ໜອງໂຮ່ເຕິຍ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ

(VOVWORLD) -ຮ່າໂນ້ຍ ມີຊື່ສຽງຍ້ອນແມ່ນນະຄອນທີ່ມີໜອງຕ່າງໆ . ຢູ່ໃຈກາງ ຮ່າໂນ້ຍ ມີໜອງນ້ອຍໃຫ່ຍນັບ 10 ໜອງ. ໃນນັ້ນ ໜອງໂຮ່ເຕິຍ ແມ່ນໜອງທີ່ກວ້າງໃຫ່ຍກວ່າໜູ່ ດ້ວຍເນື້ອທີ່ໜ້ານ້ຳນັບ 100 ເຮັກຕາ ແລະ ເສັ້ນທາງອ້ອມໜອງຍາວເກືອບ 20 ກິໂລແມັດ. ໜອງໂຮ່ເຕິຍ ບໍ່ພຽງແຕ່ແມ່ນສະຖານທີ່ທ່ອງທ່ຽວທີ່ຈັບໃຈເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳທີ່ເປັນເອກະລັກອີກດ້ວຍ
ໜອງໂຮ່ເຕິຍ ເຊິ່ງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ  ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ - ảnh 1ໜອງໂຮ່ເຕິຍ ຍາມສາຍັນ 

ໜອງໂຮ່ເຕິຍ ແມ່ນໜອງທຳມະຊາດນອນຢູ່ທາງກ້ຳຕາເວັນຕົກສຽງເໜືອຂອງ ຮ່າໂນ້ຍ, ມີເນື້ອທີ່ປະມານ 500 ເຮັກຕາ.  ໂດຍຕິດພັນກັບປະຫວັດສາດຂອງນະຄອນຫຼວງ ແຫ່ງອະລິຍະທຳນັບພັນປີ, ບັນດາເອກະສານປະຫວັດສາດໄດ້ບັນທຶກວ່າ, ໜອງໂຮ່ເຕິຍ ແມ່ນສາຍນ້ຳຕອນທີ່ຍັງເຫຼືອຂອງແມ່ນ້ຳແດງ. ເມື່ອກ່ອນນີ້ໜອງໂຮ່ເຕິຍ ກໍ່ມີຊື່ເອີ້ນແຕກຕ່າງກັນເຊັ່ນ ໜອງກີມງິວ, ໜອງຫຼາງບາກ, ໜອງດວາຍໂຮ່… ແຕ່ລະຊື່ກໍ່ລ້ວນແຕ່ຕິດພັນກັບເລື່ອງນິທານກ່ຽວກັບຕົ້ນກຳເນີດຂອງ ໜອງໂຮ່ເຕິຍ. ເສັ້ນທາງອ້ອມໜອງແມ່ນເສັ້ນທາງທີ່ສວຍງາມດັ່ງໃນຝັນ, ເຢັນສະບາຍຕະຫຼອດປີ. ຈາກບ່ອນທີ່ສູງຫຼຽວເບິ່ງ ໜອງໂຮ່ເຕິຍ ແມ່ນມີຮູບຮ່າງປຽບເໝືອນກ້າມກະປູ ດ້ວຍແຈທາງກ້ຳຕາເວັນອອກ ຖືກອ້ອມຮອບດ້ວຍຖະໜົນ ແທັງນຽນ ເຊິ່ງເປັນເສັ້ນທາງຂີດຂັ້ນລະຫວ່າງ ໜອງໂຮ່ເຕິຍ ກັບ ໜອງຈຸກແບັ້ກ ສ່ວນທີ່ຍັງເຫຼືອແມ່ນຖືກອ້ອມຮອບດ້ວຍດິນຕໍ່ແຜ່ນ. ໜອງໂຮ່ເຕິຍ ໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍໄດ້ ໃນຊີວິດທາງດ້ານຈິດໃຈຂອງຊາວ ຮ່າໂນ້ຍ ກໍ່ຄືແຂກທ່ອງທ່ຽວ ເມື່ອມີໂອກາດມາຢາມ ຮ່າໂນ້ຍ. ໜອງໂຮ່ເຕິຍ  ບໍ່ພຽງແຕ່ມີຄວາມງາມຍ້ອນໜ້ານ້ຳຂຽວເຢັນ ແລະ ກວ້າງໃຫ່ຍໄພສານເທົ່ານັ້ນ, ຫາກຍັງມີຄວາມງາມແບບເພີນຈິດຍ້ອນສີອິດຂອງດອກອິນທະນີ ຄວາມງາມສີອິດຂອງດອກດິນທະນີ, ສີແດງຂອງດອກຝາງເມື່ອລະດູຮ້ອນ ວຽນມາໃນແຕ່ລະປີ. ທຸກໆຕອນເຊົ້າ ຫຼື ໃນຍາມແລງເມື່ອດວງຕາເວັນຕົກດິນ, ມີຫຼາຍໆຄົນກໍ່ຍາງຫັດກາຍອ້ອມໜອງ ເພື່ອສູບເອົາອາກາດທີ່ປອດໂປ່ງ. ໜອງໂຮ່ເຕິຍ ກໍ່ແມ່ນຈຸດນັດພົບຂອງຫຼາຍຄົນຈາກຄູ່ບ່າວສາວ ມານັ່ງສະແດງຄວາມຮັກຕະຫຼອດຮອດຜູ້ເຖົ້າຜູ້ແກ່, ໄວໝຸ່ມກໍ່ມາເຕົ້າໂຮມຊຸມແຊວມ່ວນຊື່ນນຳກັນ. ອ້າຍ ຫງວຽນຕຸ່ງເລິມ ຢູ່ເມືອງ ດົງດາ ຮ່າໂນ້ຍ ແບ່ງປັນວ່າ:

     “ຂ້າພະເຈົ້າກໍ່ໄດ້ມີອະນຸສອນຫຼາຍຢ່າງ ທີ່ຜູກພັນກັບໜອງໂຮ່ເຕິຍ, ຄາວເປັນໄວໜຸ່ມ ແລະ ຄວາມຮັກຂອງຂ້າພະເຈົ້າກໍ່ຕິດພັນກັບໜອງໂຮ່ເຕິຍ. ກ່ອນນີ້ຂ້າພະເຈົ້າພ້ອມກັບແຟນກໍ່ເຄີຍໄປທ່ຽວຊົມລຽບຕາມແຄມໜອງ, ນັ່ງລົມກັນເປັນຊົ່ວໂມງ. ໜອງໂຮ່ເຕິຍ ກໍ່ມີຮ້ານກາເຟຕັ້ງຢູ່ແຄມໜອງ ພ້ອມກັບບັນດາຮ້ານອາຫານຫວ່າງຫຼາຍຮ້ານຕັ້ງຢູ່ແຄມທາງ. ຢູ່ ຮ່າໂນ້ຍ, ຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດໄວໜຸ່ມກໍ່ລ້ວນແຕ່ມີຄວາມຜູກພັນກັບໜອງໂຮ່ເຕິຍ ຄືດັ່ງຈຸດນັດພົບທີ່ຈັບໃຈຂອງ ຮ່າໂນ້ຍ”.

    ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ງົດງາມເທົ່ານັ້ນ, ໜອງໂຮ່ເຕິຍ ຍັງແມ່ນສະຖານທີ່ເຕົ້າໂຮມ ທິວທັດວັດວາອາຮາມທີ່ເກົ່າແກ່ເຊັ່ນ ວັດເຈິນກວ໋ກ, ວັດກີມລຽນ, ວັດທຽນນຽນ, ວັດຫວ້ານນຽນ, ພະວິຫານກວານແທັ໊ງ, ຫໍບູຊາເຕິຍໂຮ່… ເຊິ່ງແມ່ນສະຖານທີ່ລື້ງເຄີຍຂອງຊາວນະຄອນຫຼວງ ຮ່າໂນ້ຍ ເມື່ອໂອກາດບຸນປີໃໝ່, ວັນເພັງໃນແຕ່ລະເດືອນ. ປ້າ ເລຍືລວານ ຢູ່ເມືອງ ຮ່ວານກຽມ ຮ່າໂນ້ຍ ໃຫ້ຮູ້ວ່າ:

           “ທິວທັດຢູ່ຕາມວັດວາອາຮາມໃນບໍລິເວນໜອງໂຮ່ເຕິຍ ແມ່ນສວຍງາມ  ແລະ ກວ້າງຂວາງ. ກິ່ນຫອມຂອງທູບທີ່ຖືກຈູດໃນບໍລິເວນວັດ ໄດ້ກຸ້ມໄປທົ່ວບໍລິເວນ, ອັນໄດ້ເຮັດໃຫ້ຜູ້ຄົນທັງຫຼາຍຮູ້ສຶກສະຫວາດສະເຫວີຍ. ເມື່ອໄປວັດໃນແຕ່ລະເທື່ອ, ຂ້າພະເຈົ້າເຫັນວ່າມີແຂກທ່ອງທ່ຽວສາກົນຫຼາຍຄະນະໄດ້ມານີ້ ແລະ ເຂົາເຈົ້າໄດ້ເລືອກເປັນບ່ອນຖ່າຍຮູບເປັນທີ່ລະນຶກ”.

    ໜອງໂຮ່ເຕິຍ ຍັງແມ່ນສະຖານທີ່ເປັນໜ້າປະທັບໃຈ ດ້ວຍບັນດາໜູ່ບ້ານປູກດອກໄມ້ ທີ່ລືຊື່ຢູ່ອ້ອມໜອງຄື ບ້ານດອກໄມ້ງີຕ໋ານ, ບ້ານດອກຄາຍເຍິດເຕິນ ແລະ ພິເສດແມ່ນດອກບົວ ໂຮ່ເຕິຍ ບານສະພັ່ງໃນຍາມເດືອນ ພຶດສະພາ ດ້ວຍກິ່ນຫອມຫວນກຸ້ມໄປທົ່ວບໍລິເວນ. ປ້າ ເຈິ່ນທິງາ ຢູ່ບ້ານດອກຄາຍເຍິດເຕິນ ໃຫ້ຮູ້ວ່າ:

     “ລຸ້ນປູ່ຍ່າຂອງຂ້າພະເຈົ້າພຽງແຕ່ປູກດອກໄມ້, ເປັນຕົ້ນແມ່ນດອກຄາຍ. ຂ້າພະເຈົ້າເປັນລູກໄພ້ ດັ່ງນັ້ນຂ້າພະເຈົ້າກໍ່ເດີນຕາມອາຊີບຂອງຄອບຄົວ. ແຂກມາບ້ານດອກຄາຍເຍິດເຕິນ ຢ້ຽມຊົມ, ທັດສະນະສຶກສາ, ຊື້ດອກໄມ້ ແລະ ຖ່າຍຮູບເປັນທີ່ລະນຶກເປັນຈຳນວນຫຼວງຫຼາຍ. ບ້ານດອກໄມ້ໃນບໍລິເວນໜອງໂຮ່ເຕິຍ ມີອາກາດເຢັນສະບາຍຕະຫຼອດປີ”.

     ເມື່ອບັນດາເພື່ອນມາທ່ຽວຊົມຢູ່ໜອງໂຮ່ເຕິຍ ກໍ່ໝາຍເຖິງພວກເພື່ອນໄດ້ມາສະຖານທີ່ແປກປະຫຼາດ, ມີຄວາມແຕກຕ່າງກັບສະພາບເນືອງນັນ ອຶກກະທຶກຄຶກ ໂຄມຢູ່ຕາມຖະໜົນຫົນທາງໃນຕົວເມືອງ. ດ້ວຍຄວາມງາມທີ່ກວ້າງໃຫ່ຍໄພສານຂອງຕົນ, ໜອງໂຮ່ເຕິຍ ໄດ້ນຳຄວາມສະຫງົບສຸກມາສູ່ທຸກໆຄົນ. 

ຕອບກັບ

ຂ່າວ/ບົດ​ອື່ນ