ໄປຢ້ຽມຢາມກຸງເກົ່າເຫ້ວ


(vovworld)- ແຕ່​ປີ 1558 ມາ​ຮອດ​ປີ 1945, ເຫ້ວ​ເຄີຍ​ເປັນເມືອງ​ເອກ​ຂອງ ​ເຈົ້າ​ອາດ​ຍາ ຫງວຽນ ​9 ສະ​ໄຫມ ຢູ່​ພາກ​ໃຕ້, ​ແມ່ນ​ເມືອງ​ຫລວງ​ຂອງ​ສະ​ໄຫມ​ລາ​ດຊະ​ວົງ ໄຕ​ເຊີນ ແລະ ເມືອງ​ຫລວງ ຂອງ 13 ສະ​ໄຫມ​ລາດ​ຊະ​ວົງ​ເຈົ້າ​ຊີ​ວິດ ຫງວຽນ. ຜ່ານ 4 ສັດ​ຕະ​ວັດ​, ດ້ວຍ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ, ກຸງເກົ່າ ເຫ້ວ ໃນ​ເມື່ອ​ກ່ອນ ໄດ້​ກາຍ​ເປັນ​ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ, ແມ່ນ​ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ​ທັດ​ສະ​ນີ​ຍະ​ພາບ​ລື​ຊື່. ດ້ວຍ​ຄວາມ​ງາມ​ສະ​ເພາະ​ນັ້ນ ປີ 1993 ກຸ່ມ​ປູ​ຊະ​ນີ​ຍະ​ສະ​ຖານ​ກຸງ​ເກົ່າ ເຫ້ວ ໄດ້​ຮັບ​ການ​ຮັບ​ຮອງ​ຈາກ   UNESCO ວ່າ ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ. ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກຸ່ງ​ເກົ່າ​ເຫ້ວ ຍາມ​ໃດ​ກໍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ນັບ​ມື້​ນັບ​ຫລາຍ.

 

ໄປຢ້ຽມຢາມກຸງເກົ່າເຫ້ວ  - ảnh 1
ພະ​ລາ​ຊະ​ວັງ ຢູ່ ເຫ້ວ

        ໂດຍ​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນ​ເຫ້ວ, ທາງ​ທິດ​ເຫ​ນືອ​ແຄມ ແມ່​ນ້ຳ​ເຮືອງ, ລະ​ບົບ​ສະ​ຖາ​ປັດ​ຕະ​ຍະ​ກຳ​ແມ່ນ​ສັນ​ຍາ​ລັກ​ແຫ່ງ​ສິດ​ອຳ​ນາດ​ຂອງ​ລະ​ບອບ​​ລາ​ດ​ຊະ​ວົງ ຫງວຽນ ຍັງ​ຄົງ​ຕົວ​ຕໍ່​ຫນ້າການ​ຜັນ​ແປ​ຂອງ​​ການ ​ເວ​ລາ. ກຸງ​ເກົ່າ​ເຫ້ວ ຂຶ້ນ​ກັບ​ແຂວງ ເທື່ອ​ທຽນ​ເຫວ ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ບັນ​ດາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​​ມີຮູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ ​ທີ່ມ​ີ​ຄຸນ​ຄ່າ​ທາງ​ດ້ານ​ສິ​ລະ​ປະ​ສະ​ຖາ​ປັດ​ຕະ​ຍະ​ກຳ ແລະ ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ສິ​ລະ​ປະ​ບໍ່​ມີ​ຮູບ​ຮ່າງ. ເມື່ອ​ເວົ້າ​ເຖິງ ເຫ້ວ ແມ່ນ​ເວົ້າ​ເຖິງ​ບັນ​ດາ​ກຳ​ແພງ, ພະ​ລາ​ຊະ​ວັງ, ວັດ​ວາ​ອາ​ຮາມ​ທີ່​ໃຫ​ຍ່​ໂຕ, ສ​ຸ​ສານຫລາຍ​ແຫ່ງ​​​ພ​້ອມ​ດ້ວຍບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ທີ່​ເກົ່າ​ແກ່… ​ ລະ​ບົບ​ກຳ​ແພງປ້ອງ​ກັນ​ຢູ່​ທີ່ນີ້ ແມ່ນ​ການ​ປະ​ສົມ​ປະສານ​ ​ຢ່າງ​ກົມ​ກຽວ​ລະ​ຫວ່າງ​ສິ່ງຍອດ​ຢ້ຽມ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ່າຍ​ຕາ​ເວັນ​ອອກ ແລະ ຝ່າຍຕາ​ເວັນ​ຕົກ ຊື່ງ​ໄດ້​ຕັ້ງ​ຢູ່​ໃນ​ເຂດ​ດິນ​​ແດນທີ່​ມີ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ ດ້ວຍ​ພູງື້​ບີງ, ແມ່​ນ້ຳ​ເຮືອງ, ດອນ ຢາ​ວຽນ, ດອນ ບົກ​ແທງ.. ພະ​ລາ​ຊະ​ວັງ ໄດ້ຮັບ​ປ້ອງ​ກັນດ້ວຍ ກຳ​ແພງ​ເກືອບ​ເປັ​ນ​ມົນ​ທົນ​ດ້ວຍ​ຄວາມ​ຍາວ​ຂອງ​ແຕ່​ລະ​ດ້ານ ເກືອບ 600 ແມັດ ແລະ ມີ 4 ປະ​ຕູທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ. ຢູ່​ພາຍ​ໃນ ພະ​ລາ​ຊະ​ວັງ ​ແມ່ນ​ບ່ອນ​ຢູ່​ອາ​ໄສ ແລະ ດຳ​ເນີນ​ຊີ​ວິດ​ປະ​ຈຳ​ວັນຂອງ ລາ​ຊະ​ວົງ. ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ ​ລາ​ຊະ​ວັງ, ຢູ່​ສອງ​​ຝັ່ງ​ແຄມ​ແມ່​ນ້ຳເຮືອງ, ມີ​ສຸ​ສານ​​ຂອງບັນ​ດາ​ເຈົ້າ​ຊີ​ວິດ​ຫງວຽນ ໄດ້​ຮັບ​ຖື​ວ່າ ແມ່ນ​ບັນ​ດາ​ຜົນ​ງານ​ຂອງ​ພື້ນ​ຖານ​ສະ​ຖາ​ປັດ​ຕະ​ຍະ​ກຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ. ສຸ​ສານ​ແຕ່​ລະ​ແຫ່ງ​ແມ່ນ​ສ່ອງ​ແສງ​ໃຫ້​ເຫັນ​ຊີ​ວິດ ແລະ ​ນິດ​ໃສ​ໃຈ​ຄໍຂອງເຈົ້າ​ຊີ​ວິດ​ແຕ່​ລະ​ອົງ. ແຕ່​ລະ​ປີ ສະ​ຖານ​ທີ່​ທ່ອງ​ທ່ຽວນີ້​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​​ພາຍ​ໃນ ແລະ ຕ່າງ​ປະ​ເທດມາ​ຢ້ຽມ​ຢາມ​ນັບ​ຮ້ອຍໆ​ເທື່ອ​ຄົນ.

 

ໄປຢ້ຽມຢາມກຸງເກົ່າເຫ້ວ  - ảnh 2
ຂົວ​ເຈື່ອງ​ຕຽນ

ມາ​ຢ້ຽມ​ຢາມ​ກຸງ​ເກົ່າ​ເຫ້ວ, ນັກ​ທ່ອງ​ທ່ຽວ​ມາ​ຈາກ​ທຸກ​ສາ​ລະ​ທິດ​ຍັງ​ເຫັນ​ໄດ້​ຄວາມ​ງາມ​ດັ່ງ​ໃນ​ຝັນ. ຍ້ອນ​ຄວາມ​ງາມ​ຂອງ​ແມ່​ນ້ຳ​ເຮືອງ​ທີ່​ສົດ​ໃສ​ໄຫລ​​ຜ່ານ​ທາງຫນ້າ​ກຸງ​ເກົ່າ ເຫ້ວ ​ເຊິ່ງ​ໄດ້​ກາຍ​ເປັນ​ປັດ​ໄຈ​ສ້າງ​ເປັນ​ຄວາ​ມ​ງາມ​ດັ່ງ​ໃນ​ຝັນ. ແມ່​ນ້ຳ​ເຮືອງ ບໍ່​ພຽງ​ແຕ່​ແມ່ນ​​ເສັ້ນ​ທາງ ​ຄົມ​ມະ​ນາ​ຄົມ​ທາງ​ນ້ຳ​ເທົ່າ​ນັ້ນ ຫາກ​ຍັງເປັນ​ກຳ​ແພງ​​ທຳ​ມະ​ຊາດ​ເພື່ອປົກ​ປັກ​ຮັກ​​ສາ​ພະ​ລາ​ຊະ​ວັງ​ເຫ້ວ ອີກ​ດ້ວຍ. ແມ່​ນ້ຳ​ເຮືອງ ຕິດ​ພັນ​ກັບ​ພູງື້​ບີງ ສ້າງ​ເປັນ​ຄວາມ​ງາມ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຝ່າຍ​ຕາ​ເວັນ​ອອກ. ທ່ານ ຫງວຽນ​ຊວນ​ຮ່​ວາ, ຊາວ ນະ​ຄອນ​ເຫ້ວ  ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ເມື່ອ​ເວົ້າ​ເຖິງ​ແມ່​ນ້ຳ​ເຮືອງ.

        “ແມ່​ນ້ຳ​ເຮືອງ ຄື​ດັ່ງ​ວັດ​ຖຸ​ມີ​​ທີ່​ປະ​ເສີດໂດຍ​ທຳ​ມະ​ຊາດ​ດົນ​ບັນ​ດານ​ໃຫ້​​ນະ​ຄອນເຫ້ວ. ຍາກ​ທີ່​​ຫາ​ໄດ້​ສາຍ​ແມ່​ນ້ຳ​ໃດ​ຢູ່ ຫວຽດ​ນາມ ທີ່​ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ​ຄື​ແມ່​ນ້ຳ​ເຮືອງ. ຈາກ​ສາຍ​ພູ​ຫລວງ, ໄຫລ​ຜ່ານ​ປ່າ​ດົງ​ພົງ​ໄພ ແລະ ໄຫລຮອດ​ເຂດ​ທົ່ງ​​ພຽງ,​ແລ້ວແມ່​ນ້ຳ​ເຮືອງຍັງ​ໄຫລ​ຜ່ານ​ນະ​ຄອນ​ເຫ້ວ​ຄື​ດັ່ງ​ແພ​ໄຫມ​ຜືນ​ຫນຶ່ງ​​ພາດ​ຜ່ານນ​ະ​ຄອນ… ຈາກນັ້ນ​​ກໍໄຫລ​ອອກ​ສູ່​ບືງ​ ຕາມ​ຢາງແຄມ​ທະ​ເລ”

        ​ເມ​ື່ອ​ຂີ່​ເຮືອ​ລ່ອງ​ໄປ​ຕາມ ແມ່​ນ້ຳ​ເຮືອງ ຮັບ​ຟັງ​ດົນ​ຕີ​ລາ​ຊະ​ວັງ ຫລື ເພງ​ພື້ນ​ເມືອງ ເຫ້ວ ຍາມ​ໃດ​ກໍ​ແມ່ນ​ລາຍ​ການ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​​ຊົມ​ຊອບຈາກ​ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ຢູ່​ສອງ​​ຝັ່ງແຄ​ມ​ແມ່​ນ້ຳ ເຮືອງ ໄດ້​ເຊື່ອມ​ຕໍ່​ກັນ​ດ້ວຍ​ຂົວ ເຈື່ອງ​ຕຽນ ມີ​ອາ​ຍຸກວ່າ 100 ປີ. ຂົວ​ແຫ່ງນີ້ ແມ່ນ​ສັນ​ຍາ​ລັກ​ຂອງ​​ກຸງ​ເກົ່າ​ເຫ້ວ ແລະ ກໍ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ຂົວ​ທຳ​ອິດ​ຊື່ງ​ ຝ​ລັ່ງ​ໄດ້​ກໍ່​ສ້າງ​ຢູ່ ອິນ​ດູ​ຈີນ ແລະ ມີ​ຄຸນ​ຄ່າ​ດ້ານ​ສິ​ລະ​ປະ​ສູງ​ສຸດ​ຂອງ​ຜົນ​ງານ​ດ້​ານວິ​ທະ​ຍາ​ສາດ​ໃນ​ຍຸກ​​ສະ​ໄຫມ. ​ທ່ານ ຟານ​ທ້​ວນ​ອານ, ນັກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ ເຫ້ວ ໃຫ້​ຮູ້​ວ່າ:

        “ສຳ​ລັບ​ຊາວ ນະ​ຄອນ​ເຫ້ວ​ແລ້ວ, ຂົວ​ເຈື່ອງ​ຕຽນ ແມ່ນ​ກິດ​ຈະ​ກຳ​ໄດ້​ຮັບ​ການກໍ່​ສ້າງ​ໄວ​ກວ່າ​ໝູ່ ແລະ ມີ​ຄຸນ​ຄ່າ​ດ້ານ​ສິ​ລະ​ປະ​ສູງ​ສຸດ. ໂດຍ​ໄດ້​ກຳ​ເນີດ ແລະ ເຕີບ​ໃຫ​ຍ່ ຢູ່ ເຫ້ວ, ​ບໍ່​ມີຜູ້​ໃດ​​ທີ່​ຍັງ​ບໍ​ທັນ​ເຄີຍໄດ້​ຜ່ານ​ຂົວ​ແຫ່ງນີ້​. ສະ​ນັ້ນ ຂົວ​ເຈື່ອງ​ຕຽນ ຍາມ​ໃດ​ກໍ​ຝັງ​ເລິກ​ໃນ​ໃຈ​ຂອງ​​ຊາວນ​ະ​ຄອນ​ເຫ້ວ.”

        ປະ​ຈຸ​ບັນ, ເຫ້ວ ຍັງ​ໄດ້​ຮູ້​ຈັກ​ເຖິງ​ແມ່ນ​ນະ​ຄອນ Festival ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ ຢູ່ ຫວຽດ​ນາມ. ສອງ​ປີ​ເທື່ອ​ຫ​ນຶ່ງ​ ນະ​ຄອນ ເຫ້ວ ຈັດ​ພິ​ທີຕ້ອ​ນ​ຮັບ​ເພື່ອນ​ມິດ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ມາ​ເຂົ້າ​ຮ່ວມ Festival. ດ້ວຍ​ຄວ​າມ​ງາມ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຂອ​ງ​ບັນ​ດາ​ສະ​ໄຫມ​ລາດ​ຊະ​ວົງ​ສັກ​ດີ​ນາ ພ້ອມ​ກັບ​ທິວ​ທັດ​ທຳ​ມະ​ຊາດ​ສວຍ​ງາມ, ອາ​ລົມ​ຈິດ​ຄວາມ​ຮັກ​ແພງ​ແຂກ​ຄົນ​ຂອງຊາວ​ນະ​ຄອນ​ເຫ້ວ ແລະ ບັນ​ດາ​ສຽງ​ດົນ​ຕີ, ເພງ​ພື້ນ​ເມືອງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ອາ​ຫານ​ການ​ກິນ​ທີ່ແຊບ​ນົວ ໄດ້​ສ້າງ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ Festival ເຫ້ວ ທີ່​ມີ​ຊື່​ສຽງ. ກຸງ​ເກົ່າ​ເຫ້ວ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ເມື່ອ​ມາ​ຢ້ຽມ​ຢາມ​ພາກ​ກາງ ຫວຽດ​ນາມ ແລະ ກໍ​ແມ່ນ​ແຫ່ງ​ເພື່ອ​ເຂົ້າ​ຮ່ວມ ແລະ ຄົ້ນ​ຫາ​ຄວາມ​ງາມ​ຂອງ​ກຸງ​ເກົ່າ​ໃນ​ເມື່ອ​ກ່ອນ.

ຂ່າວ/ບົດ​ອື່ນ