ໜອງ ບາເບ, ໜອງນ້ຳຈືດຢູ່ເທິ່ງພູໃຫຍ່ກ່ວາໝູ່ໃນປະເທດຫວຽດນາມ

ໂດຍແມ່ນ​ໜອງ​ນ້ຳ​ຈືດນອນ​ຢູ່​ໃນ​ເຂດ​ປ່າ​ສະ​ຫງວ​ນ​ບາ​ເບ ໃນ​ແຂວງ​ບັກ​ກ້ານ​ຂອງ​ຫວຽດ​ນາມ, ບາ​ເບແມ່ນ​ໜອງ​ນ້ຳ​ຈືດ​ໃຫຍ່​ກ່​ວາ​ໝູ່​ໃນ​ປະ​ເທດ​ຫວຽດ​ນາມ ແລະ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 100 ໜອງ​ນ້ຳ​ຈືດ​ໃຫຍ່​ທີ່​ສຸດ​ໃນ​ໂລກ. 3 ສາ​ຂາ​ຂອງ​ໜອງແມ່ນ​ເຊື່ອມ​ຕໍ່​ກັນ ຖືກ​ເອີ້ນ​ດ້ວຍ​ຊື່​ວ່າ ແປ​ເລີມ, ແປ​ລູ່, ແປ​ແລ່ງ. ຄຸນ​ຄ່າ​ທີ່​ໃຫຍ່ກວ່າ​ໝູ່​ຂອງ​ໜອງ​ບາ​ເບ​ແມ່ນ ທັດ​ສະ​ນີ​ຍະ​ພາບ​ດ້ານ​ທໍ​ລະ​ນີທີ່​ເປັນ​ເອ​ກະ​ລັກ, ຄຸນ​ຄ່າ​ທີ່​ພົ້ນ​ເດັ່ນ​ທາງ​ດ້ານ​ທໍ​ລະ​ນີ ແລະ ຄຸນ​ຄ່າ​ອັນ​ໃຫຍ່ຫຼວງ​ກ່ຽວ​ກັບ​ຊີ​ວະ​ນາໆ​ພັນ.

ໜອງ ບາເບ, ໜອງນ້ຳຈືດຢູ່ເທິ່ງພູໃຫຍ່ກ່ວາໝູ່ໃນປະເທດຫວຽດນາມ - ảnh 1
ໜອງ ບາເບ, ໜອງນ້ຳຈືດຢູ່ເທິ່ງພູໃຫຍ່ກ່ວາໝູ່ ໃນປະເທດ ຫວຽດນາມ

     ໜອງ ບາ​ເບຕາມ​ພາ​ສາ​ທ້ອງ​ຖິ່ນ​ຖືກ​ເອີ້ນ​ວ່າ “ ຊະ​ລາມ​ແປ ” ໝາຍ​ຄ​ວາມ​ວ່າ “ 3 ໜອງ ”. ນີ້​ແມ່ນ​ຊື​ເອີ້ນ​ລວມ​ຂອງ 3 ໜອງ​ເຊື່ອມ​ຕໍ່​ກັນ​ຊຶ່ງ​ລວມ​ມີ : ແປ​ເລີມ, ແປ​ລູ່ ແລະ ແປ​ແລ່ງ. ໜອງ ບາ​ເບແມ່ນນອນ​ຢູ່​ລະ​ຫວ່າງ 2 ເມືອງ​ຄື ບາ​ເບ ແລະ ເຈິ​ດົນ​ໃນ​ແຂ​ວງ​ບັກ​ກ້ານ. ຕາມ​ບັນ​ດາ​ນັກ​ທ​ໍລະ​ນີສາດ​ແລ້ວ, ໜອງ​ແມ່ນນອນ​ຢູ່​ຄວ​າມ​ສູງ 145 ແມດ​ ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ ແລະ ໄດ້​ເປັນ​ຮູບ​ເປັນ​ຮ່າງ​ກ່ອນນີ້ກວ່າ 200 ລ້ານ​ປີ. ຢູ່​ອ້ອມ​ແອ້ມ​ໜອງ​ແມ່ນ​ບັນ​ດາ​ສາຍ​ພູ​ຫີນ​ປູນເກົ່າ​ແກ່, ມີ​ຈຸດ​ພິ​ເສດ​ສະ​ເພາະ. ຍ້ອນ​ວ່າ​ໃນ​ວິ​ວັດ​ການ​ຫັນ​ປ່ຽນ​ດ້ານ​ທໍ​ລະ​ນີ, ຫີນ​ປູນ​ຢູ່​ບໍ​ລິ​ເວນນີ້​ໄດ້​ຫັນ​ມາ​ເປັນ​ຫີນ​ແກ້ວ. ປີ 1995, ໜອງ​ບາ​ເບ​ໄດ້​ຮັບ​ການ​ຮັບ​ຮູ້​ໃນ​ກອງ​ປະ​ຊຸມ​ໜອງ​ນ້ຳ​ຈືດ​ໂລກ ຊຶ່ງ​ຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ​ວ່າ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜອງ ​ນ້ຳ​ຈືດ​ພິ​ເສດ 20 ແຫ່ງຂອງ​ໂລກ​ຄວນ​ໄດ້​ຮັບ​ການ​ຮັກ​ສາ. ປີ 2011, ອົງ​ການ UNESCO ໄດ້​ຮັບ​ຮູ້ ໜອງ ບາ​ເບ​ແມ່ນ​ເຂດ Ramsar (ເຂດ​ດິນ​ນ້ຳ​ຖ້ວມ​ທີ່​ມີ​ຄວາມ​ສຳ​ຄັນ​ສາ​ກົນ) ທີ 3 ຂອງ​ຫວຽດ​ນາມ. ນ້ຳ​ໃນໜອງ ບາ​ເບ ຫັນ​ປ່ຽນ​ຕາມ​ລະ​ດ​ູ​ຝົນ ແລະ ລະ​ດູ​ແລ້ງ. ອ້າຍ​ເອົາ​ດິງ​ເຮື້ອງ ​ ​ຢູ່​ຕາ​ແສງ​ຄາງ​ນິງ, ເມືອງ​ບາ​ເບປະ​ກອບ​ອາ​ຊີບຂັບ​ເຮືອຢູ່​ໜອງ​ບາ​ເບ ແນະ​ນຳ​ວ່າ : 

   “ ນ້ຳ​ຂອງໜອງ ບາ​ເບ ຂຽວ​ງາມ​ຕະຫຼອດ​ປີ. ຮອດ​ຍາມ​ນ້ຳ​ແກ່ງ, ລະ​ດູ​ໃບ​ໄມ້​ໄມ້ຫຼົ່ນ, ໃນ​ໜ້າ​ໜອງ​ກໍ​ມີ​ໃບ​ໄມ້ຫຼົນ່​ຢູ່​ບາງ​ຈຸດ. ຕອນ​ເຊົ້າ​ຫາ​ຕອນ​ທ່ຽງ, ນ້ຳ​ໃນ​ໜອງ​ໃສ​ເຢັນ ແລະ ຂຽວ​ງາມ. ຍອດ​ຍາມ​ນ້ຳ​ແກ່ງຖ້ວມ, ນ້ຳ​ຢູ່​ແມ່​ນ້ຳ​ໄຫຼມາ, ພາ​ໃຫ້​ນ້ຳ​ຂຸ້ນ, ແຕ່​ພາຍຫຼັງ​ພຽງ 2 ວັນ, ນ້ຳ​ໃນ​ໜອງ​ກໍ​ກັບ​ຄື​ສູ່ຂຽວ​ງາມ​ ”

       ມາ​ຮອດໜອງ ບາ​ເບ, ແຂກ​ທ່ອງ​ທ່ຽວ​ອາດ​ຈະ​ຂີ່​ເຮືອ​ໄມ້​ອ້ອມ​ແອ້ມ​ໜອງເພື່ອ​ຮັບ​ຊົມ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມເຊັ່ນ: ຖ້ຳ, ນ້ຳ​ຕົກ​ຕາດ​ຢູ່ຍອດ​ນ້ຳ. ອ້າຍ​ເອົາ​ດິງ​ເຮື້ອງ ​ ​ຢູ່​ຕາ​ແສງ​ຄາງ​ນິງ, ເມືອງ​ບາ​ເບປະ​ກອບ​ອາ​ຊີບຂັບ​ເຮືອຢູ່​ໜອງ​ບາ​ເບ ໃຫ້​ຮູ້ວ່າ :

     “ ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ແຂກມາ​ທ່ຽວ​ຢູ່ໜອງ ບາ​ເບ ກໍ​ລ້ວນ​ແຕ່​ຍ້ອງວ່າ ໜອງ​ງາມ​ທີ່​ສຸດ. ເມື່ອ​ນັ່ງ​ເທິ່ງ​ເຮືອ ກໍ​ຮູ້​ສຶກ​ສະ​ຫວາດ​ສະ​ເຫວີຍ. ຖ້າ​ຫາກ​ຂີ່​ເຮືອ​ອ້ອມ​ໜອງ ແມ່ນ​ຕ້ອງ​ໃຊ້​ເວ​ລາ​ປະ​ມານ ຊົ່ວ​ໂມງ​ເຄິ່ງ, ສ່ວນ​ໄປ​ທຸກໆ​ບ່ອນ ແມ່ນ​ຕ້ອງ​ໃຊ້​ເວ​ລາ​ປະ​ມານ  4-5 ຊົ່ວ​ໂມງ. ລວງ​ຍາວ​ຂອງໜອງ ບາ​ເບແມ່ນ​ປະ​ມານ 9 ກມ, ລວງ​ກ້​ວາງ​ແມ່ນ​ປະ​ມານ 1 ກມ ”

    ຢູ່​ກາງ​ໜອງ​ມີ 2 ດອນ​ເຊັ່ນ: ດອນ​ອານ​ມ້າ ແລະ ດອນ​ບາ​ກ້​ວາ. ຢູ່​ອ້ອມ​ແອ້ມ​ໜອງ​ແມ່ນ​ກຸ່ມ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ເຊັ່ນ: ສະ​ຕຽນ​, ດອນ​ປໍ​ຢາ​ມ້າຍ, ຖ້ຳ​ປວງ, ນ້ຳ​ຕົກ​ຕາດ ເດົາ​ດັງ… ໜອງ ບາ​ເບຍັງ​ແມ່ນ​ທີ່​ຢູ່​ອາ​ໄສ​ຂອງ​ປາ​ນ້ຳ​ຈືດ​ປະ​ມານ 50 ປະ​ເພດ, ໃນ​ນັ້ນ​ມີ​ປະ​ເພດ​ທີ່​ມີ​ຄ່າ​ຫາຍ​າກ ພ້ອມ​ກັບ​ພຶກ​ສາ​ຊາດ​ທີ່​ມີ​ຄ່າ​ຫາ​ຍາກ​ມີ​ຊື່​ໃນ​ປຶ້ມ​ແດງ​ຫວຽດ​ນາມ.  ປ້າ​ມາ​ທິ​ທິ້ງ ຊາວ​ເຜົ່າ​ໄຕ, ຜ​ູ້ຂາຍເຄື່ອງ​ທີ່​ລະ​ນຶກ​ຢູ່​ບໍ​ລິ​ເວນໜອງ ບາ​ເບໃຫ້​ຮູ້​ວ່າ :

     “ ໃນ​ໜອງ ບາ​ເບ, ມີ​ປາ, ກຸ້ງ, ຫອຍກີ້, ຫອຍມຸກ ຊຶ່ງ​ມີ​ຂາຍ​ໃນ​ຕະຫຼອດ​ປີ. ແຂກ​ທ່ອງ​ທ່ຽວກໍ​ມາ​ຊື້ຫຼາຍ​ທີ່​ສຸດ. ລາ​ຄາ​ປະ​ມານ 170.000 ດົງ/ໂລ. ຢູ່ນີ້​ຍັງ​ມີ​ສິນ​ພິ​ເສດຫຼາຍ​ຢ່າງ​ເຊັ່ນ: ເຂົ້າຫຼາມ, ເຫັດ, ເຫັດ​ຫອມ, ເສັ້ນ​ລ້ອນ....ທັງ​ໝົດ​ເຫຼົ່າ​ນີ້​ແມ່ນ​ເອົາ​ມາ​ຈາກ​ປ່າ ແລະ ເປັນ​ສິນ​ພິ​ເສດ​ຂອງ​ບັກ​ກ້ານ, ບາ​ເບ​ ”

      ໃນ​ທ່າມ​ກາງ​ບັນ​ຍາ​ກາດ​ທີ່​ມິດ​ງຽບ, ເຢັນ​ສະ​ບາຍ, ນັ່ງ​ໃຕ້​ຮົ່ມ​ເຢັນ​ຂອງ​ຕົ້ນ​ໄມ້​ໃຫຍ່, ໄດ້​ຊົມ​ຄວາມ​ງາມ​ຢູ່​ໜ້າ​ນ້ຳ​ໃນ​ໜອງ ແລະ ໄດ້​ຟັງ​ສຽງ​ພິນ​ຕິ້ງ​ຂອງ​ເຈົ້າ​ຂອງ​ຮ້ານ, ຜູ້​ຄົນ​ທັງຫຼາຍ​ຕ່າງ​ກໍ​ຮູ້​ສຶກ​ສະ​ບາຍ​ໃຈ. ໜອງ ບາ​ເບແມ່ນ​ແຫ່ງມີ​ຄວາມ​ປອງດອງຂອງ​ປ່າ​ໄມ້​, ແມ່​ນ້ຳ​ລຳ​ເຊ ພ້ອມ​ກັບ​ອາ​ກາດ​ເຢັນ​ສະ​ບາຍ​ຢູ່​ເຂດ​ພູ​ດອຍ. ຈຸດ​ເວ​ລາ​ທີ່​ງາມກວ່າ​ໝູ່​ໃນ​ປີ ແມ່ນ​ໃນ​ຍາມ​ລະ​ດູ​ຮ້ອນ, ຕົ້ນ​ລະ​ດູ​ໃບ​ໄມ້ຫຼົ່ນຫຼື​ລະ​ດູ​ບານ​ໃໝ່.                                         

      ຄວາມ​ງາມ​ຂອງໜອງບາ​ເບ​ຍັງ​ໄດ້​​ຕິດ​ພັນກັບ​ເຮືອ​ໄມ້​ຊຶ່ງ​ເປັນ​ສິ່ງ​ໜຶ່ງ​ທີ່​ຂາດບໍ່​ໄດ້​ສຳ​ລັບໜອງ ບາ​ເບ. ຢູ່​ໜ້າໜອງ ບາ​ເບ ທີ່​ມິດ​ງຽບ, ບໍ່​ເກີດ​ມີ​ຄື້ນ​ແຕ່​ຢ່າງ​ໃດ, ຮູບ​ພາບ​ເຮືອ​ໄມ້​ຄ່ອຍ​ແລ່ນເທິ່ງ​ໜ້າ​ນ້ຳ, ໄດ້​ເຮັດ​ໃຫ້​ແຂກ​ທ່ອງ​ທ່ຽວ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ໜ້າ​ຄວາ​ມ​ງາມ​ດັ່ງ​ໃນ​ຝັນ​ຂອງ​ທິ​ວ​ທັດ​ທຳ​ມະ​ຊາດ​ຢູ່​ແຫ່ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ