ໄປຢ້ຽມຢາມເຮືອນສວນຢູ່ນະຄອນເຫ້ວ

(vovworld)- ນ​ະ​ຄອນ​ເຫ້ວ ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ​ແມ່ນ​ນະ​ຄອນ​ສວນ, ເຮືອນ​ສວນ. ໃນ​ບັນ​ດາ​ສະ​ຖານ​ທີ່ທ່ອງ​ທ່ຽວ​ລື​ຊື່ຢູ່ ເຫ້ວ, ລາຍ​ການ​ທ່ອງ​ທ່ຽວ​ຢ້ຽມ​ຢາມເຮືອນ​ສວນ​ຍາມ​ໃດ​ກໍ​ດຶງ​ດູດ​ນັກ​ທ່ອງ​ທ່ຽວເປັນ​ຈຳ​ນວນ​ຫລວງ​ຫລາຍ. ເມື່ອ​ມາ​ຢ້ຽມ​ຊົມ​ເຮືອນ​ສວນ, ທ່ານ​ຈະ​ຮູ້​ໄດ້​ວ່າ ​​ແນວ​ຄິດ​ຈິດ​ໃຈ ​ແລະ ແບບ​ແຜນ​ການ​ດຳ​ລົງ​ຊີ​ວິດ​ຂອງເຈົ້າ​ຂອງ​ເຮືອນ​. ເຮືອນ​ສວນ​ຢູ່​ເຫ້ວ ແມ່ນສະ​ແດງ​ໃຫ້​ເຫັນ​​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ຊີ​ວິດ​ຂອງ​ມະ​ນຸດ ແລະ ຕົ້ນ​ໄມ້​ໃບ​ຫຍ້າ. ເຮືອນ​ສວນ​​ຢູ່ເຫ້ວ ບໍ່​ພຽງ​ແຕ່​​ສະ​ແດງ​ໃຫ້​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ ແລະ ສະ​ຖາ​ປັດ​ຕະ​ຍະ​ກຳ​ເທົ່າ​ນັ້ນ ຫາກເຕັມ​ໄປ​ດ້ວຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ປະ​ຫວັດ​ສາດ​ທີ່​ເປັນ​ເອ​ກະ​ລັກ​ພິ​ເສດ, ກາຍ​ເປັນ​ມ​ໍ​ລະ​ດົກ​ສຳ​ຄັນ​ຂອງ ເຫ້ວ ອີກ​ດ້ວຍ. ໃນ​ລາຍ​ການ​ຄົ້ນ​ຫາ​ຫວຽດ​ນາມ​ພາກນີ້ ພວກ​ເຮົາ​ຂ​ໍ​ແນະ​ນຳບົດ​ຂຽນ​ຂອງ​ນັກ​ຂ່າວ ລານ​ແອງ ​ທີ່​ມີ​ຫົວ​ຂໍ້​ວ່າ: ໄປ​ຢ້ຽມ​ຢາມເຮືອນ​ສວນ​ຢູ່​ນະ​ຄອນເຫ້ວ.

 

ໄປຢ້ຽມຢາມເຮືອນສວນຢູ່ນະຄອນເຫ້ວ - ảnh 1
ເຮືອນ​ສວນ ອານ​ຮຽນ ຢູ່ ນະ​ຄອນ ເຫ້ວ
ພາບ:dulich.vn

        ບັນ​ດາ​ເຮືອນ​ສວນ​ທີ່​ສວ​ຍ​ງາມ​ຢູ່​ເຫ້ວ ລ້ວນ​ແຕ່ໄດ້​ຮັບ​ການປຸກ​ສ້າງ​ຢູ່​ແຄມ​ແມ່​ນ້ຳ​ເຮືອງ​ຄື: ລອງ​ໂຮ່, ງອກ​ໂຮ່, ເຮືອ​ງ​ລອງ, ກີມ​ລອງ, ຫງວຽດ​ບຽວ, ເລືອງກວານ, ເຢືອງ​ຊວນ, ຫວີ​ຢ້າ, ບາວ​ວີງ.. ເຮືອນ​ສວນ​​​ສວຍງາມທີ່​ມີ​ຊື່​ສຽງ​ຈຳ​ນວນ​ຫນຶ່ງຢູ່​ເຫ້ວ​ຄື: ອານ​ຮຽນ, ງອກ​ເຊີນກົງ​ຈົວ​ຕື, ລາກ​ຕິ້ງວຽນ ແລະ ລະ​ບົບ​ເຮືອນ​ສວນ ຟູມົ້ງ - ກີ​ມ​ລອງ. ມາ​ຢ້ຽມ​ຢາມ ເຮືອນ​ສວນ​ຢູ​່​ເ​ຫ້ວ, ນັກ​ທ່ອງ​ທ່ຽວບໍ່​ວ່າ​ຜູ້​ໃດ​ກໍ​​ລ້ວນ​ແຕ່ມັກ​ຄວາມ​ງາມ​ຂອງບັນ​ດາ​ສວນດອກ​ໄມ້​​ທີ່​ມີສີ​ສັນ​ຫລາກ​ຫລາຍ​, ຕົ້ນ​ໄມ້​ໃບ​ຫຍ້າ​ຂຽວ​ສົດ​ງົດ​ງາມ, ອາ​ກາດ​ປອດ​ໂປ່ງ, ບັນ​ຍາ​ກາດ​ສະ​ຫງຽບ​ງົບ. ທ່ານ ຫງວຽນ​ວັນ​ແທງ, ຊາວ​ນະ​ຄອນ​ເຫ້ວ ໃຫ້​ຮູ້​ວ່າ:

        “ເຮືອນ​ສວນ​ຢູ່ ເຫ້ວ ໃນ​ເມື່ອ​ກ່ອນ ເຄີຍ​ເອີ້ນ​ວ່າ ເຮືອນເຣື່ອງ, ເຮືອນ​ບູ​ຮານ. ວັດ​ສະ​ດຸ​ກໍ່​ສ້າງສ່ວນ​ຫລາຍ​ແມ່ນ​ດິນ​ຈີ່, ຫີນ ຫາກບໍ່​ແມ່ນ​ວັດ​ສະ​ດຸ​ທັນ​ສະ​ໄຫມ​ຄື​ປະ​ຈຸ​ບັນ. ​ເຮືອນ​ສວນ​ຢູ່ ເຫ້ວ ໄດ້​ຮັບ​​​ການອອກ​ແບບ ແລະ ກໍ່​ສ້າງ​ຈາກ​ສີ​ມື​ອັນ​ຄ່ອງ​ແຄ້ວ​ຂອງ​ບັນ​ດາ ຊ​່າງ​​ເຟີ​ນີ​ເຈ​ີ ເຫ້ວ ແລະ​ນາຍຊ່າງ​ ເຟີ​ນີ​ເຈ​ີ  ມາ​ຈາກ​ພາກ​ເຫນືອ​ຫວຽດ​ນາມ. ແລະ ສະ​ຖາ​ປັດ​ຕະ​ຍະ​ກຳຂອງ ​ບັນ​ດາເຮືອນ​ສວນນີ້ ​ແມ່ນ​​ການ​ປະ​ສານ​ສົມ​ທົບ​ຈາກ​​ຮູ​ບ​ແບບເຮືອນ​ບູ​ຮານຕະ​ຫລອດ​ຮອດ​ລາ​ຊະ​ວັງ, ສະ​ນັ້ນມາ​ເຖິງ​ປະ​ຈຸ​ບັນ ຍັງ​ຄົງ​ຮັກ​ສາ​ ບັນ​ດາ​ວັງ​ງາມ​ໄວ້​ໄດ້ຄື ທາຍ​ຮ່​ວາ, ລອງ​ອານ.”

        ໃນ​ບັນ​ດາ​ເຮືອນ​ສວນ​ທີ່​ຍັງ​ເຫລືອ​ຢູ່ ເຫ້ວ ປະ​ຈຸ​ບັນ ມີ​ເຮືອນ​ສວນ ອານ​ຮຽນ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫລັງ​ເຮືອນ​ທີ່ສວຍ​ງາມ ​ໄດ້​ຮັບ​ການກໍ່​ສ້າງດ້ວຍ​ສະ​ຖາ​ປັດ​ຕະ​ຍະ​ກຳ​ດີ​ເດັ່ນ, ເປັນ​ແບບ​ຢ່າງ​ຂອງ​ເຮືອນ​ສວນ​ຢູ່ ເຫ້ວ. ເຮືອນ​ສວນ ອານ​ຮຽນ ກໍ່​ສ້າງຕາມ​ບັນ​ດາ​ຫລັກ​ການ​ຂອງ​ສະ​ຖາ​ປັດ​ຕະ​ຍະ​ກຳທີ່​ເປັນ​ມູນ​ເຊື້ອ​ຂອງ​ຝ່າຍ ຕາ​ເວັນ​ອອກ. ​ປ​ະ​ຕູ​ໃຫຍ່​ຂອງເຮືອນ​ແມ່ນ​ມຸ່ງ​ຫນ້າ​ສູ່​ແມ່​ນ້ຳ​ເຮືອງ. ເຮືອນ​ຫລັງ​ນີ້ ຖືກ​ຕັ້ງ​ໃນ​ສວນ​​ຕົ້ນ​ໄມ້​ຂຽວອ​ຸ່ມ​ທຸ່ມ​ດ້ວຍ​ເນື້ອ​ທີ່ກວ້າງ​ເກືອບ 5000 ຕາ​ແມັດ. ເສັ້ນທາງ​ຈາກ​ປະ​ຕູ​​ໂຂງ​ເຂົ້າໄປຮອດ​ເຮືອນ ​ມີ​ຄວາມຍາວ 34 ແມັດ ແລະ ຢູ່ ສອງ​ຟາກ​ທາງ​ລ້ວນ​ແຕ່​ປູກ​ຕົ້ນ​ໄມ້​ປະ​ດັບ​ອັນ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ແຂກ​​ມາ​ຢ້ຽມ​ຢາມເຮືອນ. ແມ່​ຕູ້ ຫງວຽນ​ທິ​ແທກ, ​ຊື່ງ​ແມ່ນຜູ້​ເຝົາ​ເຮືອນ​​ຫລັງ​ນີ້ໃຫ້​ຮູ້​ວ່າ:

        “​ຍ່າງ​ຈາກຈາກ​ປະ​ຕູ​​​ໂຂງເຂົ້າມາ​ເຮືອນ ​ທ່ານຈະ​​ພົບ​ເຫັນ​ສາກ​ບັງ​​ຫນ້າ. ຢູ່ ເຫ້ວ ເຮືອນ​ຫລັງ​ໃດ​ກໍ​ມີ​ສາກ​ບັງ​ຫນ້າ. ເບື້ອງ​ຫລັງ​ຂອງ ສາກ​ບັງ​ຫນ້າ ແມ່ນ​ຫນອງ​ນ້ຳ. ຫລັງ​ຈາກນັ້ນ ​ທ່ານຈຶ່ງ​ຍ່າງເຂົ້າ​ເຮືອນ. ຢູ່ ເຫ້ວ ເຄີຍ​ເອີ້ນ​ວ່າ ຍ່າ​ເຣື່ອງ, ເຣື່ອງ​ໝາຍ​ເຖິງ​ເສົາ​ໄມ້, ເຮືອນ​ສວນ​ທັງ​ໝົດ​ລ້ວນ​ແຕ່ໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ໄມ້, ສ່ວນ​ຕະ​ປູ, ເບ​ຕົງ​ເສີມ, ເຫລັກ​ບໍ່​ມີ​ໃນ​ເຮືອນ​ສວນ​ຢ່າງ​ເດັດ​ຂາດ.”

ໄປຢ້ຽມຢາມເຮືອນສວນຢູ່ນະຄອນເຫ້ວ - ảnh 2
ທາງ​ເຂົ້າ​ເຮືອນ​ສວນ
ພາບ:dulich.vn

        ເຮືອນ​ສວນ ອານ​ຮຽນ ມີ​ມາ​ແຕ່​ດົນ​ນານ​ແລ້ວ ແລະ ຜ່ານການ​ນຳ​ໃຊ້​ຂອງ​ເຈົ້າ​ຂອງ​ຫລາຍ​ຄົນ. ຕາມ​ເອ​ກະ​ສານ​ຂອງ​ຄອບ​ຄົວ​ແລ້ວ, ກ່ອນ​ປີ 1895, ເຈົ້າ​ຂອງ​ເຮືອນ ​ແມ່ນ ລາ​ຊ​າ​ທິ​ດາ​ຂອງ​ເຈົ້າ​ຊີ​ວິດ ຢຸກ​ດືກ. ເຈົ້າ​ຂອງ​​ຜ​ູ້ສຸດ​ທ້າຍ​ຂອງ​ເຮືອນ​ຫລັງ​ນີ້​ແມ່ນ ທ່ານ ຕວນ​ຫວູ​ຫງວຽນ​ດີງ​ຈີ. ເມຍ​ຂອງ​ທ່ານ ຫງວ​ຽນ​ດີງ​ຈີ ແມ່ນ ທ່ານ​ນາງ ດາວ​ທິ​ຊວນ​ອຽນ ແມ່ນ​ຜູ້​ສ​ືບ​ມໍ​ລະ​ດົກ ແລະ ສືບ​ຕໍ່​ຄຸ້ມ​ຄອງ, ຮັກ​ສາ​ເຮືອນ​ສວນນີ້. ທ່ານ​ນາງ ດາວ​ທິ​ຊວນ​ອຽນ ກໍ​ແມ່ນ​ເຈົ້າ​ຂອງ​ເຮືອນ ໃນ​ໄລ​ຍະດົນ​ນານກວ່າ​ໝູ່ ແລະ ເປັນ​ຜູ້ຮັກ​ສາ, ຍົກ​ສູງ​ຄຸນ​ຄ່າ​ຂອງ​ເຮືອນ​ສວນ ອານ​ຮຽນ ຈົນ​ເຖິງ​ເມື່ອ​ທ່ານ​ນາງ​ເຖິງ​ແກ່​ມໍ​ລະ​ນະ​ກຳ​ເມື່ອ​ປີ 1977. ພາ​ຍ​ຫລັງ​ປະ​ເທດ​ຊາດ​ໄດ້​ທ້ອນ​ໂຮມ​ເປັນ​ເອ​ກະ​ພາບ ຈົນ​ເຖິງ​ເມື່ອ​ທ່ານ​ນາງ ດາວ​ທິ​ຊວນ​ອຽນ ເຖິງ​ແກ່​ມໍ​ລະ​ນະ​ກຳ ເມື່ອ​ປີ 1997, ອານ​ຮຽນ ຫລື ເອີ້ນ​ວ່າ ເຮືອນ​ສວນ​ຂອງ ແມ່​ຕ​ູ້ ຕວນ​ຈີ ກາຍ​ເປັນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນ​ເມືອງ​ຫລວງ. ປະ​ຈຸ​ບັນ ເຮືອນ​ສວນ ອາ​ຮຽນ ແມ່ນ​ຂຶ້ນ​ກັບ​ສິດ​ສືບ​ມໍ​ລະ​ດົກ​ຂອງ​ລູກ​ໃ​ພ້ ຟານ​ທິ​ຮ່​ວາງ​ແອງ ແລະ ຫລານ 4 ຄົນຂອງແມ່​ຕູ້ ພວມ​ດຳ​ລົງ​ຊີ​ວິດ​ຢູ່​ຝ​ລັ່ງ. ແມ່​ຕູ້ ແທ້ງ ໃຫ້​ຮູ້​ວ່າ:

        “ເຮືອນ​ສວນ​ ອານ​ຮຽນ ແມ່ນ​ເຮືອນ​ສວນ​ງາມແບບ​ທຳ​ມະ​ຊາດ ແຕ່​ເຈົ້າ​ຂອງບໍ່​ໂຄ​ສະ​ນາ, ບໍ່​ເຮັດ​ທຸ​ລະ​ກິດ, ຜູ້​ໃດ​ກໍ​ສາ​ມາດ​ມາ​ຢ້ຽມ​ຢາມໄດ້​. ຂ້າ​ພະ​ເຈົ້າ​ດີ​ໃຈ​ຫລາຍ​ເມື່ອ​ເຫັນ​ວ່າ ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ເຮືອນ​ສວນເປັນ​ຈຳ​ນວນ​ຫລາຍ. ເຂົາ​ເຈົ້າ​ມາ​ຢ້ຽມ​ຢາມ ເຫ້ວ ​ສ່ວນ​ຫລາຍ​ມັກ​ໄປ​ຢ້ຽມ​ຢາ​ເຮືອນ​ບູ​ຮານ. ໃນ​ຍາມລະ​ດູ​ຮ້ອນ ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ມາ​ຢ້ຽມ​ຢາມ​ເຮືອນ​ສວນເປັນ​ຈຳ​ນວນ​ຫລວງ​ຫລາຍ.

        ເບື້ອງ​ໃນ​ຂອງ​ເຮືອນ​ສວນ​ແມ່ນ​ໄດ້ຈັດ​ແບ່ງ​ຕາມ​ຄວາມ​ຕ້ອງ​ການ​ນຳ​ໃຊ້. ຫ້ອງ​ໃຈ​ກາງ​ແມ່ນ​ຫ້ອງ​ບູ​ຊາ, ເບື້ອງ​ຫນ້າ​ແມ່ນ​ບູ​ຊາ​ພະ​ພຸດ​ທະ​ເຈົ້າ, ເບື້ອງ​ຫລັງ​ແມ່ນ​ບູ​ຊາ​ປູ່​ຍ່າ​ຕ່າ​ຍາຍ. 2 ຫ້ອງ​ຢູ່​ທາງຂ້າງ ແມ່ນ​ບ່ອນ​ຕ້ອນ​ຮັບ​ແຂກ. ສິ່ງ​ພິ​ເສດ, ເຮືອນ​ຫລັງ​ນີ້ ມີ​ເຄື່ອງ​ທີ່ລະ​ນຶກ​​ຫລາຍ​ຢ່າງຂອງ ລາ​ຊະ​ວົງ​ຫງວຽນ. ຜ່ານ​ການ​ຜັນ​ແປ​ຂອງ​ປະ​ຫວັດ​ສາດ ແລະ ​ຄວາມ​ຮ້າຍ​ກາດ​ຂອງ​ການ​ເວ​ລາ​, ປະ​ຈຸ​ບັນ ເຮືອນ​ສວນ ອານ​ຮຽນ ແມ່ນ​​ບ່ອນ​ສະ​ຫງົບ​ງຽບ, ແມ່ນ ສະ​ຖານ​ທີ່ວັດ​ທະ​ນະ​ທຳ​ຂອງ​ເຂດ​ດິນ​ເມືອງ​ຫລວງ, ຍາມ​ໃດ​ກໍ​ດຶງ​ດູດ​ແຂກ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ