ໂຮງງານໄຟຟ້ານ້ຳຕົກຮ່ວາບີງ-ສັນຍາລັກແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ອະດີດສະຫະພາບໂຊຫວຽດ

(VOVWORLD) -ພາຍຫຼັງດຳເນີນການກໍ່ສ້າງເປັນເວລາກວ່າ 20 ປີ, ໂຮງງານໄຟຟ້ານ້ຳຕົກຮ່ວາບີງທີ່ແຂວງຮ່ວາບີງໄດ້ຖືກນຳເຂົ້າເຄື່ອນໄຫວເມື່ອປີ 1988, ສາມາດສະໜອງກວ່າ 80% ປະລີມານການຜະລິດໄຟຟ້າຂອງທົ່ວປະເທດ

ດ້ວຍການຊ່ວຍເຫຼືອຢ່າງສຸດໃຈຈາກບັນດາຜູ້ຊ່ຽວຊານອະດີດສະຫະພາບໂຊຫວຽດ ປະຈຸບັນແມ່ນສະຫະພັນລັດເຊຍ, ພາຍຫຼັງດຳເນີນການກໍ່ສ້າງເປັນເວລາກວ່າ 20 ປີ, ໂຮງງານໄຟຟ້ານ້ຳຕົກຮ່ວາບີງທີ່ແຂວງຮ່ວາບີງໄດ້ຖືກນຳເຂົ້າເຄື່ອນໄຫວເມື່ອປີ 1988, ສາມາດສະໜອງກວ່າ 80% ປະລີມານການຜະລິດໄຟຟ້າຂອງທົ່ວປະເທດ. ໄລຍະຈຸດສູງ, ມີຜູ້ຊ່ຽວຊານ, ນັກວິສາວະກອນກວ່າ 700 ຄົນຂອງອະດີດສະຫະພາບໂຊຫວຽດໄດ້ເຂົ້າຮ່ວມການກໍ່ສ້າງກິດຈະກຳ. ນີ້ແມ່ນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ອະດີດສະຫະພາບໂຊຫວຽດ ແລະ ຄູ່ຮ່ວມມືຍຸດທະສາດຫວຽດນາມ-ລັດເຊຍໃນວັນນີ້. 

ໂຮງງານໄຟຟ້ານ້ຳຕົກຮ່ວາບີງ-ສັນຍາລັກແຫ່ງນ້ຳໃຈມິດຕະພາບ ຫວຽດນາມ-ອະດີດສະຫະພາບໂຊຫວຽດ  - ảnh 1ເຂື່ອນໄຟຟ້ານ້ຳຕົກຮ່ວາບີງ 

      ໂດຍຜ່ານຜ່ານ້ຳແກ່ງຖ້ວມ 2 ຄັ້ງຢ່າງລຽນຕິດໃນເດືອນກັນຍາ ແລະ ຕຸລາທີ່ຜ່ານມາ, ໂຮງງານໄຟຟ້ານ້ຳຕົກຮ່ວາບີງຍັງຄົງຮັບປະກັນໃຫ້ແກ່ 8 ກຸ່ມເຄື່ອງຈັກເຄື່ອນໄຫວດ້ວຍຄວາມປອດໄພ. 30 ປີທີ່ຜ່ານມາ, ນີ້ແມ່ນແຫ່ງສະໜອງພະລັງງານໄຟຟ້າຕົ້ນຕໍຂອງປະເທດຊາດ, ດ້ວຍປະລີມານການຜະລິດໄຟຟ້າ 10 ຕຶ້ Kwh/ປີ. ກິດຈະກຳເຂື່ອນໄຟຟ້າແຫ່ງນີ້ ກໍສາມາດປະຕິບັດບັນດາເປົ້າໝາຍຕ້ານນ້ຳຖ້ວມ ແລະ ສະໜອງນ້ຳ, ຮັບໃຊ້ການຜະລິດໃຫ້ແກ່ເຂດທົ່ງພຽງພາກເໜືອຫວຽດນາມ.

    ໃນວັນນີ້, ຢູ່ໂຮງງານແຫ່ງນີ້, ຍັງຖືກຮັກສາຢູ່ນັ້ນ, ອະນຸສາວະລີອາໄລຫາພະນັກງານ 168 ຄົນທີ່ໄດ້ເສຍສະຫຼະຊີວິດໃນການກໍ່ສ້າງ ກິດຈະກຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງ, ໃນນັ້ນມີຜູ້ຊ່ຽວຊານ 13 ຄົນຂອງອະດີດສະຫະພາບໂຊຫວຽດ. ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນການປະຕິວັດເດືອນຕຸລາລັດເຊຍ, ທ່ານ ບຸຍດຶດຄຽດ ຜູ້ອຳນວຍການຄົນທຳອິດຂອງ   ໂຮງງານໄຟຟ້ານ້ຳຕົກຮ່ວາບີງໄດ້ກັບຄືນຢ້ຽມຢາມໂຮງງານ ຊຶ່ງແມ່ນແຫ່ງທີ່ທ່ານໄດ້ເຂົ້າຮ່ວມການກໍ່ສ້າງເປັນເວລາ 12 ປີ. ທ່ານ ບຸຍດຶດຄຽດ ເວົ້າວ່າ : 

     “ ບັນດາເພື່ອນໂຊຫວຽດໄດ້ມານີ້ເຂົ້າຮ່ວມການກໍ່ສ້າງກິດຈະກຳໂດຍກົງ, ເຂົາເຈົ້າຖືວຽກງານກໍ່ສ້າງຢູ່ນີ້ຄືດັ່ງວຽກງານຂອງປະເທດຕົນເອງ. ເຂົາເຈົ້າໄດ້ປະກອບສ່ວນເຫືອ່ແຮງເພື່ອກໍ່ສ້າງກິດຈະກຳໃນຕະຫຼອດເວລາກວ່າ 10 ປີ ແລະ ມີຜູ້ຊ່ຽວຊານຈຳນວນໜຶ່ງໄດ້ເສຍສະຫຼະຊີວິດຢູ່ແຫ່ງນີ້. ຂ້າພະເຈົ້າເຫັນວ່າ ນີ້ແມ່ນການຊ່ວຍເຫຼືອຢ່າງຈິງໃຈ ແລະ ມີປະສິດທິຜົນ ”

    ໂດຍແມ່ນພາສາແປໃຫ້ແກ່ຄະນະຜູ້ຊ່ຽວຊານໂຊຫວຽດ ນັບຕັ້ງແຕ່ຊຸມວັນທຳອິດທີ່ດຳເນີນການສຳຫຼວດສະຖານທີ່ກໍ່ສ້າງ ກິດຈະກຳເຂື່ອນໄຟຟ້ານ້ຳຕົກ ຮ່ວາບີງເມື່ອປີ 1971, ທ່ານ ວູ້ຊວນບາງ ເວົ້າຄວາມໃນໃຈສູ່ຟັງວ່າ ສຳລັບທ່ານແລ້ວ, ໃນຊຸມວັນເດືອນປີທີ່ເຮັດວຽກກັບບັນດາເພື່ອນໂຊຫວຽດນັ້ນ ໄດ້ສ້າງອະນຸສອນຫຼາຍຢ່າງທີ່ຍາກຈະລືມໄດ້. ທ່ານເວົ້າວ່າ : 

     “ ຂ້າພະເຈົ້າຈີດີທີ່ສຸດ ໃນເຫດໄພນ້ຳຖ້ວມເມື່ອປີ 1978 ຂະນະທີ່ທຸກຄົນພວມຂຸດຂຸມໃຕ້ດິນ, ຢູ່ທາງນອກມີຄັນຄູນ້ອຍ, ແຕ່ມັນໃກ້ຈະແຕກ. ຜູ້ຊ່ຽວຊານນັບຮ້ອຍຄົນ ໄດ້ກຽມພ້ອມຈັບແຂນກັນຕໍ່ກັນ ຢືນເປັນແຖວກັ້ນນ້ຳ ເພື່ອໃຫ້ເທິ່ງຝັ່ງແມ່ນ້ຳຖົມດິນລົງ”

     ໂດຍບໍ່ພຽງແຕ່ສຸດຈິດສຸດໃຈຕໍ່ວຽກງານເທົ່ານັ້ນ, ບັນດາຜູ້ຊ່ຽວຊານໂຊຫວຽດທີ່ເຂົ້າຮ່ວມກໍ່ສ້າງ ກິດຈະກຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງ ຍັງມີຄວາມສະໜິດຕິດພັນກັບການດຳລົງຊີວິດ ແລະ ສ້າງຄວາມປະທັບໃຈອັນດີງາມໃຫ້ແກ່ຊາວທ້ອງຖິ່ນ. ທ່ານ ຝ້າມເທ້ຢຸງ ຢູ່ນະຄອນຮ່ວາບີງ ເລົ່າຄືນສູ່ຟັງວ່າ : 

     “ ເວລາພັກຜ່ອນ ຍາມຕອນແລງ, ເຂົາເຈົ້າພ້ອມກັບເມຍ ແລະ ລູກ ພາກັນໄປຕະຫຼາດ, ເຂົາເຈົ້າກໍໄດ້ຮຽນພາສາຫວຽດເພື່ອທັກທາຍສະບາຍດີຕໍ່ກັນ, ເມື່ອພົບກັບຊາວຫວຽດນາມ, ເຂົາເຈົ້າກໍເປີດອົກເປີດໃຈ. ເດັກນ້ອຍຊາວຫວຽດນາມຢູ່ນີ້ ກໍຮຽນພາສາລັດເຊຍເພື່ອລົມກັບເຂົາເຈົ້າ. ສຳລັບຜູ້ຊ່ຽວຊານໂຊຫວຽດມານີ້ໂດຍມີຄອບຄົວໄປນຳນັ້ນ, ເຂົາເຈົ້າຮັກແພງກັບເດັກຫວຽດນາມທີ່ສຸດ ”

      ຈຸດເວລາດຳເນີນການກໍ່ສ້າງ,  ກິດຈະກຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງ ກໍແມ່ນໂຄງການທີ່ສັບສົນກວ່າໝູ່ໃນໂລກ. ທ່ານ ຫງວຽນວັນມິນ ຜູ້ອຳນວຍການບໍລິສັດໄຟຟ້ານ້ຳຕົກຮ່ວາບີງໃຫ້ຮູ້ວ່າ :

    “ ໃນການສຶກສາອົບຮົມທາງດ້ານວັດທະນະທຳວິສາຫະກິດ, ພວກຂ້າພະເຈົ້າເຄີຍຈັດການເສັງຊອກຮູ້ກ່ຽວກັບໄລຍະກໍ່ສ້າງ ແລະ ຂະຫຍາຍຕົວຂອງ ກິດຈະກຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງ ເພື່ອໃຫ້ພະນັງານ, ກຳມະດອນຍາມໃດກໍຈົດຈຳຄຸນງາມຄວາມດີ ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນໂຊຫວຽດ, ປະຈຸບັນແມ່ນລັດເຊຍ ທີ່ມີຕໍ່ກິດຈະກຳແຫ່ງນີ້ ”

    ບໍ່ພຽງແຕ່ແມ່ນຄວາມເອກອ້າງທະນົງໃຈຂອງບັນດາຜູ້ທີ່ໄດ້ເຄີຍຮ່ວມແຮງຮ່ວມໃຈເພື່ອກິດຈະກຳອັນຍິ່ງໃຫຍ່ເທົ່ານັ້ນ, ກິດຈະກຳເຂື່ອນໄຟຟ້ານ້ຳຕົກຮ່ວາບີງຍັງ ແມ່ນຄວາມເອກອ້າງທະນົງໃຈຂອງຊາວຫວຽດນາມລຸ່ນຕ່າງໆ, ທັງແມ່ນສັນຍາລັກແຫ່ງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ສະຫະພັນລັດເຊຍອີກດ້ວຍ. ຈົດໝາຍທີ່ຝາກເຖິງຄົນລຸ່ນຫຼັງນັ້ນ ພວມໄດ້ຮັບການຮັກສາໄວ້ຢູ່ໂຮງງານ ແລະ ຈະຖືກເປີດອ່ານໃນປີ 2100 ເພື່ອແນໃສ່ຕັກເຕືອນຄົນລຸ່ນຫຼັງຍາມໃດກໍຕ້ອງເຄົາລົບນັບຖື, ຮັກສາ ແລະ ເພີ່ມພຸນຄູນສ້າງນ້ຳໃຈສາມັກຄີມິດຕະພາບໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນລະຫວ່າງ 2 ປະເທດຫວຽດນາມ - ສະຫະພັນລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ