອົກ​ຈັບ​ໃຈ. ໂດຍ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ດິນ​ແດນ ໂມກ​ເຈົາ ດ້ວຍດອກ​ໄມ້​ນາໆ​ຊະ​ນິດ, ທ່ານ​ນາງ​ ຟຸ່ງ​ທິ​ລິວ​ລີ ຮອງ​ຫົວ​ໜ້າ​ຂະ​ແໜງວັດ​ທະ​ນະ​ທຳເມືອງ ໂມກ​ເຈົາ ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງວ່າ :

    “ ຂ້າ​ພະ​ເຈົ້າມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ຕົນ​ເອງ​ແມ່ນ​ລູກ​ຮັກຫຼານ​ແພງ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້ ໄຕ​ບັກ ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຫວຽດ​ນາມ, ໄດ້​ກຳ​ເນີດ​ຂຶ້ນ​ຢູ່​ດິນ​ແດນ ໂມກ​ເຈົາ ເປັນ​ໜ້າ​ຮັ​ກ. ສິ່ງທຳອິດ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ເຖິງ, ນັ້ນ​ແມ່ນດອກ​ໄມ້, ໂມກ​ເຈົາແມ່ນ​ເຂດດອກ​ຄາຍດ້ວຍ​ສີ​ຊົມ​ພູ ຊຶ່ງ​ແມ່ນ​ສີ​ງາມ ເປັນ​ສັນ​ຍາ​ລັກ​ຂອງເຂດ​ພູ​ຜາ​ປ່າ​ໄມ້ ໄຕ​ບັກ. ຖັດ​ມາ​ແມ່ນ​ຕ້ອງ​ເວົ້າ​ເຖິງດອກ​ບານ​ຂາວ. ໃນ​ຍາມ​ໃກ້​ບຸນ​ເຕັດ ແລະ ກາຍ​ບຸນ​ເຕັດ, ໂມກ​ເຈົາ ຍິ່ງ​ສວຍ​ສົດ​ງົດ​ງາມຫຼາຍ​ຂຶ້ນ​ຍ້ອນ​ແມ່ນລະ​ດູ​ດອກ​ໄມ້ 2 ຊະ​ນິດ​ດັ່ງ​ກ່​າວ, ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽວ​ທັງຫຼາຍ. ຂ້າ​ພະ​ເຈົ້າ​ເອງ ມີ​ຄວາມ​ຮັກ​ແພງ ໂມກ​ເຈົາ ທີ່​ສຸດ ແລະ ປາດ​ຖະ​ໜາ​ວ່າ ແຂກ​ທ່ອງ​ທ່ຽວ ກໍສະ​ຫງວ​ນ​ອາ​ລົມ​ຈິດຄວາມ​ຮັກ​ແພງໃຫ້ ໂມກ​ເຈົາ  ”

        ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານໃຫ້​ມະ​ນຸດ​ມີ​ສັດ​ສາ​ວາ​ສິ່ງ​​, ທິວ​ທັດ​ທຳ​ມະ​ຊາດ ມະ​ຫັດ​ສະ​ຈັນ. ໂມກ​ເຈົາ ກໍ​ແມ່ນແຫ່ງ​ໜຶ່ງ​ໄດ້​ຮັບ​ສິ່ງ​ທີ່​ພິ​ເສດນີ້. ຖ້າ​ຫາກ​ພວກ​ເພື່ອນ​ມີໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ, ຢາ​ລືມລົງ​ຢ້ຽມ​ຢາມ ໂມກ​ເຈົາ ເພື່ອ​ຮັບ​ຊົມ​ຄວາມ​ງາມ​ຂອງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ດັ່ງ​ໃນຝັນ ແລະ ມວນ​ມາ​ລາຫຼາກຫຼາຍ​ສີ​ສັນ.

ຕອບກັບ

ຂ່າວ/ບົດ​ອື່ນ